ທີ່ວາລະປະຊຸມ, ຫຼາຍປະເທດ ສືບຕໍ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການປະທະກັນ ແລະມະນຸດສະທຳຢູ່ເຂດ Gaza ຕໍ່ໜ້າການຜັນແປທີ່ສັບສົນເມື່ອບໍ່ດົນມານີ້ ແລະຄວາມສ່ຽງຈະເກີດສົງຄາມໃນພາກພື້ນ; ຊົມເຊີຍສະມັດຊາໃຫຍ່ໄດ້ຮັບຮອງເອົາມະຕິໃໝ່ມອບອຳນາດຕື່ມອີກໃຫ້ປາແລັດສະຕິນ ໃນຖານະເປັນປະເທດສັງເກດການຂອງ ສປຊ; ຕີລາຄາມະຕິທີ່ຫາກໍ່ໄດ້ຮັບຮອງເອົາແມ່ນບາດກ້າວສຳຄັນເພື່ອຮັບ ປາແລັດສະຕິນ ເຂົ້າເປັນສະມາຊິກສົມບູນຂອງ ສປຊ, ປະກອບສ່ວນຊຸກຍູ້ການປະຕິບັດມາດຕະການ “ສອງລັດ” ເພື່ອບັນລຸສັນຕິພາບແບບຍືນຍົງ ແລະຍາວນານຢູ່ຕາເວັນອອກກາງ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ກ່າວຄໍາເຫັນທີ່ວາລະກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ວາລະກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຢືນຢັນວ່າ ຫວຽດນາມ ອຸປະຖຳຮ່ວມ ແລະສະໜັບສະໜູນມະຕິປະຫວັດສາດຂອງ ສປຊ; ຢືນຢັນວ່າ ຫວຽດນາມ ຄຽງບ່າຄຽງໄຫຼ່ກັບ ປາແລັດສະຕິນ ໃນການປະຕິບັດສິດຕັດສິນດ້ວຍຕົນເອງ ແລະສະໜັບສະໜູນປາແລັດສະຕິນ ເຂົ້າເປັນສະມາຊິກສົມບຸນຂອງ ສປຊ ໂດຍໄວ; ຖືວ່າ, ການຮັບ ປາແລັດສະຕິນ ເຂົ້າເປັນສະມາຊິກນັ້ນແມ່ນບາດກ້າວທີ່ມີຜົນປະໂຫຍດທີ່ສຸດໃຫ້ແກ່ມາດຕະການສອງລັດ, ສ້າງພື້ນຖານໃຫ້ແກ່ການເຈລະຈາສະເໝີພາບລະຫວ່າງບັນດາຝ່າຍ ແລະແມ່ນບາດກ້າວສຳຄັນມຸ່ງໄປເຖິງສັນຕິພາບແບບຍືນຍົງຢູ່ຕາເວັນອອກກາງ.

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ກໍ່ສະແດງຄວາມວິຕົກກັງວົນຕໍ່ຄວາມສ່ຽງທີ່ຈະເຮັດໃຫ້ການປະທະກັນຢູ່ເຂດ Gaza ກາຍເປັນສົງຄາມພາກພື້ນ. ຮຽກຮ້ອງໃຫ້ທຸກຝ່າຍລະງັບໃຈ, ເຈລະຈາ ແລະປະຕິບັດຕາມກົດໝາຍສາກົນ, ກົດບັດ ແລະມະຕິທີ່ກ່ຽວຂ້ອງຂອງ ສປຊ; ຢືນຢັນຄືນໃໝ່ວ່າຫວຽດນາມ ສະໜັບສະໜູນມາດຕະການສອງລັດ ແລະສືບຕໍ່ໜູນຊ່ວຍບົດບາດໃຈກາງຂອງອົງການ ສປຊ ກ່ຽວກັບການກູ້ຊ່ວຍຊາວປາແລັດສະຕິນ ລີ້ໄພ (UNRWA) ໃນການປະຕິບັດໜ້າທີ່ກູ້ຊ່ວຍມະນຸດສະທຳຢູ່ພາກພື້ນ.

ໂດຍ: ໄຊນີດາ