ພ້ອມແລ້ວທີ່ຈະໜູນຊ່ວຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນເຫດໄຟໄໝ້ສູນການຄ້າຢູ່ປະເທດໂປໂລຍ
    
    
    
        
            
ກປ.ອອນໄລ - ຕາມສະຖານທູດຫວຽດນາມ ປະຈຳ ໂປໂລຍ ແລ້ວ, ໃນຕອນເຊົ້າວັນທີ 12 ພຶດສະພາ, ໄດ້ເກີດໄຟໄໝ້ສູນການຄ້າທີ່ມີຮ້ານຄ້າຂອງຊາວຫວຽດນາມ ນັບຮ້ອຍຮ້ານຢູ່ເລກທີ 44 Marywilska, ນະຄອນຫຼວງ Warsaw, ປະເທດໂປໂລຍ. ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ ບໍ່ມີຜູ້ເສຍຊີວິດ, ແຕ່ຊັບສິນເກືອບທັງໝົດຖືກໄຟໄໝ້.
        
        
        
            
	ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂປໂລຍ ຮ່າຮວ່າງຫາຍ ໃຫ້ຮູ້ວ່ານີ້ແມ່ນສູນການຄ້າໃຫຍ່ຢູ່ ໂປໂລຍ, ດ້ວຍຮ້ານຄ້າປະມານ 1.400 ຮ້ານ, ໃນນັ້ນ ຮ້ານຄ້າຂອງຊາວຫວຽດນາມ ກວມປະມານ 1/3.
	
		
			|     | 
		
			|  | 
		
			| ເຫດໄຟໄໝ້ສູນການຄ້າຢູ່ປະເທດໂປໂລຍ. ພາບ: VOV | 
	
	ພາຍຫຼັງເກີດເຫດດັ່ງກ່າວ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ນຳສະຖານທູດຫວຽດນາມ ປະຈຳໂປໂລຍ ຈັດຄະນະປະຕິບັດງານລົງສະຖານທີ່ເກີດເຫດ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງປະເທດປະຈໍາຖິ່ນ, ແລະສະມາຄົມຊາວຫວຽດນາມ ອາໄສຢູ່ ໂປໂລຍ ເພື່ອກໍາແໜ້ນສະພາບການ, ລະດົມກໍາລັງໃຈ, ຢ້ຽມຢາມຖາມຂ່າວພໍ່ແມ່ປະຊາຊົນ ແລະຜັນຂະຫຍາຍວຽກງານປົກປ້ອງພົນລະເມືອງໂດຍໄວ.
	ສະຖານທູດຫວຽດນາມ ປະຈໍາ ໂປໂລຍ ໄດ້ແຈ້ງເບີໂທສາຍດ່ວນກ່ຽວກັບການປົກປ້ອງພົນລະເມືອງເພື່ອຮັບເອົາຂໍ້ມູນຈາກຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກຽມພ້ອມໜູນຊ່ວຍພໍ່ແມ່ປະຊາຊົນໃນການເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງຂອງປະເທດປະຈໍາຖິ່ນ, ຄະນະຄຸ້ມຄອງສູນການຄ້າ, ກໍາລັງດັບເພິງ ແລະປະກັນໄພເພື່ອຫຼຸດຜ່ອນຜົນຮ້າຍຈາກເຫດໄຟໄໝ້.  ຄຽງຂ້າງກັນນັ້ນ, ສຳລັບພໍ່ແມ່ປະຊາຊົນສູນເສຍເອກະສານໃນເຫດໄຟໄໝ້, ສະຖານທູດຫວຽດນາມ ປະຈຳ ໂປໂລຍ ພ້ອມແລ້ວທີ່ຈະໜູນຊ່ວຍໃຫ້ເຂົາເຈົ້າໃນການອອກໜັງສືເອກະສານໃໝ່ໂດຍໄວ. ສະຖານທູດຫວຽດນາມ ປະຈຳ ໂປໂລຍ ກໍ່ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງ ໂປໂລຍ ດຳເນີນການສືບສວນສາເຫດທີ່ເກີດໄຟໄໝ້ໂດຍໄວ, ເພື່ອຮັບປະກັນສິດ ແລະຜົນປະໂຫຍດຂອງພົນລະເມືອງຫວຽດນາມ.
	ໂດຍ: ໄຊນີດາ