ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສະເໜີຫຼາຍມາດຕະການເພື່ອແນໃສ່ສ້າງສຳເລັດກົດບັນຍັດ, ນະໂຍບາຍ, ລະດົມແຫຼ່ງກຳລັງພັດທະນາລະບົບກົດບັນຍັດດ້ານວັດທະນະທຳ, ກິລາ. ພ້ອມດຽວກັນນັ້ນ, ແມ່ນມາດຕະການຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບົບກົດບັນຍັດ, ຮັບໃຊ້ຄວາມຕ້ອງການຂອງປະຊາຊົນຈຳນວນຫຼວງຫຼາຍ, ຕອບສະໜອງຄວາມຮຽກຮ້ອງກ່ຽວກັບການພັດທະນາມະນຸດຢ່າງຮອບດ້ານ ແລະ ສ້າງພື້ນຖານວັດທະນະທຳຫວຽດນາມ ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ ຕາມເນື້ອໃນຈິດໃຈມະຕິ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສຳມະນາ. ພາບ: nhandan.vn.

ກ່ຽວກັບການວາງແຜນຜັງກົດບັນຍັດທາງດ້ານວັດທະນະທຳ, ກິລາ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໄດ້ສະເໜີໃຫ້ສ້າງສຳເລັດການວາງແຜນຜັງຕາມທິດຄົບຊຸດ, ທັນສະໄໝ, ຮັກສາສີສັນ, ມີປະສິດທິຜົນ, ຮັບປະກັນຄວາມຍຸຕິທຳ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນ; ເອົາໃຈໃສ່ເຖິງການສ້າງ ແລະພັດທະນາກົດບັນຍັດທາງດ້ານວັດທະນະທຳ, ກິລາໃຫ້ແກ່ຊາວໜຸ່ມ, ເດັກນ້ອຍ ແລະ ຜູ້ອອກແຮງງານ, ຄົນພິການ, ຜູ້ອາຍຸສູງ, ສ້າງນະໂຍບາຍບຸລິມະສິດຢູ່ເຂດພູດອຍ, ທະເລໝູ່ເກາະ, ເຂດຊາຍແດນ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ.

ໂດຍເປັນປະທານຮ່ວມກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈິ່ນຮົ່ງຮ່າ ກໍໄດ້ເນັ້ນໜັກວ່າ ກົດບັນຍັດທາງດ້ານວັດທະນະທຳ, ກິລາ ຕ້ອງໄດ້ຮັບຖືວ່າ ແມ່ນສ່ວນໜຶ່ງທີ່ມີຄວາມສຳຄັນຍິ່ງ ຂອງກົດບັນຍັດກ່ຽວຂ້ອງເຖິງໂຄງລ່າງສັງຄົມ.

ແຫຼ່ງຄັດຈາກ: vovworld.vn