ກຸ່ມປະຕິບັດງານ UPR ຂອງສະພາສິດທິມະນຸດ ສປຊ ຮັບຮອງເອົາບົດລາຍງານແຫ່ງຊາດ UPR ຮອບທີ IV ຂອງຫວຽດນາມ
ກປ.ອອນໄລ - ວັນທີ 10 ພຶດສະພາ, ກຸ່ມປະຕິບັດງານກ່ຽວກັບກົນໄກທົບທວນປະຈໍາໄລຍະດ້ານສິດທິມະນຸດ (UPR) ຮອບທີ IV ຂອງສະພາສິດທິມະນຸດສະຫະປະຊາຊາດ (ສປຊ) ໄດ້ເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານແຫ່ງຊາດ UPR ຂອງຫວຽດນາມ.
    |
 |
ຄະນະຜູ້ແທນຫວຽດນາມ ຢູ່ສະພາສິດທິມະນຸດ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ |
ບົດລາຍງານຂອງກຸ່ມປະຕິບັດງານໄດ້ຮັບຮູ້ບົດລາຍງານແຫ່ງຊາດຂອງຫວຽດນາມ, ເນື້ອໃນຂອງການເຈລະຈາໃນວັນທີ 7 ພຶດສະພາ ແລະຮັບຮູ້ 320 ຂໍ້ສະເໜີແນະຂອງ 133 ປະເທດ. ຂໍ້ສະເໜີແນະກວມເອົາຫຼາຍຂົງເຂດເຊັ່ນ: ປັບປຸງລະບົບກົດໝາຍ, ນະໂຍບາຍກ່ຽວກັບສິດທິມະນຸດ, ຊຸກຍູ້ໂຄງການພັດທະນາເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນສິດໃຫ້ບັນດາກຸ່ມຜູ້ສ່ຽງໄພສູງກວ່າເພິ່ນ, ໜູນຊ່ວຍບັນດາຊົນເຜົ່າສ່ວນໜ້ອຍ...
ໃນໄລຍະຈະມາເຖິງ, ກະຊວງການຕ່າງປະເທດ, ບັນດາກະຊວງ, ຂະແໜງການໃນກຸ່ມປະຕິບັດງານກ່ຽວກັບ UPR ຈະທົບທວນ, ຕີລາຄາ ແລະສະເໜີໃຫ້ທ່ານນາຍົກລັດຖະມົນຕີ ເຊັນອະນຸມັດກ່ຽວກັບຫຼັກໝັ້ນຂອງຫວຽດນາມ ຕໍ່ຂໍ້ສະເໜີແນະ, ແຈ້ງໃຫ້ຊາບກ່ອນທີ່ກອງປະຊຸມປະຈຳປີ ຄັ້ງທີ 57 ຂອງສະພາສິດທິມະນຸດ ສປຊ ດຳເນີນໃນເດືອນ ຕຸລາ 2024. ທີ່ກອງປະຊຸມຄັ້ງນີ້, ສະພາສິດທິມະນຸດ ສປຊ ຈະຮັບຮອງເອົາບົດລາຍງານກ່ຽວກັບຜົນການກວດກາ UPR ສຳລັບຫວຽດນາມ.
ໂດຍ: ໄຊນີດາ