ວັດທະນະທໍາຮັກຊາດ - "ຊັບສົມບັດທີ່ມີຄ່າຂອງຊາດ" ຮັກສາປະເທດ ແລະຊະນະສັດຕູ

ໃນການປຽບທຽບກຳລັງ ແລະຄວາມແຕກຕ່າງກັນລະຫວ່າງຫວຽດນາມ ກັບພວກລ່າເມືອງຂຶ້ນຝຣັ່ງ, ເຄີຍຕັ້ງຄຳຖາມໜຶ່ງຂຶ້ນມາວ່າ: ຊາດຫວຽດນາມ ສາມາດໂຄ່ນລົ້ມລະບອບປົກຄອງຂອງລັດທິລ່າເມືອງຂຶ້ນດ້ວຍການລຸກຮື້ຂຶ້ນ, ກໍ່ສາມາດເອົາຊະນະສົງຄາມຂອງລັດທິຈັກກະພັດ ໄດ້ບໍ່? ປະຊາຊົນຫວຽດນາມ ພາຍໃຕ້ການນໍາພາຂອງພັກ, ໄດ້ຍົກອອກບັນຫາທີ່ມີລັກສະນະໃນຍຸກສະໄໝນັ້ນ - ໃຊ້ສົງຄາມ, ສົງຄາມປະຊາຊົນ, ສົງຄາມປະຕິວັດຕີຊະນະສົງຄາມຮຸກຮານຂອງຈັກກະພັດທີ່ໃຫຍ່ໂຕ.

ໃນຕະຫຼອດຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ, ຈຸດສູງແມ່ນບັ້ນຮົບດ້ຽນບຽນຝູ, ແນວທາງເສີມຂະຫຍາຍກໍາລັງແຮງສັງລວມຂອງສົງຄາມປະຊາຊົນ, ໄດ້ຊ່ວຍໃຫ້ຫວຽດນາມ  ຍິ່ງສູ້ຮົບ ຍິ່ງເຂັ້ມແຂງ, ຍິ່ງຕີ ຍິ່ງຊະນະ. ພັກ ແລະປະທານໂຮ່ຈີມິນ ໄດ້ປຸກລຸກ ແລະເສີມຂະຫຍາຍທຸກແຫຼ່ງກຳລັງພາຍຂອງຊາດ, ທາງດ້ານວັດຖຸ ແລະຈິດໃຈ, ການເມືອງ, ເສດຖະກິດ, ວັດທະນະທໍາ ແລະມະນຸດໃຫ້ໄດ້ຢ່າງສຸດຂີດ, ເພື່ອ “ທັງຕໍ່ສູ້, ທັງສ້າງສາ ປະເທດຊາດ”, “ຫັນການຕໍ່ຕ້ານເປັນວັດທະນະທຳ, ຫັນວັດທະນະທໍາເປັນການຕໍ່ຕ້ານ". ພັກ ໄດ້ພັດທະນາຈິດໃຈຮັກຊາດຂອງປະຊາຊົນ - ມູນເຊື້ອອັນລໍ້າຄ່າໄດ້ກາຍເປັນໄຊຊະນະ, ເປັນ "ຊັບສົມບັດທີ່ມີຄ່າຂອງຊາດ" ຮັກສາປະເທດຊາດ ແລະຕີຊະນະສັດຕູ; ໄດ້ເພີ່ມທະວີຄວາມສາມັກຄີທົ່ວປວງຊົນທັງຊາດ, ຜ່ານການປັບປຸງແນວໂຮມລຽນຫວຽດ-ຫວຽດມີງ, ພ້ອມທັງເພີ່ມທະວີຄວາມສາມັກຄີສາກົນ, ເປັນຕົ້ນແມ່ນສ້າງການຮ່ວມສຳພັນສູ້ຮົບຂອງສາມປະເທດອິນດູຈີນ, ຄື: ຫວຽດນາມ-ກໍາປູເຈຍ-ລາວ.

ຄຸນທາດທີ່ອົງອາດກ້າແກ່ນ, ບໍ່ຍອມຈຳນົນ, ສະຫຼາດຫຼັກແຫຼມ, ມີຫົວຄິດປະດິດສ້າງຂອງຫວຽດນາມ ໄດ້ຮັບການຫຼໍ່ຫຼອມ, ທົດສອບ, ເປັ່ງປະກາຍແສງໃນຕະຫຼອດເວລາ 9 ປີແຫ່ງການຕໍ່ຕ້ານທີ່ຍືດເຍື້ອຍາວນານ. ໃນຊຸມປີທີ່ຕໍ່ສູ້ຢ່າງຍືດເຍື້ອຍາວນານຢູ່ໃນປິດລ້ອມ, ໂດຍອີງໃສ່ກຳລັງຂອງຕົນເປັນຕົ້ນຕໍ, ຫວຽດນາມ ໄດ້ບຸກຕີຍຸດທະສາດຂອງສັດຕູໃຫ້ປະລາໄຊເທື່ອລະກ້າວ, ຍາດໄດ້ໄຊຊະນະນັບມື້ໃຫຍ່ຫຼວງກວ່າເກົ່າ, ສ້າງເປັນເງື່ອນໄຂພື້ນຖານ ແລະໝັ້ນແກ່ນເພື່ອນໍາສົງຄາມປົດປ່ອຍກ້າວຂຶ້ນບາດກ້າວພັດທະນາໃໝ່.

leftcenterrightdel
ຄັນທຸງ ເດັດດ່ຽວສູ້ຮົບ ເດັດຂາດມີໄຊ ແລະຮູບປັ້ນປະທານໂຮ່ຈີມິນ ໄດ້ປະດັບປະດາຢູ່ເທິງລົດຖັງທີ່ຢຶດໄດ້ຂອງສັດຕູໃນການເດີນສວນສະໜາມ, ແຫ່ຂະບວນສະເຫຼີມສະຫຼອງໄຊຊະນະຢູ່ດ້ຽນບຽນຝູ, ປີ 1954. ພາບເອກະສານ

ໃນບັ້ນຮົບດ້ຽນບຽນຝູ, ນ້ຳໃຈຮັກຊາດ, ລັດທິວິລະຊົນປະຕິວັດ, ສະຕິປັນຍາ, ເຈດຈຳນົງແລະຄຸນທາດອົງອາດກ້າແກ່ນ, ບໍ່ຍອມຈຳນົນຂອງປະຊາຊົນຫວຽດນາມ ໄດ້ຮັບການເສີມຂະຫຍາຍຮອດຈຸດສູງສຸດ. ໄດ້ປະກົດມີແບບຢ່າງທີ່ດີເດັ່ນ, ໃສແຈ້ງ, ຄຸນສົມບັດດີງາມຂອງຊາດຫວຽດນາມ ແຫ່ງອະລິຍະທຳ ແລະວິລະຊົນ, ຄື: ໂຕວີ໋ງຢ້ຽນ ໃຊ້ຮ່າງກາຍຂອງຕົນຊ່ວຍບັງປືນໃຫຍ່, ຟານດີ່ງຢ໊ອດ ໄດ້ໃຊ້ຮ່າງຄີງຂອງຕົນປິດບັງປ່ອງປືນ... ນັ້ນແມ່ນແບບຢ່າງພົນເອກ ຫວໍງວຽນຢ໊າບ ໄດ້ມີຄຸນທາດໃນການຕັດສິນໃຈປະຫວັດສາດເພື່ອນຳໃຊ້ທິດນໍາສູ້ຮົບທີ່ເໝາະສົມ, ຫັນປ່ຽນຈາກທິດນໍາທີ່ວ່າ “ຕີໄວ, ແກ້ໄຂໄວ” ໄປສູ່ການ “ຕີແນ່ນອນ, ກ້າວຂຶ້ນແນ່ນອນ”, ແນໃສ່ຮັບປະກັນບັ້ນຮົບໃຫ້ໄດ້ຮັບໄຊຊະນະ.

ດ້ວຍຄວາມເກັ່ງກ້າສາມາດດ້ານຍຸດທະສາດຂອງກົມການເມືອງ ແລະຄະນະພັກການທະຫານສູນກາງສູງສຸດ, ກອງທັບຫວຽດນາມ ໄດ້ສະແດງໃຫ້ເຫັນສິລະປະການປະສານສົມທົບການສູ້ຮົບຢູ່ຈຸດສູງສຸດລະຫວ່າງທະຫານບົກ, ທະຫານປືນໃຫຍ່ ແລະປືນປ້ອງກັນອາກາດ, ເຮັດໃຫ້ສັດຕູຕົກຢູ່ໃນທ່າຮັບ, ບັງເອີນ, ຕື່ນຕົກໃຈ ແລະກ້າວໄປເຖິງການລົ້ມລະລາຍ. ພາຍຫຼັງ 56 ວັນ ແລະຄືນແຫ່ງການຕໍ່ສູ້ຢ່າງດຸເດືອດ ແລະອົງອາດກ້າຫານ, ຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ເສຍສະຫຼະບໍ່ຈັກວ່າເທົ່າໃດ “ເຈາະພູ, ນອນຂຸມ, ຝົນຕົກຝົນລິນ, ກິນເຂົ້າປັ້ນ” ເຖິງວ່າ “ເລືອດປະສົມກັບຂີ້ຕົມ” ກໍ່ຕາມ, ແຕ່ທະຫານ ແລະປະຊາຊົນຫວຽດນາມ “ບໍ່ໄດ້ອ່ອນແອ, ເຈດຈໍານົງບໍ່ຖອຍ” ສຸດທ້າຍກໍ່ສາມາດດັບສູນຖານທີ່ໝັ້ນທີ່ແໜ້ນໜາຖາວອນຂອງສັດຕູ ໃນຕອນບ່າຍວັນທີ 7 ພຶດສະພາ 1954.

ຂີດໝາຍແຫ່ງຍຸກສະໄໝ

ໄຊຊະນະຂອງບັ້ນຮົບດ້ຽນບຽນຝູ ໄດ້ສ້າງບາດກ້າວກະໂດດຂັ້ນກ່ຽວກັບຍຸດທະສາດໃນສົງຄາມ, ສິ້ນສຸດການຕໍ່ສູ້ອັນຍືດເຍື້ອຍາວນານ, ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ ແລະການເສຍສະຫຼະ, ສິ້ນສຸດການປົກຄອງຂອງລ່າເມືອງຂຶ້ນຝະຣັ່ງ, ປົດປ່ອຍພາກເໜືອຢ່າງສົມບູນ, ເປີດກວ້າງບາດກ້າວພັດທະນາໃໝ່ໃຫ້ແກ່ການປະຕິວັດຫວຽດນາມ. ນີ້ກໍ່ແມ່ນໄຊຊະນະອັນໃຫຍ່ຫຼວງຂອງປະຊາຊົນສາມຊາດອິນດູຈີນ, ຂອງຄວາມກ້າວໜ້າຂອງມວນມະນຸດ ແລະຂອງບັນດາກຳລັງຮັກຫອມສັນຕິພາບໃນໂລກ, ຂອງການລະດົມກຳລັງໃຈຢ່າງແຂງແຮງ ແລະປຸກລຸກປະຊາຊົນທີ່ຖືກກົດຂີ່ຂົ່ມເຫັງໃນໂລກລຸກຂຶ້ນຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນພາຍໃຕ້ທຸກຮູບການ, ຍາດເອົາເອກະລາດ, ເສລີພາບ, ເປີດສາກໃຫ້ແກ່ການລົ້ມລະລາຍຂອງລັດທິລ່າເມືອງຂຶ້ນແບບເກົ່າໃນທົ່ວໂລກ.

ໄຊຊະນະດ້ຽນບຽນຝູ ໄດ້ສືບທອດ, ປົກປັກຮັກສາ ແລະພັດທະນາໄຊຊະນະເຊິ່ງແມ່ນໝາກຜົນຂອງການປະຕິວັດເດືອນສິງຫາ ປີ 1945. ນັ້ນແມ່ນໄຊຊະນະຂອງລັດທິຮັກຊາດ ແລະລັດທິວິລະຊົນປະຕິວັດທີ່ກ້າແກ່ນ, ບໍ່ຍອມຈຳນົນຂອງຊາດຫວຽດນາມ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງສູນກາງພັກ ແລະລັດຖະບານ ໂດຍທ່ານປະທານໂຮ່ຈີມິນ ເປັນຜູ້ນຳໜ້າ. ດ້ວຍວິໄສທັດ, ຄຸນທາດ ແລະສະຕິປັນຍາ, ພັກ ແລະປະທານໂຮ່ຈີມິນ ໄດ້ຄົ້ນຄວ້າ ແລະວິເຄາະຢ່າງລະມັດລະວັງກ່ຽວກັບການຂົນຂວາຍ, ພັດທະນາຂອງການຕໍ່ສູ້, ຂອງບັ້ນຮົບດ້ຽນບຽນຝູ, ຊອກຫາວິທີແກ້ໄຂການຂັດແຍ້ງກັນເພື່ອນຳພາການຕໍ່ຕ້ານໄປສູ່ໄຊຊະນະ.

ໄຊຊະນະຂອງທະຫານ ແລະປະຊາຊົນຫວຽດນາມ ໃນບັ້ນຮົບລະດູໜາວ-ລະດູບານໃໝ່ 1953-1954, ພິເສດແມ່ນໄຊຊະນະດ້ຽນບຽນຝູ, ໄດ້ຕັດສິນໃຈຕີບາດຄ້ອນໃສ່ເຈດຈຳນົງຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງ ແຕກສະຫຼາຍ, ພາໄປເຖິງການເຊັນເຊີແນວ ຢຸດຕິສົງຄາມຢູ່ຫວຽດນາມ ແລະອິນດູຈີນ, ດ້ວຍມາດຕະການດ້ານການເມືອງໃຫ້ແກ່ຫວຽດນາມ, ລາວ ແລະກໍາປູເຈຍ, ບົນພື້ນຖານການເຄົາລົບເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດອິນດູຈີນ.

ໄຊຊະນະປະຫວັດສາດດ້ຽນບຽນຝູ ມາຮອດປະຈຸບັນແມ່ນໄດ້ 70 ປີແລ້ວ. ໃນຊ່ວງເວລານັ້ນ, ເຫດການປະຫວັດສາດໄດ້ເກີດຂື້ນໃນທົ່ວໂລກ. ດ້ຽນບຽນຝູ ຍັງຄົງແມ່ນຄວາມເອກອ້າງທະນົງໃຈຂອງທະຫານ ແລະປະຊາຊົນຫວຽດນາມ, ແມ່ນການລະດົມກຳລັງໃຈຢ່າງແຂງແຮງ ສໍາລັບບັນດາປະເທດຕໍ່ສູ້ເພື່ອເອກະລາດຊົນຊາດ, ສັນຕິພາບ, ການພັດທະນາ ແລະຄວາມກ້າວໜ້າຂອງສັງຄົມ.

ໄຊຊະນະດ້ຽນບຽນຝູ ແມ່ນຄຸນຄ່າ, ແຫຼ່ງກຳລັງໜູນ ແລະເປັນແຫຼ່ງກຳເນີດໄຊຊະນະອັນໃຫຍ່ຫຼວງກວ່າອີກຂອງການປະຕິວັດ, ເພາະວ່າບັນຈຸຢູ່ໃນນັ້ນແມ່ນລັກສະນະວິທະຍາສາດ ແລະປະຕິວັດ, ກົດເກນ, ໄດ້ສ້າງຂຶ້ນບົນພື້ນຖານສະຕິປັນຍາວິທະຍາສາດ, ເປັນບ່ອນເຕົ້າໂຮມຄຸນທາດ, ຄວາມເກັ່ງກ້າສາມາດ ແລະສະຕິປັນຍາດີຂອງທົ່ວພັກ, ທົ່ວປວງຊົນ, ສ້າງເປັນແນວຄິດເອກກະພາບ ແລະການກະທຳເອກະພາບຢູ່ພາຍໃນພັກ, ທົ່ວປວງຊົນ ແລະທົ່ວກອງທັບ. ຄຸນທາດຫວຽດນາມ, ຈິດໃຈດ້ຽນບຽນຝູ ຈະດັງກ້ອງ, ຍືນຍົງຄົງຕົວ, ເປັນອະມະຕະຕະຫຼອດໄປ, ສືບຕໍ່ແມ່ນແຫຼ່ງກຳລັງແຮງປຸກລຸກກຳລັງອັນໃຫຍ່ຫຼວງຂອງ ທົ່ວປວງຊົນ, ທົ່ວຊາດຫວຽດນາມ ໃນຂະບວນການຍູ້ແຮງກິດຈະການປ່ຽນແປງໃໝ່ຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານ, ຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະທັນສະໄໝ, ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມໄວ້ຢ່າງໜັກແໜ້ນ, ຫັນຄວາມຄາດຫວັງໃນການສ້າງສາ ແລະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກບົນເສັ້ນທາງເອກະລາດແຫ່ງຊາດ ຕິດພັນກັບສັງຄົມນິຍົມໃຫ້ປະກົດຜົນເປັນຈິງ.

ໂດຍ: ເຈິ່ນຮວ່ຽນ