ກອງປະຊຸມໄດ້ອັບເດດກັບບັນດາຄູ່ຮ່ວມມື ແລະບັນດາຝ່າຍທີ່ກ່ຽວຂ້ອງຕົ້ນຕໍຂອງຫວຽດນາມ ກ່ຽວກັບການພົວພັນຮ່ວມມື, ປຶກສາຫາລືກ່ຽວກັບບຸລິມະສິດ ແລະຂໍ້ສະເໜີກ່ຽວກັບທິດທາງການຮ່ວມມືຄົ້ນຄວ້າລະຫວ່າງອົດສະຕາລີ ແລະຫວຽດນາມ ໃນໄລຍະຈະມາເຖິງ; ພ້ອມທັງຊອກຫາກາລະໂອກາດໃຫ້ທັງສອງຝ່າຍໃຫ້ບຸລິມະສິດແກ່ໂຄງການຄົ້ນຄວ້າ ແລະບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນການຄົ້ນຄວ້າວິທະຍາສາດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ເຝືອງລິງ

ທີ່ກອງປະຊຸມ, ບັນດາຄູ່ຮ່ວມມືຫວຽດນາມ ໄດ້ແບ່ງປັນບັນດາຂໍ້ມູນຂ່າວສານ ແລະປະສົບການຈາກບັນດາໂຄງການທີ່ພົ້ນເດັ່ນ, ຍົກສູງລັກສະນະເປັນເຈົ້າການຂອງບັນດາຄູ່ຮ່ວມມືຫວຽດນາມ ໃນການສະເໜີການຮ່ວມມືຄົ້ນຄວ້າ ແລະແລກປ່ຽນ; ຄວາມຕ້ອງການ ແລະຄວາມສຳຄັນຂອງການພັດທະນາແຫຼ່ງຊັບພະຍາກອນມະນຸດ ເພື່ອຮັບໃຊ້ຄວາມຕ້ອງການຄົ້ນຄວ້າຂອງຫວຽດນາມ. ທ່ານ ຫງວຽນແທງທຸ໋ຍ ຫົວໜ້າກົມວິທະຍາສາດ, ເຕັກໂນໂລຊີ ແລະສິ່ງແວດລ້ອມຂອງກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ ໄດ້ນຳສະເໜີກ່ຽວກັບບຸລິມະສິດໃນການຄົ້ນຄວ້າຂອງຫວຽດນາມ ແລະສະເໜີກ່ຽວກັບທິດທາງການຮ່ວມມືກັບອົດສະຕາລີ ໃນໄລຍະຈະມາເຖິງ.

ສະຫຼຸບກອງປະຊຸມ, ACIAR ແລະກະຊວງກະສິກຳ ແລະພັດທະນາຊົນນະບົດໄດ້ຢືນຢັນຄຳໝັ້ນສັນຍາສືບຕໍ່ຮ່ວມມືໃນອະນາຄົດ. ACIAR ຈະສືບຕໍ່ໜູນຊ່ວຍການພົວພັນຄູ່ຮ່ວມມືແບບຍືນຍົງ, ຍົກສູງກຳລັງຄວາມສາມາດຄົ້ນຄວ້າ, ປັບປຸງຊີວິດການເປັນຢູ່ ແລະຊ່ວຍແກ້ໄຂບັນດາສິ່ງທ້າທາຍສຳລັບພື້ນຖານກະສິກຳຫວຽດນາມ.

ໂດຍ: ໄຊນີດາ