ແຫຼ່ງເງິນທຶນລະດົມຍັງຕ່ຳ

ຕາມທ່ານ ຮສຈ, ປອ ບຸ່ຍກວາງຕ໊ວນ, ຫົວໜ້າສະຖາບັນເສດຖະກິດຫວຽດນາມ, ໄລຍະ 2011-2021, ປະເທດເຮົາບັນລຸໄດ້ບັນດາບາດກ້າວໃຫຍ່ໃນການລະດົມການລົງທຶນສຳລັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການເຕີບໂຕສີຂຽວ ເພື່ອຊຸກຍູ້ການເຕີບໂຕເສດຖະກິດພ້ອມກັບການອະນຸລັກຮັກສາຊັບພະຍາກອນ, ສິ່ງແວດລ້ອມ. ເຖິງຢ່າງໃດກໍ່ຕາມ, ແຫຼ່ງເງິນທຶນລະດົມ ເພື່ອປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະການເຕີບໂຕສີຂຽວ ຍັງຕ່ຳເມື່ອທຽບໃສ່ກັບຄວາມຮຽກຮ້ອງຕ້ອງການຕົວຈິງ. ຕາມການຄິດໄລຂອງກະຊວງແຜນການ ແລະການລົງທຶນໃຫ້ຮູ້ວ່າ ຫວຽດນາມ ຕ້ອງການປະມານ 60 ຕື້ດົ່ງ ເພື່ອປະຕິບັດລາຍການເປົ້າໝາຍວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ແລະການເຕີບໂຕສີຂຽວ ໄລຍະ 2016-2021. ໃນນັ້ນ, ແຜນການລົງທຶນໄລຍະກາງອາດສາມາດຕອບສະໜອງໄດ້ 26 ຕື້ໂດລາສະຫະລັດ, ສ່ວນຍັງເຫຼືອຕ້ອງລະດົມຈາກວິສາຫະກິດເອກະຊົນ. ການຮັດແຄບໄລຍະຫ່າງລະຫວ່າງຄວາມຮຽກຮ້ອງການລົງທຶນ ແລະແຫຼ່ງເງິນຕົວຈິງພວມວາງອອກບັນດາຄວາມຮຽກຮ້ອງຕ້ອງປັບປຸງກົນໄກ, ນະໂຍບາຍ ເພື່ອດຶງດູດການລົງທຶນຈາກບັນດາລັດວິສາຫະກິດ ແລະເອກະຊົນ-ເຂດທີ່ໄດ້ຕີລາຄາວ່າ ຍັງບໍ່ທັນເສີມຂະຫຍາຍຄວາມສາມາດບົ່ມຊ້ອນໄດ້ໝົດ.

leftcenterrightdel
ຄະນະພະນັກງານກວດສອບປະຕິບັດການກວດສອບການຄຸ້ມຄອງແຫຼ່ງນ້ຳແມ່ນ້ຳຂອງ. ພາບ: ທູຫາຍ.

ທ່ານ ຫງວຽນດຶກມິງ ຮອງປະທານສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ເນັ້ນໜັກວ່າ ເຖິງວ່າຫວຽດນາມບັນລຸໄດ້ໝາກຜົນໜ້າຮັບຮູ້ໃນການປະຕິບັດການເຕີບໂຕສີຂຽວໃນໄລຍະຜ່ານມາແຕ່ວ່າຍັງມີຫຼາຍບັນຫາຕ້ອງແກ້ໄຂໃນໄລຍະຈະມາເຖິງ. ພິເສດແມ່ນຕາມບັນດາເປົ້າໝາຍລະອຽດຂອງຍຸດທະສາດ, ແຜນການກະທຳແຫ່ງຊາດກ່ຽວກັບການປະຕິບັດຍຸດທະສາດການເຕີບໂຕສີຂຽວຂອງ ຫວຽດນາມ. ພວກເຮົາຕ້ອງຮັບຮູ້ບັນດາຂໍ້ຕິດຂັດ, ກາລະໂອກາດໃນການປະຕິບັດຍຸດທະສາດ ແລະແຜນການກະທຳແຫ່ງຊາດກ່ຽວກັບການເຕີບໂຕສີຂຽວ, ໂດຍສະເພາະແມ່ນກ່ຽວກັບລະບອບ ແລະແຫຼ່ງກຳລັງ; ບັນດາມາດຕະການ, ຂໍ້ສະເໜີນະໂຍບາຍເພື່ອຜັນຂະຫຍາຍຍຸດທະສາດ, ແຜນການເຕີບໂຕສີຂຽວຢ່າງມີປະສິດທິຜົນ.

ຕີລາຄາກ່ຽວກັບການປະຕິບັດເປົ້າໝາຍເຕີບໂຕສີຂຽວ, ທ່ານນາງ ຫງວຽນທິບິກງອັກ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນໃຫ້ຮູ້ວ່າ ຈົນຮອດປະຈຸບັນ, ຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະການປ່ຽນແປງໃໝ່. ເຖິງຢ່າງໃດກໍ່ຕາມ, ພວກເຮົາຍັງຢູ່ລະດັບຕ່ຳຢູ່ກ່ຽວກັບລາຍຮັບສະເລ່ຍຕໍ່ຫົວຄົນ ກໍ່ຄືການຫັນປ່ຽນເຕັກໂນໂລຢີເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ ແລະໃນໂລກ. ເພາະສະນັ້ນ, ປະເທດເຮົາຄວນເອົາໃຈໃສ່ເຖິງແຫຼ່ງເງິນທຶນ ແລະຊັບພະຍາກອນມະນຸດໃນການຜັນຂະຫຍາຍແຜນການເພື່ອບັນລຸໄດ້ເປົ້າໝາຍຂອງຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວ, ໃນສະຖານະການແຫຼ່ງງົບປະມານແຫ່ງລັດຍັງຈຳກັດຢູ່ ແລະຕ້ອງຮັບມືກັບຫຼາຍບັນຫາຂອງພາກພື້ນ ແລະທົ່ວໂລກ.

ຍັງມີຂໍ້ຄົງຄ້າງກ່ຽວກັບລະບອບລະບຽບການ, ນະໂຍບາຍ

ຜ່ານການກວດສອບກ່ຽວກັບການຄຸ້ມຄອງ, ນຳໃຊ້ເງິນທຶນຂອງໂຄງການເປົ້າໝາຍໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການເຕີບໂຕສີຂຽວ ໄລຍະ 2016-2020 ໂດຍກວດສອບແຫ່ງລັດ ປະຕິບັດໃນປີ 2021, ກວດສອບແຫ່ງລັດ ໄດ້ມີບັນດາການຄົ້ນພົບ, ຕີລາຄາ ແລະມີຂໍ້ສະເໜີແນະທີ່ມີປະສິດທິຜົນເພື່ອຍົກສູງປະສິດທິຜົນໃນການປະຕິບັດເປົ້າໝາຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການເຕີບໂຕສີຂຽວ. ກວດສອບແຫ່ງລັດ ຮັບຮູ້ວ່າ ງົບປະມານສູນກາງປະຕິບັດຕາມໂຄງການເປົ້າໝາຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການເຕີບໂຕສີຂຽວໄລຍະ 2016-2020 ໄດ້ຮັບຮອງເອົາແມ່ນ 15.866 ຕື້ດົ່ງ, ລວມມີ 15.470 ຕື້ດົ່ງ.

ກວດສອບແຫ່ງລັດ ຕີລາຄາວ່າ ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ໄດ້ເປັນເຈົ້າການຜັນຂະຫຍາຍໂຄງການເປົ້າໝາຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການເຕີບໂຕສີຂຽວໄລຍະ 2016-2020 ຕາມໜ້າທີ່ທີ່ໄດ້ຮັບການມອບໝາຍແມ່ນຮັບຜິດຊອບໂຄງການ, ກະຊວງແຜນການ ແລະການລົງທຶນ ໄດ້ເປັນເຈົ້າ ການປະເມີນ, ເບີກຈ່າຍເງິນທຶນພັດທະນາຂອງໂຄງການ. ບັນດາອົງການຮັບເງິນທຶນປະຕິບັດໂຄງການໄດ້ມານະພະຍາຍາມ ເພື່ອປະຕິບັດເປົ້າໝາຍ, ເນື້ອໃນວາງອອກ. ບັນດາໂຄງການ, ໜ້າທີ່ໄດ້ສຳເລັດ, ປະກອບສ່ວນປະຕິບັດຍຸດທະສາດແຫ່ງຊາດວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ, ຍຸດທະສາດວ່າດ້ວຍການເຕີບໂຕສີຂຽວ, ປະຕິບັດຄຳໝັ້ນສັນຍາຂອງຫວຽດນາມ ຕໍ່ກັບປະຊາຄົມສາກົນເພື່ອປົກປັກຮັກສາດິນຟ້າອາກາດ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ຮັກສາຄວາມປອດໄພຊີວິດຂອງຄົນເຮົາ ແລະຊັບສົມບັດ.

ຜ່ານການພິຈາລະນາວິວັດທະນາການຄຸ້ມຄອງ, ນຳໃຊ້ເງິນທຶນຂອງໂຄງການເປົ້າໝາຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການເຕີບໂຕສີຂຽວໄລຍະ 2016-2020, ກວດສອບແຫ່ງລັດ ຍົກອອກໃຫ້ເຫັນບັນດາຂໍ້ຈໍາກັດຂອງກົນໄກ, ນະໂຍບາຍ. ໃນນັ້ນມີຂໍ້ຈຳກັດກ່ຽວກັບເວລາສຳເລັດບັນດາໂຄງການພັດທະນາປ່າໄມ້. ຕາມຂໍ້ກຳນົດໃນການແນະນຳເຕັກນິກປູກປ່າຕາມຂໍ້ຕົກລົງສະບັບເລກທີ 1205/QĐ-BNN-TCLN ລົງວັນທີ 8-4-2016 ຂອງກະຊວງກະສິກໍາ ແລະພັດທະນາຊົນນະບົດ, ບັນດາໂຄງການປູກປ່າຕ້ອງມີເວລາ 4-5 ປີເພື່ອຜັນຂະຫຍາຍທຸກຂັ້ນ: ປູກ, ບົດລະບັດ ແລະປົກປັກຮັກສາປ່າ. ເຖິງຢ່າງໃດກໍ່ຕາມ, ບາງໂຄງການພັດທະນາປ່າໃໝ່ໄດ້ຜັນຂະຫຍາຍໃນປີ 2019, 2020 ເພາະສະນັ້ນບໍ່ສາມາດສຳເລັດໃນໄລຍະ ປະຕິບັດໂຄງການ (ແຕ່ປີ 2016 ຮອດປີ 2020).

ເພື່ອສືບຕໍ່ຍົກອອກບັນດາການຕີລາຄາຮອບດ້ານ, ເລິກເຊິ່ງ, ປີ 2024, ກວດສອບ ແຫ່ງລັດ ສືບຕໍ່ປະຕິບັດການກວດສອບກ່ຽວກັບການຄຸ້ມຄອງ, ນຳໃຊ້ເງິນທຶນເພື່ອ ປົກປັກຮັກສາສິ່ງແວດລ້ອມ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໄລຍະ 2021-2023 ຢູ່ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ, ກະຊວງກະສິກໍາ ແລະພັດທະນາຊົນນະບົດ, ກະຊວງຄົມມະນາຂົນສົ່ງ, ກະຊວງອຸດສາຫະກຳ ແລະການຄ້າ ແລະບັນດາແຂວງ, ນະຄອນ: ຫາຍຟ່ອງ, ກວາງບິ່ງ, ກວາງຈິ້, ກ່າເມົາ, ກຽນຢາງ, ກວາງນິງ, ດ້ຽນບຽນ, ເລີມດົ່ງ, ແຄ໊ງຮວ່່າ, ອານຢາງ, ດົ່ງທາບ, ບ່າເຣ້ຍ-ຫວູງເຕົ່າ.

ໂດຍ: ແສງເດືອນ