ທ່ານເອກອັກຄະລັດຖະທູດ ມາຍຟານຢູງ ໄດ້ເວົ້າຄືດັ່ງກ່າວ ເມື່ອໃຫ້ສຳພາດຕໍ່ນັກຂ່າວຂອງອົງການຈັດຕັ້ງ Geneva Geostrategic Geostrategic  ກ່ຽວກັບນະໂຍບາຍຂອງຫວຽດນາມ ກໍ່ຄືບົດບາດຂອງລະບົບຫຼາຍຝ່າຍ.

ທ່ານເອກອັກຄະລັດຖະທູດ ມາຍຟານຢູງ ຢືນຢັນວ່າ ລັດທິຫຼາຍຝ່າຍ ແລະການເຊື່ອມໂຍງເຂົ້າກັບສາກົນ ແມ່ນຈຸດສຸມຂອງການທູດຫວຽດນາມ. ຫວຽດນາມ ຍາມໃດກໍ່ເຊີດຊູບັນດາກົນໄກ ແລະເວທີປາໄສຫຼາຍຝ່າຍຂອງ ສປຊ, WTO... ແລະເປັນເຈົ້າການເຂົ້າຮ່ວມການເຈລະຈາຫຼາຍຝ່າຍ ຢູ່ ເຊີແນວ, ພິເສດແມ່ນໃນຖານະເປັນສະມາຊິກ ຂອງສະພາສິດທິມະນຸດ ສປຊ ໄລຍະ 2023-2025. ຫວຽດນາມ ປາດຖະໜາຢາກຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ, ປັບປຸງສະພາບແວດລ້ອມສາກົນໃຫ້ມີສັນຕິພາບ, ສະຖຽນລະພາບ ແລະມີຄວາມສະດວກໃຫ້ແກ່ການພັດທະນາຂອງຕົນ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ມາຍຟານຢູງ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບການປ່ຽນແປງໃນການພົວພັນສາກົນໃນປະຈຸບັນ, ທ່ານເອກອັກຄະລັດຖະທູດ ມາຍຟານຢູງ ຖືວ່າ: ລະບົບຫຼາຍຝ່າຍທີ່ໄດ້ຮັບການສ້າງຕັ້ງຂຶ້ນພາຍຫຼັງສົງຄາມໂລກ ຄັ້ງທີ 2 ໄດ້ສວມບົດບາດສຳຄັນໃນການສະກັດກັ້ນການເກີດສົງຄາມ, ຊຸກຍູ້ສັນຕິພາບ ແລະ ການຮ່ວມມືສາກົນ ເພື່ອການພັດທະນາຂອງປະເທດຊາດ. ເຖິງຢ່າງໃດກໍ່ຕາມ, ສະພາບການຫັນເປັນໂລກາພິວັດໃນປະຈຸບັນ ມີການປ່ຽນແປງຫຼາຍພໍສົມຄວນ, ໄດ້ສ້າງຄວາມຮຽກຮ້ອງຕ້ອງການໃໝ່ຕໍ່ກັບລະບົບຫຼາຍຝ່າຍທ່ົວໂລກ. ມວນມະນຸດຕ້ອງປະເຊີນໜ້າກັບສິ່ງທ້າທາຍໃໝ່, ຄື: ການກໍ່ການຮ້າຍ, ຄວາມທຸກຍາກອຶດຫິວ, ຄວາມໝັ້ນຄົງດ້ານສະບຽງອາຫານ, ໂລກລະບາດ, ໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ...

ນອກຈາກນັ້ນ, ການພັດທະນາຂອງວິທະຍາສາດ-ເຕັກໂນໂລຢີ ໄດ້ເຮັດໃຫ້ວິທີຄິດປ່ຽນແປງ. ບັນດາປັດໄຈ ເຊັ່ນ ຂາດຄວາມໄວ້ເນື້ອເຊື່ອໃຈ, ທ່າອ່ຽງອາລັກຂາ, ລັດທິຊົນຊາດເພີ່ມຂຶ້ນສູງ ແລະນະໂຍບາຍທີ່ນຳໃຊ້ຕົວຈິງກໍ່ເຮັດໃຫ້ລະບົບຫຼາຍຝ່າຍອ່ອນແອລົງ. ໃນສະພາບການດັ່ງກ່າວ, ການປະຕິຮູບລະບົບຫຼາຍຝ່າຍ ບໍ່ພຽງແຕ່ມີຄວາມຈຳເປັນເທົ່ານັ້ນ, ຫາກຍັງຮີບດ່ວນອີກດ້ວຍ. ການປະຕິຮູບນີ້ຕ້ອງອີງໃສ່ການເຄົາລົບເອກະລາດ, ອະທິປະໄຕ ແລະຜົນປະໂຫຍດອັນຊອບທຳຂອງທຸກຊົນຊາດ. ການປະຕິຮູບຕ້ອງຊຸກຍູ້ການເຂົ້າຮ່ວມປະຊາທິປະໄຕ ແລະສະເໝີພາບຂອງທຸກປະເທດໃນຂັ້ນຕອນອອກຂໍ້ຕົກລົງ...

ໂດຍ: ທູຈາງ