ກວ່າ 700 ໂຄງການເລີ່ມທຸລະກິດເຂົ້າຮ່ວມການແຂ່ງຂັນ ປີ 2024

ຕາມທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງ ແລ້ວ, ການແຂ່ງຂັນ “ນັກຮຽນ, ນັກສຶກສາດ້ວຍແນວຄວາມຄິດເລີ່ມທຸລະກິດ” ຄັ້ງທີ VI ປີ 2024 ໄດ້ປຸກລະດົມແຕ່ເດືອນສິງຫາ 2023. ພາຍຫຼັງປຸກລະດົມເປັນເວລາ 4 ເດືອນ, ຄະນະຈັດຕັ້ງໄດ້ຮັບບົດເຂົ້າຮ່ວມແຂ່ງຂັນ ຈຳນວນ 707, ເພີ່ມ 199 ບົດເມື່ອທຽບໃສ່ການແຂ່ງຂັນ ຄັ້ງທີ V.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ພິທີໄຂວັນບຸນເລີ່ມທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ ຄັ້ງທີ VI. ພາບ: ຖຸຍອານ

ທ່ານ ຫງວຽນແທັງເຊີນ ແບ່ງປັນວ່າ “ບັນດາແນວຄວາມຄິດເລີ່ມທຸລະກິດປີນີ້ທີ່ມີຄຸນນະພາບ, ຫຼາຍຮູບແບບ, ເນື້ອໃນແນວຄວາມຄິດສຸມໃສ່ແກ້ໄຂບັນດາບັນຫາຂອງສັງຄົມ.  ຈຳນວນນັກຮຽນຂັ້ນມັດທະຍົມຕອນຕົ້ນ ເຂົ້າຮ່ວມປີນີ້ເພີ່ມຂຶ້ນເມື່ອທຽບໃສ່ກັບການແຂ່ງຂັນຄັ້ງກ່ອນໜ້ານັ້ນ. ໂຄງການຂອງກຸ່ມນັກສຶກສາບັນດາສະຖາບັນການສຶກສາຢູ່ການແຂ່ງຂັນຄັ້ງນີ້ມີລັກສະນະໝູນໃຊ້ເຕັກໂນໂລຢີໃໝ່, ຄື: Iot, Big Data ແລະເຕັກໂນໂລຢີ AI. ມີຫຼາຍໂຄງການທີ່ໄດ້ນັກຮຽນ, ນັກສຶກສາຜັນຂະຫຍາຍ ແລະປະສົບຜົນສຳເລັດ, ຫຼາຍໂຄງການໄດ້ຜັນຂະຫຍາຍ ແລະມີກຳໄລ.

ການປະກອບສ່ວນສຳຄັນເຂົ້າໃນການປັບປຸງລະບົບນິເວດເລີ່ມທຸລະກິດແຫ່ງຊາດ

ເຂົ້າຮ່ວມ ແລະກ່າວຄຳເຫັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ດ້ວຍທັດສະນະ “ປະຊາຊົນຮັ່ງມີປະເທດຈຶ່ງເຂັ້ມແຂງ”, ດ້ວຍຈິດໃຈເລີ່ມທຸລະກິດໃນຈົດໝາຍຝາກເຖິງບັນດາວົງການອຸດສາຫະກຳ ແລະການຄ້າຫວຽດນາມ ໃນວັນທີ 13 ຕຸລາ 1945, ທ່ານປະທານ ໂຮ່ຈີມິນ ຂຽນວ່າ: “ພື້ນຖານເສດຖະກິດຂອງປະເທດວັດທະນາຖາວອນ ໝາຍຄວາມວ່າການດຳເນີນທຸລະກິດຂອງບັນດານັກອຸດສາຫະກຳ ແລະການຄ້າວັດທະນາຖາວອນ”. ໂດຍຊາບຊຶມແນວຄິດດັ່ງກ່າວຂອງເພິ່ນ, ຊຸມປີຜ່ານມາ, ພັກ, ລັດ ໄດ້ເອົາໃຈໃສ່ເປັນພິເສດ, ໄດ້ປະກາດໃຊ້ ແລະຜັນຂະຫຍາຍຫຼາຍແຜນນະໂຍບາຍ, ນະໂຍບາຍໜູນຊ່ວຍ, ສົ່ງເສີມການເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງ.

leftcenterrightdel
ບັນຍາກາດທີ່ພິທີໄຂ. ພາບ: ຖຸຍອານ

ທ່ານນາຍົກລັດຖະມົນຕີສະແດງຄວາມປິຕິຊົມຊື່ນເມື່ອຮູ້ສຶກເຫັນວ່າຄວາມເມົາມົວ, ຄວາມມຸ່ງຫວັງ, ຄວາມຕັດສິນໃຈ ແລະຄວາມອົດທົນ, ກ້າຫານເພື່ອເລີ່ມທຸລະກິດ, ອຸທິດສ່ວນຂອງນັກຮຽນ, ນັກສຶກສາທີ່ວັນບຸນ; ເອກອ້າງທະນົງໃຈເມື່ອມີນັກຮຽນ, ນັກສຶກສາຫວຽດນາມ ຍາດໄດ້ຜົນງານສູງໃນການຮ່ຳຮຽນ, ຄ້ົນຄວ້າວິທະຍາສາດຢູ່ພາຍໃນ ແລະຕ່າງປະເທດ ແລະໄດ້ຮັບສະໝັກເຂົ້າເຮັດວຽກຢູ່ບັນດາກຸ່ມບໍລິສັດ, ບໍລິສັດເຕັກໂນໂລຢີໃຫຍ່ຂອງໂລກ, ຄື: Facebook, Space X, Google, Quora… ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ “ຈິດໃຈເລີ່ມທຸລະກິດ, ຂະບວນການເລີ່ມທຸລະກິດ ແລະໝາກຜົນຂອງການເລີ່ມທຸລະກິດຂອງນັກຮຽນ, ນັກສຶກສາທີ່ໄດ້ ແລະພວມປະກອບສ່ວນໃຫ້ພາລະກິດສ້າງສາ ແລະປົກປັກ ຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໃນໄລຍະປະຕິວັດໃໝ່ - ຍຸກສະໄໝ ໂຮ່ຈີມິນ”.

ທ່ານນາຍົກລັດຖະມົນຕີ ຖືວ່າ ເພື່ອການເຄື່ອນໄຫວເລີ່ມທຸລະກິດໃນນັກຮຽນ, ນັກສຶກສາພັດທະນາຢ່າງບຸກທະລຸ, ເປັນຂະບວນການທົ່ວເຖິງໃນທົ່ວປະເທດຢ່າງແທ້ຈິງ, ຕ້ອງມີການເຂົ້າຮ່ວມຢ່າງຂ້ຽວຂາດຂອງທົ່ວລະບົບການເມືອງ, ການໜູນຊ່ວຍຂອງປະຊາຊົນ, ວິສາຫະກິດດ້ວຍບັນດາກົນໄກ, ນະໂຍບາຍ, ມາດຕະການໜູນຊ່ວຍລະອຽດ, ເໝາະສົມ, ແທດຈິງ, ມີປະສິດທິຜົນໃນສະເພາະໜ້າ ແລະຍາວນານ.

ປະຕິບັດຢ່າງຂ້ຽວຂາດຄົບຊຸດ, ມີປະສິດທິຜົນໃນການເຄື່ອນໄຫວເລີິ່ມທຸລະກິດ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ກະຊວງສຶກສາ ແລະກໍ່ສ້າງ ພ້ອມດ້ວຍທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນສຸມໃສ່ປະຕິບັດຢ່າງຂ້ຽວຂາດຄົບຊຸດ, ມີປະສິດທິຜົນ “1 ຍູ້ແຮງ”; 2 ເພີ່ມທະວີ; 3 ເຊື່ອມຕໍ່; 4 ສຸມໃສ່; 5 ສົ່ງເສີມ” ໃນການເຄື່ອນໄຫວເລີ່ມທຸລະກິດ.

ໃນນັ້ນ, ມີການຍູ້ແຮງຜັນຂະຫຍາຍປະສິດທິຜົນບັນດານະໂຍບາຍ; ພ້ອມທັງກວດກາຄືນ, ປັບປຸງບັນດາກົນໄກ, ນະໂຍບາຍເໝາະສົມ, ສ້າງສະພາບແວດລ້ອມ, ເງື່ອນໄຂ, ພື້ນຖານນິຕິກຳສະດວກເພື່ອຊາວໜຸ່ມ, ນັກຮຽນ, ນັກສຶກສາເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງ.

ຜູ້ນຳລັດຖະບານ ຊີ້ນຳການລົງທຶນກໍ່ສ້າງບັນດາຫ້ອງທົດລອງບັນລຸມາດຕະຖານ; ສະໜອງໃຫ້ນັກຮຽນ, ນັກສຶກສາຂໍ້ມູນກ່ຽວກັບນະໂຍບາຍໜູນຊ່ວຍເລີ່ມທຸລະກິດ; ເປັນເຈົ້າການປະກາດໃຊ້, ເປັນເສນາທິການປະກາດໃຊ້ບັນດາກົນໄກສົມທົບກັບວິສາຫະກິດສ້າງລາຍການບຳລຸງສ້າງ, ບໍາລຸງທັກສະກ່ຽວກັບອາຊີບ, ວຽກເຮັດງານທຳໃຫ້ນັກຮຽນ, ນັກສຶກສາ”.

ທ່ານນາຍົກລັດຖະມົນຕີ ສະເໜີນັກສຶກສາ, ນັກຮຽນປະຕິບັດຕາມແບບຢ່າງຂອງຮຸ່ນກ່ອນ; ຍາມໃດກໍ່ຕ້ອງດຸໝັ່ນຂະຫຍັນພຽນ, ມານະພະຍາຍາມຮ່ຳຮຽນເປັນຢ່າງດີ, ຝຶກຝົນຫຼໍ່ຫຼອມເປັນຢ່າງດີ; ຮັກສາຄວາມໄວ້ເນື້ອເຊື່ອໃຈ, ເຮັດຫຼ້ອນໜ້າທີ່ກັບຕົວເອງ, ຄອບຄົວ, ປະຊາຄົມ, ສັງຄົມ; ຈົ່ງດຳລົງຊີວິດດ້ວຍຄວາມມຸ່ງຫວັງບືນຕົວຂຶ້ນ.

ໂດຍ: ແສງເດືອນ