ນັກຂ່າວ: ຂໍໃຫ້ທ່ານຮອງລັດຖະມົນຕີ ແບ່ງປັນກ່ຽວກັບສານທີ່ຫວຽດນາມໄດ້ຍົກອອກມາໃນວາລະສົນທະນາຄັ້ງນີ້?

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດ໊ຮຸ່ງຫວຽດ: ພວກຂ້າພະເຈົ້າໄດ້ດຳເນີນວາລະສົນທະນາ UPR ປະສົບຜົນສຳເລັດທີ່ສຸດ ໂດຍມີການເຂົ້າຮ່ວມຂອງບັນດາປະເທດສະມາຊິກສະຫະປະຊາຊາດ ເປັນຈຳນວນຫຼວງຫຼາຍ. ສານທຳອິດທີ່ຄະນະຜູ້ແທນຫວຽດນາມ ໄດ້ຍົກອອກຢູ່ ກອງປະຊຸມແມ່ນຢັ້ງຢືນເຖິງຄວາມສຳຄັນຂອງສັນຕິພາບ, ເອກະລາດແຫ່ງຊາດ, ສິດທິຂອງຊາດໃນການຕັດສິນດ້ວຍຕົນເອງ ສໍາລັບຄວາມມານະພະຍາຍາມພັດທະນາ, ຊຸກຍູ້ສິດທິມະນຸດ.

ສານທີສອງທີ່ພວກເຮົາໄດ້ແບ່ງປັນ ແມ່ນໃນຂົງເຂດຮັບປະກັນ, ຊຸກຍູ້ສິດທິມະນຸດ, ບໍ່ມີຮູບແບບທີ່ຖືກຕ້ອງໜຶ່ງດຽວ. ແຕ່ລະປະເທດ, ຂຶ້ນກັບສະພາບການ, ເງື່ອນໄຂ, ລະດັບການພັດທະນາເສດຖະກິດ-ສັງຄົມຂອງຕົນ ຈະສາມາດເລືອກເຟັ້ນເສັ້ນທາງຂອງຕົນເອງ. ພວກຂ້າພະເຈົ້າ ໄດ້ຢືນຢັນເຖິງຄວາມຖືກຕ້ອງຂອງເສັ້ນທາງທີ່ຫວຽດນາມໄດ້ເລືອກເຟັ້ນ ແລະພວກເຮົາຈະຢຶດໝັ້ນຕໍ່ເສັ້ນທາງນັ້ນ.

ສານທີ 3 ແມ່ນດ້ວຍແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບການປົກປັກຮັກສາ ແລະຊຸກຍູ້ສິດທິມະນຸດ, ຫວຽດນາມ ໄດ້ປະຕິບັດບັນດາຂໍ້ສະເໜີແນະ UPR ເຊິ່ງພວກຂ້າພະເຈົ້າໄດ້ຕົກລົງຮັບໃນຮອບກ່ອນນີ້ ຢ່າງເຂັ້ມງວດ ແລະບັນລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າ, ພິເສດແມ່ນໃນການສ້າງລະບົບກົດໝາຍກ່ຽວກັບສິດທິມະນຸດໃຫ້ສົມບູນແບບ ແລະຮັບປະກັນສິດທິມະນຸດໃນຕົວຈິງ, ນໍາເອົາໝາກຜົນທີ່ແທດຈິງມາໃຫ້ປະຊາຊົນ.

ສານທີ 4 ແມ່ນເຖິງວ່າປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງໃນໄລຍະເກີດພະຍາດໂຄວິດ-19 ກໍ່ຕາມ, ແຕ່ດ້ວຍການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ການຮ່ວມມື, ການຮ່ວມເດີນທາງ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ພວກເຮົາໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສາມາດຮັກສາສຸຂະພາບ ແລະ ຊີວິດຂອງປະຊາຊົນ, ຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

leftcenterrightdel
ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ຂໍໃຫ້ທ່ານຮອງລັດຖະມົນຕີ ແບ່ງປັນກ່ຽວກັບການຕີລາຄາ ແລະຂໍ້ສະເໜີແນະທີ່ຫວຽດນາມ ໄດ້ຮັບເອົາຈາກບັນດາປະເທດ, ຈາກວາລະສົນທະນາໃນວັນທີ 7 ພຶດສະພາ?

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດ໊ຮຸ່ງຫວຽດ: ວາລະສົນທະນາກ່ຽວກັບບົດລາຍງານ UPR ຂອງຫວຽດນາມ ໄດ້ດຶງດູດຄວາມເອົາໃຈໃສ່ເປັນຢ່າງສູງ, ມີ 133 ປະເທດໄດ້ລົງທະບຽນກ່າວຄຳປາໄສ ແລະຍົກອອກຂໍ້ສະເໜີແນະ ໃຫ້ຫວຽດນາມ 320 ຂໍ້. ຜ່ານການກວດກາໃນເບື້ອງຕົ້ນ, ບັນດາຂໍ້ສະເໜີແນະທີ່ຫວຽດນາມ ໄດ້ຮັບເອົາໃນຄັ້ງນີ້ສ່ວນຫຼາຍມີເນື້ອໃນທີ່ຕັ້ງໜ້າ ແລະສາມາດຕົກລົງຮັບໄດ້. ມີຂໍ້ສະເຫນີແນະຈໍານວນຫນຶ່ງ ຄວນໄດ້ຮັບການພິຈາລະນາຕື່ມກ່ຽວກັບລັກສະນະສອດຄ່ອງກັບກົດຫມາຍ, ນະໂຍບາຍ, ແຫຼ່ງກໍາລັງ ແລະຄວາມສາມາດໃນການຈັດຕັ້ງປະຕິບັດ.

ບາງປະເທດສະແດງຄວາມຊົມເຊີຍຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ. ຫຼາຍປະເທດໄດ້ຕີລາຄາສູງຕໍ່ການນຳສະເໜີ ແລະການສົນທະນາຂອງຫວຽດນາມ, ຮັບຮູ້ນະໂຍບາຍ, ຄວາມມານະພະຍາຍາມ ແລະໝາກຜົນຂອງຫວຽດນາມ ກ່ຽວກັບການຮັບປະກັນສິດທິມະນຸດ ແລະການປະຕິບັດບັນດາຂໍ້ສະເໜີແນະ UPR ທີ່ໄດ້ຕົກລົງຮັບຢ່າງເຂັ້ມງວດ ນັບແຕ່ການກວດກາຄັ້ງກ່ອນນີ້ ຈົນມາຮອດປະຈຸບັນ.

ເນື້ອໃນທີ່ຫຼາຍປະເທດຊົມເຊີຍ, ຕີລາຄາສູງແມ່ນເລື່ອງທີ່ພວກເຮົາໄດ້ປັບປຸງນະໂຍບາຍ ແລະລະບົບກົດໝາຍກ່ຽວກັບສິດທິມະນຸດໃຫ້ສົມບູນແບບ, ເປັນຕົ້ນແມ່ນໃນການສ້າງໂຄງການແຫ່ງຊາດ ແລະບັນລຸໝາກຜົນຫຼາຍຢ່າງ ໃນການຫຼຸດຜ່ອນຄວາມທຸກຍາກ, ການພັດທະນາເສດຖະກິດ, ປັບປຸງສະຫວັດດີການສັງຄົມ, ຮັບປະກັນສິດການສຶກສາ, ສິດຂອງກຸ່ມທີ່ຖືກຄວາມສ່ຽງໄພສູງກວ່າເພິ່ນ, ປະຕິບັດຄໍາໝັ້ນສັນຍາສາກົນ ກ່ຽວກັບສິດທິມະນຸດ ແລະຮ່ວມມືກັບກົນໄກສິດທິມະນຸດ ຂອງສະຫະປະຊາຊາດ.

ຜ່ານຮອບຕ່າງໆຂອງ UPR, ຫວຽດນາມ ຍາມໃດກໍ່ໄດ້ຮັບການຕີລາຄາສູງຕໍ່ຄວາມມານະພະຍາຍາມ ໃນການຜັນຂະຫຍາຍບັນດາຂໍ້ສະເໜີແນະທີ່ໄດ້ຕົກລົງຮັບ, ເປັນຕົ້ນແມ່ນຜ່ານການສ້າງແຜນການແຫ່ງຊາດ, ບົດລາຍງານໄລຍະກາງ, ວິວັດການທາບທາມຄໍາເຫັນ, ຂໍຄໍາເຫັນຈາກອົງການຈັດຕັ້ງ, ສ່ວນບຸກຄົນ. ບັນດາປະເທດກໍຕີລາຄາຢ່າງຕັ້ງໜ້າຕໍ່ກັບຈິດໃຈສົນທະນາທີ່ຈິງໃຈ, ກົງໄປກົງມາ ແລະເປີດອົກເປີດໃຈຂອງຄະນະຜູ້ແທນຫວຽດນາມ.

ນັກຂ່າວ: ຂໍໃຫ້ທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບວຽກງານຕໍ່ໄປ ໃນວິວັດການ UPR ຂອງຫວຽດນາມ ພາຍຫຼັງວາລະສົນທະນາຄັ້ງນີ້?

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດ໊ຮຸ່ງຫວຽດ: ພາຍຫຼັງວາລະສົນທະນາ, ພວກຂ້າພະເຈົ້າ ໄດ້ເຮັດວຽກກັບ 3 ປະເທດປະສານງານຂອງກຸ່ມປະຕິບັດງານກ່ຽວກັບ UPR ເພື່ອກວດກາຄືນບັນດາຂໍ້ສະເໜີແນະທີ່ ຫວຽດນາມ ໄດ້ຮັບເອົາຢູ່ວາລະສົນທະນາທາງດ້ານເຕັກນິກ.

ກະຊວງການຕ່າງປະເທດ ແລະບັນດາກະຊວງ, ຂະແໜງການ ໃນຄະນະປະຕິບັດງານລະຫວ່າງຂະແໜງການກ່ຽວກັບ UPR ຈະຄົ້ນຄວ້າບັນດາຂໍ້ສະເໜີແນະຢ່າງລະອຽດ, ກວດກາຄືນຄວາມສອດຄ່ອງກັບກົດໝາຍ, ນະໂຍບາຍຂອງຫວຽດນາມ ແລະ ສະເໜີຕໍ່ ນາຍົກລັດຖະມົນຕີ ຮັບຮອງເອົາຂໍ້ສະເໜີແນະ ທີ່ຕອບສະໜອງບັນດາບຸລິມະສິດ, ເງື່ອນໄຂ ແລະແຫຼ່ງກຳລັງໃນການຜັນຂະຫຍາຍຂອງຫວຽດນາມ.

ຄາດວ່າ, ຫວຽດນາມ ຈະແຈ້ງໃຫ້ຊາບກ່ຽວກັບຫຼັກໝັ້ນຢ່າງເປັນທາງການ ຕໍ່ກັບບັນດາຂໍ້ສະເໜີແນະ ແລະຈຳນວນຂໍ້ສະເໜີທີ່ຫວຽດນາມ ຈະຕົກລົງຮັບ ກ່ອນທີ່ຈະດໍາເນີນກອງປະຊຸມຄັ້ງທີ 57 ຂອງສະພາສິດທິມະນຸດສະຫະປະຊາຊາດ ໃນເດືອນກັນຍາ ຫຼືເດືອນຕຸລາ ທີ່ຈະມາເຖິງນີ້. ຫຼັງຈາກນັ້ນ, ກະຊວງການຕ່າງປະເທດ ພ້ອມດ້ວຍບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງຈະສົມທົບກັນສ້າງ ແລະຍື່ນສະເໜີ ຕໍ່ນາຍົກລັດຖະມົນຕີ ເພື່ອອະນຸມັດແຜນການສັງລວມ ກ່ຽວກັບການຜັນຂະຫຍາຍ, ປະຕິບັດບັນດາຂໍ້ສະເໜີແນະທີ່ຫວຽດນາມ ໄດ້ຕົກລົງຮັບຕາມກົນໄກ UPR ຮອບທີ IV.

ໂດຍ: ທູຈາງ