ທີ່ເຫດການ, ເອກອັກຄະລັດຖະທູດບັນດາປະເທດອາຟຼິກາ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຍົກລະດັບການຮ່ວມມືລະຫວ່າງອາຟຼິກາ  ແລະຫວຽດນາມ, ພ້ອມທັງສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຫຼາຍດ້ານລະຫວ່າງບັນດາປະເທດອາຟຼິກາ ແລະຫວຽດນາມ; ກໍ່ຄືຊຸກຍູ້ການພົບປະແລກປ່ຽນວັດທະນະທໍາ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງຝ່າຍ.

leftcenterrightdel
ເອກອັກຄະລັດຖະທູດບັນດາປະເທດອາຟຼິກາ ຈັດກອງປະຊຸມຂ່າວເນື່ອງໃນໂອກາດວັນອາຟຼິກາຢູ່ຫວຽດນາມ. ພາບ: vov.vn

ຕາມທ່ານ Jamale Chouaibi ເອກອັກຄະລັດຖະທູດມາຣົກ ປະຈຳ ຫວຽດນາມ ແລ້ວ,  ອາຟຼິກາ ແມ່ນພາກພື້ນທີ່ມີກາລະໂອກາດ ແລະທ່າແຮງພັດທະນາເສດຖະກິດອັນໃຫຍ່ຫຼວງ, ດ້ວຍພົນລະເມືອງ 1,3 ຕື້ຄົນ, ແຫຼ່ງຊັບພະຍາກອນທຳມະຊາດອຸດົມສົມບູນ ແລະອັດຕາການເຕີບໂຕສະເລ່ຍ 4,3% ຕໍ່ປີໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດ Jamale Chouaibi ກໍ່ໃຫ້ຮູ້ວ່າ ຈຳນວນຄົນຊັ້ນກາງຢູ່ອາຟຼິກາ ພວມເພີ່ມຂຶ້ນຢ່າງວ່ອງໄວ, ໃນນັ້ນມີຫຼາຍຄົນຢາກມາຢ້ຽມຢາມຈຸດນັດພົບທີ່ດຶງດູດຄື ຫວຽດນາມ. ສະນັ້ນ, ການເຮັດລະບຽບການຂໍວີຊາ ແລະເຂົ້າເມືອງຢ່າງງ່າຍດາຍຈະແມ່ນບາດກ້າວທຳອິດຂອງຫວຽດນາມ ເພື່ອດຶງດູດນັກທ່ອງທ່ຽວຈາກອາຟຼິກາ ໃຫ້ຫຼາຍຂຶ້ນ, ຜ່ານນັ້ນສ້າງກາລະໂອກາດຮ່ວມມືໃນການແລກປ່ຽນການຄ້າ.

ໂດຍມີທັດສະນະດຽວກັນ, ທ່ານນາງ Vuyiswa Tulelo, ເອກອັກຄະລັດຖະທູດອາຟຼິກາໃຕ້ ປະຈຳ ຫວຽດນາມ ຢືນຢັນວ່າ ນີ້ແມ່ນເວລາທີ່ເໝາະສົມເພື່ອຊອກຫາວິທີຮ່ວມມືໃໝ່, ສ້າງກຳລັງແຮງໃໝ່ໃຫ້ການພົວພັນລະຫວ່າງບັນດາປະເທດອາຟຼິກາ ແລະຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ ຕີລາຄາວ່າ ສອງຝ່າຍມີທ່າໄດ້ປຽບສຳຄັນໃນການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສະຫະພັນອາຟຼິກາ (AU) ແລະອາຊຽນ. ທ່ານນາງ ໃຫ້ຮູ້ວ່າ ປະຈຸບັນ, ອາຟຼິກາໃຕ້ ພວມມານະພະຍາຍາມຮ່ວມມືກັບຫວຽດນາມ ເພື່ອໃຫ້ມີໜ້າໃນບັນຊີລາຍຊື່ທີ່ໄດ້ຮັບການໜູນຊ່ວຍຈາກຫວຽດນາມ ກ່ຽວກັບການເຮັດລະບຽບການທ່ອງທ່ຽວໃຫ້ງ່າຍດາຍໂດຍໄວ, ຄື: ການລົງທະບຽນວີຊາທາງອອນລາຍ, ການຍົກເວັ້ນວີຊາການທ່ອງທ່ຽວໃນເວລາສັ້ນ.

ໂດຍ: ຈາງຫງວຽນ