leftcenterrightdel
ອານເຊຣີ ປາດຖະໜາຢາກໃຫ້ບັນດາວິສາຫະກິດຫວຽດນາມ ມາລົງທຶນຢູ່ແຂວງ Annaba ໃນຂົງເຂດ ຄື: ການຫາປາ, ລ້ຽງສິນໃນນ້ຳ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການໂອ້ລົມສົນທະນາ, ທ່ານ Mohamed Biar, ຮອງຫົວໜ້າຫ້ອງການການຄ້າ ແລະອຸດສາຫະກຳແຂວງ Annaba ໄດ້ແນະນຳຄວາມສາມາດບົ່ມຊ້ອນດ້ານເສດຖະກິດຂອງແຂວງໃນຂົງເຂດການຄ້າ, ອຸດສາຫະກຳ, ກະສິກຳ ແລະການທ່ອງທ່ຽວ.

ແຂວງ Annaba ເປັນທີ່ຮູ້ຈັກ ແມ່ນເສົາຄ້ໍາອຸດສາຫະກໍາໃຫຍ່ທີສອງຖັດຈາກ ນະຄອນຫຼວງ ອານເຊຣີ ກັບສອງເຂດປະສົມຫຼອມໂລຫະແມ່ນ El Hadjar (ໃຫຍ່ທີ່ສຸດຂອງທະວີບອາຟຣິກາ) ແລະ Allelik. ແຂວງ Annaba ຍັງເປັນເຈົ້າຂອງເຂດປຸງແຕ່ງ Seybouse ແລະເກືອບ 260 ວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ ທີ່ດໍາເນີນຢູ່ໃນຂົງເຂດ ຜະລິດສິ້ນສ່ວນ ແລະປຸງແຕ່ງຜະລິດຕະພັນກະເສດ, ໂລຫະ, ໄມ້ ແລະການກໍ່ສ້າງ.

ກ່າວຄຳເຫັນທີ່ເຫດການ, ທີ່ປຶກສາດ້ານການຄ້າ ຮ່ວາງດຶກຍ້ວນ ໄດ້ຍົກໃຫ້ເຫັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ - ອານເຊຣີ, ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານການຄ້າ ແລະການລົງທຶນ 2 ຝ່າຍໃຫ້ສົມກັບການພົວພັນດ້ານການເມືອງທີ່ດີງາມລະຫວ່າງສອງປະເທດ.

ເພື່ອຊ່ວຍໃຫ້ປະຊາຄົມວິສາຫະກິດເຂົ້າໃຈຕະຫຼາດຫວຽດນາມ ໄດ້ດີຂຶ້ນ, ທີ່ປຶກສາດ້ານການຄ້າຫວຽດນາມ ໄດ້ແນະນຳກ່ຽວກັບສະພາບການດ້ານເສດຖະກິດ, ການຄ້າຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ການພົວພັນຮ່ວມມືດ້ານການຄ້າ ແລະການລົງທຶນລະຫວ່າງສອງປະເທດໃນໄລຍະຜ່ານມາ ກໍ່ຄືການເຄື່ອນໄຫວສົ່ງເສີມການຄ້າໃນໄລຍະຈະມາເຖິງ.

ເນື່ອງໃນໂອກາດນີ້, ຫ້ອງການການຄ້າ ຍັງໄດ້ແນະນຳສິນຄ້າປະເພດຕ່າງໆ ຄື: ກາເຟ, ໝາກພິກໄທ, ໝາກມ່ວງຫິມະພານ, ເຂົ້າໝາກພ້າວ... ແລະທີ່ຢູ່ຕິດຕໍ່ພົວພັນຂອງວິສາຫະກິດຫວຽດນາມ.

ທີ່ເຫດການ, ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບມາດຕະການເພື່ອເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າໃນໄລຍະຈະມາເຖິງຄື: ຕັ້ງໜ້າຊຸກຍູ້ການແລກປ່ຽນຄະນະຜູ້ແທນວິສາຫະກິດ, ຈັດຕັ້ງກອງປະຊຸມພົວພັນແລກປ່ຽນການຄ້າຫຼາຍກວ່າ, ສ້າງເງື່ອນໄຂໃຫ້ວິສາຫະກິດເຂົ້າຮ່ວມຕະຫຼາດນັດ,  ງານວາງສະແດງສາກົນທີ່ຈັດຕັ້ງຢູ່ແຕ່ລະປະເທດ, ສະໜອງຂໍ້ມູນຂ່າວສານກ່ຽວກັບຕະຫຼາດ, ແນະນໍາກາລະໂອກາດດໍາເນີນທຸລະກິດຫຼາຍກວ່າອີກ...

ໃນໄລຍະຢູ່ຢ້ຽມຢາມແຂວງ Annaba, ຜູ້ຕາງໜ້າຫ້ອງການການຄ້າຫວຽດນາມ ປະຈຳ ອານເຊຣີ ໄດ້ໄປຢ້ຽມຢາມວິສາຫະກິດທີ່ດໍາເນີນທຸລະກິດກ່ຽວກັບສິນໃນນ້ຳ, ສິນທະເລ ແລະເຫຼັກກ້າຢູ່ທ້ອງຖິ່ນ.

ໂດຍ: ໄຊນີດາ