ຍົກສູງຖານະບົດບາດ, ທີ່ຕັ້ງຂອງຫວຽດນາມ

ຫວ່າງແລ້ວນີ້, ຢູ່ນະຄອນຫຼວງຮ່າໂນ້ຍ, ໄດ້ດໍາເນີນເວທີປາໄສອະນາຄົດອາຊຽນ 2024 (AFF 2024) ດ້ວຍຫົວຂໍ້ “ສ້າງປະຊາຄົມອາຊຽນ ພັດທະນາໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ”. ເຫດການດັ່ງກ່າວໄດ້ປະຕິບັດຕາມຂໍ້ລິເລີ່ມຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ.

ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ແນວຄວາມຄິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ. ພ້ອມທັງຖືວ່າ ເວທີປາໄສແມ່ນເຫດການທີ່ມີຄວາມໝາຍທີ່ສຸດໂດຍມີການເຂົ້າຮ່ວມ ແລະການປະກອບຄວາມເຫັນຂອງຜູ້ຕາງໜ້າລັດຖະບານ, ນັກຮຽນຮູ້, ນັກຄົ້ນຄວ້າຢູ່ພາກພື້ນ ແລະໃນໂລກ, ພ້ອມທັງສະແດງໃຫ້ເຫັນການປະກອບສ່ວນຢ່າງເປັນເຈົ້າການ, ແທດຈິງຂອງຫວຽດນາມ ໃຫ້ແກ່ປະຊາຄົມອາຊຽນໃນສະພາບການໃໝ່, ຊ່ວຍຍົກສູງຖານະບົດບາດ, ທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ການນໍາ ແລະຜູ້ແທນເຂົ້າຮ່ວມ AFF 2024. ພາບ: ອາຊຽນ

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ປະຈຸບັນໂລກພວມຢືນຢູ່ຕໍ່ໜ້າບາດລ້ຽວໃຫຍ່, ໃນນັ້ນມີ 3 ທ່າອ່ຽງຍຸດທະສາດພວມພົ້ນເດັ່ນຂຶ້ນ. ກ່ອນອື່ນໝົດ, ການແກ່ງແຍ້ງທີ່ນັບມື້ນັບຮຸນແຮງຂຶ້ນ ແລະການແບ່ງແຍກລະຫວ່າງບັນດາປະເທດມະຫາອໍານາດພວມວາງອອກສິ່ງທ້າທາຍຕໍ່ຄວາມສາມັກຄີ ແລະການຮ່ວມມືທັງຢູ່ໃນລະດັບພາກພື້ນ ແລະທົ່ວໂລກ. ຕໍ່ໄປແມ່ນທ່າອ່ຽງພັດທະນາຂອງເຕັກໂນໂລຢີໃໝ່, ການຫັນປ່ຽນດີຈີຕອນບໍ່ພຽງແຕ່ເປີດກາລະໂອກາດພັດທະນາບຸກທະລຸເທົ່ານັ້ນ, ຫາກຍັງຊ້ອນແຝງຄວາມສ່ຽງຖອຍຫຼັງ, ເປັນຕົ້ນແມ່ນປະເທດພວມພັດທະນາ ແລະດ້ອຍພັດທະນາ. ຄຽງຄູ່ກັນນັ້ນ, ທ່າອ່ຽງພັດທະນາແບບຍືນຍົງ, ກວມລວມ ແລະເຕີບໂຕສີຂຽວເປັນທັງກາລະໂອກາດ ແລະຄວາມກົດດັນອັນໃຫຍ່ຫຼວງ, ຮຽກຮ້ອງໃຫ້ພວກເຮົາຕ້ອງມີຈິນຕະນາການ, ວິທີເຂົ້າເຖິງແບບໃໝ່, ທີ່ມີລັກສະນະທົ່ວໂລກ, ທົ່ວປວງຊົນ, ຮອບດ້ານ, ເພື່ອຜົນປະໂຫຍດອັນຍາວນານ.

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລ້ວ, ອາຊຽນ ແມ່ນແກ່ນສານຊຸກຍູ້ການເຈລະຈາ, ຮ່ວມມື ແລະພັດທະນາ, ແມ່ນຈຸດສຸມຂອງຫຼາຍຂໍ້ລິເລີ່ມ, ການຮ່ວມສຳພັນຢູ່ພາກພື້ນແຕ່ກໍ່ແມ່ນຈຸດສຸມຂອງການແກ່ງແຍ້ງຍຸດທະສາດຢ່າງຂ້ຽວຂາດ. ບົດບາດໃຈກາງຂອງອາຊຽນໄດ້ຮັບການຮັບຮູ້ຢ່າງກວ້າງຂວາງ.

ຄວນປະຕິບັດ 5 ເພີ່ມທະວີເພື່ອ “ຊາຍຄາລວມ” ມີຄວາມໝັ້ນຄົງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮຽກຮ້ອງໃຫ້ອາຊຽນ ສືບຕໍ່ປະຕິບັດຕາມວິທີເຂົ້າເຖິງທົ່ວໂລກ, ທົ່ວປວງຊົນ ແລະຮອບດ້ານເພື່ອ “ຊາຍຄາລວມ” ອາຊຽນ ໝັ້ນຄົງໃນທຸກສະພາບການ. ເພື່ອຫັນວິໄສທັດອາຊຽນ 2045 ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ສະເໜີວ່າຄວນປະຕິບັດ 5 ເພີ່ມທະວີ.

leftcenterrightdel
ເຂົ້າຮ່ວມ AFF 2024 ມີຜູ້ແທນປະມານ 500 ຄົນທີ່ຕາງໜ້າໃຫ້ລັດຖະບານ, ຄະນະການທູດ, ນັກຮຽນຮູ້, ປະຊາຄົມວິສາຫະກິດ, ຜູ້ແທນທີ່ມາຈາກອາຊຽນ, ຄູ່ຮ່ວມມື ແລະອົງການຈັດຕັ້ງສາກົນ. ພາບ: baochinhphu.vn

ທີໜຶ່ງ, ອາຊຽນ ຄວນເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ເປັນເອກະພາບໃນຄວາມຫຼາກຫຼາຍ, ຍົກສູງຈິດໃຈເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າຕົນເອງຍຸດທະສາດຂອງອາຊຽນ. ທີສອງແມ່ນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດໃນອາຊຽນ ແລະໃນການພົວພັນກັບບັນດາຄູ່ຮ່ວມມື; ປະກອບສ່ວນສະກັດກັ້ນການປະທະກັນ, ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ. ທີສາມແມ່ນເພີ່ມທະວີການຫັນປ່ຽນດິີຈີຕອນ ແລະການພັດທະນາສີຂຽວ; ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ, ເລີ່ມທຸລະກິດ, ເຮັດໃຫ້ກຳລັງໜູນການເຕີບໂຕແບບດັ້ງເດີມມາເປັນແບບໃໝ່, ສ້າງເປັນກຳລັງໜູນການເຕີບໂຕໃໝ່, ຍືນຍົງໃຫ້ອາຊຽນໃນໄລຍະຈະມາເຖິງ. ທີສີ່, ເພີ່ມທະວີການພັດທະນາໃຫ້ມີຄວາມກົມກຽວ, ຍືນຍົງ, ກວມລວມ, ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ, ເປັນກຳລັງໜູນ, ເປັນແຫຼ່ງກຳລັງ ແລະແມ່ນເປົ້າໝາຍຂອງການພັດທະນາ. ທີຫ້າ, ເພີ່ມທະວີການລະດົມທຸກແຫຼ່ງກຳລັງໃນສັງຄົມ, ໂດຍສະເພາະແມ່ນການຮ່ວມມືທັງພາກລັດ ແລະພາກເອກະຊົນ; ສ້າງຄວາມ ບຸກທະລຸດ້ານຍຸດທະສາດກ່ຽວກັບລະບອບ, ບຸກຄະລາກອນ, ພື້ນຖານໂຄງລ່າງ ແລະການບໍລິຫານປະເທດ, ຊ່ວຍອາຊຽນ ພັດທະນາໄວ ແລະຍືນຍົງ.

ເມື່ອເວົ້າເຖິງໝາກຜົນຂອງເວທີປາໄສ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ເວທີປາໄສໄດ້ເນັ້ນໜັກເຖິງບົດບາດໃຈກາງຂອງອາຊຽນ, ສືບຕໍ່ສວມບົດບາດສຳຄັນໃນການຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ. ສັນຕິພາບແມ່ນກະດູກສັ່ນຫຼັງຂອງຄວາມມານະພະຍາຍາມ  ແລະສັນຕິພາບແມ່ນຜົນງານໃຫຍ່ທີ່ສຸດຂອງອາຊຽນ. ອາຊຽນ ຕ້ອງມານະພະຍາຍາມຈົນສຸດຄວາມສາມາດເພື່ອປົກປັກຮັກສາສັນຕິພາບ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ເນັ້ນໜັກວ່າ: “ດ້ວຍການເປັນເຈົ້າການ ແລະມີຫົວຄິດປະດິດສ້າງໃນການກຳນົດທິດທາງຂອງຕົນ, ອາຊຽນ ສາມາດຄຸ້ມຄອງບັນຫາສັບສົນ, ປະກອບສ່ວນສ້າງປະຊາຄົມທົ່ວໂລກ, ບ່ອນທີ່ທຸກປະເທດບໍ່ວ່າຂະໜາດໃດກໍ່ຕາມ, ເຂົາເຈົ້າ ລ້ວນແຕ່ໄດ້ຮັບການເຄົາລົບນັບຖື, ຮ່ວມມືຢ່າງສະເໝີພາບ ແລະພ້ອມກັນຮ່ວມມືເພື່ອແກ້ໄຂສິ່ງທ້າທາຍລວມ”.

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຮຽກຮ້ອງບັນດາປະເທດໃນພາກພື້ນສາມັກຄີດ້ວຍຄວາມຕັດສິນໃຈຫັນວິໄສທັດປະຊາຄົມອາຊຽນ 2045 ໃຫ້ປະກົດຜົນເປັນຈິງ, ສ້າງອະນາຄົດທີ່ດີກວ່າໃຫ້ປະຊາຊົນ ແລະຄົນລຸ້ນຫຼັງ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ເນັ້ນໜັກວ່າ: “ເສັ້ນທາງຕໍ່ໜ້າອາດຈະມີສິ່ງທ້າທາຍຫຼາຍຢ່າງ, ແຕ່ດ້ວຍກຳລັງແຮງ ແລະສະຕິປັນຍາຂອງປະຊາຄົມອາຊຽນ, ບໍ່ມີສິ່ງກີດຂວາງໃດເຊິ່ງພວກເຮົາບໍ່ສາມາດຜ່ານຜ່າໄດ້”.

ໂດຍ: ເຈິ່ນຮວ່ຽນ