ວັນທີ 26 ເມສາ, ທ່ານເລຂາພັກແຂວງຮວ່າບີ່ງ ຫງວຽນຟີລອງ ໄດ້ໃຫ້ການຕ້ອນຮັບທ່ານ Sandeep Arya ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມອິນເດຍ ປະຈຳ ຫວຽດນາມ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ແຂວງຮວ່າບີ່ງ.

ທີ່ການພົບປະ, ທ່ານເລຂາພັກແຂວງ ຮວ່າບີ່ງ ໄດ້ຕີລາຄາສູງການໜູນຊ່ວຍຂອງສະຖານທູດອິນເດຍ ປະຈຳ ຫວຽດນາມ ໃຫ້ໂຄງການກໍ່ສ້າງຫໍວັດທະນະທຳຢູ່ບ້ານ ຈັ່ງຈອງ, ຕາແສງ ເຮີບຟອງ, ເມືອງ ກາວຟອງ; ຢືນຢັນວ່ານີ້ແມ່ນໂຄງການທີ່ມີຄວາມໝາຍດ້ານສັງຄົມ ແລະ ການເມືອງຫຼາຍຢ່າງ, ປະກອບສ່ວນຍົກສູງຄຸນນະພາບຊີວິດຂອງປະຊາຊົນ.

leftcenterrightdel
ທ່ານ ຫງວຽນຟີລອງ, ເລຂາພັກແຂວງ ຮວ່າບີ່ງ ຕ້ອນຮັບຄະນະປະຕິບັດງານສະຖານທູດ ອິນເດຍ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນຟີລອງ ຫວັງວ່າ ຜ່ານການຢ້ຽມຢາມຄັ້ງນີ້, ທ່ານເອກອັກຄະລັດຖະທູດ Sandeep Arya ຈະເປັນຂົວຕໍ່ລະຫວ່າງບັນດາກຸ່ມບໍລິສັດນັກລົງທຶນອິນເດຍເພື່ອມາຮ່ວມມືລົງທຶນຢູ່ ຮວ່າບິ່ງ.

ສ່ວນທ່ານເອກອັກຄະລັດຖະທູດ Sandeep Arya ປາດຖະໜາຢາກຜັນຂະຫຍາຍການກໍ່ສ້າງບັນດາໂຄງການຮ່ວມມືລະຫວ່າງແຂວງຮວ່າບີ່ງ ກັບບັນດາອົງການ, ອົງການຈັດຕັ້ງຄູ່ຮ່ວມມືອິນເດຍ ໃນຂົງເຂດວັດທະນະທໍາ, ການທ່ອງທ່ຽວ, ເສດຖະກິດ, ການຄ້າ,  ແລະການສຶກສາກໍ່ສ້າງ.

ໃນວັນດຽວກັນ, ທ່ານເອກອັກຄະລັດຖະທູດພ້ອມກັບການນຳແຂວງຮວ່າບີ່ງ ໄດ້ຈັດຕັ້ງພິທີເປີດນໍາໃຊ້ຫໍວັດທະນະທຳຢູ່ບ້ານ ຈັ່ງຈອງ, ຕາແສງ ເຮີບຟອງ, ເມືອງ ກາວຟອງ.

ໂດຍ: ດ້ັງເກື່ອງ