leftcenterrightdel
ທ່ານ ເລຮວ່າຍຈຸງ ຫົວໜ້າພະແນກພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຣາຊິນ Mauro Vieira. ພາບ: ສໍານັກຂ່າວສານຫວຽດນາມ

ຕອນບ່າຍວັນທີ 10 ເມສາ, ຢູ່ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ ຫົວໜ້າພະແນກພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຣາຊິນ Mauro Vieira ທີ່ພວມມີການຢ້ຽມຢາມ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ເລຮວ່າຍຈຸງ ໄດ້ແລກປ່ຽນກ່ຽວກັບນະໂຍບາຍ, ບັນດາຜົນສຳເລັດໃນວິວັດການປ່ຽນແປງໃໝ່ ແລະການເຄື່ອນໄຫວທາງການຕ່າງປະເທດຂອງ ຫວຽດນາມ, ທ່ານສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ ແລະ ໃນ 3 ຊ່ອງທາງການພົວພັນຕ່າງປະເທດຂອງພັກ, ການທູດຂອງ ລັດ ແລະການທູດປະຊາຊົນ, ເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສສາກົນ ເພື່ອຜົນປະໂຫຍດຂອງສອງປະເທດ ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະໃນໂລກ. ທ່ານ ເລຮວ່າຍຈຸງ  ຢັ້ງຢືນວ່າ ພັກກອມມູນິດ ຫວຽດນາມ ປາດຖະໜາຢາກສືບຕໍ່ພັດທະນາການພົວພັນກັບບັນດາພັກການເມືອງຢູ່ ບຣາຊິນ, ໃນນັ້ນ ມີພັກແຮງງານ ບຣາຊິນ ກຳອຳນາດ ແລະ ພັກກອມມູນິດ ບຣາຊິນ.

ສ່ວນທ່ານ Mauro Vieira ໃຫ້ຮູ້ວ່າ ບຣາຊິນ ຕີລາຄາສູງຜົນສຳເລັດໃນການປ່ຽນແປງໃໝ່, ທີ່ຕັ້ງ, ຖານະບົດບາດຂອງ ຫວຽດນາມ, ທ່ານເຫັນດີເປັນເອກະພາບກ່ຽວກັບບັນດາທິດທາງ, ມາດຕະການເພີ່ມທະວີການຮ່ວມມື, ສົມທົບກັນໃນບັນດາເວທີປາໄສສາກົນ, ພ້ອມກັນນັ້ນ ສອງຝ່າຍກໍ່ສືບຕໍ່ເສີມຂະຫຍາຍບົດບາດຂອງການພົວພັນຊ່ອງທາງພັກ ແລະການທູດປະຊາຊົນໃນການຊຸກຍູ້ການພົວພັນສອງຝ່າຍ.

ແຫຼ່ງຄັດຈາກ: vovworld.vn