ທີ່ການພົບປະສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຄວາມກ້າວໜ້າຢ່າງຕັ້ງໜ້າໃນການພົວພັນຂອງສອງພັກ, ສອງລັດ ໃນໄລຍະຜ່ານມາ; ລົງເລິກແລກປ່ຽນ ແລະບັນລຸໄດ້ຄວາມເຫັນດີເປັນເອກະພາບບັນດາມາດຕະການເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງຝ່າຍໃນທຸກຂົງເຂດ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບເຮັດໃຫ້ການຮ່ວມມືລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະສະພາປືກສາການເມືອງທົ່ວປະເທດຈີນ ໃຫ້ເລິກເຊິ່ງກວ່າອີກ, ເພີ່ມທະວີການແລກປ່ຽນບົດຮຽນ ເພື່ອເສີມຂະຫຍາຍບົດບາດຂອງແຕ່ລະອົງການຈັດຕັ້ງໃນການດຳລົງຊີວິດດ້ານການເມືອງຂອງແຕ່ລະປະເທດໃຫ້ດີ ແລະມີປະສິດທິຜົນທີ່ສຸດ, ໂດຍສະເພາະແມ່ນບົດບາດເຂົ້າຮ່ວມດ້ານການບໍລິຫານ, ເຂົ້າຮ່ວມການເປັນເສນາທິການດ້ານນະໂຍຍາຍຂອງບັນດາຜູ້ຊົງຄຸນວຸດທິ, ນັກປັນຍາຊົນ, ສືບຕໍ່ຈັດຕັ້ງການພົບປະແລກປ່ຽນມິດຕະພາບ ຄັ້ງທີ 3 ລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກັບສະພາປືກສາການເມືອງທົ່ວປະເທດ ຈີນ, ລະຫວ່າງ 7 ທ້ອງຖິ່ນຊາຍແດນກັບສະພາປືກສາການເມືອງສອງແຂວງ/ເຂດກວາງຊີ ແລະຢຸນນານ, ຈີນ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະທ່ານ ຫວາງຄູໜິງ, ປະທານສະພາປືກສາການເມືອງທົ່ວປະເທດ ຈີນ. ພາບ: ຍານຊາງ

ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການແລກປ່ຽນ, ພົບປະຂັ້ນສູງເປັນປະຈຳ; ຊຸກຍູ້ການຮ່ວມມືດ້ານການຄ້າໃຫ້ເຕີບໂຕຕາມທິດສົມດຸນ, ຍືນຍົງ; ເພີ່ມທະວີການຮ່ວມມື, ເຊື່ອມຕໍ່ໃນຂົງເຂດທາງບົກ, ທາງລົດໄຟ, ສົ່ງເສີມວິສາຫະກິດ ຈີນ ເຂົ້າມາລົງທຶນໃສ່ໂຄງການທີ່ມີຂະໜາດໃຫຍ່, ຄຸນນະພາບສູງ, ພົ້ນເດັ່ນສຳລັບລະດັບການພັດທະນາຂອງ ຈີນ, ໂດຍສະເພາະໃນບັນດາຂົງເຂດພັດທະນາສີຂຽວ, ເສດຖະກິດດີຈີຕອນ, ຫັນປ່ຽນດີຈີຕອນ, ການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສະພາບແວດລ້ອມ; ສະໜັບສະໜູນບັນດາກົນໄກພົບປະແລກປ່ຽນຮ່ວມມືຂອງບັນດາທ້ອງຖິ່ນ; ຂຸດຄົ້ນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງການຮ່ວມມືທ່ອງທ່ຽວ; ຈັດຕັ້ງການເຄື່ອນໄຫວພົບປະມິດຕະພາບ, ການພົບປະແລກປ່ຽນປະຊາຊົນ, ຄື: ງານມະໂຫລານຊາວໜຸ່ມ, ເວທີປາໄສປະຊາຊົນ, ພົບປະແລກປ່ຽນລະຫວ່າງບັນດາສະມາຊິກຂອງແນວໂຮມປະເທດຊາດຫວຽດນາມ ແລະສະພາປືກສາການເມືອງທົ່ວປະເທດ ຈີນ, ຄື: ກໍາມະບານ, ແມ່ຍິງ.

leftcenterrightdel
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ພົບປະກັບທ່ານ ຫວາງຄູໜິງ ປະທານສະພາປືກສາການເມືອງທົ່ວປະເທດ ຈີນ. ພາບ: ຍານຊາງ

ສະຫາຍ ຫວາງຄູໜິງ ຢັ້ງຢືນວ່າ ຫວຽດນາມ ແລະຈີນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີຄວາມສຳຄັນຕໍ່ກັນ, ແບ່ງປັນຜົນປະໂຫຍດລວມຢ່າງກວ້າງຂວາງ. ຈີນ ຍາມໃດກໍ່ຖືຫວຽດນາມ ແມ່ນທິດໃຫ້ບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດຕໍ່ກັບບັນດາປະເທດບ້ານໃກ້ເຮືອນຄຽງ, ກຽມພ້ອມກັບຫວຽດນາມ ເພີ່ມທະວີການແລກປ່ຽນຍຸດທະສາດ, ຊຸກຍູ້ການພົວພັນສອງພັກ, ສອງລັດ ໃຫ້ພັດທະນາຍືນຍົງ, ຍາວນານຢ່າງບໍ່ຢຸດຢັ້ງ. ສະຫາຍ ຫວາງຄູໜິງ ຢັ້ງຢືນວ່າ ສະພາປືກສາການເມືອງທົ່ວປະເທດ ຈີນ ຍາມໃດກໍ່ສະໜັບສະໜູນການເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ສ້າງສາ ແລະປົກປັກຮັກສາໂຄງການກໍ່ສ້າງມິດຕະພາບ ຈີນ-ຫວຽດນາມ ທີ່ເປັນມູນເຊື້ອ, ເຮັດໃຫ້ນ້ຳໃຈມິດຕະພາບລະຫວ່າງປະຊາຊົນທຸກຊັ້ນວັນນະເລິກເຊິ່ງກວ່າອີກ; ເປີດກວ້າງການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ເຊື່ອມຕໍ່ພື້ນຖານຄົມມະນາຄົມ, ສ້າງດ່ານຊາຍແດນອັດສະລິຍະ, ຮ່ວມມືໃນຂົງເຂດພະລັງງານໃໝ່, ແຮ່ທາດຫຼັກແຫຼ່ງ, ວິທິຍາສາດ-ເຕັກໂນໂລຢີສູງ; ກຽມພ້ອມກັບແນວໂຮມປະເທດຊາດຫວຽດນາມ ເພີ່ມທະວີການພົບປະແລກປ່ຽນ, ຮ່ວມມື, ແບ່ງ ປັນບົດຮຽນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາຂອງການພົວພັນຄູ່ຮ່ວມມື ຮ່ວມມືຍຸດທະສາດຮອບດ້ານ ຈີນ-ຫວຽດນາມ.

* ຕອນບ່າຍວັນທີ 9 ເມສາ, ຢູ່ນະຄອນຫຼວງປັກກິ່ງ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມການພົບປະມິດຕະພາບປະຊາຊົນຫວຽດນາມ-ຈີນ.

ກ່າວຄຳເຫັນທີ່ລາຍການ, ທ່ານ ເວືອງດິ່ງເຫວະ ຊີ້ແຈ້ງວ່າ ຫວຽດນາມ ແລະຈີນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີພູຜາປ່າໄມ້ ແລະແມ່ນ້ຳລຳເຊໄຫຼຕິດຈອດກັນ, ພ້ອມກັນຟັງສຽງໄກ່ຂັນແຕ່ເຊົ້າໆ, ປະຊາຊົນສອງປະເທດມີການພົວພັນມິດຕະພາບທີ່ເປັນມູນເຊື້ອຍາວນານ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຈົດຈຳນ້ຳໃຈສາມັກຄີທີ່ສະໜິດຕິດພັນ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງພັກ, ລັດ ແລະປະຊາຊົນ ຈີນ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດກ່ອນໜ້ານີ້ ແລະກິດຈະການສ້າງສາ ແລະພັດທະນາປະເທດໃນປະຈຸບັນ. ທ່ານປະທານສະພາແຫ່ງຊາດ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນຫວຽດນາມ-ຈີນ ໃນຊຸມປີມໍ່ໆມານີ້, ດ້ວຍເລື່ອງສອງປະເທດໄດ້ສົມທົບກັນຈັດຕັ້ງຫຼາຍການເຄື່ອນໄຫວພົວພັນຕ່າງປະເທດປະສົບຜົນສຳເລັດ, ພິເສດແມ່ນການຢ້ຽມຢາມ ຈີນ ຄັ້ງປະຫວັດສາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນປີ 2022 ແລະການຢ້ຽມຢາມຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໃນປີ 2023, ຜ່ານນັ້ນໄດ້ກຳນົດຖານະຕຳແໜ່ງໃໝ່, ຍົກລະດັບການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ, ເຫັນດີເປັນເອກະພາບສ້າງປະຊາຄົມແບ່ງປັນໃນອະນາຄົດຫວຽດນາມ-ຈີນ ໃຫ້ມີຄວາມໝາຍຍຸດທະສາດດ້ວຍເນື້ອໃນ “6 ກວ່າ”.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະຜູ້ແທນ. ພາບ: ຍານຊາງ

ທ່ານປະທານສະພາແຫ່ງຊາດຫວຽດນາມ ປາດຖະໜາຢາກວ່າ ສະພາແຫ່ງຊາດຫວຽດນາມ, ແນວໂຮມປະເທດຊາດຫວຽດນາມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ບັນດາອົງການຈັດຕັ້ງປະຊາຊົນຫວຽດນາມ ຈະພ້ອມກັບສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ, ສະພາປືກສາການເມືອງທົ່ວປະເທດ ຈີນ, ສະມາຄົມມິດຕະພາບພົວພັນຕ່າງປະເທດປະຊາຊົນຈີນ ແລະບັນດາອົງການຈັດຕັ້ງປະຊາຊົນຈີນ ສືບຕໍ່ຊຸກຍູ້, ເພີ່ມທະວີການພົບປະແລກປ່ຽນມິດຕະພາບລະຫວ່າງບັນດາອົງການຈັດຕັ້ງມະຫາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນທີ່ເປັນມູນເຊື້ອ, ຄື: ເວທີປາໄສປະຊາຊົນ, ງານມະໂຫລານມິດຕະພາບປະຊາຊົນຢູ່ເຂດຊາຍແດນ, ງານມະໂຫລານຊາວໜຸ່ມ, ພົບປະມິດຕະພາບຊາວໜຸ່ມຫວຽດນາມ-ຈີນ; ເພີ່ມທະວີການສື່ສານ, ໂຄສະນາຢ່າງຕັ້ງໜ້າກ່ຽວກັບການພົວພັນມິດຕະພາບຫວຽດນາມ-ຈີນ ກໍ່ຄືຜົນງານແຫ່ງການປ່ຽນແປງໃໝ່, ການປະຕິຮູບເປີດປະຕູຂອງແຕ່ລະປະເທດ, ກຳນົດທິດໃນການສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນກ່ຽວກັບການພັດທະນາການພົວພັນມິດຕະພາບລະຫວ່າງສອງປະເທດ.

* ຕອນບ່າຍວັນດຽວກັນ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບການນຳບາງກຸ່ມບໍລິສັດ, ບໍລິສັດຂະໜາດໃຫຍ່ຂອງ ຈີນ. ທີ່ການພົບປະກັບທ່ານ Wang Bin, ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດກໍ່ສ້າງໄຟຟ້າ ຈີນ (Power China), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ບັນດາຂົງເຂດເຊິ່ງກຸ່ມບໍລິສັດປາດຖະໜາຢາກລົງທຶນຢູ່ຫວຽດນາມ ກໍ່ແມ່ນບັນດາຂົງເຂດຈຸດສຸມດຶງດູດການລົງທຶນພາຍໃນ ແລະຕ່າງປະເທດຂອງຫວຽດນາມ. ທ່ານປະທານສະພາແຫ່ງຊາດ ຊົມເຊີຍຕໍ່ແຜນການເປີດກວ້າງການລົງທຶນ, ການດຳເນີນທຸລະກິດ, ການຜະລິດຂອງກຸ່ມບໍລິສັດຢູ່ຫວຽດນາມ ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບການນຳວິສາຫະກິດ ຈີນ. ພາບ: ເລຕ໊ວຽດ

ຕ້ອນຮັບການນຳກຸ່ມບໍລິສັດລົດໄຟຟ້າ BYD, ທ່ານປະທານສະພາແຫ່ງຊາດຫວຽດນາມ ຊົມເຊີຍແຜນການລົງທຶນໃໝ່ຂອງກຸ່ມບໍລິສັດຢູ່ຫວຽດນາມ ດ້ວຍຄຳໝັ້ນສັນຍາກ່ຽວກັບການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການເຄື່ອນໄຫວສົ່ງອອກ, ສ້າງວຽກເຮັດງານທຳໃຫ້ຊາວຜູ້ອອກແຮງງານທ້ອງຖິ່ນ. ທ່ານປະທານສະພາແຫ່ງຊາດ ຢັ້ງຢືນວ່າ ສະພາແຫ່ງຊາດຈະໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດ ຈີນ ເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ຫວຽດນາມ.

ທີ່ການພົບປະກັບທ່ານ Liu Leiyun, ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດດິນຫາຍາກ ຈີນ (CREG), ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ຫວຽດນາມ ຊົມເຊີຍບັນດາວິສາຫະກິດຄົ້ນຄວ້າ ແລະຜັນຂະຫຍາຍການຮ່ວມມືໃນຂົງເຂດນີ້ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເໝາະສົມກັບກົດໝາຍຂອງຫວຽດນາມ.

ທີ່ການຕ້ອນຮັບຮັບທ່ານ Dexi Dong, ປະທານສະພາບໍລິຫານບໍລິສັດ ແບັດເຕີຣີ Haosen, ທ່ານປະທານສະພາແຫ່ງຊາດ ຊົມເຊີຍບໍລິສັດກ່ຽວກັບບັນດາຜົນສໍາເລັດໃນການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດໃນທົ່ວໂລກໃນໄລຍະຜ່ານມາ ແລະຊົມເຊີຍແຜນການລົງທຶນໃໝ່ຢູ່ຫວຽດນາມ ດ້ວຍຄຳໝັ້ນສັນຍາກ່ຽວກັບການປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ການເຄື່ອນໄຫວສົ່ງອອກ, ສ້າງວຽກເຮັດງານທຳໃຫ້ຊາວຜູ້ອອກແຮງງານ...

* ຕອນບ່າຍວັນທີ 9 ເມສາ, ທ່ານປະທານສະພາແຫ່ງຊາດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ຮອງປະທານສະພາແຫ່ງຊາດ ເຈິ່ນລຶວກວາງ, ຮອງປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຈີນ ແລະທ່ານ Ba Yin Chao Lu ປະທານຄະນະກຳມະການຊົນເຜົ່າຂອງສະພາແຫ່ງຊາດ ຈີນ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຈີນ-ຫວຽດນາມ ເປັນປະທານການເຮັດວຽກລະຫວ່າງສອງກຸ່ມສະມາຊິກລັດຖະສະພາມິດຕະພາບ.

ໂດຍ: ແສງເດືອນ