ນີ້ແມ່ນການນຳຈີນ ຄົນທຳອິດເຊິ່ງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ພົບປະໃນການຢ້ຽມຢາມຈີນ ຢ່າງເປັນທາງການຄັ້ງນີ້. ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ຈັດຕັ້ງການພົບປະກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພາຍຫຼັງທີ່ຄະນະຜູ້ແທນມາຮອດປັກກິ່ງ ໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖືຕໍ່ການພົວພັນສອງປະເທດແລະການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງພັກ, ລັດຫວຽດນາມ.

ການພົວພັນ ຫວຽດນາມ-ຈີນ ພວມຢູ່ໃນທ່າພັດທະນາຢ່າງຕັ້ງໜ້າ

ທີ່ການພົບປະ, ການນຳສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນຫວຽດນາມ-ຈີນ, ໂດຍເນັ້ນໜັກວ່າ  ສອງພັກ, ສອງລັດ ມີຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບພື້ນຖານແນວຄິດ, ເປົ້າໝາຍກໍ່ສ້າງສັງຄົມນິຍົມ, ລ້ວນແຕ່ສູ້ຊົນເພື່ອຜົນປະໂຫຍດ ແລະຄວາມຜາສຸກຂອງປະຊາຊົນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ການພັດທະນາການພົວພັນກັບຈີນ ແມ່ນການເລືອກເຟັ້ນ ຍຸດທະສາດ, ໃຫ້ບຸລິມະສິດແຖວໜ້າໃນແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດຂອງຫວຽດນາມ ເປັນຫຼາຍຮູບແບບ ແລະຫຼາຍຝ່າຍ; ຢັ້ງຢືນວ່າ ຫວຽດນາມ ສະເໝີຕົ້ນສະເໝີປາຍປະຕິບັດນະໂຍບາຍ “ຈີນດຽວ”. ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ຢັ້ງຢືນວ່າ ຈີນ ຖືເປັນສຳຄັນການພົວພັນກັບຫວຽດນາມ, ຍາມໃດກໍ່ມີຄວາມປາດຖະໜາ ແລະພ້ອມແລ້ວທີ່ຈະຊຸກຍູ້ການພົວພັນສອງພັກ, ສອງລັດ ໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ແທດຈິງ.

leftcenterrightdel
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ. ພາບ: ຍານແສ໊ງ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ສອງຝ່າຍຍົກລະດັບການເຊື່ອມຕໍ່ຍຸດທະສາດ, ສ້າງກຳລັງໜູນການເຕີບໂຕໃໝ່ໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ, ຈຸດສຸມແມ່ນຊຸກຍູ້ການຮ່ວມມືດ້ານການຄ້າ, ເປີດກວ້າງການນຳເຂົ້າສິນຄ້າ, ເປັນຕົ້ນແມ່ນຜະລິດຕະພັນກະເສດຂອງຫວຽດນາມ, ຍູ້ແຮງການເຊື່ອມຕໍ່ລະຫວ່າງຫວຽດນາມ ກັບຍຸດທະສາດພັດທະນາໃຫຍ່ຂອງຈີນ. ພ້ອມທັງສະເໜີໃຫ້ສອງຝ່າຍເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ເສີມຂະຫຍາຍບົດບາດຂອງຜູ້ແທນສະພາແຫ່ງຊາດ, ສະພາຜູ້ແທນປະຊາຊົນທົ່ວປະເທດສອງປະເທດໃນດ້ານຂໍ້ມູນຂ່າວສານ, ການໂຄສະນາ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ຜ່ານນັ້ນຍູ້ແຮງການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ, ປະກອບສ່ວນພ້ອມກັບພັກ,  ລັດ ແກ້ໄຂບັນຫາຢູ່ທະເລຕາມເນື້ອໃນຈິດໃຈຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນໃຫ້ດີກວ່າ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ຍານແສ໊ງ

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ຮັກສາການແລກປ່ຽນຍຸດທະສາດ, ຊຸກຍູ້ການພົບປະຂັ້ນສູງທຸກຂັ້ນ, ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືຜ່ານຊ່ອງທາງພັກ, ແບ່ງປັນບົດຮຽນ, ທິດສະດີກ່ຽວກັບການກໍ່ສ້າງພັກ ແລະການຄຸ້ມຄອງປະເທດ, ເພີ່ມທະວີການຮ່ວມມືແທດຈິງ, ຍູ້ໄວການເຊື່ອມຕໍ່ຍຸດທະສາດ; ພ້ອມທັງສະເໜີໃຫ້ສອງຝ່າຍປະກອບສ່ວນຕັ້ງໜ້າໃຫ້ແກ່ການເພີ່ມທະວີການຮ່ວມມືແທດຈິງ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ເປັນຕົ້ນແມ່ນລຸ້ນໜຸ່ມ, ປັບປຸງພື້ນຖານມິດຕະພາບລະຫວ່າງປະຊາຊົນສອງປະເທດ, ແລກປ່ຽນບົດຮຽນໃນການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມພາຍໃຕ້ການນຳພາຂອງພັກ, ປັບປຸງລະບອບກົດໝາຍສັງຄົມນິຍົມ.

ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ເລິກເຊິ່ງກວ່າອີກ

ຕອນບ່າຍວັນທີ 8 ເມສາ, ຢູ່ຫໍສະພາປະຊາຊົນ ທີ່ນະຄອນຫຼວງປັກກິ່ງ, ທ່ານ ຈ້າວ ເລີ້ຈີ້, ກໍາມະການຄະນະປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໄດ້ເປັນປະທານພິທີຕ້ອນຮັບ ແລະພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.

leftcenterrightdel
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ຈ້າວ ເລີ້ຈີ້, ກໍາມະການຄະນະປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ. ພາບ: ຍານແສ໊ງ

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການຜັນຂະຫຍາຍ “ຖະແຫຼງການຮ່ວມກ່ຽວກັບການສືບຕໍ່ເຮັດໃຫ້ເລິກເຊິ່ງ ແລະຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ກໍ່ສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ-ຈີນ ໃຫ້ມີຄວາມໝາຍຍຸດທະສາດ”; ຮັກສາການແລກປ່ຽນ, ການພົບປະຂັ້ນສູງ ແລະທຸກຂັ້ນ, ຍູ້ແຮງການພົບປະແລກປ່ຽນ, ການຮ່ວມມືຜ່ານຊ່ອງທາງພັກ, ລະຫວ່າງລັດຖະບານ, ສະພາແຫ່ງຊາດ-ສະພາຜູ້ແທນປະຊາຊົນ, ແນວໂຮມປະເທດຊາດຫວຽດນາມ-ສະພາປຶກສາການເມືອງແຫ່ງຊາດຈີນ; ເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດ ແລະສະພາຜູ້ແທນປະຊາຊົນໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.

ກ່ຽວກັບການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ສະພາແຫ່ງຊາດຫວຽດນາມ ແລະສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນຂອງສະພາແຫ່ງຊາດ, ຜູ້ແທນສະພາແຫ່ງຊາດ, ສະພາປະຊາຊົນ/ສະພາຜູ້ແທນປະຊາຊົນບັນດາທ້ອງຖິ່ນສອງປະເທດ; ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດ ແລະອົງການຂອງສະພາແຫ່ງຊາດ, ເຮັດສໍາເລັດວິທີການນຳພາຂອງພັກສໍາລັບລັດ, ກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ສ້າງຕັ້ງ, ປັບປຸງລະບອບລະບຽບການນະດ້ານໂຍບາຍພັດທະນາເສດຖະກິດ-ສັງຄົມໃຫ້ສົມບູນແບບ...

leftcenterrightdel
 ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຍານແສ໊ງ

ເຫັນດີເຫັນພ້ອມນຳຄວາມເຫັນຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່ຽວກັບການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ທ່ານ ຈ້າວ ເລີ້ຈີ້ ສະແດງຄວາມເພິ່ງພໍໃຈຕໍ່ການພົວພັນຮ່ວມມືອັນດີງາມລະຫວ່າງສອງອົງການນິຕິບັນຍັດ. ເລື່ອງສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມື 2 ສະບັບ, ເຫັນດີສ້າງຕັ້ງຄະນະກຳມະການຮ່ວມມືໂດຍທ່ານປະທານສະພາແຫ່ງຊາດ ແລະທ່ານປະທານສະພາຜູ້ແທນປະຊາຊົນທົ່ວ ປະເທດຈີນ, ສ້າງກົນໄກຮ່ວມມືໃນລະດັບສູງສຸດສະແດງໃຫ້ເຫັນລະດັບພັດທະນາການຮ່ວມມືລະຫວ່າງສອງອົງການນິຕິບັນຍັດເຂົ້າໃນການພົວພັນອັນດີງາມຂອງສອງປະເທດ...

ສອງຝ່າຍໄດ້ແລກປ່ຽນຄວາມເຫັນຢ່າງຈິງໃຈ, ກົງໄປກົງມາກ່ຽວກັບບັນຫາຢູ່ທະເລ; ເຫັນດີເປັນເອກະພາບສືບຕໍ່ປະຕິບັດຄວາມຮັບຮູ້ລວມຂອງການນຳສອງພັກ, ສອງລັດ, ຄວບຄຸມຄວາມບໍ່ລົງລອຍກັນ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ສິ້ນສຸດການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະທ່ານປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຈ້າວ ເລີ້ຈີ້ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຜູ້ແທນປະຊາຊົນຈີນ ດ້ວຍຫຼາຍເນື້ອໃນໃໝ່, ຄື: ສ້າງຕັ້ງກົນໄກຮ່ວມມືລັດຖະສະພາລະຫວ່າງສອງປະເທດ, ຍູ້ແຮງການພົບປະແລກປ່ຽນ, ການຮ່ວມມື, ແລກປ່ຽນບົດຮຽນລະຫວ່າງບັນດາຄະນະກຳມະການ ດ້ານວິຊາສະເພາະ, ຜັນຂະຫຍາຍການຮ່ວມມືບໍາລຸງສ້າງຜູ້ແທນປະຊາຊົນ. ການນຳສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະສະພາຜູ້ແທນປະຊາຊົນຈີນ.

ຕອນບ່າຍວັນທີ 8 ເມສາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມສູນຄົ້ນຄວ້າ ແລະພັດທະນາຂອງກຸ່ມບໍລິສັດ Huawei. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມປະທັບໃຈເມື່ອໄປຢ້ຽມຊົມງານວາງສະແດງກ່ຽວກັບຂະບວນການສ້າງຕັ້ງ, ພັດທະນາຂອງກຸ່ມບໍລິສັດ ແລະລາຍຮັບເກືອບ 100 ຕື້ໂດລາສະຫະລັດຂອງ Huawei, ກາຍເປັນໜຶ່ງໃນບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່ທີ່ສຸດທົ່ວໂລກ, ດ້ວຍບັນດາການປະດິດສ້າງ ແລະສິດທິບັດທີ່ພົ້ນເດັ່ນແມ່ນບຸກເບີກໃນຂົງເຂດເຕັກໂນໂລຢີໃໝ່, ເຕັກໂນໂລຢີສູງ.

ໂດຍ: ເຈິ່ນຮວ່ຽນ