ນີ້ແມ່ນການຢ້ຽມຢາມຂັ້ນສູງຄັ້ງທຳອິດພາຍຫຼັງສອງປະເທດຍົກລະດັບການພົວພັນ, ແມ່ນການຢ້ຽມຢາມ ຈີນ ຄັ້ງທຳອິດຂອງທ່ານ ເວືອງດິ່ງເຫວະ ໃນຖານະເປັນປະທານສະພາແຫ່ງຊາດ, ແລະເປັນຄັ້ງທຳອິດທີ່ດໍາເນີນການພົບປະໂດຍກົງລະຫວ່າງຫົວໜ້າອົງການນິຕິບັນຍັດສອງປະເທດພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ.

ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມີຄວາມໝາຍສຳຄັນພິເສດ, ບໍ່ພຽງແຕ່ແມ່ນການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດເທົ່ານັ້ນຫາກຍັງແມ່ນການແລກປ່ຽນຍຸດທະສາດຂັ້ນສູງລະຫວ່າງສອງພັກ, ສອງລັດ ຫວຽດນາມ - ຈີນ ອີກດ້ວຍ.

leftcenterrightdel
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ. ພາບ: ສໍານັກຂ່າວສານຫວຽດນາມ.

ນີ້ຈະແມ່ນໂອກາດສຳຄັນເພື່ອໃຫ້ສອງຝ່າຍລົງເລິກແລກປ່ຽນບັນດາບັນຫາໃຫຍ່ໃນການພົວພັນສອງຝ່າຍ ກໍ່ຄືສະພາບສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນລະດັບຍຸດທະສາດ, ຜ່ານນັ້ນ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງປະເທດປະກົດຜົນເປັນຈິງ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຮ່ວມມືລະຫວ່າງທ້ອງຖິ່ນໃນສະພາບເສດຖະກິດໂລກຟື້ນຟູຢ່າງຊັກຊ້າ, ການເຕີບໂຕຂອງພວກເຮົາຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ການພົວພັນຫວຽດນາມ - ຈີນ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ

ການພົວພັນລະຫວ່າງຫວຽດນາມ-ຈີນ ຮັກສາທ່າພັດທະນາອັນດີງາມ ແລະບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ການພົບປະຂັ້ນສູງດໍາເນີນຢ່າງຟົດຟື້ນ.

ຈຸດພົ້ນເດັ່ນທີ່ສຸດໃນການພົບປະນັ້ນແມ່ນສອງຝ່າຍລ້ວນແຕ່ຢືນຢັນ ຖືປະເທດຂອງກັນແມ່ນບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດຂອງຕົນ. ຫວຽດນາມ ຖືການພັດທະນາການພົວພັນກັບ ຈີນ ແມ່ນບຸລິມະສິດອັນດັບໜຶ່ງ ແລະເປັນການຄັດເລືອກຍຸດທະສາດ, ຍາມໃດກໍ່ປາດຖະໜາຢາກພ້ອມກັບ ຈີນ ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາເປັນປົກກະຕິ, ໂປ່ງໃສ ແລະໝັ້ນຄົງ, ເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອພາລະກິດສັນຕິພາບ ແລະຄວາມກ້າວໜ້າຂອງມວນມະນຸດ.

ຝ່າຍ ຈີນ ເນັ້ນໜັກຍືດໝັ້ນນະໂຍບາຍມິດຕະພາບກັບຫວຽດນາມ, ຖືຫວຽດນາມ ແມ່ນທິດບຸລິມະສິດໃນນະໂຍບາຍການທູດກັບປະເທດບ້ານໃກ້ເຮືອນຄຽງ. ຈີນ ກໍ່ຢືນຢັນສະໜັບສະໜູນຫວຽດນາມ ພັດທະນາຈະເລີນຮຸ່ງເຮືອງ, ປະຊາຊົນມີຄວາມຜາສຸກ, ສ້າງພື້ນຖານເສດຖະກິດເຕີບໃຫຍ່ເຂັ້ມແຂງ, ເອກະລາດ, ເປັນເຈົ້າຕົນເອງ, ຊຸກຍູ້ພາລະກິດປ່ຽນແປງໃໝ່, ຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເປີດກວ້າງການພົວພັນກັບຕ່າງປະເທດ, ມິດຕະພາບ, ເສີມຂະຫຍາຍບົດບາດນັບມື້ນັບສຳຄັນກວ່າເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ ແລະໃນໂລກ.

ໃນການຢ້ຽມຢາມຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ສອງຝ່າຍຄາດວ່າຈະລົງນາມໃນສັນຍາຮ່ວມມືສະບັບໃໝ່ດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນ, ສະແດງໃຫ້ເຫັນລະດັບການຮ່ວມມືຢ່າງແໜ້ນແຟ້ນ, ແທດຈິງກວ່າລະຫວ່າງສອງອົງການນິຕິບັນຍັດ.

ການຮ່ວມມືດ້ານເສດຖະກິດ, ການຄ້າແມ່ນຈຸດພົ້ນເດັ່ນ

ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະໄດ້ກາຍເປັນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ. ຈີນ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ແລະແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບສອງຂອງຫວຽດນາມ; ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີນ ໃນອາຊຽນ ແລະແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 5 ຂອງຈີນ ໃນໂລກ (ຖັດຈາກອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ລັດເຊຍ).

ຫວຽດນາມ ແລະ ຈີນ ໄດ້ມີສັນຍາຮ່ວມມືສອງຝ່າຍຫຼາຍສະບັບ, ກໍ່ຄືບັນດາສັນຍາຫຼາຍຝ່າຍຄື: ສັນຍາການຄ້າເສລີ ອາຊຽນ - ຈີນ (ACFTA), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP); ໃນໄລຍະຈະມາເຖິງ, ຈີນ ພວມຊຸກຍູ້ການເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP)... ຄຽງຂ້າງນັ້ນ, ຍ້ອນໃກ້ສິດກ່ຽວກັບພູນສາດ, ການບໍລິໂພກຂອງປະຊາຊົນຈີນ ມີບາງຈຸດຄ້າຍຄືກັນກັບປະຊາຊົນຫວຽດນາມ, ການພົວພັນດ້ານການຄ້າໄດ້ມີມາແຕ່ດົນນານ, ສິ່ງດັ່ງກ່າວສ້າງທ່າໄດ້ປຽບຢ່າງໃຫຍ່ຫຼວງໃຫ້ສິນຄ້າສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດນີ້.

ການຮ່ວມມືດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນການພົບປະແລກປ່ຽນລະຫວ່າງຮຸ້ນໜຸ່ມຫວຽດນາມ - ຈີນ ນັບມື້ນັບມີເນື້ອແທ້ຊ່ວຍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ເພີ່ມທະວີນນໍ້າໃຈມິດຕະພາບລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ມາຮອດປະຈຸບັນ, ມີເກືອບ 60 ແຂວງ/ນະຄອນຂອງຫວຽດນາມ ໄດ້ສ້າງຕັ້ງການພົວພັນຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຂອງຈີນ.

ສອງຝ່າຍກໍ່ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນອື່ນໆອີກຫຼາຍຢ່າງຄື: ງານມະໂຫລານປະຊາຊົນເຂດຊາຍແດນຫວຽດນາມ - ຈີນ, ເວທີປາໄສປະຊາຊົນຫວຽດນາມ - ຈີນ, ການພົບປະແລກປ່ຽນມິດຕະພາບລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ເປັນຕົ້ນແມ່ນບັນດາແຂວງ, ເຂດຕິດກັບຊາຍແດນໄດ້ຮັບການເພີ່ມທະວີດ້ວຍຫຼາຍຮູບການ ແລະຫຼາຍຮູບຫຼາຍແບບ... ບັນດາການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນປັບປຸງພື້ນຖານມິດຕະພາບທີ່ໝັ້ນແກ່ນເພື່ອໃຫ້ການພົວພັນ ຫວຽດນາມ - ຈີນ ສືບຕໍ່ພັດທະນາຢ່າງປອດໃສ ແລະເປັນປົກກະຕິ.

ໂດຍ: ຈາງຫງວຽນ