ທ່ານນາຍົກລັດຖະມົນຕີອົດສະຕາລີ Anthony Albanese ແລະພັນລະຍາ ໄດ້ລໍຖ້າຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພັນລະຍາ. ພິທີຕ້ອນຮັບໄດ້ດຳເນີນໄປຢ່າງສະຫງ່າຜ່າເຜີຍ, ຕາມພິທີການພິເສດທີ່ສະຫງວນໃຫ້ຜູ້ນໍາລັດຖະບານມາຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ, ດ້ວຍການເຫັນປະຈັກຕາຂອງປະຊາຊົນນະຄອນ Canberra ແລະນັກທ່ອງທ່ຽວທີ່ມາຢ້ຽມຢາມຫໍສະພາແຫ່ງຊາດອົດສະຕາລີ.

ແລະສິ່ງພິເສດກວ່ານັ້ນແມ່ນຫຼັງຈາກນັ້ນ, ນາຍົກລັດຖະມົນຕີສອງທ່ານໄດ້ອອກຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ.

ເມື່ອເຫັນປະຈັກຕາການເຄື່ອນໄຫວຫຼາຍຢ່າງຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ທີ່ກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນອາຊຽນ - ອົດສະຕາລີ ແລະການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການໃນຊຸມມື້ຜ່ານມາ, ຍິ່ງເຫັນແຈ້ງກວ່າ ຖານະບົດບາດຂອງຫວຽດນາມ ໃນເວທີສາກົນແມ່ນໄດ້ຮັບຄວາມນັບຖືພິເສດ. ໃນທຸກເຫດການ, ການເຄື່ອນໄຫວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຍາມໃດກໍ່ປະກົດຕົວດ້ວຍທ່າທີໝັ້ນໃຈ, ເປີດເຜີຍ, ໃກ້ຊິດ. ເນື້ອໃນແລກປ່ຽນໃນການພົບປະ, ໃນບົດປາໄສ, ການໂອ້ລົມສົນທະນາຂອງທ່ານນາຍົກລັດຖະມົນຕີ ຍາມໃດກໍ່ສ້າງຄວາມຮູ້ສຶກສະໜິດສະໜົມ, ຟັງງ່າຍ, ເຂົ້າໃຈງ່າຍ, ເຂົ້າສູ່ຫົວໃຈປະຊາຊົນໄດ້ງ່າຍ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະສອງຝ່າຍກັບທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ທີ່ກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນອາຊຽນ - ອົດສະຕາລີ. ພາບ: ດ່ວານບັກ.

ທີ່ກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນອາຊຽນ - ອົດສະຕາລີ ເຊິ່ງຈັດຂຶ້ນຢູ່ນະຄອນ Melbourne, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີການພົບປະສອງຝ່າຍກັບບັນດາຫົວໜ້າຄະນະ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະການນຳບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນນຳກັນຢ່າງສະບາຍ, ຄືດັ່ງບັນດາເພື່ອນມິດດົນແລ້ວຈຶ່ງໄດ້ພົບ.

ຕອບສະໜອງຄວາມຈິງໃຈ, ຄວາມໃກ້ຊິດສະໜິດສະໜົມຂອງຜູ້ນຳຫວຽດນາມ, ທ່ານ David Hurley ຜູ້ມີອຳນາດເຕັມແຫ່ງອົດສະຕາລີ ໄດ້ຂັບລົດໄຟຟ້າເອງເພື່ອພາທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄປຢາມສຳນັກງານ, ແນະນຳສະໜາມຫຍ້າ, ຝູງນົກ, kangaroo. ທ່ານນາຍົກລັດຖະມົນຕີອົດສະຕາລີ Anthony Albanese ໄດ້ພາທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຢ້ຽມຫ້ອງເຮັດວຽກ, ແນະນຳຄອບຄົວ, ຖາມຂ່າວກ່ຽວກັບຄວາມນິຍົມສ່ວນຕົວ...

ໃນການພົບປະກັບຝ່າຍ ອົດສະຕາລີ ແລະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ລ້ວນແຕ່ຂອບໃຈອົດສະຕາລີ ແມ່ນປະເທດສະໜອງວັກຊີນສະກັດກັ້ນໂຄວິດ-19 ໃຫ້ຫວຽດນາມ ຫຼາຍທີ່ສຸດ ດ້ວຍ 26,4 ລ້ານ ໂດສ.

ເມື່ອເຫັນປະຈັກຕາຄວາມອົບອຸ່ນໃນການພົວພັນລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກັບບັນດາການນຳອົດສະຕາລີ ກໍ່ຄືບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງ ການພົວພັນອາຊຽນ - ອົດສະຕາລີ, ສາມາດຮູ້ສຶກວ່າ ຫວຽດນາມ ຈະມີຫຼາຍກາລະໂອກາດພັດທະນາໃໝ່ໃນໄລຍະຈະມາເຖິງ.

ພາຍຫຼັງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ການພົວພັນຫວຽດນາມ - ອົດສະຕາລີ ບັນລຸໄດ້ຜົນງານຫຼາຍຢ່າງ. ວົງເງິນການຄ້າສອງຝ່າຍໃນປີ 2023 ບັນລຸ 13,8 ຕື້ ໂດລາສະຫະລັດ. ປະຈຸບັນ, ອົດສະຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 7 ຂອງຫວຽດນາມ ແລະຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ອັນດັບ 10 ຂອງອົດສະຕາລີ. ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສອງຝ່າຍທີ່ສະໜອງ ODA ໃຫຍ່ທີ່ສຸດໃຫ້ຫວຽດນາມ; ສະໜອງທຶນການສຶກສາຫຼາຍທຶນໃນໄລຍະຍາວ ແລະໄລຍະສັ້ນໃຫ້ຫວຽດນາມ. ມາຮອດປະຈຸບັນ, ດ້ວຍກ່ວາ 630 ໂຄງການ ແລະທຶນຈົດທະບຽນກວ່າ 2,03 ຕື້ໂດລາສະຫະລັດ, ອົດສະຕາລີ ຢືນອັນດັບ 20/145 ປະເທດ ແລະເຂດແຄ້ວນທີ່ລົງທຶນເຂົ້າຫວຽດນາມ. ກົງກັນຂ້າມ, ຫວຽດນາມ ໄດ້ລົງທຶນເຂົ້າອົດສະຕາລີ 90 ກວ່າໂຄງການ ດ້ວຍຍອດຈຳນວນເງິນລົງທຶນກວ່າ 550 ລ້ານ ໂດລາສະຫະລັດ...

ດ້ວຍການຍົກລະດັບການພົວພັນຫວຽດນາມ - ອົດສະຕາລີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສັງລວມເປັນ 6 ສິ່ງທີ່ດີກວ່າໃນການພົວພັນລະຫວ່າງສອງປະເທດ. ໃນນັ້ນ, ສິ່ງທີ່ສຳຄັນທີ່ສຸດແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈທາງການທູດສູງກວ່າ, ຍຸດທະສາດກວ່າ. ຍ້ອນມີຄວາມໄວ້ເນື້ອເຊື່ອໃຈທາງການທູດສູງກວ່າ, ຍຸດທະສາດກວ່ານັ້ນ, ຫວຽດນາມ ແລະອົດສະຕາລີ ໄດ້ເຫັນດີເປັນເອກະພາບເຮັດໃຫ້ການຮ່ວມມືໃນບັນດາຂົງເຂດສໍາຄັນເລິກເຊິ່ງກວ່າອີກ, ຄື: ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍຸຕິທຳ. ຫວຽດນາມ ແລະອົດສະຕາລີ ລ້ວນແຕ່ແບ່ງປັນທັດສະນະ, ວິໄສທັດກ່ຽວກັບການແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ແລະໂລກ.

ໃນຊຸມມື້ຜ່ານມາ, ບັນດາສະມາຊິກທີ່ເຂົ້າຮ່ວມການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຝ້າມມິງຈິ໊ງ ຢູ່ ອົດສະຕາລີ ໄດ້ເຫັນປະຈັກຕານ້ຳໃຈອັນເລິກເຊິ່ງ, ມຸ່ງຫາບ້ານເກີດເມືອງນອນຂອງປະຊາຊົນເຮົາຢູ່ທີ່ນີ້. ເພື່ອເຂົ້າຮ່ວມການພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ມີຫຼາຍຄົນຕ້ອງບິນຜ່ານໄລຍະທາງ 1.000 ກິໂລແມັດ. ປະຊາຄົມຊາວຫວຽດນາມ ລ້ວນແຕ່ສະແດງຄວາມປິຕິຊົມຊື່ນ ແລະພາກພູມໃຈ ເພາະວ່າ ສອງປະເທດໄດ້ຍົກລະດັບການພົວພັນ, ຖືວ່າ ນີ້ຈະແມ່ນປັດໄຈສະດວກໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ຮໍ່າຮຽນ, ເຮັດວຽກຢູ່ອົດສະຕາລີ. ດ້ວຍພົນລະເມືອງປະມານ 350.000 ຄົນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ອົດສະຕາລີ ພວມມີການປະກອບສ່ວນສຳຄັນເຂົ້າໃນການພົວພັນລະຫວ່າງສອງປະເທດ. ນີ້ແມ່ນປະຊາຄົມຊາວຕ່າງປະເທດໃຫຍ່ອັນດັບ 5 ຢູ່ອົດສະຕາລີ, ພາສາຫວຽດນາມ ກໍ່ແມ່ນພາສາທີ່ນິຍົມໃຊ້ອັນດັບທີ 4 ຂອງອົດສະຕາລີ ແລະໄດ້ນຳເຂົ້າບັນດາໂຮງຮຽນມັດທະຍົມຄືດັ່ງພາສາຕ່າງປະເທດ. ທີ່ບັນດາການພົບປະກັບຝ່າຍອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ລ້ວນແຕ່ຮຽກຮ້ອງໃຫ້ອົດສະຕາລີ ຮັບຮອງປະຊາຄົມຊາວຫວຽດນາມ ແມ່ນຊົນເຜົ່າສ່ວນໜ້ອຍຢູ່ອົດສະຕາລີ ໂດຍໄວ.

ຄວາມປະທັບໃຈອັນດີງາມໃນການຢ້ຽມຢາມອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງ ໄດ້ປັບປຸງຄວາມເຊື່ອໝັ້ນຕໍ່ກໍາລັງບົ່ມຊ້ອນ, ອິດທິພົນ, ຖານະບົດບາດສາກົນ, ກໍ່ຄືອະນາຄົດເປີດກວ້າງຂອງປະເທດພວກເຮົາ, ເຊື່ອໝັ້ນເສັ້ນທາງທີ່ພວກເຮົາໄດ້ຄັດເລືອກ.

ໂດຍ: ຈາງຫງວຽນ