ໃນບັນຍາກາດອັນເຄັ່ງຂຶມ ແລະສະເທື່ອນໃຈ, ບັນດາຜູ້ແທນໄດ້ພ້ອມກັນແບ່ງປັນ ແລະຫວນຄືນອະນຸສອນອັນເລິກເຊິ່ງກ່ຽວກັບຊີວິດ ແລະພາລະກິດ ກໍ່ຄືການປະກອບສ່ວນຢ່າງບໍ່ຢຸດຢັ້ງຂອງທ່ານນາງ Merle Ratner ຕໍ່ພາລະກິດຕໍ່ສູ້ ເພື່ອສັນຕິພາບ, ຄວາມຍຸຕິທຳທາງສັງຄົມ ແລະປົກປ້ອງສິດຂອງຜູ້ອອກແຮງງານຢູ່ ອາເມລິກາ ແລະໃນຫຼາຍປະເທດໃນໂລກ, ພິເສດແມ່ນຄວາມຮັກທີ່ຊື່ສັດບໍລິສຸດ, ອາລົມຈິດອັນສະໜິດສະໜົມ, ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານນາງໃຫ້ແກ່ປະເທດຊາດ ແລະປະຊາຊົນຫວຽດນາມ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນກວກຢຸງ ພ້ອມດ້ວຍພັນລະຍາ ວາງດອກໄມ້ອາໄລຫາທ່ານນາງ Merle Ratner ທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີ, ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ, ທ່ານ ຫງວຽນກວກຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງທ່ານນາງ Merle Ratner; ຢືນຢັນວ່າ ປະເທດຊາດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳ, ເຄົາລົບນັບຖືຕໍ່ອາລົມຈິດ, ການອຸທິດສ່ວນຂອງທ່ານນາງທີ່ມີຕໍ່ພາລະກິດຕໍ່ຕ້ານ, ຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພາລະກິດພັດທະນາ, ເຊື່ອມໂຍງຂອງຫວຽດນາມ ກໍຄືໃນການເດີນທາງໄປຊອກຫາ ຄວາມຍຸຕິທຳໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.

ໂດຍ: ທູຈາງ