ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ, ທ່ານ Roman Golovchenko ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເບລາຣຸດ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 6-9 ທັນວາ.

ເນື່ອງໃນໂອກາດນີ້, ທ່ານ Uladzimir Baravikou ເອກອັກຄະລັດຖະທູດ ເບລາຣຸດ ປະຈຳ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ກ່ຽວກັບຄວາມໝາຍການມາຢ້ຽມຢາມ, ການພົວພັນຮ່ວມມືລະຫວ່າງຫວຽດນາມ-ເບລາຣຸດ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ສະເໜີທ່ານໃຫ້ຮູ້ກ່ຽວກັບຄວາມໝາຍຂອງການມາຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko?

ທ່ານເອກອັກຄະລັດຖະທູດ Uladzimir Baravikou: ການມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້ຂອງທ່ານ Roman Golovchenko ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເບລາຣຸດ ມີຄວາມໝາຍສຳຄັນເປັນພິເສດ.

ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງການນຳ ເບລາຣຸດ ພາຍຫຼັງທີ່ພະຍາດໂຄວິດ-19 ໄດ້ເຮັດໃຫ້ໂລກແບ່ງເປັນ "ກ່ອນ ແລະຫຼັງ". ສະນັ້ນ, ການຟື້ນຟູກຳລັງໜູນຢ່າງຕັ້ງໜ້າ ແລະການພົວພັນດ້ານການເມືອງຢູ່ລະດັບສູງລະຫວ່າງສອງປະເທດພວກເຮົາແມ່ນສຳຄັນທີ່ສຸດ. ສິ່ງສຳຄັນແມ່ນພວກເຮົາບໍ່ຕົກຢູ່ເບື້ອງຫຼັງ ແລະບໍ່ພາດໂອກາດຂອງຕົນ.

ການຢ້ຽມຢາມຄັ້ງນີ້ຍັງມີຄວາມໝາຍສຳຄັນເພາະວ່າໄດ້ຢັ້ງຢືນບົດບາດຫຼັກແຫຼ່ງແກ່ນສານຂອງຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ເບລາຣຸດ ຢູ່ອາຊີຕາເວັນອອກສ່ຽງໃຕ້.

leftcenterrightdel
ທ່ານ Roman Golovchenko ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເບລາຣຸດ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 6-9 ທັນວາ. ພາບ: Vietnam+

ຫວຽດນາມ ຖືເປັນສຳຄັນຕໍ່ນະໂຍບາຍພົວພັນຕ່າງປະເທດຂອງພວກຂ້າພະເຈົ້າ ດ້ວຍຖານະແມ່ນປະເທດທີ່ມີພື້ນຖານເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນໂດຍອີງໃສ່ເຕັກໂນໂລຢີທັນສະໄໝທີ່ສຸດ, ພົນລະເມືອງນັບມື້ນັບເພີ່ມຂຶ້ນ, ຕະຫຼາດມີຄວາມສາມາດບົ່ມຊ້ອນ ແລະຈະມີລະບົບດຶງດູດການລົງທຶນຕ່າງປະເທດຢ່າງມີປະສິດທິຜົນທີ່ສຸດ.

ດ້ວຍບັນດາຜົນສຳເລັດໜ້າປະທັບໃຈເຊິ່ງຫວຽດນາມ ບັນລຸໄດ້ພາຍໃຕ້ການນຳພາຢ່າງສະຫຼາດສ່ອງໃສຂອງພັກໃນການພັດທະນາເສດຖະກິດ-ສັງຄົມ ແລະຖານະບົດບາດໃນເວທີສາກົນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ສຳລັບ ເບລາຣຸດ, ຫວຽດນາມ ອາດຈະກາຍເປັນປະເທດຄູ່ຮ່ວມມືທີ່ຊ່ວຍພວກຂ້າພະເຈົ້າ ເປີດກວ້າງການພັດທະນາຮ່ວມມືໃນທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ເບລາຣຸດ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງຕໍ່ການເປີດກວ້າງ ແລະເພີ່ມທະວີການຮ່ວມມືກັບບັນດາປະເທດອາຊຽນ, ພິເສດໃນຂົງເຂດການຄ້າ, ເສດຖະກິດ. ນີ້ແມ່ນພາກພື້ນທີ່ມີຄວາມສາມາດບົ່ມຊ້ອນສຳລັບພວກຂ້າພະເຈົ້າ ເພື່ອສົ່ງອອກຜະລິດຕະພັນກະເສດ, ເຄື່ອງຈັກອຸປະກອນ ແລະສິນຄ້າອື່ນໆຂອງ ເບລາຣຸດ. ຫວຽດນາມ ສາມາດປະກອບຢ່າງໃຫຍ່ຫຼວງເຂົ້າໃນການເປີດກວ້າງການຮ່ວມມືລະຫວ່າງ ເບລາຣຸດ ແລະບັນດາປະເທດສະມາຊິກອາຊຽນ.

ການມາຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Roman Golovchenko ຈະຍົກອອກສັນຍານຊັດເຈນໃຫ້ທຸກຄູ່ຮ່ວມມືທີ່ເອົາໃຈໃສ່ເຖິງການສ້າງຕັ້ງຄູ່ຮ່ວມມື, ການຮ່ວມມືທີ່ມີຜົນປະໂຫຍດນຳກັນ.

ການຢ້ຽມຢາມຄັ້ງນີ້ ຈະຢັ້ງຢືນຜົນປະໂຫຍດລວມຂອງສອງປະເທດໃນການເພີ່ມທະວີ ແລະພັດທະນາການຮ່ວມມືຮອບດ້ານເພື່ອຜົນປະໂຫຍດຂອງປະເທດ ແລະປະຊາຊົນພວກເຮົາກວ່າອີກ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ຜ່ານຄວາມມານະພະຍາຍາມລວມ, ພວກເຮົາຈະຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງກີດຂວາງໃນເສັ້ນທາງເພື່ອບັນລຸລະດັບສູງໃໝ່ໃນການພົວພັນລະຫວ່າງສອງປະເທດ.

ນັກຂ່າວໃນເວລາກວ່າ 30 ປີຜ່ານມາ, ການພົວພັນຕ່າງປະເທດລະຫວ່າງຫວຽດນາມ ແລະເບລາຣຸດ ໄດ້ມີການປ່ຽນແປງຫຼາຍພໍສົມຄວນ. ອັນໃດແມ່ນປັດໄຈສຳຄັນທີ່ສຸດຕໍ່ກັບສອງຝ່າຍໃນການພັດທະນາການພົວພັນສອງຝ່າຍ, ຂໍຮຽນທ່ານເອກອັກຄະລັດຖະທູດ?

ທ່ານເອກອັກຄະລັດຖະທູດ Uladzimir Baravikou: ໃນຕົວຈິງ, ເບລາຣຸດ ແລະຫວຽດນາມ ໄດ້ພ້ອມກັນກ້າວເດີນໄປໃນໄລຍະທາງທີ່ຍາວໄກແຫ່ງການພັດທະນາການພົວພັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ການພົວພັນນີ້ບັນລຸໄດ້ລະດັບສູງໃນຊ່ອງທາງການພົວພັນດ້ານການເມືອງ.

ມີຫຼາຍໂຄງການລວມໄດ້ຜັນຂະຫຍາຍໃນຫຼາຍຂົງເຂດ-ຈາກການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທຶນຈົນຮອດວິທະຍາສາດ, ວັດທະນະທຳ, ການສຶກສາ, ກິລາ ແລະການທ່ອງທ່ຽວ. ການເຊື່ອມຕໍ່ລະຫວ່າງບັນດາເຂດຂອງສອງປະເທດໄດ້ຮັບການສ້າງຕັ້ງຂຶ້ນ. ການພົວພັນລັດຖະສະພາລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີ ແລະບັນດາກຸ່ມສະມາຊິກລັດຖະສະພາໄດ້ຮັບການກຳເນີດ. ນັກສຶກສາຫວຽດນາມ ຫຼາຍຮ້ອຍຄົນໄດ້ໄປຮຽນຢູ່ບັນດາໂຮງຮຽນມະຫາວິທະຍາໄລຂອງເບລາຣຸດ.

ສິ່ງດັ່ງກ່າວນີ້ສ່ວນຫຼາຍໄດ້ອຳນວຍຄວາມສະດວກຍ້ອນການເປີດສະຖານທູດຂອງເບລາຣຸດ ແລະຫວຽດນາມ ຢູ່ຮ່າໂນ້ຍ ແລະ Minsk. ນັບແຕ່ເປີດສະຖານທູດ ເບລາຣຸດ ໃນເດືອນທັນວາ 1997, ຜູ້ນຳໜ້າລັດ ເບລາຣຸດ ໄດ້ມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການສອງຄັ້ງໃນປີ 2008 ແລະ2015; ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ເບລາຣຸດ ໃນປີ 2004 ແລະ 2011 ແລະປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ເບລາຣຸດ ໃນປີ 2018.

ເບລາຣຸດ ໄດ້ຕ້ອນຮັບບັນດາທ່ານປະທານປະເທດຫວຽດນາມ ໄປຢ້ຽມຢາມໃນປີ 1998, 2010 ແລະ 2017, ທ່ານນາຍົກລັດຖະມົນຕີຫວຽດນາມ ໃນປີ 2000 ແລະ2013, ທ່ານປະທານສະພາແຫ່ງຊາດຫວຽດນາມ ໃນປີ 2009 ແລະ 2019.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມ ເບລາຣຸດ ໃນເດືອນເມສາ ປີ 2009 ດ້ວຍຖານະເປັນປະທານສະພາແຫ່ງຊາດ ແລະພິເສດໃນເດືອນ ພະຈິກ 2014 ດ້ວຍຖານະຕໍາແໜ່ງເປັນເລຂາທິການໃຫຍ່.

ນັບແຕ່ພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ, ການຮ່ວມມືລະຫວ່າງຂະແໜງການໄດ້ຮັບການເພີ່ມທະວີຫຼາຍພໍສົມຄວນ. ນອກຈາກການຢ້ຽມຢາມຂອງບັນດາອົງການປະຕິບັດກົດໝາຍຊາວຄັ້ງ ຂອງສອງປະເທດໄດ້ດຳເນີນໃນປີ 2022-2023, ປີນີ້, ຊຸມວັນວັດທະນະທໍາ ແລະວັນສຶກສາຂອງ ເບລາຣຸດ ໄດ້ຈັດຕັ້ງຢູ່ຫວຽດນາມ ແລະບັນດາຂໍ້ຕົກລົງຮ່ວມມືໃໝ່ທີ່ໄດ້ລົງນາມ.

ກອບນິຕິກຳສຳລັບການພົວພັນລະຫວ່າງສອງປະເທດພວກເຮົາໃນປະຈຸບັນແມ່ນສັນຍາກວ່າ 90 ສະບັບລະຫວ່າງສອງປະເທດ, ລະຫວ່າງລັດຖະບານ ແລະຂະແໜງການ. ບາງເອກະສານກຳລັງຢູ່ໃນຂັ້ນຕອນການກະກຽມ ແລະອາດຈະລົງນາມໄດ້ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Roman Golovchenko.

ພວກຂ້າພະເຈົ້າເຫັນວ່າ ຄວາມສົນໃຈກັນຂອງບັນດາຄູ່ຮ່ວມມື ເບລາຣຸດ ແລະຫວຽດນາມ ຢູ່ຫຼາຍລະດັບແຕກຕ່າງກັນໃນການຮັກສາ ແລະເພີ່ມທະວີການພົວພັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ສິ່ງສຳຄັນແມ່ນສອງປະເທດພວກເຮົາ ເຂົ້າໃຈໄດ້ເຖິງຄວາມຕ້ອງການ ແລະຜົນປະໂຫຍດຂອງກັນ, ຄວາມຕ້ອງການສ້າງການຮ່ວມມືທີ່ຍາວນານ, ຮັກສາຫຼາຍສິ່ງທີ່ດີງາມ ແລະຜົນປະໂຫຍດທີ່ບັນລຸໄດ້, ຖືນັ້ນແມ່ນພື້ນຖານເພື່ອສ້າງກາລະໂອກາດ, ແງ່ຫວັງໃໝ່ໃນການພັດທະນາການພົວພັນສອງຝ່າຍໃນທຸກເວລາ ແລະທຸກເງື່ອນໄຂ.

ນັກຂ່າວຕາມທ່ານເອກອັກຄະລັດຖະທູດແລ້ວ, ໃນໄລຍະຈະມາເຖິງສອງປະເທດຄວນເຮັດຫຍັງແດ່ ເພື່ອຊຸກຍູ້ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພັນເສດຖະກິດອາຊີ-ເອີລົບ ເພື່ອຊຸກຍູ້ການພັດທະນາການຄ້າໃຫ້ສົມກັບນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະເບລາຣຸດ.

ທ່ານເອກອັກຄະລັດຖະທູດ Uladzimir Baravikou: ບໍ່ພຽງແຕ່ ເບລາຣຸດ ເທົ່ານັ້ນແຕ່ປະເທດອື່ນໆທີ່ຂຶ້ນກັບກຸ່ມຫຼັງໂຊວຽດ ລ້ວນແຕ່ຖືເປັນສຳຄັນ ແລະຄວາມມານະພະຍາຍາມພັດທະນາການພົວພັນທີ່ມີລັກສະນະສ້າງສັນກັບຫວຽດນາມ. ຕົວຢ່າງກ່ຽວກັບສິ່ງດັ່ງກ່າວນັ້ນແມ່ນການເຊັນສັນຍາການຄ້າເສລີລະຫວ່າງສະຫະພັນເສດຖະກິດອາຊີ-ເອີລົບ ແລະຫວຽດນາມ ໃນປີ 2015.

ຍິ່ງໄປກວ່ານັ້ນ, ຫວຽດນາມ ແມ່ນປະເທດໜຶ່ງດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ ທີ່ເຊັນຂໍ້ຕົກລົງຄືດັ່ງກ່າວກັບສະຫະພັນເສດຖະກິດອາຊີ-ເອີລົບ. ສິ່ງດັ່ງກ່າວນີ້ໄດ້ສະແດງໃຫ້ເຫັນຄວາມສະຫຼາດສ່ອງໃສ ແລະຄວາມເຂົ້າໃຈຢ່າງເລິກເຊິ່ງຂອງການນຳຫວຽດນາມ ຕໍ່ຄວາມສຳຄັນຂອງການຮັກສາ, ເພີ່ມທະວີການພົວພັນຢ່າງສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບທຸກປະເທດໃນໂລກ, ໃນນັ້ນມີພາກພື້ນໂຊວຽດ ເກົ່າ.

ວຽກຕໍ່ໄປແມ່ນການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງເຂັ້ມງວດ ແລະປະຕິບັດຕາມແຜນການຕ່າງໆ, ນຳໃຊ້ທຸກຄວາມສາມາດຂອງຂໍ້ຕົກລົງຢ່າງມີປະສິດທິຜົນແນໃສ່ແກ້ໄຂຮົ້ວກີດຂວາງເພື່ອເພີ່ມທະວີການແລກປ່ຽນການຄ້າ, ດຶງດູດການລົງທຶນ, ແລກປ່ຽນເຕັກໂນໂລຢີທັນສະໄໝ, ສ້າງບັນດາຜະລິດຕະພັນ ແລະວຽກງານລວມໃໝ່, ປະຕິບັດບັນດາໂຄງການດຳເນີນທຸລະກິດ.

ສຸດທ້າຍນີ້, ສິ່ງນີ້ຈະປະກອບສ່ວນເຂົ້າໃນການພັດທະນາຢ່າງຂະຫຍັນຂັນເຄື່ອນ, ເພີ່ມທະວີຄວາມໝັ້ນຄົງ ແລະຄວາມສະຫງົບ, ພ້ອມທັງຍົກສູງຄອງຊີບຂອງປະຊາຊົນສອງປະເທດ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ແສງເດືອນ