ສ້າງພື້ນຖານການຮ່ວມມືຂັ້ນສູງລະຫວ່າງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ

ນັກຂ່າວ: ສະຫາຍໃຫ້ຮູ້ຄວາມໝາຍ ແລະຄວາມສຳຄັນຂອງກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1?

ສະຫາຍນາງ ເລທູຮ່າ: ບົນພື້ນຖານສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ, ລາວ ແລະກຳປູເຈຍ, ເພື່ອຫັນບັນດາກົນໄກຮ່ວມມືຂັ້ນສູງລະຫວ່າງ 3 ປະເທດຢ່າງຄົບຊຸດ ກໍ່ຄືເພື່ອຕິດຕາມກວດກາການຊຸກຍູ້ການຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງລັດຖະບານ 3 ປະເທດເວົ້າລວມ ແລະຢູ່ເຂດສາມຫຼ່ຽມພັດທະນາເວົ້າສະເພາະ, ທ່ານປະທານສະພາແຫ່ງຊາດ 3 ປະເທດໄດ້ອອກຖະແຫຼງສ້າງຕັ້ງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດກຳປູເຈຍ-ລາວ-ຫວຽດນາມ ຢູ່ ກຳປູເຈຍ ໃນປີ 2022. ນີ້ແມ່ນຂີດໝາຍພິເສດ, ແມ່ນກົນໄກທໍາອິດທີ່ໄດ້ສ້າງຕັ້ງລະຫວ່າງບັນດາຜູ້ນຳໜ້າຂອງ 3 ອົງການນິຕິບັນຍັດ ເພື່ອຊຸກຍູ້ການຮ່ວມມືຜ່ານຊ່ອງທາງລັດຖະສະພາ, ໜູນຊ່ວຍລັດຖະບານຜັນຂະຫຍາຍ ບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນ, ເຊື່ອມຕໍ່ 3 ພື້ນຖານເສດຖະກິດ, ຊຸກຍູ້ການພັດທະນາແບບຍືນຍົງຂອງ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ເວົ້າລວມ.

leftcenterrightdel
ສະຫາຍນາງ ເລທູຮ່າ. ພາບ: ຖຸ່ຍເລີມ.

ນັກຂ່າວ: ເພື່ອໃຫ້ມີຂໍ້ລິເລີ່ມ, ການປະກອບສ່ວນສຳຄັນຢູ່ໃນກອງປະຊຸມຄັ້ງນີ້, ຝ່າຍ ຫວຽດນາມ ໄດ້ກະກຽມຫຍັງແດ່, ຂໍຮຽນສະຫາຍ?

ສະຫາຍນາງ ເລທູຮ່າ: ສະພາແຫ່ງຊາດຫວຽດນາມ ໄດ້ເປັນເຈົ້າການສະເໜີຂໍ້ລິເລີ່ມສ້າງຕັ້ງກົນໄກ ກຳປູເຈຍ-ລາວ-ຫວຽດນາມ, ສະພາແຫ່ງຊາດບັນດາປະເທດໄດ້ເຫັນດີຮັບຮອງເອົາ. ໃນຕະຫຼອດວິວັດທະນາການກະກຽມກອງປະຊຸມ, ສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດປະເທດເຈົ້າພາບລາວ. ຫວຽດນາມ ກໍ່ໄດ້ຕັ້ງໜ້າເຂົ້າຮ່ວມສ້າງຮ່າງຖະແຫຼງການຮ່ວມຂອງກອງປະຊຸມ. ບັນດາວາລະກອງປະຊຸມຂອງບັນດາຄະນະກຳມະການ, ບັນດາອົງການຂອງສະພາແຫ່ງຊາດ ກໍ່ກະກຽມຄຳເຫັນປະກອບທີ່ວາລະປຶກສາຫາລືກ່ຽວກັບບັນດາຫົວຂໍ້ຂອງກອງປະຊຸມ. ບັນດາຜູ້ຕາງໜ້າຂອງລັດຖະບານກໍ່ໄດ້ສົມທົບຢ່າງແໜ້ນແຟ້ນກັບຝ່າຍເພື່ອນເພື່ອກະກຽມຄຳເຫັນທີ່ຈະນຳສະເໜີຢູ່ໃນກອງປະຊຸມຄັ້ງນີ້. ນັບທັງບັນດາທ້ອງຖິ່ນຊາຍແດນໃນເຂດສາມຫຼ່ຽມພັດທະນາກໍ່ໄດ້ຕັ້ງໜ້າປະກອບຄຳເຫັນ. ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານ, ບັນດາທ້ອງຖິ່ນ, ຂ້າພະເຈົ້າເຊິື່ອໝັ້ນວ່າ ວາລະປະຊຸມຂອງກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ຈະມີຄວາມໝາຍສຳຄັນທີ່ສຸດ, ຍົກອອກຄຳໝັ້ນສັນຍາດ້ານການເມືອງ, ຕັດສິນໃຈຊຸກຍູ້ປະຕິບັດການກຳນົດທິດຂອງປະທານສະພາແຫ່ງຊາດ 3 ປະເທດ ເມື່ອສ້າງຕັ້ງກົນໄກນີ້ຂຶ້ນມາໃຫ້ປະສົບຜົນສຳເລັດ.

ນັກຂ່າວ: ສະຫາຍຕັ້ງຄວາມຫວັງຄືແນວໃດຕໍ່ໝາກຜົນຂອງກອງປະຊຸມຄັ້ງນີ້?

ສະຫາຍນາງ ເລທູຮ່າ: ຂ້າພະເຈົ້າ ຕັ້ງຄວາມຫວັງຫຼາຍທີ່ສຸດຕໍ່ໝາກຜົນຂອງກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1. ໝາກຜົນຂອງກອງປະຊຸມຈະສ້າງພື້ນຖານໃຫແກ່ການຮ່ວມມື 3 ຝ່າຍຢູ່ລະດັບສູງສຸດຂອງສະພາແຫ່ງຊາດ 3 ປະເທດ. ດ້ານໜຶ່ງຈະສືບຕໍ່ຊຸກຍູ້ການເຄື່ອນໄຫວແລກປ່ຽນດ້ານການເມືອງລະຫວ່າງ 3 ປະເທດ, ປັບປຸງຄວາມສາມັກຄີກໍ່ຄືສົມທົບກັນຢ່າງແໜ້ນແຟ້ນ, ຍູ້ແຮງການຮ່ວມມື, ສະໜັບສະໜູນ, ຊ່ວຍເຫຼືອກັນ ແລະມານະພະຍາຍາມພັດທະນາການພົວພັນດ້ານການເມືອງຢ່າງແທ້ຈິງ, ແມ່ນຫຼັກແຫຼ່ງແກ່ນສານໃນການກຳນົດທິດລວມຂອງການພົວພັນ 3 ປະເທດ. ອີກດ້ານອື່ນ, ໝາກຜົນກອງປະຊຸມຈະປະກອບສ່ວນຍູ້ແຮງການພົວພັນສອງ ຝ່າຍຫວຽດນາມ-ກຳປູເຈຍ, ຫວຽດນາມ-ລາວ, ກຳປູເຈຍ-ລາວ. ນອກຈາກນັ້ນ, ໝາກຜົນກອງປະຊຸມກໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການຈັດຕັ້ງຂອງພັກ, ຂອງສະພາແຫ່ງຊາດຢູ່ຂັ້ນສູນກາງ ແລະທ້ອງຖິ່ນ, ບັນດາກະຊວງ, ຂະແໜງການຂອງລັດຖະບານ, ລະຫວ່າງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງປະຊາຊົນ ແລະບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມຢູ່ເຂດສາມຫຼ່ຽມພັດທະນາຈະໄດ້ຍູ້ແຮງ ແລະປັບປຸງໃຫ້ດີຂຶ້ນກວ່າເກົ່າ.

ເລື່ອງປະທານສະພາແຫ່ງຊາດ 3 ທ່ານເຊັນຖະແຫຼງການຮ່ວມໃນສະພາບການປະຈຸບັນແມ່ນມີຄວາມໝາຍສຳຄັນທີ່ສຸດເພື່ອໃຫ້ 3 ສະພາແຫ່ງຊາດສົມທົບກັນກະທຳ, ຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງ 3 ລັດຖະບານ, ສົມທົບກັນຕິດຕາມກວດກາການປະຕິບັດບັນດາລາຍການ, ແຜນການຮ່ວມມືລະຫວ່າງ 3 ປະເທດໃຫ້ເຂົ້າສູ່ລວງເລິກ, ໝັ້ນຄົງ ແລະນັບມື້ນັບມີປະເທດທິຜົນ, ແທດຈິງ.

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ໄທ ໃຫ້ສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈ

ນັກຂ່າວ: ສະຫາຍຈົ່ງໃຫ້ຮູ້ກ່ຽວກັບສະພາບການ, ຄວາມໝາຍຂອງການໄປຢ້ຽມຢາມ ໄທ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ?

ສະຫາຍນາງ ເລທູຮ່າ: ການໄປຢ້ຽມຢາມ ໄທ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ນຳໂດຍສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຊິ່ງນອນໃນແຜນນະໂຍບາຍຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງພັກ ແມ່ນເປັນເຈົ້າການ, ຕັ້ງໜ້າປັບປຸງ ແລະເປີດກວ້າງພື້ນຖານການພົວພັນດ້ານການເມືອງ, ຊຸກຍູ້ການພົວພັນຮ່ວມມືຢ່າງມີປະສິດທິຜົນ, ແທດຈິງລະຫວ່າງຫວຽດນາມ ແລະໄທ ໃນທຸກຂົງເຂດ, ທຸກຊ່ອງທາງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ກໍ່ສ້າງ ແລະປັບປຸງການພົວພັນລະຫວ່າງການນຳຂັ້ນສູງຂອງຫວຽດນາມ ກັບການນຳຂັ້ນສູງຂອງເພື່ອນ. ການໄປຢ້ຽມຢາມມີຄວາມໝາຍສຳຄັນໃນສະພາບທີ່ຂອງສອງປະເທດພວມຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວກິດຈະກຳ ເພື່ອສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ໄທ.

ນັກຂ່າວ: ສະຫາຍຈົ່ງໃຫ້ຮູ້ຂໍ້ມູນກ່ຽວກັບເນື້ອໃນຈຸດສຸມໃນການໄປຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ?

ສະຫາຍນາງ ເລທູຮ່າ: ໃນການຢ້ຽມຢາມ ໄທ ຢ່າງເປັນທາງການ, ຄາດວ່າ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະມີລາຍການເຄື່ອນໄຫວຫຼັກກວ່າ 30 ລາຍການຢູ່ນະຄອນຫຼວງບາງກອກ ກໍ່ຄືຢູ່ແຂວງ Udon Thani. ຢູ່ບາງກອກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະມີການໂອ້ລົມສົນທະນາກັບທ່ານປະທານສະພາຕ່ຳໄທ, ປະທານສະພາສູງໄທ; ພົບປະກັບທ່ານນາຍົກລັດຖະມົນຕີ ແລະເຂົ້າຢ້ຽມຂ່ຳນັບເຈົ້າຊີວິດໄທ. ພິເສດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະກ່າວຄຳເຫັນດ້ານນະໂຍບາຍຢູ່ມະຫາວິທະຍາໄລ Chulalongkorn ກ່ຽວກັບຫົວຂໍ້ຫວຽດນາມ-ໄທ, ການພົວພັນຄູ່ຮ່ວມມືຍຸດທະສາດທີ່ສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈເພື່ອອະນາຄົດລວມແຫ່ງສັນຕິພາບ, ຮ່ວມມື ແລະພັດທະນາແບບຍືນຍົງ. ນີ້ກໍ່ແມ່ນຈຸດພົ້ນເດັ່ນໃນການຢ້ຽມຢາມໄທຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເມື່ອສົ່ງສານຂອງຫວຽດນາມ ກ່ຽວກັບອະນາຄົດຂອງການພົວພັນລະຫວ່າງຫວຽດນາມ ແລະໄທ. ທ່ານປະທານສະພາແຫ່ງຊາດ ຈະເຂົ້າຮ່ວມ ແລະກ່າວຄຳເຫັນດ້ານນະໂຍບາຍທີ່ເວທີປາໄສນະໂຍບາຍ ແລະກົດໝາຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດສອງຝ່າຍໄທ ແລະຫວຽດນາມ ເປັນຈຳນວນຫຼວງຫຼາຍ; ເປັນສັກຂີພິຍານພິທີເປີດຕົວຫ້ອງການການຄ້າ ແລະອຸດສາຫະກຳຫວຽດນາມ - ໄທ, ເຊິ່ງເປັນອົງການຈັດຕັ້ງສົ່ງເສີມການຮ່ວມມືດ້ານການຄ້າລະຫວ່າງສອງປະເທດໃນໄລຍະຈະມາເຖິງ...

ຜ່ານຊ່ອງທາງການທູດລັດຖະສະພາ, ສອງຝ່າຍຈະສືບຕໍ່ປຶກສາຫາລືມາດຕະການຮ່ວມມືລະອຽດ, ຄືແລກປ່ຽນບົດຮຽນໃນການເຄື່ອນໄຫວລັດຖະສະພາໃນຂົງເຂດນິຕິກຳ, ຕິດຕາມກວດກາ ແລະຕັດສິນບັນຫາສຳຄັນຂອງປະເທດ, ແຈ້ງຂໍ້ມູນກ່ຽວກັບນະໂຍບາຍກົດໝາຍ, ໜູນຊ່ວຍປະຊາຄົມວິສາຫະກິດ ກໍ່ຄືປະຊາຊົນສອງປະເທດດຳລົງຊີວິດ, ຮ່ຳຮຽນ, ດຳເນີນທຸລະກິດຢູ່ແຕ່ລະປະເທດ. ສອງຝ່າຍສົມທົບກັນກວດກາຄືນ, ຕິດຕາມກວດກາຊຸກຍູ້ການປະຕິບັດບັນດາສັນຍາ ແລະຂໍ້ຕົກລົງທີ່ລົງນາມລະຫວ່າງສອງລັດຖະບານ, ແລະບັນດາກະຊວງ, ຂະແໜງການໃຫ້ມີປະສິດທິຜົນ, ນຳເອົາຜົນປະໂຫຍດມາໃຫ້ທັງຫວຽດນາມ, ໄທ ແລະສົມກັບການພົວພັນດ້ານການເມືອງອັນດີ ງາມລະຫວ່າງສອງປະເທດ.

ນັກຂ່າວ: ຂໍຂອບໃຈສະຫາຍ.

ໂດຍ: ແສງເດືອນ