ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານ VUFO ຟານແອງເຊີນ ໃຫ້ຮູ້ວ່າ: ພາຍຫຼັງເກືອບ 30 ປີແຫ່ງວັນສ້າງການພົວພັນເປັນປົກກະຕິ, ສ້າງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ, ຫວຽດນາມ ແລະອາເມລິກາ ໄດ້ມີຫຼາຍບາດກ້າວສໍາຄັນໃນຫຼາຍຂົງເຂດ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ ແລະພາກພື້ນກໍ່ຄືໃນການແກ້ໄຂຫຼາຍບັນຫາທົ່ວໂລກ. ການເຄື່ອນໄຫວການທູດປະຊາຊົນສອງປະເທດໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່, ປະກອບສ່ວນສ້າງພື້ນຖານສັງຄົມທີ່ສະດວກ, ກວ້າງຂວາງ ແລະໝັ້ນຄົງ ເພື່ອໃຫ້ການພົວພັນສອງຝ່າຍສືບຕໍ່ພັດທະນາ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: ຮ່າເຝືອງ

ເຂົ້າຮ່ວມກອງປະຊຸມສໍາມະນາ, ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ Marc E.Knapper ແບ່ງປັນວ່າ, ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ໃນໄລຍະ 10 ປີຜ່ານມາໄດ້ພັດທະນາຢ່າງຕັ້ງໜ້າ, ເຊິ່ງຂີດໝາຍແມ່ນເຫດການສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງໃນປີ 2023; ເປີດໄລຍະປະຫວັດສາດໃໝ່, ເໝາະສົມ ແລະສົມກັບການພົວພັນສອງຝ່າຍໃນສະພາບທົ່ວໂລກໃໝ່. ອາເມລິກາພາກພູມໃຈທີ່ເປັນຄູ່ຮ່ວມມືຂອງຫວຽດນາມ, ພ້ອມກັນມານະພະຍາຍາມ ເພື່ອບັນລຸເປົ້າໝາຍລວມ, ເຊື່ອໝັ້ນວ່າ ຄວາມຈະເລີນຮຸ່ງເຮືອງ ແລະຜົນສຳເລັດຂອງອາເມລິກາ ກໍ່ແມ່ນຄວາມຈະເລີນຮຸ່ງເຮືອງ ແລະຜົນສຳເລັດຂອງຫວຽດນາມ ແລະກົງກັນຂ້າມ.

ໂດຍ: ໄຊນີດາ