ເນື່ອງໃນໂອກາດຢ້ຽມຢາມ ນອກແວ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຕາມຄຳເຊີນຂອງທ່ານ Jonas Gahr Støre ນາຍົກລັດຖະມົນຕີແຫ່ງລາຊະອານາຈັກນອກແວ, ນັກຂ່າວ ປະຈຳ ເອີລົບ ໄດ້ສຳພາດທ່ານ ດິງຍໍຮຶງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາຊະອານາຈັກນອກແວ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານຕີລາຄາຄືແນວໃດກ່ຽວກັບການພັດທະນາການພົວພັນສອງຝ່າຍຫວຽດນາມ-ນອກແວ, ໂດຍສະເພາະແມ່ນພາຍຫຼັງທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1971-2021)?

ທ່ານເອກອັກຄະລັດຖະທູດ ດິງຍໍຮຶງ: ການພົວພັນຫວຽດນາມ ແລະນອກແວ ພວມມີຄວາມກ້າວໜ້າທີ່ດີ, ການເຄື່ອນໄຫວຮ່ວມມືໄດ້ເພີ່ມທະວີທັງດ້ານຄຸນນະພາບ ແລະປະລິມານ. ສອງຝ່າຍໄດ້ສົມທົບກັນຊຸກຍູ້ການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນໃນຫຼາຍຊ່ອງທາງ ແລະຂົງເຂດ.

ຫວຽດນາມ ແລະນອກແວ ພ້ອມກັບກຸ່ມບັນດາຄູ່ຮ່ວມມືສາກົນໄດ້ຮັບຮອງເອົາຖະແຫຼງການການເມືອງສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸດຕິທຳ (JETP). ແຜນການຕ້ອງໄດ້ໂຈະໄວ້ເປັນເວລາ 2 ປີ ຍ້ອນພະຍາດໂຄວິດ-19, ມາຮອດປະຈຸບັນຈຶ່ງໄດ້ຈັດຕັ້ງ, ໃນນັ້ນມີການທາບທາມຄຳເຫັນການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດຢູ່ຮ່າໂນ້ຍ ເດືອນມີນາ 2023. ການເຈລະຈາສັນຍາບາງສະບັບໄດ້ຈັດຕັ້ງຄືນໃໝ່ ແລະສິ້ນສຸດລົງໂດຍໄວ. ນະໂຍບາຍຍົກເວັ້ນວີຊາໃຫ້ພົນລະເມືອງ ນອກແວ ເຂົ້າຫວຽດນາມ ໄດ້ເປີດກ້ວາງ, ດ້ວຍການກຳນົດເວລາພັກຢູ່ຫວຽດນາມ ແມ່ນແຕ່ 15 ວັນຂຶ້ນເປັນ 45 ວັນ.

leftcenterrightdel
ທ່ານ ດິງຍໍຮຶງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນອກແວ. ພາບ: ສະຖານທູດຫວຽດນາມ ປະຈຳ ນອກແວ. 

ໃນຫຼາຍປີຜ່ານມາ, ນອກແວ ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ, ຕັ້ງໜ້າໜູນຊ່ວຍຫວຽດນາມ ຜັນຂະຫຍາຍປະຕິບັດເປົ້າໝາຍສະຫັດສະວັດ (MDG) ກ່ອນໜ້ານີ້ ແລະເປົ້າໝາຍພັດທະນາແບບຍືນຍົງ (SDG) ຂອງສະຫະປະຊາຊາດ ໃນປະຈຸບັນ. ໜູນຊ່ວຍການພັດທະນາທີ່ເປັນທາງການຂອງ ນອກແວ ທີ່ສະຫງວນໃຫ້ຫວຽດນາມ ຜ່ານແຕ່ລະໄລຍະແມ່ນປະມານ 320 ລ້ານໂດລາສະຫະລັດ, ນຳມາເຊິ່ງປະສິດທິຜົນແທດຈິງກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢູ່ຫວຽດນາມ. ວິສາຫະກິດນອກແວ ລົງທຶນ ແລະດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ຫວຽດນາມ. ການເຄື່ອນໄຫວທ່ອງທ່ຽວມີຄວາມຈະເລີນ ເຕີບໂຕ, ສ້າງຄວາມປະທັບໃຈອັນດີງາມຕໍ່ກັບນັກທ່ອງທ່ຽວ.

ໃນປະຈຸບັນນີ້ມີສອງຈຸດໃໝ່ທີ່ຂ້າພະເຈົ້າຈັບໃຈ: ທີໜຶ່ງ, ບັນດາວິສາຫະກິດສອງປະເທດນັບມື້ນັບມີຄວາມສົນໃຈຊອກຫາໂອກາດຮ່ວມມື, ເປີດກວ້າງການລົງທຶນ, ດຳເນີນທຸລະກິດ. ທີສອງ, ການຮ່ວມມືໃນຂົງເຂດທີ່ກ່ຽວຂ້ອງເຖິງການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ພັດທະນາຍືນຍົງ, ໃນນັ້ນມີພະລັງງານທົດແທນ, ເສດຖະກິດທະເລ, ພວມເພີ່ມທະວີ ແລະເປີດໂອກາດເພີ່ມທະວີການຮ່ວມມືໃໝ່, ເລິກເຊິ່ງກວ້າງຂວາງກວ່າ. ນັ້ນແມ່ນບັນດາຂົງເຂດທີ່ກຳລັງປະກອບສ່ວນ ຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງສອງປະເທດ ແລະເໝາະສົມກັບບັນດາທ່າອ່ຽງໃຫຍ່ຂອງໂລກ ໃນ 1-2 ທົດສະວັດຈະມາເຖິງ.

ບັນດາສັນຍານທີ່ໜ້າປິຕິຊົມຊື່ນໃນການພົວພັນຈະມາເຖິງລະຫວ່າງສອງປະເທດ, ຕາມຂ້າພະເຈົ້າແລ້ວ, ແມ່ນອີງໃສ່ 3 ພື້ນຖານ: ສຳລັບຝ່າຍຫວຽດນາມ, ໃນສະຖານະການໂລກມີການຜັນແປ, ຄວາມຫຍຸ້ງຍາກ, ຂາດສະຖຽນລະພາບ, ຫວຽດນາມ ຍາມໃດກໍ່ແມ່ນຈຸດພົ້ນເດັ່ນຂອງການເຕີບໂຕ, ຄວາມໝັ້ນຄົງ, ປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າເຂົ້າຄວາມມານະພະຍາຍາມລວມຢູ່ພາກພື້ນ ແລະໂລກ, ເພື່ອສັນຕິພາບ ແລະພັດທະນາ. ຄືດັ່ງຄຳຢັ້ງຢືນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: "ປະເທດຫວຽດນາມ ຍັງບໍ່ທັນມີຍາມໃດທີ່ມີພາລະກິດຍິ່ງໃຫຍ່, ມີກຳລັງຄວາມສາມາດບົ່ມຊ້ອນ, ອິດທິພົນຊື່ສຽງ ແລະທີ່ຕັ້ງ, ຖານະບົດບາດຄືແບບນີ້ມາກ່ອນ". ສໍາລັບຝ່າຍເພື່ອນ, ນອກແວ ພວມມີທ່າແຮງທີ່ດີ, ໄປນຳໜ້າໃນບັນດາຂະແໜງອຸດສາຫະກຳສີຂຽວດ້ວຍທ່າແຮງດ້ານມາດຕະການເຕັກໂນໂລຢີ, ການເງິນ ແລະບົດຮຽນປະສົບການ, ພ້ອມທັງແມ່ນປະເທດທີ່ປະກອບສ່ວນສຳຄັນເຂົ້າໃນການໜູນຊ່ວຍບັນດາປະເທດພວມພັດທະນາປະຕິບັດບັນດາ  SDG ແລະການກະທຳ ເພື່ອດິນຟ້າອາກາດຂອງສະຫະປະຊາຊາດ. ດ້ານພາວະວິໄສ, ໂລກພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຂະໜາດໃຫຍ່, ມີການຜັນແປໄວກວ່າການຄາດຄະເນກ່ອນໜ້ານີ້. ຮຽກຮ້ອງໃຫ້ບັນດາປະເທດໃຫຍ່ນ້ອຍຕ້ອງເພີ່ມທະວີການຮ່ວມມືໃຫ້ຫຼາຍກວ່າອີກ.

ນັກຂ່າວດ້ວຍບັນດາຜົນງານອັນໃຫຍ່ຫຼວງທີ່ບັນລຸໄດ້ໃນການພົວພັນສອງຝ່າຍ ຫວຽດນາມ-ນອກແວ, ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຄວາມໝາຍ ແລະຄວາມສຳຄັນຂອງການຢ້ຽມຢາມ ນອກແວ ຢ່າງເປັນທາງການຂອງທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ?

ທ່ານເອກອັກຄະລັດຖະທູດ ດິງຍໍຮຶງ: ຈຸດພົ້ນເດັ່ນທີ່ສຸດໃນການພົວພັນສອງປະເທດໃນປະຈຸບັນແມ່ນການຢ້ຽມຢາມ ນອກແວ ຢ່າງເປັນທາງການຂອງທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ນອກແວ Jonas Gahr Støre. ນີ້ແມ່ນການຢ້ຽມຢາມ ນອກແວ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາງ ຫວໍທິແອັງຊວັນ. ການຢ້ຽມຢາມຈະສ້າງກຳລັງແຮງໃໝ່ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ແລະຫຼາຍຝ່າຍລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ເພີ່ມທະວີປະສິດທິຜົນການຮ່ວມມື ແລະຫັນຄວາມສາມາດບົ່ມຊ້ອນໃຫ້ປະກົດຜົນເປັນຈິງ. ຜັນຂະຫຍາຍແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ; ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ; ປະຕິບັດທິດນຳທີ່ວ່າ ຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.

ການໄປຢ້ຽມຢາມນອກແວ ຂອງທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຈະປະກອບສ່ວນເຂົ້າໃນການຜັນຂະຫຍາຍຍຸດທະສາດ, ການວາງແຜນຜັງ, ແຜນງານພັດທະນາສຳຄັນຂອງປະເທດທີ່ໄດ້ຮັບຮອງເອົາໃນຊຸມປີຜ່ານມາ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການ, ເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາຍືນຍົງ SDG ແລະບັນດາຄໍາໝັ້ນສັນຍາໃນຂອບເຂດກອງປະຊຸມບັນດາຝ່າຍເຂົ້າຮ່ວມ ສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP). ບັນດາການເຄື່ອນໄຫວ ແລະແລກປ່ຽນຂອງຄະນະຜູ້ແທນຢູ່ ນອກແວ ກໍ່ແມ່ນເພື່ອແນໃສ່ເພີ່ມທະວີ, ເປີດໂອກາດຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທຳ..., ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລະດົມແຫຼ່ງກຳລັງ ແລະປະຕິບັດຄວາມຄາດຫວັງຢາກພັດທະນາປະເທດຊາດ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ຄາດຄະເນວ່າ ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະສຸມໃສ່ປຶກສາຫາລືເນື້ອໃນໃດແດ່?

ທ່ານເອກອັກຄະລັດຖະທູດ ດິງຍໍຮຶງ: ເນື້ອໃນແລກປ່ຽນໃນການເຄື່ອນໄຫວຢູ່ນອກແວ ຂອງທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຈະອັບເດດຫຼາຍຂົງເຂດຮ່ວມມືສຳຄັນ. ໃນນັ້ນ, ຈະສະຫງວນເວລາໃຫ້ແກ່ການປຶກສາຫາລືເພື່ອເພີ່ມທະວີ ແລະກຳແໜ້ນໂອກາດຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດທີ່ມີ "ປະລິມານ" ກ່ຽວກັບການພັດທະນາແບບຍືນຍົງ, ພັດທະນາສີຂຽວ. ລາຍລະອຽດກ່ຽວຂ້ອງເຖິງບັນດາມາດຕະການໜູນຊ່ວຍພື້ນຖານເສດຖະກິດໝູນວຽນ, ພັດທະນາເສດຖະກິດທະເລ, ກະສິກຳສີຂຽວ, ເຕັກໂນໂລຢີການປູກລ້ຽງສິນໃນນ້ຳແບບຍືນຍົງ, ກຳຈັດສິ່ງເສດເຫຼືອພຼາດສະຕິກ...

ອີກເນື້ອໃນໜຶ່ງທີ່ທັງສອງຝ່າຍເອົາໃຈໃສ່ນັ້ນແມ່ນການຮ່ວມມື ແລະໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍຖະແຫຼງການການເມືອງສ້າງຕັ້ງຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸດຕິທຳລະຫວ່າງຫວຽດນາມ ແລະກຸ່ມບັນດາຄູ່ຮ່ວມມືສາກົນ, ປະຕິບັດການວາງແຜນຜັງ, ແຜນຮ່າງພັດທະນາໃນຂົງເຂດພະລັງງານຂອງຫວຽດນາມ. ທິດທາງແມ່ນ ເພື່ອແນໃສ່ພັດທະນາພະລັງງານທົດແທນ; ບັນດາມາດຕະການນຳໃຊ້ພະລັງງານຢ່າງປະຢັດ ແລະມີປະສິດທິຜົນ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍປ່ອຍອາຍພິດລົງລະດັບ 0 ໃນປີ 2025, ຮັບປະກັນເປົ້າໝາຍຄວາມໝັ້ນຄົງພະລັງງານແຫ່ງຊາດ ແລະເປົ້າໝາຍພັດທະນາ, ຮັບປະກັນຄວາມທ່ຽງທຳໃນການຫັນປ່ຽນພະລັງງານ. ນີ້ກໍ່ແມ່ນໜຶ່ງໃນເນື້ອໃນບຸລິມະສິດຮ່ວມມືສາກົນຂອງນອກແວ, ດ້ວຍເຄື່ອງມືທີ່ສຳຄັນ, ຄືກອງທຶນລົງທຶນນອກແວ ແລະກອງທຶນລົງທຶນດິນຟ້າອາກາດ. ຈຸດປະສົງແມ່ນເພື່ອລະດົມແຫຼ່ງເງິນລົງທຶນພາກລັດ, ພາກເອກະຊົນ ເພື່ອໜູນຊ່ວຍບັນດາປະເທດພວມພັດທະນາປະຕິບັດບັນດາໂຄງການເໝາະສົມກັບບັນດາ SDG ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ.

ສອງຝ່າຍກໍ່ຈະແລກປ່ຽນພ້ອມກັບບັນດາປະເທດກ່ຽວຂ້ອງ ເພື່ອຊຸກຍູ້ການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະກຸ່ມການຄ້າເສລີ ເອີລົບ (EFTA), ລວມມີ 4 ປະເທດ ໃນນັ້ນມີນອກແວ, ດ້ວຍຂະໜາດລວມຍອດຜະລິດຕະພັນພາຍໃນ (GDP) ຂອງທົ່ວກຸ່ມແມ່ນ 1.200 ຕື້ໂດລາສະຫະລັດ.

ນັກຂ່າວ: ຂໍຂອບໃຈ

ໂດຍ: ແສງເດືອນ