leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: VOV

ທີ່ການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນແທັງເມີນ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຮ່ວມມືກັບແບນຊິກ ແລະປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບແບນຊິກ ໃນທຸກຂົງເຂດ, ນັບທັງລະດັບສະຫະລັດ, ລະດັບເຂດ ແລະປະຊາຄົມ, ທາງພັກ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ. ທ່ານ ເຈີ່ນແທັງເມີນ ຫວັງວ່າ ອໍານາດການປົກຄອງເຂດ Walloon ຈະສຳເລັດວິວັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຂອງສະຫະພາບເອີລົບ - ຫວຽດນາມ (EVIPA) ໂດຍໄວ; ສະເໜີໃຫ້ລັດຖະສະພາ ແລະອໍານາດການປົກຄອງ Walloon ສືບຕໍ່ເພີ່ມທະວີບັນດາໂຄງການ ແລະຮູບການຮ່ວມມືກັບຫວຽດນາມ.

ສ່ວນທ່ານປະທານເຂດ Walloon André Frédéric, ຢືນຢັນຈະສືບຕໍ່ຊຸກຍູ້ຜູ້ສືບທອດກ່ຽວກັບບັນດາໂຄງການເຊິ່ງສອງຝ່າຍໄດ້ ແລະພວມຮ່ວມມື; ພິເສດ, 2 ຝ່າຍສາມາດປຶກສາຫາລືຮູບແບບຮ່ວມມືໃຫມ່ໃນຂົງເຂດລັດຖະສະພາໄລຍະຈະມາເຖິງ.

ໂດຍ: ໄຊນີດາ