ຄະນະຜູ້ແທນພັກຄອມມູນິດຫວຽດນາມ ຢ້ຽມຢາມອິນເດຍ ແລະສີລັງກາ ຢ່າງເປັນທາງການ
ກປ.ອອນໄລ - ແຕ່ວັນທີ 11-18 ພະຈິກ, ຄະນະຜູ້ແທນພັກຄອມມູນິດຫວຽດນາມ ນໍາໂດຍສະຫາຍ ບຸ່ຍວັນງຽມ, ກໍາມະການສູນກາງພັກ, ເລຂາພັກແຂວງ ວີ້ງລອງ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ອິນເດຍ ແລະສີລັງກາ.
ໃນໄລຍະທີ່ຢູ່ອິນເດຍ, ຄະນະຜູ້ແທນພັກຄອມມູນິດຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວະລີປະທານໂຮ່ຈີມິນ, ພົບປະກັບ: ເລຂາທິການໃຫຍ່ພັກຄອມມູນິດອິນເດຍ Doraisamy Raja, ເລຂາທິການໃຫຍ່ພັກຄອມມູນິດອິນເດຍມາກຊິດ Sitaram Yechury, ລັດຖະມົນຕີກະຊວງການຕ່າງປະເທດອິນເດຍ Rajkumar Ranjan Singh. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງສອງພັກ, ສອງປະເທດ ແລະປຶກສາຫາລືມາດຕະການລະອຽດ, ແທດຈິງ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດໃນຂົງເຂດການລົງທຶນ ແລະກະສິກຳ, ການທ່ອງທ່ຽວ...ໃຫ້ຫຼາຍກວ່າເກົ່າ.
    |
 |
ສະຫາຍ ບຸ່ຍວັນງຽມ, ກໍາມະການສູນກາງພັກ, ເລຂາພັກແຂວງ ວີ້ງລອງ. ພາບ: dangcongsan.vn |
ໃນໄລຍະທີ່ຢູ່ ສີລັງກາ, ຄະນະຜູ້ແທນພັກຄອມມູນິດຫວຽດນາມ ໄດ້ໄປຖະຫວາຍດອກໄມ້ ຢູ່ອະນຸສາວະລີປະທານໂຮ່ຈີມິນ; ເຂົ້າຢ້ຽມຂໍ່ານັບນາຍົກລັດຖະມົນຕີສີລັງກາ Dinesh Gunawardena; ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດສີລັງກາ Tharaka Balasuriy; ພົບປະກັບອະດີດປະທານາທິບໍດີ ສີລັງກາ, ປະທານພັກເສລີສີລັງກາ Maithripala Sirisena; ພົບປະ ແລະເຮັດວຽກກັບຄະນະການນຳພັກຄອມມູນິດສີລັງກາ ແລະບັນດາພັກການເມືອງຕ່າງໆຂອງສີລັງກາ. ຜ່ານການພົບປະ ແລະການເຮັດວຽກຄັ້ງຕ່າງໆ, ຝ່າຍສີລັງກາ ໄດ້ສະແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມ ແລະ ຕີລາຄາສູງຕໍ່ການພັດທະນາຢ່າງຕັ້ງໜ້າ ຂອງການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະສີລັງກາ ໃນທຸກຂົງເຂດ; ປາດຖະໜາຢາກສອງະເທດ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າໄດ້ປຽບຂອງແຕ່ລະຝ່າຍ, ໃນນັ້ນເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ.
ໂດຍ: ທູຈາງ