ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ສະຫະພາບ ເອີລົບ ປະຈຳ ຫວຽດນາມ
ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ບັນດາບັນຫາຄວາມໝັ້ນຄົງແບບໃໝ່.
    |
 |
ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໃຫ້ການຕ້ອນຮັບທ່ານ Julien Guerrier ເອກອັກຄະລັດຖະທູດ ສະຫະພາບ ເອີລົບ ປະຈຳຫວຽດນາມ. ພາບ: ຫວຽດເກື່ອງ |
ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Julien Guerrier ເອກອັກຄະລັດຖະທູດ ສະຫະພາບ ເອີລົບ ປະຈຳຫວຽດນາມ ມາເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດເລີ່ມດຳເນີນອາຍຸການປະຕິບັດງານ. ໂດຍແລກປ່ຽນກ່ຽວກັບການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຂອງ ອີຢູ ໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ໂຕເລິມ ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ບັນດາບັນຫາຄວາມໝັ້ນຄົງແບບໃໝ່. ສົມທົບກັນແບ່ງປັນຂໍ້ມູນ, ແລກປ່ຽນທັດສະນະຫຼັກໝັ້ນ, ປຶກສາຫາລືບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ສ່ວນທ່ານ Julien Guerrier ໄດ້ຢັ້ງຢືນຈະມານະພະຍາຍາມເພີ່ມພູນຄູນສ້າງໃຫ້ແກ່ການພັດທະນາການພົວພັນຮ່ວມມືອັນດີງາມລະຫວ່າງ ອີຢູ - ຫວຽດນາມ, ພ້ອມທັງສະໜັບສະໜູນ ແລະເປັນຂົວເຊື່ອມຕໍ່ເປີດກວ້າງການພົວພັນຮ່ວມມືຢ່າງມີປະສິດທິຜົນທີ່ດີກວ່າເກົ່າລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຂອງ ອີຢູ ເພື່ອຮັບປະກັນຄວາມໝັ້ນຄົງໃນພາກພື້ນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ