ນັກຂ່າວ: ຂໍຮຽນທ່ານນາງຮອງລັດຖະມົນຕີການຕ່າງປະເທດ. ສັບປະດາສຸດຍອດ APEC ຈະດໍາເນີນໃນລະຫວ່າງວັນທີ 14-17 ພະຈິກ ຢູ່ San Francisco, ອາເມລິກາ ເປັນຂີດໝາຍ 25 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມ APEC.  ຂໍໃຫ້ທ່ານຮອງລັດຖະມົນຕີ ແບ່ງປັນກ່ຽວກັບການປະກອບສ່ວນຂອງ ຫວຽດນາມ ຕໍ່ເວທີປາໄສໃນໄລຍະຜ່ານມາ?

ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ: ຫວນຄືນໄລຍະທາງ 25 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມ APEC, APEC ປີ 1998 ແມ່ນການຕັດສິນຍຸດທະສາດໃນກິດຈະການເຊື່ອມໂຍງເສດຖະກິດສາກົນຂອງປະເທດ, ຕັ້ງພື້ນຖານໃຫ້ການເຊື່ອມໂຍງທົ່ວໂລກ ແລະປະກອບສ່ວນເຂົ້າໃນການພັດທະນາຂອງຫວຽດນາມ ກໍ່ຄືຂອງພາກພື້ນ.

leftcenterrightdel
ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ. ພາບ: baoquocte.vn.

ໃນ 25 ປີຜ່ານມາ, ຫວຽດນາມ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະມີປະສິດທິຜົນເຂົ້າໃນທຸກຂົງເຂດຮ່ວມມື, ສ້າງຂີດໝາຍສຳຄັນໃນວິວັດທະນາການ APEC. ອາດສາມາດເນັ້ນໜັກ 3 ຈຸດພົ້ນເດັ່ນ. ທຳອິດ, ຫວຽດນາມ ແມ່ນໜຶ່ງໃນຈຳນວນບໍ່ຫຼາຍບັນດາພື້ນຖານເສດຖະກິດທີ່ໄດ້ຮັບຄວາມໄວ້ວາງໃຈ ແລະການສະໜັບສະໜູນຈາກບັນດາສະມາຊິກໃຫ້ດຳລົງຕຳແໜ່ງເປັນປະເທດເຈົ້າພາບປີ APEC 2006 ແລະ 2017. ພາຍໃຕ້ການເປັນປະທານຂອງຫວຽດນາມ, ສອງກອງປະຊຸມສຸດຍອດ APEC ຮ່າໂນ້ຍ ປີ 2006 ແລະດ່ານັ້ງ ປີ 2017 ລ້ວນແຕ່ໄດ້ຮັບຕີລາຄາ ວ່າປະສົບຜົນສຳເລັດທີ່ສຸດ, ບັນລຸບັນດາໝາກຜົນສຳຄັນ, ມີຄວາມໝາຍທີ່ມີລັກສະນະຍຸດທະສາດສຳລັບເວທີປາໄສ APEC ກໍ່ຄືການຮ່ວມມື, ການເຊື່ອມຕໍ່ເສດຖະກິດຢູ່ພາກພື້ນ ອາຊີ-ປາຊີຟິກ.

ທີສອງ, ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກຕັ້ງໜ້າທີ່ສຸດໃນການສະເໜີບັນດາຂໍ້ລິເລີ່ມ, ໂຄງການຮ່ວມມືດ້ວຍເກືອບ 150 ໂຄງການ, ໃນບັນດາຂົງເຂດ, ຄື: ການພັດທະນາຊັບພະຍາກອນມະນຸດ, ການຊຸກຍູ້ການຄ້າເອເລັກໂຕນິກ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການພັດທະນາຊົນນະບົດ ແລະຕົວເມືອງ, ຂີ້ເຫຍື້ອມະຫາສະໝຸດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ... ບັນດາຂໍ້ລິເລີ່ມ, ໂຄງການນີ້ຊຸກຍູ້ການຮ່ວມມື APEC ເໝາະສົມກັບຄວາມເອົາໃຈໃສ່ ແລະຜົນປະໂຫຍດຂອງບັນດາສະມາຊິກ, ພ້ອມທັງຮັບໃຊ້ບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມຢ່າງມີປະສິດທິຜົນ.

ທີສາມ, ພວກເຮົາໄດ້ຢັ້ງຢືນບົດບາດບໍລິຫານ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືຂອງ APEC ຜ່ານການຮັບດໍາລົງຕໍາແໜ່ງສໍາຄັນໃນບັນດາກົນໄກຂອງເວທີປາໄສ. ພົ້ນເດັ່ນແມ່ນບົດບາດເປັນຜູ້ອຳນວຍບໍລິຫານຄະນະເລຂາ APEC, ປະທານກຸ່ມອາຊຽນ ໃນ APEC, ປະທານ/ຮອງປະທານຫຼາຍຄະນະກໍາມະການ, ກຸ່ມປະຕິບັດງານສຳຄັນຂອງເວທີປາໄສ. ບັນດາວິສາຫະກິດຫວຽດນາມ ກໍ່ຄືປະກອບສ່ວນ ແລະເຂົ້າຮ່ວມຢ່າງຕັ້ງໜ້າທີ່ສະພາທີ່ປຶກສາດຳເນີນທຸລະກິດ APEC  ແລະກອງປະຊຸມສຸດຍອດວິສາຫະກິດ  APEC.

ຫວນຄືນໄລຍະທາງ 25 ປີຜ່ານມາ, ໂດຍໃກ້ຊິດຕິດແທດກັບແນວທາງພົວພັນຕ່າງປະເທດຂອງພັກ, ຜັນຂະຫຍາຍແຜນນະໂຍບາຍຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະແມ່ນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ພວກເຮົາໄດ້ເຂົ້າຮ່ວມ APEC ຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະມີການປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາຂອງເວທີປາໄສ APEC. ຜົນສຳເລັດຂອງບັນດາປີ APEC 2006 ແລະ 2007, ພ້ອມກັບການປະກອບສ່ວນສຳຄັນຕ່າງໆຂອງຫວຽດນາມ ທີ່ເວທີປາໄສໄດ້ປະກອບສ່ວນຍົກສູງບົດບາດ, ຖານະທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດໃນເວທີປາໄສສາກົນ, ຍາດແຍ່ງບັນດາກາລະໂອກາດ, ແຫຼ່ງກຳລັງຈາກການຮ່ວມມື APEC ແລະບັນດາກົນໄກຮ່ວມມື, ເຊື່ອມຕໍ່ພາກພື້ນ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ນັກຂ່າວ: ຂໍທ່ານນາງໃຫ້ຮູ້ຄວາມໝາຍ ແລະບັນດາເນື້ອໃນປຶກສາຫາລືທີ່ກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 30 ທີ່ຈະດໍາເນີນໃນລະຫວ່າງວັນທີ 16-17 ພະຈິກ ຈະມາເຖິງ?

ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ: ປະຈຸບັນ APEC ແມ່ນກົນໄກຮ່ວມມື ແລະເຊື່ອມຕໍ່ເສດຖະກິດແຖວໜ້າຢູ່ອາຊີ-ປາຊີຟິກ, ກວມເອົາ 39% ປະຊາກອນ, 59% GDP ແລະເກືອບ 50% ການຄ້າໂລກ. ກອງປະຊຸມສຸດຍອດປີນີ້ມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນໃນສອງດ້ານ. ກອງປະຊຸມປີນີ້ເປັນຂີດໝາຍ 30 ປີເຕັມນັບແຕ່ກອງປະຊຸມສຸດຍອດ APEC ຄັ້ງທໍາອິດກໍ່ໄດ້ຈັດຕັ້ງຢູ່ອາເມລິກາ. ຄຽງຂ້າງນັ້ນ, ກອງປະຊຸມປີນີ້ໄດ້ເດຳເນີນໃນສະພາບເສດຖະກິດໂລກ, ການເຊື່ອມຕໍ່ເສດຖະກິດສາກົນ ແລະພາກພື້ນມີການຜັນແປຢ່າງເລິກເຊິ່ງ; ບັນດາຄວາມສ່ຽງ, ສິ່ງທ້າທາຍສະຫຼັບກັບກາລະໂອກາດໃຫຍ່ສຳລັບການຮ່ວມມື ແລະພັດທະນາ, ບັນດາສິ່ງທ້າທາຍຄວາມໝັ້ນຄົງກ່ຽວຂ້ອງກັບການທະຫານ ແລະຄວາມໝັ້ນຄົງບໍ່ແມ່ນການທະຫານພວມຜັນແປຢ່າງສັບສົນ. ເພາະສະນັ້ນ, ນີ້ແມ່ນໄລຍະຮຽກຮ້ອງບັນດາສະມາຊິກ APEC ຕ້ອງເພີ່ມທະວີການເຈລະຈາ, ການຮ່ວມມື, ເພື່ອຫັນບັນດາສິ່ງທ້າທາຍເປັນກາລະໂອກາດເພື່ອຟື້ນຟູ ແລະພັດທະນາແບບຍືນຍົງ.

ດ້ວຍຄວາມໝາຍດັ່ງກ່າວ ແລະດ້ວຍຫົວຂໍ້ "ສ້າງອະນາຄົດໃຫ້ເຂັ້ມແຂງດ້ວຍຕົນເອງ, ຍືນຍົງໃຫ້ທຸກຄົນ", ກອງປະຊຸມຄັ້ງນີ້ຈະສຸມໃສ່ຕີລາຄາບັນດາ ໝາກຜົນການຮ່ວມມື  APEC ໃນ 30 ປີຜ່ານມາ, ຖອດຖອນບັນດາຜົນສຳເລັດ, ບົດຮຽນ, ຄຸນຄ່າທີ່ມີຕໍ່ການຮ່ວມມືພາກພື້ນ, ເພື່ອຈາກນັ້ນກຳນົດບັນດາທິດທາງຮ່ວມມືໃນໄລຍະໃໝ່ດ້ວຍຄາດໝາຍ ເພື່ອໃຫ້ APEC ສືບຕໍ່ຢັ້ງຢືນບົດບາດແມ່ນເວທີປາໄສແຖວໜ້າກ່ຽວກັບການເຊື່ອມຕໍ່ ແລະຮ່ວມມືເສດຖະກິດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ການຮ່ວມມື ແລະພັດທະນາຂອງພາກພື້ນ ແລະໂລກ. ບັນດາການນຳກໍ່ຈະປຶກສາຫາລືກ່ຽວກັບບັນຫາໃຫຍ່ທີ່ວາງອອກຕໍ່ເສດຖະກິດໂລກ ແລະພາກພື້ນໃນປະຈຸບັນ, ໂດຍສະເພາະແມ່ນຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ການເຕີບໂຕຍືນຍົງ, ກວມລວມ, ເພີ່ມທະວີການເຊື່ອມຕໍ່ ແລະການເຊື່ອມຕໍ່ເສດຖະກິດພາກພື້ນ, ຜ່ານນັ້ນຊຸກຍູ້ທ່າອຽງເຈລະຈາ, ຮ່ວມມື, ພ້ອມກັນປະກອບສ່ວນໃຫ້ແກ່ການພັດທະນາແບບຍືນຍົງ ແລະວັດທະນາຖາວອນຂອງພາກພື້ນ.

ນັກຂ່າວ: ການເຂົ້າຮ່ວມຂອງຫວຽດນາມ ຢູ່ສັບປະດາສຸດຍອດປີນີ້ຄືແນວໃດເພື່ອປະກອບສ່ວນເຂົ້າຜົນສຳເລັດລວມຂອງບັນດາກອງປະຊຸມ, ຂໍຮຽນທ່ານຮອງລັດຖະມົນຕີ?

ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ: ດ້ວຍຄວາມໝາຍສຳຄັນພິເສດຂອງກອງປະຊຸມສຸດຍອດ APEC ປີນີ້ ແລະໃນສະພາບ ການພົວພັນ ຫວຽດນາມ-ອາເມລິກາ ສືບຕໍ່ພັດທະນາຢ່າງແຮງໃນໄລຍະຜ່ານມາ, ການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ APEC  ແລະບັນດາກິດຈະກໍາສອງຝ່າຍຢູ່ ອາເມລິກາ ຂອງປະທານປະເທດແມ່ນມີຄວາມໝາຍສຳຄັນ.

ປະທານປະເທດ ຈະພ້ອມກັບບັນດາການນຳ APEC ປຶກສາຫາລືບັນດາບັນຫາທີ່ມີຄວາມໝາຍຫຼັກແຫຼ່ງສຳລັບເສດຖະກິດໂລກ ແລະພາກພື້ນ, ວາງອອກບັນດາທິດທາງຮ່ວມມືດ້ານການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ ແລະຫຼາຍຂົງເຂດແຕກຕ່າງກັນ. ຫວຽດນາມ ຈະພ້ອມກັບບັນດາສະມາຊິກຊຸກຍູ້ຈິດໃຈເຈລະຈາ, ກໍ່ສ້າງ, ມີຄວາມຮັບຜິດຊອບ, ເຊີດຊູລັດທິຫຼາຍຝ່າຍ, ພ້ອມກັນຮ່ວມມື, ພ້ອມກັນກະທຳເພື່ອການພັດທະນາຍືນຍົງ ແລະວັດທະນາຖາວອນຂອງພາກພື້ນ.

ປະທານປະເທດ ຈະເຂົ້າຮ່ວມ ແລະກ່າວປາໄສ, ມີຫຼາຍການເຮັດວຽກທີ່ກອງປະຊຸມສຸດຍອດວິສາຫະກິດ APEC. ນີ້ແມ່ນເຫດການທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງປະຊາຄົມວິສາຫະກິດໃນພາກພື້ນດ້ວຍການເຂົ້າຮ່ວມຂອງການນຳບັນດາກຸ່ມບໍລິສັດແຖວໜ້າໃນໂລກ ແລະພາກພື້ນອາຊີ-ປາຊີຟິກ ຈຳນວນກວ່າ 2.000 ຄົນ.

ສຳລັບອາເມລິກາ, ບັນດາກິດຈະກຳຂອງປະທານປະເທດທີ່ກອງປະຊຸມສຸດຍອດ APEC ແລະກິດຈະກຳສອງຝ່າຍກັບການນຳຂັ້ນສູງ ແລະບັນດາຄູ່ຮ່ວມມືອາເມລິກາ, ໂດຍສະເພາະແມ່ນຢູ່ລັດ California, ຈະສືບຕໍ່ຊຸກຍູ້ການພົວພັນສອງຝ່າຍບົນຈິດໃຈຖະແຫຼງການຮ່ວມກ່ຽວກັບການສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອາເມລິກາ ຜ່ານມາ, ໂດຍສະເພາະແມ່ນໃນບັນດາຂົງເຂດການສຶກສາ ແລະກໍ່ສ້າງ, ວິທະຍາສາດ-ເຕັກໂນໂລຢີໃໝ່, ການປ່ຽນແປງໃໝ່ປະດິດສ້າງ ແລະການເຊື່ອມຕໍ່ບັນດາທ້ອງຖິ່ນ.

ອາດສາມາດຢັ້ງຢືນວ່າ ການໄປປະຕິບັດງານຂອງປະທານປະເທດເຂົ້າຮ່ວມກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 30 ສົມທົບກັບບັນດາກິດຈະກໍາສອງຝ່າຍຢູ່ອາເມລິກາ ແມ່ນໜຶ່ງໃນບັນດາກິດຈະກຳສຳຄັນໃນແຜນການເຄື່ອນໄຫວພົວພັນຕ່າງປະເທດ ປີ 2023 ຂອງບັນດາສະຫາຍການນຳພັກ, ລັດ, ຜ່ານນັ້ນສືບຕໍ່ຮັກສາ ແລະປັບປຸງສະຖານະການພົວພັນຕ່າງປະເທດສັນຕິພາບ, ສະຖຽນລະພາບ, ອໍານວຍຄວາມສະດວກໃຫ້ແກ່ການພັດທະນາຂອງປະເທດ.

ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!

ໂດຍ: ແສງເດືອນ