ຫວນຄືນໄລຍະເວລາກວ່າ 30 ປີຜ່ານມານັບແຕ່ເມື່ອສອງປະເທດຫັນການພົວພັນເປັນປົກກະຕິ, ອາດສາມາດເຫັນວ່າ ນີ້ແມ່ນໄລຍະໃໝ່ໃນການພົວພັນສອງປະເທດ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກນາໆປະການແຕ່ວ່າການພົວພັນສອງປະເທດ ໄດ້ຮັບການປັບປຸງ ແລະພັດທະນາໃນຫຼາຍຂົງເຂດ, ຫຼາຍບັນຫາຍັງຄົງຄ້າງແມ່ນໄດ້ຮັບການແກ້ໄຂ. ນັ້ນແມ່ນໝາກຜົນຈາກຄວາມມານະພະຍາຍາມຂອງຫຼາຍກະຊວງ, ຂະແໜງການ, ຈາກສູນກາງຈົນຮອດທ້ອງຖິ່ນຂອງທັງສອງຝ່າຍ, ແຕ່ວ່າບໍ່ສາມາດປະຕິເສດບົດບາດນຳພາຂອງການພົວພັນລະຫວ່າງ 2 ພັກໄດ້.

ຍາກທີ່ມີການພົວພັນໃດໃນພາກພື້ນ ແລະໃນໂລກ, ນອກຈາກຊ່ອງທາງທາງການຂອງລັດ ແລະຊ່ອງທາງປະຊາຊົນແລ້ວ, ຍັງມີຊ່ອງທາງພົບປະແລກປ່ຽນເປັນປົກກະຕິ, ມີສິດອຳນາດ ແລະມີປະສິດທິຜົນຄືຊ່ອງທາງພົບປະແລກປ່ຽນລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດ ຈີນ. ກວ່າ 30 ປີຜ່ານມາ, ການພົວພັນດັ່ງກ່າວໄດ້ສະແດງໃຫ້ເຫັນໃນໄລຍະເວລາທີ່ສຳຄັນ.

ຊ່ອງທາງພັກໄດ້ຮັກສາໄວ້ຢ່າງໝັ້ນຄົງໃນທຸກສະພາບການ

ການພົວພັນຫວຽດນາມ-ຈີນ ໄດ້ຜ່ານ 10 ປີທີ່ປະສົບກັບຄວາມຫຍຸ້ງຍາກ ແລະເຄັ່ງຕຶງ, ບໍ່ມີຜົນປະໂຫຍດໃຫ້ແກ່ການພັດທະນາຂອງແຕ່ລະປະເທດ ແລະສະຖຽນລະພາບຂອງພາກພື້ນໃນຂະນະທີ່ສະພາບການໂລກມີການຜັນແປຢ່າງສັບສົນ. ແຕ່ກໍ່ໃນໄລຍະເວລານັ້ນ, ກິດຈະການປ່ຽນແປງໃໝ່ຂອງຫວຽດນາມ ແລະການປະຕີຮູບເປີດປະເທດຂອງຈີນ ໄດ້ມີບາດກ້າວທີ່ຕັ້ງໜ້າ. ເລີ່ມມາຈາກສະພາບການພາຍໃນ ແລະຕ່າງປະເທດ ແລະຄວາມຮຽກຮ້ອງຕ້ອງການພັດທະນາ ແລະສະຖຽນລະພາບຍາວນານຂອງທັງ ຈີນ ແລະຫວຽດນາມ, ການນຳຂັ້ນສູງຂອງສອງພັກ ໄດ້ຕົກລົງດຳເນີນວິວັດທະນາການຫັນການພົວພັນເປັນປົກກະຕິ. ກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກກອມມູນິດຫວຽດນາມ (ເດືອນມີຖຸນາ 1991) ຢັ້ງຢືນຈິນຕະນາການປ່ຽນແປງໃໝ່ກ່ຽວກັບການພົວພັນສາກົນດ້ວຍຖະແຫຼງການ: "ຫວຽດນາມ ຢາກເປັນເພື່ອນມິດກັບທຸກປະເທດໃນປະຊາຄົມໂລກ, ສູ້ຊົນເພື່ອສັນຕິພາບ, ເອກະລາດ ແລະການພັດທະນາ", ພ້ອມທັງຢັ້ງຢືນແຜນນະໂຍບາຍ "ຊຸກຍູ້ວິວັດທະນາການຫັນການພົວພັນກັບ ຈີນ ເປັນປົກກະຕິ, ເປີດກວ້າງການຮ່ວມມືພົວພັນຫວຽດນາມ-ຈີນ ເທື່ອລະກ້າວ, ແກ້ໄຂບັນດາບັນຫາທີ່ຍັງຄົງຂ້າງລະຫວ່າງສອງປະເທດຜ່ານການເຈລະຈາ".

leftcenterrightdel
ການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນລະຫວ່າງວັນທີ 30 ຕຸລາ ຫາວັນທີ 1 ພະຈິກ 2022 ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແມ່ນເຫດການສຳຄັນພິເສດໃນການພົວພັນສອງປະເທດ. ພາບ: ສຳນັກຂ່າວສານຫວຽດນາມ

ການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂດ໊ເມື່ອຍ ແລະປະທານສະພາລັດຖະມົນຕີ ຫວໍວັນກຽດ ເມື່ອເດືອນພະຈິກ 1991 ແມ່ນຂີດໝາຍສຳຄັນໃນປະຫວັດສາດການພົວພັນສອງປະເທດ, ສອງຝ່າຍໄດ້ອອກຖະແຫຼງການຫັນການພົວພັນເປັນປົກກະຕິ.

ນັບແຕ່ເມື່ອສ້າງການພົວພັນເປັນປົກກະຕິຈົນຮອດປະຈຸບັນ, ການພົວພັນພັດທະນາຕາມທິດກ້າວຂຶ້ນເຖິງວ່າປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ. ແຕ່ດ້ວຍການພົບປະແລກປ່ຽນ, ຕໍ່ສູ້, ຊຸກຍູ້ການແກ້ໄຂສິ່ງບໍ່ລົງລອຍກັນ, ສອງພັກ ຍັງຮັກສາການພົວເປັນປົກກະຕິ, ປະຕິບັດແຜນການແລກປ່ຽນປະຈຳປີ, ລວມທັງພົບປະຂັ້ນສູງ, ກອງປະຊຸມສຳມະນາທິດສະດີ, ການພົບປະແລກປ່ຽນລະຫວ່າງບັນດາຄະນະພັກ, ບັນດາໂຄງການຮ່ວມມືບຳລຸງສ້າງລ້ວນແຕ່ປະຕິບັດຖືກຕາມຄວາມຄືບໜ້າ.

ເລື່ອງຮັກສາການພົວພັນລະຫວ່າງສອງພັກເປັນປົກກະຕິໃນໄລຍະປະສົບຄວາມຫຍຸ້ງຍາກຄືດັ່ງກ່າວນັ້ນ, ໄດ້ກຳນົດທິດທາງໃຫ້ການພົວພັນໃນຂົງເຂດຕ່າງໆ, ບໍ່ປະໃຫ້ຄວາມບໍ່ລົງລອຍກັນເກີນຄວາມສາມາດຄວບຄຸມໄດ້.

ບັນດາຂໍ້ຕົກລົງສຳຄັນທີ່ການພົບປະລະຫວ່າງເລຂາທິການໃຫຍ່ສອງພັກ

ນັບແຕ່ປີ 1991 ຈົນຮອດປະຈຸບັນ, ການພົບປະແລກປ່ຽນຂັ້ນສູງ ເຊິ່ງສຳຄັນທີ່ສຸດແມ່ນການພົບປະລະຫວ່າງເລຂາທິການໃຫຍ່ສອງທ່ານຂອງສອງພັກໄດ້ດຳເນີນເປັນປະຈຳ. ເລຂາທິການໃຫຍ່ສອງພັກ ໄດ້ປະຕິບັດການຢ້ຽມຢາມກັນ 17 ຄັ້ງ. ສະເພາະຊຸມປີພະຍາດໂຄວິດ-19 ແຜ່ລະບາດນັ້ນແມ່ນບໍ່ສາມາດຈັດການພົບປະໂດຍກົງໄດ້. ນັບແຕ່ປີ 2013, ປີໃດ, ເລຂາທິການໃຫຍ່ສອງທ່ານກໍ່ມີການສົນທະນາທາງໂທລະສັບສາຍດ່ວນເນື່ອງໃນໂອກາດມີບັນດາເຫດການສຳຄັນຂອງສອງປະເທດ.

ບັນດາຂໍ້ຕົກລົງທີ່ມີລັກສະນະຊີ້ນຳການພົວພັນຫວຽດນາມ-ຈີນ ໃນຕະຫຼອດກວ່າ 30 ປີຜ່ານມາລ້ວນແຕ່ໄດ້ຍົກອອກມາໃນການຢ້ຽມຢາມເຊິ່ງກັນແລະກັນຂອງເລຂາທິການໃຫຍ່ສອງພັກ.

ນອກຈາກການພົບປະລະຫວ່າງເລຂາທິການໃຫຍ່ສອງທ່ານແລ້ວ, ຜ່ານຊ່ອງທາງພັກ, ບັນດາກຳມະການກົມການເມືອງ, ເລຂາທິການສູນກາງພັກ, ການນຳບັນດາຄະນະພັກສອງຝ່າຍໄດ້ດຳເນີນການຢ້ຽມຢາມ, ການພົບປະແລກປ່ຽນ, ການແລກປ່ຽນຂໍ້ມູນຂ່າວສານ ແລະປືກສາຫາລືບັນດາບັນຫາ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ການພົບປະຂັ້ນສູງລະຫວ່າງສອງພັກ ໄດ້ກາຍເປັນມູນເຊື້ອ, ຊ່ວຍເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ ແລະຮັກສາທິດທາງພັດທະນາການພົວພັນລະຫວ່າງສອງພັກ, ສອງລັດ.

ແລກປ່ຽນທິດສະດີແມ່ນການເຄື່ອນໄຫວຮ່ວມມືທີ່ມີຜົນປະໂຫຍດຢ່າງແທ້ຈິງ

ການຮ່ວມມືຄົ້ນຄວ້າທິດສະດີລະຫວ່າງສອງພັກ ໄດ້ກາຍເປັນຈຸດພົ້ນເດັ່ນໃນການພົວພັນດ້ານການເມືອງລະຫວ່າງຫວຽດນາມ ແລະຈີນ. ໃນສະພາບທີ່ບັນດາພັກກອມມູນິດກຳອຳນາດບໍ່ມີຫຼາຍ, ໃນຫຼາຍສິບປີຜ່ານມາ, ຫວຽດນາມ ແລະຈີນ ໄດ້ດຳເນີນກິດຈະການປ່ຽນແປງໃໝ່ ແລະປະຕິຮູບເປີດປະຕູ, ສ້າງບັນດາຮູບແບບທີ່ບໍ່ເຄີຍມີມາກ່ອນ, ການແລກປ່ຽນ, ທາບທາມຄຳເຫັນດ້ານທິດສະດີ ແລະບົດຮຽນພຶດຕິກຳຕົວຈິງນຳກັນໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການຂອງທັງສອງຝ່າຍ.

ມາຮອດປະຈຸບັນ, ກອງປະຊຸມສຳມະນາທິດສະດີລະຫວ່າງສອງພັກ ໄດ້ດຳເນີນ 17 ຄັ້ງ (ນັບທັງກອງປະຊຸມສໍາມະນາທາງໄກ). ນອກຈາກກອງປະຊຸມສໍາມະນາທິດສະດີໂດຍການນຳຂັ້ນກຳມະການກົມການເມືອງສອງພັກ ເປັນປະທານແລ້ວ, ມີຫຼາຍອົງການຄົ້ນຄວ້າທິດສະດີ, ບັນດາຄະນະ, ຂະແໜງການກ່ຽວຂ້ອງກໍ່ດຳເນີນການແລກປ່ຽນທິດສະດີເປັນຫຼາຍຄັ້ງໃນຫຼາຍຂົງເຂດ... ບັນດາກອງປະຊຸມສຳມະນາ ແລະການແລກປ່ຽນທິດສະດີນີ້ບໍ່ພຽງແຕ່ແມ່ນກາລະໂອກາດທາບທາມຄວາມເຫັນເຊິ່ງກັນ ແລະກັນກ່ຽວກັບທິດສະດີ, ເພີ່ມເຕີມໃຫ້ກັນກ່ຽວກັບບົດຮຽນພຶດຕິກຳຕົວຈິງເທົ່ານັ້ນຫາກຍັງເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ ແລະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນອີກດ້ວຍ. ການແລກປ່ຽນທິດສະດີລະຫວ່າງສອງພັກ ກໍ່ໄດ້ເຮັດໃຫ້ສາງທິດສະດີກໍ່ສ້າງພັກ, ກໍ່ສ້າງລັດທິສັງຄົມນິຍົມຂອງແຕ່ລະພັກ, ແຕ່ລະປະເທດອຸດົມສົມບູນ, ພ້ອມທັງມີຄຸນຄ່າທາບທາມໃຫ້ບັນດາພັກອ້າຍນ້ອງອື່ນ.

ເຂົ້າຮ່ວມຊຸກຍູ້ການແກ້ໄຂບັນດາບັນຫາບໍ່ລົງລອຍກັນໂດຍກົງ

ກວ່າ 30 ປີຜ່ານມາ, ຜົນງານພົ້ນເດັ່ນທີ່ສຸດແມ່ນສອງຝ່າຍສາມາດແກ້ໄຂໄດ້ບາງບັນຫາພື້ນຖານທີ່ຍັງຄົງຂ້າງລະຫວ່າງສອງປະເທດໂດຍປະຫວັດສາດປະໄວ້. ສອງຝ່າຍບັນລຸໄດ້ ຫຼາຍຂໍ້ຕົກລົງທີ່ມີລັກສະນະຫຼັກການ ແລະສອງລັດຖະບານໄດ້ສ້າງຕັ້ງບັນດາກົນໄກແກ້ໄຂຄືຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ, ບັນດາກົນໄກເຈລະຈາ, ບັນດາໜ່ວຍປະຕິບັດງານ... ໃນນັ້ນ, ສຳຄັນກວ່າໝູ່ແມ່ນຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງສອງທ່ານເລຂາທິການໃຫຍ່ ປີ 1997, ປະກາດປີ 1999 ກ່ຽວກັບຄວາມຕັດສິນໃຈແກ້ໄຂບັນຫາຊາຍແດນທາງບົກ ແລະອ່າວພາກເໜືອໄດ້ປະຕິບັດສຳເລັດຖືກຕາມເວລາກຳນົດ.

ຫວນຄືນໄລຍະກວ່າ 30 ປີຜ່ານມາ ແລະເຫິງນານກວ່າແມ່ນ 100 ປີຜ່ານມາ, ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດ ຈີນ ຍາມໃດກໍ່ສວມບົດບາດຫຼັກແຫຼ່ງໃນປະຫວັດສາດແຫ່ງການພົວພັສອງປະເທດ. ມາຮອດປະຈຸບັນ, ໃນສະພາບການໃໝ່, ການພົວພັນນັ້ນບາງເທື່ອບໍ່ຄືກັນກັບຊຸມປີ 1950, 1960 ຂອງສັດຕະວັດກ່ອນ, ແຕ່ຍັງຄົງຮັກສາບົົດບາດສຳຄັນຢູ່. ໃນໄລຍະຈະມາເຖິງ, ດ້ວຍບົດບາດຫຼັກແຫຼ່ງຂອງການພົວພັນພັກ ແລະມູນເຊື້ອການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ພວກເຮົາໄດ້ເຫັນວ່າບັນດາຂໍ້ຕົກລົງສຳຄັນເຊິ່ງການນຳຂັ້ນສູງສອງຝ່າຍບັນລຸໄດ້ນັ້ນຈະແມ່ນທິດທາງສູ້ຊົນທີ່ຖືກຕ້ອງໃຫ້ການພົວພັນມິດຕະພາບ ຫວຽດນາມ-ຈີນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສະຖຽນລະພາບ, ການຮ່ວມມື ແລະພັດທະນາຂອງພາກພື້ນ ແລະໃນໂລກ.

ໂດຍ: ແສງເດືອນ