ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຕ້ອນຮັບປະທານສະພາແຫ່ງຊາດອໍານາດການປົກຄອງກູບາ
ກປ.ອອນໄລ - ຕອນບ່າຍວັນທີ 27 ກັນຍາ, ທີ່ຫໍສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ເປັນປະທານພິທີຕ້ອນຮັບທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດອໍານາດການປົກຄອງກູບາ.
ການນໍາສອງທ່ານໄດ້ຕີລາຄາສູງການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນລະຫວ່າງສອງປະເທດເວົ້າລວມ ແລະສອງສະພາແຫ່ງຊາດເວົ້າສະເພາະໃນໄລຍະຜ່ານມາ. ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ໂດຍສະເພາະແມ່ນລະຫວ່າງບັນດາກຸ່ມສະມາຊິກລັດຖະສະພາ ແລະບັນດາອົງການຂອງສະພາແຫ່ງຊາດ.
    |
 |
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດອໍານາດການປົກຄອງກູບາ. ພາບ: daibieunhandan.vn |
ຕາງໜ້າພັກ, ລັດ ແລະປະຊາຊົນກູບາ, ປະທານສະພາແຫ່ງຊາດກູບາ ໄດ້ຂອບໃຈການຊ່ວຍເຫຼືອຂອງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງໃນໄລຍະຜ່ານມາ; ການສະໜັບສະໜູນຂອງສະພາແຫ່ງຊາດ ຫວຽດນາມ ເພື່ອໃຫ້ສະພາແຫ່ງຊາດກູບາ ກາຍເປັນຜູ້ສັງເກດການຂອງສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (AIPA).
ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີສອງຝ່າຍຍູ້ແຮງການສົມທົບ ກັນຢູ່ບັນດາເວທີປາໄສສາກົນຫຼາຍຝ່າຍ, ຄື: ສະຫະພັນ ລັດຖະສະພາສາກົນ (IPU) ແລະບັນດາອົງການຈັດຕັ້ງລັດຖະສະພາ ຫຼາຍຝ່າຍອື່ນ; ສະໜັບສະໜູນ ຫຼັກໝັ້ນຂອງກັນກ່ຽວກັບບັນດາບັນຫາ ພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີ ຄວາມສົນໃຈ.
ກູບາຫວັງວ່າຈະໄດ້ຕ້ອນຮັບບັນດາຄະນະວິສາຫະກິດ ຫວຽດນາມ ມາຢ້ຽມຢາມ ແລະຊອກຮູ້ກາລະໂອກາດລົງທຶນຢູ່ກູບາ. ກໍາມາທິການ ເສດຖະກິດຂອງສະພາແຫ່ງຊາດກູບາ ກໍ່ປາດຖະໜາ ຢາກຕ້ອນຮັບຄະນະກໍາ ມາທິການເສດຖະກິດຂອງສະພາແຫ່ງຊາດ ຫວຽດນາມ ມາຢ້ຽມຢາມ, ແລກປ່ຽນບົດຮຽນກ່ຽວກັບການ ເຄື່ອນໄຫວ.
ໂດຍ: ໄຊນີດາ