ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເລແທັງຕຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກູບາ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນຜູ້ນຳກູບາ ມາຢ້ຽມຢາມຫວຽດ ນາມ ເປັນຄັ້ງທຳອິດ ແລະເຂດທີ່ຫາກໍ່ປົດປ່ອຍພາກໃຕ້ຫວຽດນາມ.
ທ່ານ ເລແທັງຕຸ່ງ ເອກອັກຄະລັດຖະທູດ ເນັ້ນໜັກວ່າ ການຢ້ຽມຢາມຂອງຜູ້ນຳກູບາ ໄດ້ນຳເອົາກຳລັງໃຈອັນໃຫຍ່ຫຼວງມາໃຫ້ທະຫານ ແລະປະຊາຊົນຫວຽດນາມ, ພ້ອມທັງສ້າງກຳລັງໜູນ, ປຸກລະດົມສົ່ງເສີມໃໝ່ໃຫ້ແກ່ຂະບວນການສາມັກຄີ ແລະສະໜັບສະໜູນຫວຽດນາມ ໃນໂລກ. ໃນການຢ້ຽມຢາມຄັ້ງປະຫວັດສາດນີ້, ຜູ້ນຳກູບາ ໄດ້ຢັ້ງຢືນວ່າ “ພາຍຫຼັງປະຊາຊົນຫວຽດນາມ ສຳເລັດກິດຈະການປົດປ່ອຍ, ທ້ອນໂຮມປະເທດຊາດເປັນເອກະພາບ, ກູບາ ພ້ອມແລ້ວທີ່ຈະປະກອບສ່ວນເຫື່ອແຮງ ເພື່ອສ້າງສາຫວຽດນາມ ໃຫ້ສວຍງາມທົບ 10 ເທົ່າ ຄືດັ່ງປະທານໂຮ່ຈີມິນ ຕ້ອງການ”.
ແລະກູບາ ໄດ້ຊ່ວຍຫວຽດນາມ ຟື້ນຟູປະເທດດ້ວຍ 5 ໂຄງການກໍ່ສ້າງດ້ານເສດຖະກິດ-ສັງຄົມສຳຄັນຈົນມາຮອດປະຈຸບັນຍັງສາມາດເສີມຂະຫຍາຍປະສິດທິຜົນ, ນັ້ນແມ່ນໂຮງໝໍ 400 ຕຽງຢູ່ດົ່ງເຫີຍ, ໂຮງແຮມຖັ໊ງເລີ້ຍຢູ່ຮ່າໂນ້ຍ, ຟາມລ້ຽງງົວມົກເຈົາ, ຟາມລ້ຽງໄກ່ເລືອງໝີ ແລະເສັ້ນທາງປູຢາງ ທີ່ມີໄລຍະທາງ 19 km ທີ່ເຊື່ອມຕໍ່ເຊີນໄຕ-ຊວນມາຍ ທີ່ປະຊາຊົນຫວຽດນາມ ຫຼາຍຄົນໄດ້ເອີ້ນວ່າ “ເສັ້ນທາງກູບາ”.
    |
 |
ທ່ານເອກອັກຄະລັດຖະທູດ ເລແທັງຕຸ່ງ. ພາບ: ສຳນັກຂ່າວສານຫວຽດນາມ |
ຕາມທ່ານເອກອັກຄະລັດຖະທູດແລ້ວ ປີນີ້, ການນຳຂັ້ນສູງຂອງພັກ, ລັດສອງປະເທດໄດ້ເຫັນດີເປັນເອກະພາບຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຜູ້ນຳກູບາ Fidel ຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດ ແລະ 60 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາ ສາມັກຄີກັບພາກໃຕ້ຫວຽດນາມ, ຕົ້ນກຳເນີດຂອງສະມາຄົມມິດຕະພາບກູບາ-ຫວຽດນາມ ໃນປະຈຸບັນ.
ວັນທີ 12 ກັນຍາປີນີ້, ຄະນະບໍລິຫານງານສູນກາງພັກຄອມມູນິດກູບາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງເຫດການປະຫວັດສາດນີ້ດ້ວຍການເຂົ້າຮ່ວມຂອງທ່ານເລຂາທິການ ຜູ້ທີໜຶຶ່ງພັກຄອມມູນິດ ກູບາ, ທ່ານປະທານປະເທດ Miguel Díaz-Canel Bermúdez, ພ້ອມດ້ວຍການນໍາຂັ້ນສູງຂອງພັກ, ລັດ ແລະການນໍາອາວຸໂສກູບາ ຫຼາຍທ່ານ.
ໃນວັນທີ 26 ກັນຍາ, ພັກ ແລະລັດຫວຽດນາມ ກໍ່ຈັດຕັ້ງພິທີສະເຫຼີມສະຫຼອງເຫດການນີ້ຢູ່ແຂວງກວາງຈິ້, ບ່ອນທີ່ຜູ້ນຳ Fidel ໄດ້ມາຢ້ຽມຢາມໃນເດືອນກັນຍາ 1973. ພິເສດ, ການນຳກູບາ ໄດ້ແຕ່ງຕັ້ງສະຫາຍ Esteban Lazo Hernández, ກໍາມະການກົມການເມືອງ, ປະທານສະພາແຫ່ງຊາດ ແລະສະພາແຫ່ງລັດກູບາ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງໃນນາມເປັນຜູ້ຕາງໜ້າພັກ ແລະລັດ ກູບາ.
ທ່ານເອກອັກຄະລັດຖະທູດ ເລແທັງຕຸ່ງ ຊີ້ແຈ້ງວ່າ ການເຄື່ອນໄຫວກິດຈະກຳສະເຫຼີມສະຫຼອງຢ່າງສົມກຽດ ແລະອຸດົມສົມບູນໄປດ້ວຍເຫດການພິເສດໃນການພົວພັນຫວຽດນາມ-ກູບາ ຢູ່ທັງສອງປະເທດບໍ່ພຽງແຕ່ໄດ້ວາດພາບເຫດການປະຫວັດສາດ, ເຊີດຊູ ນ້ຳໃຈສາມັກຄີອ້າຍນ້ອງ ແລະການສະໜັບສະໜູນອັນລໍ້າຄ່າຂອງຜູ້ນຳ Fidel ແລະກູບາ ທີ່ສະຫງວນໃຫ້ຫວຽດນາມ, ປຸກລຸກຄວາມເອກອັກທະນົງໃຈເທົ່ານັ້ນຫາກຍັງແມ່ນໂອກາດຕອບບຸນແທນຄຸນການນຳ ແລະປະຊາຊົນຮຸ່ນຕ່າງໆຂອງສອງປະ ເທດທີ່ໄດ້ປັບປຸງ ແລະພັດທະນາການພົວພັນສາມັກຄີອ້າຍນ້ອງພິເສດຫວຽດນາມ - ກູບາ ໃນເວລາກວ່າ 6 ທົດສະວັດຜ່ານມາ; ພ້ອມທັງເປັນການສຶກສາອົບຮົມໄວໜຸ່ມຮຸ່ນຕ່າງໆຂອງສອງປະເທດກ່ຽວກັບມູນເຊື້ອການພົວພັນສາມັກຄີອ້າຍນ້ອງ, ບໍລິສຸດຜຸດຜ່ອງ, ເປັນແບບຢ່າງຫວຽດນາມ - ກູບາ ເພື່ອແນໃສ່ສືບທອດ, ສ້າງປະຫວັດສາດໜ້າໃໝ່ທີ່ເປັນໜ້າເອກອ້າງທະນົງໃຈສຳລັບການພົວພັນແບບພິເສດນີ້.
ທ່ານເອກອັກຄະລັດຖະທູດ ເລແທັງຕຸ່ງ ໃຫ້ຂໍ້ສັງເກດວ່າ ການພົວພັນສາມັກຄີອ້າຍນ້ອງແບບພິເສດລະຫວ່າງຫວຽດນາມ ແລະກູບາ ທີ່ປະທານໂຮ່ຈີມິນ ແລະຜູ້ນຳ Fidel ໄດ້ສ້າງຕັ້ງ, ນໍາພາຖືກການນໍາ ແລະປະຊາຊົນຮຸ່ນຕ່າງໆຂອງສອງປະເທດໄດ້ປັບປຸງ, ເພີ່ມພູນຄູນສ້າງໃນເວລາເກືອບ 63 ປີຜ່ານມາ, ໄດ້ກາຍເປັນແບບຢ່າງໃນການພົວພັນສາກົນຄືດັ່ງສະຫາຍ Fidel ເຄີຍຕີລາຄາ.
ໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລິກາ ຂອງປະຊາຊົນຫວຽດນາມ ກ່ອນໜ້ານີ້, ດ້ວຍຈິດໃຈ “ເພື່ອຫວຽດນາມ, ກູບາ ພ້ອມແລ້ວທີ່ຈະອຸທິດ, ເສຍສະຫຼະເລືອດເນື້ອຂອງຕົນ”, ກູບາ ເວົ້າໄປຄຽງຄູ່ກັບການກະທຳ. ກູບາ ຍາມໃດກໍ່ໄປນຳໜ້າໃນຂະບວນການໂລກແຫ່ງຄວາມສາມັກຄີ ແລະສະໜັບສະໜູນ, ອຸປະຖຳນ້ຳຕານ ແລະຝ້າຍໃຫ້ຫວຽດນາມ ຫຼາຍຮ້ອຍພັນໂຕນ, ເງິນຕາຕ່າງປະເທດ, ອຸປະກອນໜູນຊ່ວຍການເປີດເສັ້ນທາງໂຮ່ຈີມິນ ທີ່ມະຫັດສະຈັນ ແລະບ້ວງເງິນອຸປະຖຳລ້ຳຄ່າອື່ນໆອີກ.
ພາຍຫຼັງຫວນຄືນຂີດໝາຍຫຼັກໃນການພົວພັນຫວຽດນາມ-ກູບາ, ທ່ານເອກອັກຄະລັດຖະທູດ ເລແທັງຕຸ່ງ ເນັ້ນໜັກວ່າ ນີ້ແມ່ນການພົວພັນທີ່ໄດ້ສ້າງຂຶ້ນໂດຍອີງໃສ່ 3 ເສົາຄ້ຳນັ້ນແມ່ນສາມັກຄີອ້າຍນ້ອງ, ຮ່ວມມືຮອບດ້ານ ແລະໄວ້ເນື້ອເຊື່ອໃຈກັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.
ສະແດງຄວາມເອກອ້າງທະນົງໃຈກ່ຽວກັບນ້ຳໃຈອ້າຍນ້ອງພິເສດທີ່ຫາຍາກໄດ້ກາຍເປັນ “ສັນຍາລັກແຫ່ງຍຸກສະໄໝ” ຄືຜູ້ນໍາ Fidel Castro ເຄີຍພັນລະນາໄວ້, ສະຫາຍເອກອັກຄະລັດຖະທູດ ເລແທັງຕຸ່ງ ຢັ້ງຢືນວ່າ “ຄົນຫວຽດນາມ ຍາມໃດກໍ່ຈື່ຈຳຄຳເວົ້າທີ່ອະມະຕະຂອງຜູ້ນຳກູບາ Fidel Castro: ເພື່ອຫວຽດນາມ, ກູບາ ພ້ອມແລ້ວທີ່ຈະອຸ ທິດ, ເສຍສະຫຼະເລືອດເນື້ອຂອງຕົນ!”, ແລະສໍາລັບຊາວຫວຽດນາມ ແຕ່ລະຄົນແລ້ວ, ການສາມັກຄີກັບ ກູບາ ແມ່ນຄຳສັ່ງມາຈາກໃຈ!”.
ເລີ່ມຈາກການພົວພັນດ້ານການເມືອງອັນດີງາມ, ນ້ຳໃຈສາມັກຄີ ແລະຄວາມນິຍົມນັບຖື, ປະຊາຊົນສອງປະເທດຫວຽດນາມ ແລະກູບາ ນັບມື້ນັບມານະພະຍາຍາມເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ. ນອກຈາກບັນດາໂຄງການທີ່ລັດຖະບານສອງປະເທດໄດ້ເຫັນດີ, ຄື: ຜະລິດເຂົ້າ ແລະກາເຟ, ປະຈຸບັນ ຫວຽດນາມ ມີຫຼາຍໂຄງການລົງທຶນ ຫຼຶືຮ່ວມທຸລະກິດຢູ່ກູບາ, ໃນນັ້ນໄດ້ເອົາໃຈໃສ່ເປັນພິເສດເຖິງຂົງເຂດຜະລິດເຄື່ອງບໍລິໂພກ, ວັດສະດຸກໍ່ສ້າງ, ພະລັງງານແສງຕາເວັນ, ພື້ນຖານໂຄງລ່າງອຸດສາຫະກຳ ແລະການທ່ອງທ່ຽວ.
ກົງກັນຂ້າມ, ມີຊ່ຽວຊານ, ທ່ານໝໍ, ນາຍຊ່າງທີ່ມີສີມືຫຼາຍຄົນຈາກກູບາ ໄດ້ມາເຂົ້າຮ່ວມໂຄງການຕ່າງໆຢູ່ຫວຽດນາມ ໃນຂົງເຂດກໍ່ສ້າງ, ການແພດ, ອຸດສາຫະກຳຊີວະສາດ, ການຢາ ແລະກິລາ.
ໃນຂອບເຂດການຢ້ຽມຢາມ ກູບາ ຂອງທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໃນເດືອນເມສາ 2023, ສອງປະເທດໄດ້ຈັດຕັ້ງເວທີປາໄສສົ່ງເສີມການຄ້າ ແລະການລົງທຶນສອງຝ່າຍ, ໃນນັ້ນສອງຝ່າຍໄດ້ເຊັນບົດບັນທຶກຊ່ວຍຈຳ 4 ສະບັບໃນຂົງເຂດການບິນ, ກໍ່ສ້າງ, ໄຟຟ້າ ແລະນ້ຳມັນ. ຢູ່ເວທີປາໄສ, ປະຊາຄົມວິສາຫະກິດສອງປະເທດ ກໍ່ໄດ້ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນໃນການຜະລິດ ແລະຕະຫຼາດເຂົ້າສານ, ກາເຟ, ທັນຍາຫານ, ຫົວອາຫານສັດລ້ຽງ, ປຸງແຕ່ງສັດປີກ ແລະສັດໃຫຍ່.
ປະຈຸບັນຫວຽດນາມ ແມ່ນຄູ່ຮ່ວມມືການຄ້າອາຊີໃຫຍ່ທີສອງ ແລະແມ່ນນັກລົງທຶນຕ່າງປະເທດໃຫຍ່ທີ່ສຸດຂອງພາກພື້ນນີ້ຢູ່ກູບາ. ການພົວພັນດ້ານເສດຖະກິດ ແລະການ ຄ້າໄດ້ປະກອບສ່ວນປັບປຸງການພົວພັນອ້າຍນ້ອງທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ.
ທ່ານເອກອັກຄະລັດຖະທູດ ເລແທັງຕຸ່ງ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແລະກູບາ ມີຄວາມສາມາດບົ່ມຊ້ອນຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ພິເສດແມ່ນໃນຂົງເຂດທີ່ສາມາດເພີ່ມເຕີມໃຫ້ກັນ, ຄື: ການຜະລິດກະສິກຳ, ຜະລິດວັດສະດຸອຸດສາຫະກຳ, ກໍ່ສ້າງ ແລະສິນຄ້າບໍລິໂພກ, ພະລັງງານທົດແທນ, ອຸດສາຫະກຳຊີວະສາດ ແລະການແພດ, ພື້ນຖານໂຄງລ່າງການທ່ອງທ່ຽວ, ພ້ອມດ້ວຍຫຼາຍຂົງເຂດຕ່າງໆ.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ນັກທຸລະກິດຫວຽດນາມ ນັບມື້ນັບເອົາໃຈໃສ່ເຖິງການຊອກຫາກາລະໂອກາດດຳເນີນທຸລະກິດ ແລະລົງທຶນຢູ່ກູບາ. ທ່ານເອກອັກ ຄະລັດຖະທູດ ສະແດງຄວາມເຊື່ອໝັ້ນວ່າ ວິສາຫະກິດສອງປະເທດຈະສືບຕໍ່ມານະພະຍາຍາມຊອກໄດ້ວິທີການຮ່ວມມືໃໝ່ທີ່ເໝາະສົມກັບສະພາບການພາຍໃນປະເທດ ແລະສາກົນຄືໃນປະຈຸບັນ, ໝູນໃຊ້ຄວາມສະດວກ ແລະກາລະໂອກາດທີ່ມີຢູ່ແລ້ວ, ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອຍົກສູງປະສິດທິຜົນດ້ານເສດຖະກິດ, ການຄ້າ ແລະການລົງທຶນໃຫ້ສົມກັບລະດັບການພົວພັນສາມັກຄີແບບພິເສດ, ອ້າຍນ້ອງຜູກພັນກັນຢ່າງສະໜິດແໜ້ນ ກູບາ ແລະຫວຽດນາມ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະເພື່ອຜົນປະໂຫຍດຂອງທັງສອງຊາດ.
ໂດຍ: ແສງເດືອນ