ນັກຂ່າວ: ສະເໜີທ່ານລັດຖະມົນຕີໃຫ້ຮູ້ໝາກຜົນການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 78 ແລະດຳເນີນການເຄື່ອນໄຫວສອງຝ່າຍຢູ່ອາເມລິກາ?

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ: ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 78 ແລະສົມທົບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ  ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສາມາດບັນລຸເປົ້າໝາຍ, ໜ້າທີ່ໄດ້ທັງໝົດຢູ່ໃນລະດັບສູງສຸດ ດ້ວຍເວລາ 113 ຊົ່ວໂມງທີ່ມີການເຄື່ອນໄຫວຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຢ່າງຕໍ່ເນື່ອງ ແລະແທດຈິງ.

ວາລະປະຊຸມສະມັດຊາໃຫຍ່ ສປຊ ປີນີ້ ມີການເຂົ້າຮ່ວມເປັນຈຳນວນຫຼວງຫຼາຍຂອງການນຳປະເທດຕ່າງໆ ກວ່າ 150 ຄົນ. ການໄປປະຕິບັດງານກໍ່ໄດ້ດຳເນີນພາຍຫຼັງທີ່ຫວຽດນາມ ແລະອາເມລິກາສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ. ໃນສະພາບການດັ່ງກ່າວ, ການໄປປະຕິບັດງານບັນລຸໝາກຜົນຕົ້ນຕໍດັ່ງລຸ່ມນີ້:

ທີໜຶ່ງ, ຜ່ານບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຢູ່ບັນດາວາລະປະຊຸມ, ໂດຍສະເພາະແມ່ນວາລະປະຊຸມຂັ້ນສູງ, ພວກເຮົາສົ່ງສານຂະໜາດໃຫຍ່ກ່ຽວກັບທັດສະນະ, ນະໂຍບາຍທີ່ລະອຽດຂອງຫວຽດນາມ ເພື່ອຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະຄໍາສັ່ງສະບັບເລກທີ 25 ຂອງຄະນະເລຂາທິການກ່ຽວກັບການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍເຖິງປີ 2030.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ

ທີສອງ, ພວກເຮົາສະແດງໃຫ້ເຫັນຮູບພາບຫວຽດນາມ ທີ່ເຄົາລົບຄຸນຄ່າຂອງສັນຕິພາບ, ສະຖຽນລະພາບ, ພວມພັດທະນາຢ່າງແຂງແຮງກ່ຽວກັບເສດຖະກິດ-ສັງຄົມ; ພ້ອມທັງມີຖານະບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງນັບມື້ນັບສູງໃນເວທີປາໄສສາກົນ.

ທີສາມ, ພວກເຮົາສາມາດຍາດແຍ່ງໄດ້ໂອກາດໄປປະຕິບັດງານເພື່ອພັດທະນາກວ່າອີກ ແລະສ້າງການພົວພັນໃໝ່ກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ. ທ່ານນາຍົກລັດຖະມົນຕີ ແລະບັນດາສະມາຊິກໃນຄະນະໄດ້ມີການເຄື່ອນໄຫວພົບປະກັບການນຳບັນດາປະເທດ, ບັນດາອົງການຈັດຕັ້ງສາກົນນັບເປັນສິບຄັ້ງ. ທີ່ການພົບປະຄັ້ງຕ່າງໆ, ບັນດາຄູ່ຮ່ວມມືລ້ວນແຕ່ສະແດງໃຫ້ເຫັນການຖືເປັນສຳຄັນຕໍ່ຖານະບົດບາດ ແລະທັດສະນະທີ່ຕັ້ງໜ້າຂອງຫວຽດນາມ, ເຫັນດີເປັນເອກະພາບຕໍ່ການເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ວິທະຍາສາດ-ເຕັກໂນໂລຢີ, ແຮງງານ, ການທ່ອງທ່ຽວ, ການສຶກສາ-ກໍ່ສ້າງ, ການພົບປະແລກປ່ຽນປະຊາຊົນ ກໍ່ຄືການສະໜັບສະໜູນຄວາມສຳຄັນຂອງການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ (UNCLOS)  ປີ 1982, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ. ເນື່ອງໃນໂອກາດນີ້, ພວກເຮົາໄດ້ສ້າງຕັ້ງການພົວພັນທາງການທູດກັບຕົງກາ, ຍົກຍອດຈຳນວນປະເທດທີ່ມີການພົວພັນທາງການທູດກັບຫວຽດນາມ ຂຶ້ນເປັນ 193 ປະເທດ. ຫວຽດນາມ ກໍ່ແມ່ນໜຶ່ງໃນຈຳນວນບັນດາປະເທດທຳອິດທີ່ເຊັນສັນຍາວ່າດ້ວຍທະເລ (BBNJ), ແມ່ນສົນທິສັນຍາສາກົນທີ່ປັບປຸງການຂຸດຄົ້ນ, ແບ່ງປັນຜົນປະໂຫຍດ ແລະອະນຸລັກແຫຼ່ງ gene ທະເລຢູ່ເຂດທະເລສາກົນ.

ສຳລັບອາເມລິກາ, ນີ້ແມ່ນການໄປປະຕິບັດງານທຳອິດຂອງການນຳຫຼັກແຫຼ່ງຂອງຫວຽດນາມ ພາຍຫຼັງທີ່ສອງປະເທດໄດ້ສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະກອບສ່ວນຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການໄປຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີອາເມລິກາ Joe Biden. ທ່ານນາຍົກລັດຖະມົນຕີ ໄດ້ມີການພົບປະ ແລະເຂົ້າຮ່ວມຫຼາຍເຫດການຢູ່ San Francisco, Washington DC ແລະ New York, ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສຂອງອຳນາດການປົກຄອງ, ສະພາແຫ່ງຊາດສະຫະລັດ, ບັນດາລັດ, ວົງການວິສາຫະກິດ, ປັນຍາຊົນ, ບັນດາເພື່ອນມິດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ.

ບັນດາຄູ່ຮ່ວມມືອາເມລິກາ ລ້ວນແຕ່ຢັ້ງຢືນການຖືເປັນສຳຄັນຫວຽດນາມ ແລະພັດທະນາການພົວພັນສອງປະເທດ ທີ່ໄດ້ຮັບການສະໜັບສະໜູນຢ່າງແຂງແຮງຂອງບັນດາພັກ, ເຫັນດີເປັນເອກະພາບສູງກ່ຽວກັບການຜັນຂະຫຍາຍການປະຕິບັດຂອບເຂດການພົວພັນຕ່າງປະເທດໃໝ່ ເພື່ອບັນລຸໝາກຜົນລະອຽດ, ພິເສດແມ່ນໃນຂົງເຂດຈຸດສຸມ, ຄື: ເສດຖະກິດ-ການຄ້າ-ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ, ການສຶກສາ-ກໍ່ສ້າງ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການແພດ-ສິ່ງແວດລ້ອມ, ການພົບປະແລກປ່ຽນປະຊາຊົນ...

ປະຊາຄົມວິສາຫະກິດອາເມລິກາ ຢັ້ງຢືນວ່າ ສືບຕໍ່ເປີດກວ້າງການລົງທຶນ, ການດຳເນີນທຸລະກິດຢູ່ຫວຽດນາມ. ຂໍ້ຕົກລົງຮ່ວມມືຫຼາຍສະບັບໃນຂົງເຂດພື້ນຖານໂຄງລ່າງ, ການຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ, ເຕັກໂນໂລຢີສູງ ກໍ່ໄດ້ລົງນາມ ແລະແລກປ່ຽນ.

ນັກຂ່າວ: ສະເໜີທ່ານລັດຖະມົນຕີ ໃຫ້ຮູ້ໝາກຜົນການໄປຢ້ຽມຢາມສະຫະພັນ ບຣາຊິນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ?

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ: ການໄປຢ້ຽມຢາມ ບຣາຊິນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ແມ່ນບາດກ້າວຜັນຂະຫຍາຍແຜນນະໂຍບາຍພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ໃນນັ້ນມີການເພີ່ມທະວີການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ເຊິ່ງ ບຣາຊິນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ. ການຢ້ຽມຢາມໄດ້ດຳເນີນໄປໃນໄລຍະທີ່ມີຄວາມໝາຍສຳຄັນທີ່ສຸດ, ເມື່ອສອງປະເທດມຸ່ງໄປເຖິງການສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 16 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2024.

ບຣາຊິນ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງປະເທດເຮົາດ້ວຍຄວາມຈິງໃຈ, ສະໜິດສະໜົມ, ສົມກຽດ, ລອບຄອບຖີ່ຖ້ວນ. ການຢ້ຽມຢາມບັນລຸໝາກຜົນແທດຈິງ, ຮອບດ້ານໃນທຸກຊ່ອງທາງພັກ, ລັດຖະບານ, ລັດຖະສະພາ, ການພົບປະແລກປ່ຽນປະຊາຊົນ ແລະຫຼາຍຂົງເຂດຮ່ວມມືດ້ານການເມືອງ, ການພົວພັນຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກະສິກຳ, ການສຶກສາ-ກໍ່ສ້າງ, ວິທະຍາສາດເຕັກໂນໂລຢີ, ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ການທ່ອງທ່ຽວ, ກິລາ... ແລະພ້ອມກັນນັ້ນແມ່ນເປີດໂອກາດຮ່ວມມືໃໝ່ໃນຂົງເຂດ, ຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ.

ເນື່ອງໃນໂອກາດການໄປຢ້ຽມຢາມ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ, ເອກະສານສຳຄັນໄດ້ສະແດງໃຫ້ເຫັນລະດັບຂອງການພົວພັນຮ່ວມມືລະຫວ່າງສອງປະເທດ, ພ້ອມທັງກຳນົດທິດໃຫ້ແກ່ການຮ່ວມມືໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ, ມຸ່ງໄປເຖິງຂົງເຂດການພົວພັນໃໝ່, ເໝາະສົມໃນໄລຍະຈະມາເຖິງ.

ບຣາຊິນ ຕີລາຄາສູງຕໍ່ຖານະບົດບາດ ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ ຢູ່ພາກພື້ນ ແລະໃນໂລກ, ກໍ່ຄືແງ່ຫວັງຮ່ວມມືບໍ່ພຽງແຕ່ສອງຝ່າຍເທົ່ານັ້ນຫາກຍັງຢູ່ທັງຂອບເຂດພາກພື້ນ ແລະສາກົນ ລະຫວ່າງຫວຽດນາມ ກັບກຸ່ມຕະຫຼາດລວມອາເມລິກາໃຕ້ (MERCOSUR),  ການຮ່ວມມືໃຕ້-ໃຕ້, ສົມທົບກັນໃນຂອບເຂດ FEALAC, WTO, ASEAN...

ນັກຂ່າວ: ສະເໜີທ່ານລັດຖະມົນຕີໃຫ້ຮູ້ກ່ຽວກັບບຸລິມະສິດຂອງຫວຽດນາມ ໃນການເຂົ້າຮ່ວມ ສປຊ ກໍ່ຄືໃນການພົວພັນກັບອາເມລິກາ ແລະ ບຣາຊິນ ໃນໄລຍະຈະມາເຖິງ?

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ: ເພື່ອເສີມຂະຫຍາຍບັນດາໝາກຜົນດັ່ງກ່າວ, ໃນໄລຍະຈະມາເຖິງ, ພວກເຮົາຈະສຸມໃສ່ເຂົ້າບາງບຸລິມະສິດດັ່ງລຸ່ມນີ້:

ສຳລັບ ສປຊ, ພວກເຮົາສືບຕໍ່ຊຸກຍູ້ການພົວພັນໃຫ້ເຂົ້າສູ່ລວງເລິກເພື່ອຍາດແຍ່ງເອົາການສະໜັບສະໜູນ, ການຊ່ວຍເຫຼືອຂອງສາກົນກ່ຽວກັບແຫຼ່ງກຳລັງ, ເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດພັດທະນາປະເທດ, ກໍ່ຄືການຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ເຄົາລົບກົດໝາຍສາກົນຢູ່ພາກພື້ນ. ຄຽງຂ້າງກັນນັ້ນ, ພວກເຮົາກໍ່ຕ້ອງສືບຕໍ່ເພີ່ມທະວີການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ດ້ວຍບັນດາຂໍ້ລິເລີ່ມ ແລະການປະກອບສ່ວນໃຫ້ສົມກັບຖານະບົດບາດ, ທີ່ຕັ້ງຂອງຫວຽດນາມ ແລະການຄອງຄອຍຂອງປະຊາຄົມສາກົນ, ເປັນເຈົ້າພາບຈັດຕັ້ງຫຼາຍເຫດການ, ເຂົ້າຮ່ວມການເຄື່ອນໄຫວຂອງຫຼາຍອົງການສຳຄັນຂອງ ສປຊ.

ສຳລັບອາເມລິກາ, ສອງຝ່າຍຄວນສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງ, ຄຳໝັ້ນສັນຍາຂອງການນຳຂັ້ນສູງສອງປະເທດຕາມຂອບເຂດການພົວພັນໃໝ່, ບັນລຸໝາກຜົນລະອຽດໂດຍໄວ, ປະກອບສ່ວນນຳການພົວພັນພັດທະນາໃຫ້ນັບມື້ນັບແທດຈິງ, ເລິກເຊິ່ງກວ້າງຂວາງ. ຕາມນັ້ນແລ້ວ, ສອງຝ່າຍຈະໃຫ້ບຸລິມະສິດບັນດາຂົງເຂດເສດຖະກິດ-ການຄ້າ-ການລົງທຶນຢ່າງມີປະສິດທິຜົນ, ກົມກ່ຽວ, ຍືນຍົງ, ຖືວິທະຍາສາດເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດສ້າງແມ່ນຂົງເຂດຮ່ວມມືທີ່ມີລັກສະນະບຸກທະລຸ, ສືບຕໍ່ຮ່ວມມືການສຶກສາ-ກໍ່ສ້າງ, ໃນນັ້ນເອົາໃຈໃສ່ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ສຳລັບ ບຣາຊິນ, ສອງປະເທດຈະສົມທົບກັນຜັນຂະຫຍາຍຫຼາຍການເຄື່ອນໄຫວທີ່ອຸດົມສົມບູນເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 16 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ. ສຳລັບເສດຖະກິດ-ການຄ້າ, ພວກເຮົາມີໂອກາດຫຼາຍກ່ຽວກັບການເພີ່ມທະວີວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 10 ຕື້ໂດລາສະຫະລັດ ໃນປີ 2025 ແລະ 15 ຕື້ໂດລາສະຫະລັດ ໃນປີ 2030; ຍູ້ແຮງການຮ່ວມມືດ້ານແຮງງານ, ການລົງທຶນ. ພວກເຮົາຄອງຄອຍວ່າ ບຣາຊິນ, ປະເທດທີ່ເປັນສະມາຊິກ ສ້າງຕັ້ງ ແລະປະຈຸບັນແມ່ນປະທານໝູນວຽນຂອງ MERCOSUR,  ຈະສືບຕໍ່ສະໜັບສະໜູນ ແລະຊຸກຍູ້ການເລີ່ມເຈລະຈາສັນຍາການຄ້າເສລີ (FTA)  ລະຫວ່າງຫວຽດນາມ ແລະ MERCOSUR. ສອງຝ່າຍຈະສືບຕໍ່ເຈລະຈາເພື່ອເຊັນຂໍ້ຕົກລົງຮ່ວມມືໃນຂົງເຂດເຕັກນິກ, ການພົວພັນຕ່າງປະເທດ, ການລົງທຶນ, ການປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນ, ຮ່ວມມືທ້ອງຖິ່ນ.

ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ!

ໂດຍ: ແສງເດືອນ