ເນື່ອງໃນໂອກາດນີ້, ທ່ານ Marco Farani ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ບຣາຊິນ ປະຈຳ ຫວຽດນາມ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງການຢ້ຽມຢາມ ແລະການພົວພັນຮ່ວມມືສອງຝ່າຍ.
ນັກຂ່າວ: ທ່ານເອກອັກຄະລັດຖະທູດ ມີຄວາມຫວັງຫຍັງແດ່ສຳລັບການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ?
ທ່ານເອກອັກຄະລັດຖະທູດ Marco Farani: ຂ້າພະເຈົ້າ ຖືວ່າ ການພົວພັນລະຫວ່າງ ບຣາຊິນ ແລະຫວຽດນາມ ມີແງ່ຫວັງຫຼາຍຢ່າງເຖິງວ່າສອງປະເທດຢູ່ຫ່າງໄກກັນກໍ່ຕາມ. ຂ້າພະເຈົ້າ ຈື່ໄດ້ວ່າ ທ່ານປະທານາທິບໍດີ Luiz Inácio Lula da Silva (ພວມດໍາລົງຕໍາແໜ່ງປະທານາທິບໍດີອາຍຸການທີ 3 ຂອງ ບຣາຊິນ) ເຄີຍມາຢ້ຽມຢາມຫວຽດນາມ ແລະຂ້າພະເຈົ້າຄິດວ່າ ທ່ານປະທານາທິບໍດີ ອາດຈະກັບມາຢ້ຽມຢາມຫວຽດນາມ ອີກຄັ້ງໜຶ່ງໃນໄລຍະມໍ່ໆນີ້.
ທ່ານປະທານາທິບໍດີ Luiz Inácio Lula da Silva ໄດ້ຮັບຄໍາເຊີນໃຫ້ມາຢ້ຽມຢາມຫວຽດນາມ ຈາກທ່ານປະທານປະເທດ ຫວໍວັນເຖືອງ. ປີຈະມາເຖິງ, ສອງປະເທດຈະ ສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະຂ້າພະເຈົ້າ ຄິດວ່າ ມັນແມ່ນໂອກາດທີ່ດີ ເພື່ອໃຫ້ທ່ານປະທານາທິບໍດີ ບຣາຊິນ ມາຢ້ຽມຢາມ ຫວຽດນາມ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບທ່ານ Luiz Inácio Lula da Silva ປະທານາທິບໍດີ ບຣາຊິນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ G7, ໃນຕອນບ່າຍວັນທີ 21 ພຶດສະພາ 2023. ພາບ: ສຳນັກຂ່າວສານຫວຽດນາມ. |
ບຣາຊິນ ແລະຫວຽດນາມ ຮັກສາການພົວພັນຮ່ວມມືສອງຝ່າຍຮອບດ້ານດ້ວຍພື້ນຖານແມ່ນການພົວພັນຢ່າງດຸ່ນດ່ຽງ ແລະເຄົາລົບກັນ. ທ່ານປະທານາທິບໍດີ Lula da Silva ແລະທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ພົບປະໃນຂອບເຂດກອງປະຊຸມສຸດຍອດ G7 ເປີດກວ້າງທີ່ໄດ້ຈັດຕັ້ງຢູ່ Hiroshima (ຍີ່ປຸ່ນ) ໃນເດືອນ 6 ປີກາຍ. ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ Lula da Silva ໄດ້ເຊີນທ່ານນາຍົກລັດຖະມົນຕີ ມາຢ້ຽມຢາມ ບຣາຊິນ.
ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະຄອງຄອຍການຢ້ຽມຢາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະນຳສອງປະເທດຍັບເຂົ້າໃກ້ກັນກວ່າ ແລະເປີດກາລະໂອກາດຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ.
ນັກຂ່າວ: ປະຈຸບັນ, ບຣາຊິນ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ ຢູ່ພາກພື້ນ ອາເມລິກາ ລາຕິນ, ທ່ານເອກອັກຄະລັດຖະທູດ ມີຂໍ້ສັງເກດຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືດ້ານເສດຖະກິດສອງຝ່າຍໃນໄລຍະຈະມາເຖິງ?
ທ່ານເອກອັກຄະລັດຖະທູດ Marco Farani: ດຸ່ນການຄ້າລະຫວ່າງສອງປະເທດບັນລຸປະມານ 7 ຕື້ໂດລາສະຫະລັດ, ເຖິງຢ່າງໃດກໍ່ຕາມ, ຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງທີ່ຕ້ອງໄດ້ຂຸດຄົ້ນໃນຂົງເຂດກະສິກຳ, ພະລັງງານສີຂຽວ ແລະການປ້ອງກັນຊາດ. ບຣາຊິນ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ, ຢືນອັນດັບທີ 9 ຫຼືທີ 10 ໃນໂລກກ່ຽວກັບຂອບຂະໜາດພື້ນຖານເສດຖະກິດ.
ການມີໜ້າຂອງສິນຄ້າສົ່ງອອກຂອງ ບຣາຊິນ ມາຍັງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ສາມາດພິສູດໄດ້ດ້ວຍການເຕີບໂຕການຄ້າລະຫວ່າງ ບຣາຊິນ ກັບພາກພື້ນ (ແຕ່ 15,1 ຕື້ໂດລາສະຫະລັດ ໄດ້ເພີ່ມຂຶ້ນເປັນ 28,9 ຕື້ໂດລາສະຫະລັດ). ພຽງແຕ່ເຄິ່ງປີ 2022, ການຄ້າຂອງ ບຣາຊິນ ກັບອາຊຽນ ໄດ້ເພີ່ມຂຶ້ນ 91%, ບັນລຸ 17 ຕື້ໂດລາສະຫະລັດ. ປີ 2022, ບຣາຊິນ ກາຍເປັນຄູ່ຮ່ວມມືເຈລະຈາຕາມຂົງເຂດຂອງອາຊຽນ ຍ້ອນມີການໜູນຊ່ວຍອັນລ້ຳຄ່າຂອງຫວຽດນາມ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຢາກສະແດງຄວາມຮູ້ບຸນຄຸນຂອງພວກຂ້າພະເຈົ້າຕໍ່ກັບລັດຖະບານຫວຽດນາມ.
ບຣາຊິນ ມີຄວາມປະເອີບໃຈກ່ຽວກັບການເຕີບໂຕ ແລະຄວາມຂະຫຍັນຂັນເຄື່ອນຂອງພື້ນຖານເສດຖະກິດຫວຽດນາມ. ຫວຽດນາມ ແມ່ນປະເທດມີລະດັບການເຕີບໂຕໄວ, ສາມາດກາຍເປັນປະເທດທີ່ມີລາຍຮັບປານກາງໃນ 10 ປີຈະມາເຖິງ. ບຣາຊິນ ມີປະຊາກອນ 220 ລ້ານຄົນ - ຈຳນວນປະຊາກອນຫຼາຍ. ບຣາຊິນ ຮັ່ງມີໄປດ້ວຍຊັບພະຍາກອນ ແລະກໍ່ມີພື້ນຖານກະສິກຳພັດທະນາກະໂດດຂັ້ນ. ເພາະສະນັ້ນ, ມີຫຼາຍຂົງເຂດ ເຊິ່ງພວກເຮົາສາມາດຮ່ວມມືນຳກັນໄດ້.
ຂົງເຂດຮ່ວມມືສຳຄັນອື່ນ ເຊິ່ງຂ້າພະເຈົ້າຄິດວ່າມີແງ່ຫວັງທີ່ສຸດແມ່ນພະລັງງານທົດແທນ. ຢູ່ ບຣາຊິນ, 90% ພະລັງງານໄຟຟ້າໄດ້ຜະລິດຈາກພະລັງງານທົດແທນ ແລະນັ້ນແມ່ນສິ່ງທີ່ພວກຂ້າພະເຈົ້າສາມາດແບ່ງປັນກັບຫວຽດນາມ ແລະສາມາດຊ່ວຍຫວຽດນາມ ຫຼຸດຜ່ອນການປ່ອຍອາຍພິດໃນອະນາຄົດ.
ນັກຂ່າວ: ການເຕີບໂຕສີຂຽວ, ຍືນຍົງແມ່ນການກຳນົດທິດພັດທະນາທີ່ຫຼາຍປະເທດໃນໂລກກຳລັງເອົາໃຈໃສ່ເປັນພິເສດ, ໃນນັ້ນມີຫວຽດນາມ ແລະບຣາຊິນ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ສອງຝ່າຍສາມາດຮ່ວມມືກັນຄືແນວໃດໃນຂົງເຂດນີ້?
ທ່ານເອກອັກຄະລັດຖະທູດ Marco Farani: ບຣາຊິນ ແມ່ນແບບຢ່າງພົ້ນເດັ່ນກ່ຽວກັບການພັດທະນາເສດຖະກິດສີຂຽວ. ປະມານ 90% ພະລັງງານຂອງ ບຣາຊິນ ໃນໄລຍະປະຈຸບັນແມ່ນພະລັງງານທົດແທນ. ໝາກຜົນນີ້ແມ່ນແຫຼ່ງບັນດານໃຈ ແລະຄວາມຫວັງແທ້ຈິງໃຫ້ທົ່ວໂລກ. ການຫັນປ່ຽນພະລັງງານແມ່ນຄວາມຈຳເປັນ ເພື່ອແນໃສ່ປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກ - ຫຼຸດຜ່ອນການປ່ອຍອາຍພິດລົງລະດັບ 0 ເຖິງປີ 2050. ການນຳໃຊ້ ethanol ໄດ້ພັດທະນາຢູ່ ບຣາຊິນ ມາປະມານ 50 ປີແລ້ວ, ເມື່ອເກີດວິກິດການນ້ຳມັນ ເທື່ອທຳອິດ, ເພາະສະນັ້ນ, ປະຈຸບັນມີໂຄງການບຳບັດກາກບອນໃຫຍ່ທີ່ສຸດ ແລະສຳເລັດທີ່ສຸດໃນໂລກ. ປະຈຸບັນ, ລົດໂອໂຕທີ່ຜະລິດຢູ່ ບຣາຊິນ 93% ໄດ້ສະໜອງພະລັງງານດ້ວຍເຊື້ອໄຟສີຂຽວ ແລະທົດແທນ.
ຄືແນວນັ້ນ, ພວກເຮົາອາດຈະແບ່ງປັນບົດຮຽນນີ້ກັບຫວຽດນາມ, ພິເສດແມ່ນໃນຂົງເຂດ ethanol ເພື່ອໃຫ້ຫວຽດນາມ ສາມາດບັນລຸໄດ້ເປົ້າໝາຍຫຼຸດຜ່ອນອາຍພິດລົງລະດັບ 0 ໃນປີ 2050. ເສດຖະກິດສີຂຽວແມ່ນບັນຫາສຳລັບທຸກປະເທດ ແລະກໍ່ແມ່ນຄຳໝັ້ນສັນຍາ ເຊິ່ງທຸກໆປະເທດພວມປະຕິບັດ.
ນັກຂ່າວ: ທ່ານເອກອັກຄະລັດຖະທູດມີຄວາມຫວັງໃດແດ່ຕໍ່ກັບແງ່ຫວັງຮ່ວມມືລະຫວ່າງສອງປະເທດຢູ່ລະດັບສອງຝ່າຍ ແລະຫຼາຍຝ່າຍໃນໄລຍະຈະມາເຖິງ?
ທ່ານເອກອັກຄະລັດຖະທູດ Marco Farani: ຂ້າພະເຈົ້າ ຖືວ່າ ຫວຽດນາມ ແລະ ບຣາຊິນ ມີແງ່ຫວັງຫຼາຍຢ່າງໃນການຮ່ວມມືດ້ານການຄ້າ, ການທ່ອງທ່ຽວ, ກະສິກຳ, ພະລັງງານ ແລະການສຶກສາ. ຄຽງຂ້າງກັນນັ້ນ, ຂ້າພະເຈົ້າຫວັງວ່າ ສອງປະເທດ ຈະມີການເຊື່ອມຕໍ່ດ້ານການເມືອງ, ການປຶກສາຫາລືດ້ານການເມືອງ. ທັງສອງປະເທດລ້ວນແຕ່ຕັ້ງຢູ່ເຄິ່ງຊີກໂລກໃຕ້. ສອງປະເທດມີຄວາມຄາດຫວັງຄ້າຍຄືກັນ ແລະລ້ວນແຕ່ແມ່ນບັນດາປະເທດໄປນຳໜ້າ ແລະມີຄວາມສຳຄັນພິເສດໃນພາກພື້ນ. ເພາະສະນັ້ນ, ສິ່ງສຳຄັນແມ່ນການນຳສອງທ່ານຂອງຫວຽດນາມ - ບຣາຊິນ ພົບປະກັນ ແລະເລີ່ມປຶກສາຫາລືກ່ຽວກັບບັນຫານີ້.
ໃນຂອບເຂດສາກົນ, ບຣາຊິນ ຫາກໍ່ດຳລົງຕຳແໜ່ງປະທານໝູນວຽນຂອງກຸ່ມຕະຫຼາດລວມອາເມລິກາໃຕ້ (Mercosur). ດ້ວຍບົດບາດນີ້, ບຣາຊິນ ຈະມານະພະຍາຍາມເພີ່ມທະວີການເຈລະຈາພາຍໃນກຸ່ມ, ເພື່ອເປີດກວ້າງການຄ້າເສລີລະຫວ່າງບັນດາຕະຫຼາດພາກພື້ນ. ສັນຍາການຄ້າເສລີລະຫວ່າງ Mercosur ແລະ ຫວຽດນາມ ແມ່ນເປົ້າໝາຍຂອງທັງສອງຝ່າຍ. ທ່ານປະທານາທິບໍດີ Lula ໄດ້ຖະແຫຼງວ່າ ທ່ານຈະເຮັດວຽກກັບການນຳຄົນອື່ນໆພາຍໃນກຸ່ມ Mercosur ເພື່ອຍູ້ລະດັບຄວາມໄວໃນການເຮັດຂໍ້ຕົກລົງກັບຫວຽດນາມ.
ເລີ່ມເຂົ້າປີ 2024 ນີ້, ບຣາຊິນ ຈະດຳລົງຕໍາແໜ່ງປະທານ G20. ນີ້ແມ່ນກາລະໂອກາດ ເພື່ອຊຸກຍູ້ການສົມທົບລະຫວ່າງບັນດາສະມາຊິກເພື່ອປົກປ້ອງປະຊາຄົມສາກົນສະເໝີພາບ, ຍືນຍົງ ແລະມີສັນຕິພາບກວ່າ.
ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!
ໂດຍ: ແສງເດືອນ