ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ໂຕກຽວ ໄດ້ສຳພາດທ່ານ ຟ້າມກວາງຮ້ຽວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ກ່ຽວກັບຜົນງານຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ຄວນເສີມຂະຫຍາຍທ່າໄດ້ປຽບ, ແງ່ຫວັງການຮ່ວມມືຄືແນວໃດໃນອະນາຄົດ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດຕີລາຄາແນວໃດກ່ຽວກັບຜົນງານການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃນ 50 ປີຜ່ານມາ? ອັນໃດແມ່ນທ່າແຮງທີ່ພວກເຮົາຄວນເສີມຂະຫຍາຍ?

ທ່ານເອກອັກຄະລັດຖະທູດ ຟ້າມກວາງຮ້ຽວ: ຜ່ານໄລຍະທາງເກືອບ 50 ປີແຫ່ງການເພີ່ມພູນຄູນສ້າງ ແລະພັດທະນາ, ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງຫວຽດນາມ ແລະຍີ່ປຸ່ນ ໄດ້ຮັບການປັບປຸງ ແລະພັດທະນາຮອບດ້ານໃນທຸກຂົງເຂດ, ກາຍເປັນຈຸດພົ້ນເດັ່ນໃນການຜັນຂະຫຍາຍແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍຂອງພັກ ແລະລັດຫວຽດນາມ.

leftcenterrightdel
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Otsuji Hidehisa ປະທານສະພາສູງ ຍີ່ປຸ່ນ. ພາບ: ສຳນັກຂ່າວສານຫວຽດນາມ.

ປະຈຸບັນ, ຍີ່ປຸ່ນ ແມ່ນປະເທດສະໜອງທຶນຊ່ວຍເຫຼືອລ້າ (ODA)  ໃຫຍ່ສຸດ, ເປັນຄູ່ຮ່ວມມືດ້ານແຮງງານອັນດັບທີສອງ, ເປັນນັກລົງທຶນ ແລະຄູ່ຮ່ວມມືທ່ອງທ່ຽວໃຫຍ່ອັນດັບທີສາມ, ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີສີ່ຂອງຫວຽດນາມ. ການພົວພັນດ້ານການ ເມືອງ, ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການ ສຶກສາກໍ່ສ້າງ ນັບມື້ນັບໄດ້ຮັບການເພີ່ມທະວີ, ເຂົ້າສູ່ລວງເລິກ ແລະແທດຈິງ. ການເຄື່ອນໄຫວວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືທ້ອງຖິ່ນນັບມື້ນັບສະໜິດແໜ້ນ, ແມ່ນພື້ນຖານສຳຄັນ, ໝັ້ນແກ່ນເພື່ອຊຸກຍູ້ການພົວພັນໃຫ້ນັບມື້ນັບສະໜິດຕິດພັນ ແລະໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ.

ແຫຼ່ງທຶນ ODA ຂອງຍີ່ປຸ່ນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາບັນດາໂຄງການພື້ນຖານໂຄງລ່າງຈຸດສຸມ, ສ້າງກຳລັງໜູນແຜ່ຂະຫຍາຍຢ່າງຕັ້ງໜ້າ, ຊຸກຍູ້ວິວັດທະນາການພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງ; ໜູນຊ່ວຍການຖ່າຍທອດເຕັກໂນໂລຢີກ້າວໜ້າ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຫວຽດນາມ.

ສຳລັບການລົງທຶນ, ຍີ່ປຸ່ນ ມີກວ່າ 5.000 ໂຄງການທີ່ຍັງເຄື່ອນໄຫວຢູ່ດ້ວຍຍອດເງິນລົງທຶນທັງໝົດກວ່າ 70 ຕື້ໂດລາສະຫະລັດ, ຢືນອັນດັບທີ 3 ໃນຈຳນວນ 143 ປະເທດ ແລະເຂດແຄ້ວນທີ່ລົງທຶນເຂົ້າຫວຽດນາມ, ກົງກັນຂ້າມ, ຫວຽດນາມ ມີ 106 ໂຄງການລົງທຶນຢູ່ ຍີ່ປຸ່ນ ດ້ວຍຍອດເງິນລົງທຶນຈົດທະບຽນບັນລຸປະມານ 19,5  ລ້ານໂດລາສະຫະລັດ.

ສຳລັບການຄ້າ, ຍອດວົງເງິນການຄ້າສົ່ງອອກ-ນຳເຂົ້າຂອງສອງປະເທດ ປີ 2022 ສືບຕໍ່ພັດທະນາຕາມທິດດຸ່ນດ່ຽງ, ບັນລຸເກືອບ 50 ຕື້ໂດລາສະຫະລັດ ແລະນຳ ຍີ່ປຸ່ນ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4 ຂອງຫວຽດນາມ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຟ້າມກວາງຮ້ຽວ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ການພັດທະນາແຫຼ່ງຊັບພະຍາກອນມະນຸດໄດ້ກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການຮ່ວມມືລະຫວ່າງສອງປະເທດ. ປະຈຸບັນຊາວຫວຽດນາມ ອາໄສ ຢູ່ຍີ່ປຸ່ນ ມີເກືອບເຄິ່ງລ້ານຄົນ, ຢືນອັນດັບທີສອງໃນບັນດາປະຊາຄົມຊາວຕ່າງປະເທດອາໄສຢູ່ ຍີ່ປຸ່ນ, ດຳລົງຊີວິດ, ອອກແຮງງານ ແລະຮ່ຳຮຽນຢູ່ບັນດາແຂວງ/ນະຄອນຂອງ ຍີ່ປຸ່ນ, ແມ່ນແຫຼ່ງຊັບພະຍາກອນມະນຸດເພີ່ມເຕີມສຳຄັນສຳລັບການຂາດດຸນຊັບພະຍາກອນມະນຸດຂອງ ຍີ່ປຸ່ນ ໃນຫຼາຍຂະແໜງອາຊີບ.

ການພົບປະແລກປ່ຽນລະຫວ່າງບັນດາທ້ອງຖິ່ນ, ບັນດາອົງການຈັດຕັ້ງການເມືອງສັງຄົມ ແລະປະຊາຊົນສອງປະເທດກໍ່ນັບມື້ນັບສະໜິດຕິດພັນ. ປະຈຸບັນມີ 40 ຄູ່ທ້ອງຖິ່ນຂອງ ຫວຽດນາມ ແລະຍີ່ປຸ່ນ ລົງນາມເອກະສານຮ່ວມມືນຳກັນ.

ເວົ້າລວມແລ້ວ, ການພົວພັນຫວຽດນາມ-ຍີ່ປຸ່ນ ພວມຢູ່ໃນໄລຍະພັດທະນາທີ່ດີງາມທີ່ສຸດໃນປະຫວັດສາດ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ບົນພື້ນຖານ ເປີດອົກເປີດໃຈ, ໄວ້ເນື້ອເຊື່ອໃຈ, ເພື່ອສັນຕິພາບ, ການຮ່ວມມື, ພັດທະນາໃນພາກພື້ນ, ໃນໂລກ ແລະເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ. ນີ້ແມ່ນຄວາມສາມາດບົ່ມຊ້ອນເຊິ່ງສອງປະເທດຄວນສືບຕໍ່ເສີມຂະຫຍາຍ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ໃຫ້ຂໍ້ສັງເກດຄືແນວໃດກ່ຽວກັບຄວາມສາມາດຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງນັບທັງການພົວພັນສອງຝ່າຍ ກໍ່ຄືການສົມທົບກັນຢູ່ເວທີປາໄສສາກົນ, ເວທີປາໄສຫຼາຍຝ່າຍ?

ທ່ານເອກອັກຄະລັດຖະທູດ ຟ້າມກວາງຮ້ຽວ: ເວລາ 50 ປີຍັງບໍ່ແມ່ນໄລຍະຍາວໃນປະຫວັດສາດການພົບປະແລກປ່ຽນທີ່ມີການພົວພັນເກືອບ 1.300 ປີລະຫວ່າງສອງຊາດ, ແຕ່ວ່າ ໄດ້ເຫັນການພັດທະນາຢ່າງວ່ອງໄວ, ກ້າວກະໂດດຂັ້ນ ແລະຮອບດ້ານຂອງການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດຫວຽດນາມ-ຍີ່ປຸ່ນ. 50 ປີຜ່ານມາ, ສອງປະເທດໄດ້ກາຍເປັນຄູ່ຮ່ວມມືຂອງກັນທີ່ມີຄວາມສຳຄັນທີ່ສຸດ, ໄດ້ແບ່ງປັນຜົນປະໂຫຍດຍຸດທະສາດລວມນຳກັນ.

ຂອບເຂດການພົວພັນໄດ້ຮັບການຍົກລະດັບຢ່າງຕໍ່ເນື່ອງ, ຈາກ "ຄູ່ຮ່ວມມືທີ່ໄວ້້ເນື້ອເຊື່ອໃຈ, ຄວາມໝັ້ນຄົງຍາວນານ" (2002)  ຂຶ້ນເປັນ "ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະ ສາດເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ອາຊີ" (2006), ການພົວພັນຄູ່ຮ່ວມມືຍຸດທະສາດເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ອາຊີ" (2009),  "ຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງເພື່ອສັນຕິພາບ ແລະວັດທະນາຖາວອນຂອງອາຊີ (2014).

leftcenterrightdel
ຜູ້ແທນຢ້ຽມຊົມງານວາງສະແດງຮູບພາບ "ຫວຽດນາມ-ຍີ່ປຸ່ນ ຜ່ານກ້ອງຖ່າຍຮູບ 4B".   ພາບ:  ສຳນັກຂ່າວສານຫວຽດນາມ.

ສອງປະເທດກໍ່ໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຈັດຕັ້ງການພົບປະຢູ່ນອກກອງປະຊຸມສາກົນ ແລະພາກພື້ນ, ຈາກນັ້ນປັບປຸງການພົວພັນທີ່ໄວ້ເນື້ອເຊື່ອໃຈລະຫວ່າງການນຳສອງປະເທດ, ວາງການກຳນົດທິດໃຫຍ່ໃຫ້ແກ່ການພັດທະນາຢ່າງມີປະສິດທິຜົນໃນການພົວພັນສອງຝ່າຍໃນທຸກຂົງເຂດ.

ສອງຝ່າຍກໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນຢູ່ເວທີປາໄສສາກົນ ແລະ ພາກພື້ນ, ຄື: ສະຫະປະຊາຊາດ, ກອງປະຊຸມ ASEAN+,  ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC),  ເວທີປາໄສຮ່ວມມືອາຊີ-ເອີລົບ (ASEM)...., ປະກອບສ່ວນນັບມື້ນັບຕັ້ງໜ້າເຂົ້າສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນອາຊີ-ປາຊີຟິກ, ເໝາະສົມກັບແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍຂອງລັດຫວຽດນາມ.

ນັກຂ່າວ: ສອງຝ່າຍໄດ້ສົມທົບກັນຄືແນວໃດ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ ຢູ່ສອງປະເທດ?

ທ່ານເອກອັກຄະລັດຖະທູດ ຟ້າມກວາງຮ້ຽວ: ສອງຊາດຫວຽດນາມ ແລະຍີ່ປຸ່ນ ມີຄວາມຄ້າຍຄືກັນດ້ານວັດທະນະທຳ, ຮີດຄອງປະເພນີ ແລະການພົບປະແລກປ່ຽນມາແຕ່ດົນນານແລ້ວ. ການພົວພັນນີ້ຮຸ່ນຕ່າງໆໄດ້ເພີ່ມພູນຄູນສ້າງໃຫ້ມີຄວາມສະໜິດຕິດພັນ, ໃກ້ຊິດຕິດແທດຄືປະຈຸບັນ. ປະຊາຊົນສອງປະເທດໄດ້ແບ່ງປັນ, ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນແລະ ກັນເມື່ອປະສົບກັບຄວາມຫຍຸ້ງຍາກ.

ຫຼາຍງານບຸນໃຫຍ່, ຄື: ງານບຸນຫວຽດນາມ ຢູ່ ຍີ່ປຸນ, ງານບຸນຫວຽດນາມ ຢູ່ Kanagawa, ງານບຸນ ຍີ່ປຸນ ຢູ່ນະຄອນໂຮ່ຈີມິນ... ໄດ້ກາຍເປັນເຫດການທີ່ໄດ້ຈັດຕັ້ງເປັນປະຈຳປີ ເຊິ່ງໄດ້ດຶງດູດເອົາປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ, ປະກອບສ່ວນຊຸກຍູ້, ເຂົ້າອົກເຂົ້າໃຈ ແລະໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນສອງປະເທດ. ຈຸດພົ້ນເດັ່ນແມ່ນພິທີສະເຫຼີມສະຫຼອງຈະໄດ້ຈັດຕັ້ງຢູ່ແຕ່ລະປະເທດ. ໃນປີ 2023, ສອງຝ່າຍໄດ້, ກຳລັງ ແລະສືບຕໍ່ຜັນຂະຫຍາຍຫຼາຍການເຄື່ອນໄຫວຢ່າງອຸດົມສົມບູນ ເພື່ອສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນກໍ່ຈະໄດ້ດຳເນີນຢ່າງເປັນຂະບວນຟົດຟື້ນ, ຫຼາຍເຫດການພົບປະແລກປ່ຽນວັດທະນະທຳມີຂອບຂະໜາດໃຫຍ່ ເຊິ່ງປະຊາຊົນສອງປະເທດໄດ້ຄອງຄອຍ.

ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດ, ສອງປະເທດຄວນເຮັດຫຍັງແດ່ ເພື່ອໃຫ້ການພົວພັນສອງຝ່າຍສືບຕໍ່ພັດທະນາໃນໄລຍະຈະມາເຖິງ? ຂໍທ່ານເອກອັກຄະລັດຖະທູດ ໃຫ້ຮູ້ຈຸດສຸມການຮ່ວມມືລະຫວ່າງຫວຽດນາມ ກັບ ຍີ່ປຸ່ນ ໃນ ປີ 2023, ກໍ່ຄືຊຸມປີຕໍ່ໄປ?

ທ່ານເອກອັກຄະລັດຖະທູດ ຟ້າມກວາງຮ້ຽວ: ສອງພື້ນຖານເສດຖະກິດຫວຽດນາມ ແລະ ຍີ່ປຸ່ນ ມີລັກສະນະເພີ່ມເຕີມໃຫ້ກັນສູງ, ຄວາມສາມາດບົ່ມຊ້ອນຮ່ວມມືຍັງໃຫຍ່ຫຼວງຢູ່, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອໃຫ້ພວກເຮົາຊຸກຍູ້ການຮ່ວມມື, ເພີ່ມທະວີການເຊື່ອມຕໍ່ເສດຖະກິດ, ພິເສດແມ່ນການຮ່ວມມືພາຍຫຼັງໂຄວິດ. ຍີ່ປຸ່ນ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນ ເພື່ອໃຫ້ຫວຽດນາມ ປະຕິບັດ 3 ຂອດບຸກທະລຸຍຸດທະສາດ, ຫັນເປົ້າໝາຍ, ແຜນການພັດທະນາ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ວາງອອກໃຫ້ປະກົດຜົນເປັນຈິງ; ຍູ້ແຮງການຫັນປະເທດເປັນອຸດສະຫະກຳ, ທັນສະໄໝ, ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງສາກົນຢ່າງເລິກເຊິ່ງກວ້າງຂວາງ.

ໃນໄລຍະຈະມາເຖິງ, ພວກເຮົາຄວນສຸມໃສ່ຊຸກຍູ້ການຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ສຸມໃສ່ບາງຂົງເຂດ.

ທີໜຶ່ງ, ສືບຕໍ່ເພີ່ມທະວີການພົວພັນດ້ານການເມືອງທີ່ມີຄວາມໄວ້ເນື້ອເຊື່ອໃຈຜ່ານການຊຸກຍູ້ການຢ້ຽມຢາມ, ການພົບປະທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ. ພິເສດ, ໃນປີ 2023 ເປັນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ, ສົມທົບກັບຝ່າຍ ຍີ່ປຸ່ນ ຊຸກຍູ້ການພົວພັນຮ່ວມມືມິດຕະພາບໃນທຸກຂົງເຂດ, ນຳການພົວ ພັນສອງຝ່າຍກ້າວເຂົ້າສູ່ໄລຍະພັດທະນາໃໝ່, ແທດຈິງ ແລະມີປະສິດທິຜົນກວ່າ.

ທີສອງ, ຂຸດຄົ້ນທ່າແຮງທີ່ມີລັກສະນະເພີ່ມເຕີມໃຫ້ກັນຂອງສອງພື້ນຖານເສດຖະກິດ, ເພີ່ມທະວີການເຊື່ອມຕໍ່ເສດຖະກິດລະຫວ່າງສອງປະເທດ, ຮັກສາ ຍີ່ປຸ່ນ ໃຫ້ແມ່ນຄູ່ຮ່ວມມືແຖວ ໜ້າຂອງຫວຽດນາມ ທາງດ້ານ ODA, ການລົງທຶນ, ການຄ້າ... ສືບຕໍ່ຂົນຂວາຍ ຍີ່ປຸ່ນ ສະໜອງແຫຼ່ງທຶນ ODA  ລຸ້ນໃໝ່ຊ່ວຍພັດທະນາພື້ນຖານໂຄງລ່າງຍຸດທະສາດ, ພື້ນຖານຄົມ ມະນາຄົມ, ຫັນປ່ຽນດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການແພດ. ຍາດແຍ່ງເອົາກາລະໂອກາດທີ່ວິສາຫະກິດ ຍີ່ຢຸ່ນມີຄວາມສົນໃຈ, ຖື ຫວຽດນາມ ແມ່ນ ປະເທດທີ່ມີຄວາມດູດດືມໃນການເຄື່ອນຍ້າຍການຜະລິດ, ຫັນຕ່ອງໂສ້ການສະໜອງເປັນຫຼາຍຮູບແບບ ເພື່ອຊຸກຍູ້ກະແສເງິນລົງທຶນຂອງ ຍີ່ປຸ່ນ ເຂົ້າຫວຽດນາມ, ສຸມໃສ່ດຶງດູດການລົງທຶນຂອງ ຍີ່ປຸ່ນ ເຂົ້າຫວຽດນາມ, ສຸມໃສ່ດຶງດູດການລົງທຶນທີ່ມີຄຸນນະພາບສູງ, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍວິສາຫະກິດຫວຽດາມ ເຂົ້າຮ່ວມຕ່ອງໂສ້ການສະໜອງຂອງວິສາ ຫະກິດ ຍີ່ປຸ່ນ.

ທີສາມ, ຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ຫັນປ່ຽນສີຂຽວ...

ປີ 2023 ນີ້, ດ້ວຍຫຼາຍການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ພວກເຮົາຈະຫວນຄືນການພົວພັນຫວຽດນາມ-ຍີ່ປຸ່ນ ແລະສ້າງພື້ນຖານການພົວພັນດັ່ງກ່າວໃຫ້ພັດທະນາກວ່າອີກ ເພື່ອມຸ່ງໄປເຖິງອະນາຄົດ, ບືນຕົວຂຶ້ນໃນລະດັບພາກພື້ນ ແລະໂລກດ້ວຍຖານະແມ່ນຄູ່ຮ່ວມມື ພ້ອມກັນນຳເອົາຜົນປະໂຫຍດມາໃຫ້ກັນ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ແສງເດືອນ