leftcenterrightdel
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ໂງເຮືອງນາມ ຍື່ນສານຕາຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນເຊົ້າວັນທີ 18 ກັນຍາ, ຢູ່ນະຄອນ Hague, ປະເທດ ໂຮນລັງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ໂງເຮືອງນາມ, ໄດ້ຍື່ນສານຕາຕັ້ງຢູ່ສຳນັກງານໃຫຍ່ອົງການເກືອດຫ້າມອາວຸດເຄມີ (OPCW). ທີ່ການແລກປ່ຽນກັບຜູ້ອຳນວຍການໃຫຍ່ OPCW, ທ່ານ Fernando Arias, ທ່ານເອກອັກຄະລັດຖະທູດ ໂງເຮືອງນາມ ໄດ້ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຮັກສາ ແລະ ຊຸກຍູ້ການພົວພັນອັນດີງາມທີ່ມີຢູ່ແລ້ວລະຫວ່າງ OPCW ແລະ ຫວຽດນາມ; ທ່ານປາດຖະໜາວ່າ OPCW ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍ ຫວຽດນາມ ໃນການພິຈາລະນາ, ຮັບສະໝັກພະນັກງານຫວຽດນາມ ເຮັດວຽກຢູ່ OPCW ແລະ ສູນເຄມີ ແລະ ເຕັກໂນໂລຊີ (Chemtech); ໜູນຊ່ວຍຍົກສູງກຳລັງຄວາມສາມາດຂອງ ຫວຽດນາມ ຜ່ານບັນດາການເຄື່ອນໄຫວບຳລຸງສ້າງຂອງ OPCW...

ສ່ວນທ່ານຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ໄດ້ຮັບຮູ້ບັນດາຂໍ້ສະເໜີຂອງທ່ານເອກອັກຄະລັດຖະທູດ ໂງເຮືອງນາມ ແລະ ໃຫ້ຮູ້ວ່າ OPCW ອາດຈະສະໜອງອຸປະກອນວິໄຈເຄມີໃຫ້ບັນດາຫ້ອງທົດລອງຢູ່ ຫວຽດນາມ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ