ທຳອິດຕ້ອງຢັ້ງຢືນວ່າ ການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນທ້າຍປີ 2022 ແລະຖະແຫຼງການຮ່ວມຂອງສອງປະເທດທີ່ບັນລຸໄດ້ເນື່ອງໃນໂອກາດນີ້, ໄດ້ສ້າງກຳລັງໜູນຢ່າງແຮງເພື່ອໃຫ້ສອງປະເທດເສີມຂະຫຍາຍຄຸນຄ່າຂອງການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານໃຫ້ນັບມື້ນັບໄດ້ຮັບການປັບປຸງ ແລະເພີ່ມທະວີຢ່າງບໍ່ຢຸດຢັ້ງ. ບັນດາຄຸນຄ່າດັ່ງກ່າວໄດ້ ແລະພວມພິສູດໃຫ້ເຫັນຢ່າງຈະແຈ້ງຜ່ານການພົວພັນຮ່ວມມືເປີດກວ້າງໃນທຸກຂົງເຂດໃນຕະຫຼອດ 15 ປີຜ່ານມາ. ຍັງບໍ່ທັນມີເວລາໃດທີ່ການພົວພັນສອງປະເທດໄດ້ສ້າງທ່າສະດວກຢ່າງຮອບດ້ານ ແລະໝັ້ນຄົງເຂັ້ມແຂງຄືດັ່ງກ່າວ.
ບັນລຸໄດ້ຜົນງານໃນຂົງເຂດຮ່ວມມືນັ້ມແມ່ນຍ້ອນທຸກຂັ້ນ, ທຸກຂະແໜງການຂອງທັງສອງຝ່າຍໄດ້ເປັນເຈົ້າການ, ຕັ້ງໜ້າໃນການປະຕິບັດ ແລະຫັນບັນດາຜົນງານພ້ອມກັບຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສຸດຂອງສອງພັກ ແລະບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືທີ່ລັດຖະບານສອງປະເທດໄດ້ເຫັນດີເປັນເອກະພາບໃຫ້ປະກົດຜົນເປັນຈິງ.
ໃນນັ້ນຕ້ອງເວົ້າເຖິງການຢ້ຽມຢາມຈີນ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໃນເດືອນມີຖຸນາ ປີນີ້, ເພື່ອຫັນບັນດາຄວາມຮັບຮູ້ລວມລະຫວ່າງການນຳສູງສຸດຂອງສອງພັກ, ກໍ່ຄືບັນດາແນວທາງຊີ້ນຳທີ່ລະບຸໄວ້ໃນຖະແຫຼງການຮ່ວມຫວຽດນາມ-ຈີນ ປີ 2022 ໃຫ້ປະກົດຜົນເປັນຈິງ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີຈີນ ຫຼີຊຽງ. ພາບ: ສຳນັກຂ່າວສານຫວຽດນາມ |
ໃນການຢ້ຽມຢາມ, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບສູງພ້ອມກັນຊຸກຍູ້ການຜັນຂະຫຍາຍຖະແຫຼງການຮ່ວມຫວຽດນາມ-ຈີນ ວ່າດ້ວຍການສືບຕໍ່ຍູ້ແຮງ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ່າອີກ. ພ້ອມກັນນັ້ນແມ່ນບັນດາມາດຕະການລະອຽດທີ່ໄດ້ສະເໜີໃນແຕ່ລະຂົງເຂດຮ່ວມມື ເຊິ່ງນາຍົກລັດຖະມົນຕີສອງທ່ານໄດ້ປຶກສາຫາລື, ປະກອບສ່ວນຊຸກຍູ້ການຮ່ວມມືແທດຈິງ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ, ແກ້ໄຂຂໍ້ຄົງຂ້າງທີ່ກີດຂວາງການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ.
ລະອຽດ, ແມ່ນສອງຝ່າຍຄວນເພີ່ມທະວີທ່າໄດ້ປຽບດ້ານພູມສາດ ແລະຄວາມສາມາດຊ່ວຍເຫຼືອກັນຂອງສອງພື້ນຖານເສດຖະກິດ. ການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງສອງປະເທດທີ່ມີລະດັບໜູນຊ່ວຍກັນສູງ ແລະຍັງມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ, ສອງຝ່າຍຕ້ອງຊຸກຍູ້ຂຸດຄົ້ນເພື່ອເສີມຂະຫຍາຍບັນດາທ່າໄດ້ປຽບ. ຕົວຢ່າງຄືໃນການພົວພັນການຄ້າ, ລັກສະນະເພີ່ມເຕີມກັນໃນໂຄງປະກອບການສົ່ງອອກ-ນຳເຂົ້າສິນຄ້າລະຫວ່າງສອງປະເທດໄດ້ຮັບການຕີລາຄາວ່າ ຍັງໃຫຍ່ຫຼວງຢູ່. ຫວຽດນາມ ສົ່ງອອກໄປຍັງ ຈີນ ບັນດາຜະລິດຕະພັນກະເສດເຂດຮ້ອນ, ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ, ຜະລິດຕະພັນອຸດສາຫະກຳ, ພ້ອມທັງນຳເຂົ້າຈາກ ຈີນ ບັນດາປະເພດວັດຖຸດິບຮັບໃຊ້ການຜະລິດ, ຜະລິດຕະພັນກະເສດເຂດໜາວ...
ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽງ ຢັ້ງຢືນວ່າ ຈີນ ຈະເປີດຕະຫຼາດນຳເຂົ້າສິນຄ້າຫວຽດນາມ, ໂດຍສະເພາະແມ່ນຜະລິດຕະພັນກະເສດ, ສິນໃນນ້ຳ, ໝາກໄມ້ມີຄຸນນະພາບສູງຂອງຫວຽດນາມ, ສົມທົບກັນສ້າງເງື່ອນໄຂສະດວກກ່ຽວກັບການກັກກັນພະຍາດ, ພ້ອມແລ້ວທີ່ຈະສົມທົບກັນຊຸກຍູ້ແກ້ໄຂຂໍ້ຄົງຂ້າງກ່ຽວກັບລະບອບລະບຽບການ, ນະໂຍບາຍ, ເພື່ອໃຫ້ການພົວພັນດ້ານການຄ້າສອງປະເທດສືບຕໍ່ເຕີບໂຕຍືນຍົງ ແລະບັນລຸໝາກຜົນໃໝ່. ລັດຖະບານຈີນ ສົ່ງເສີມບັນດາວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຂະໜາດໃຫຍ່, ເຕັກໂນໂລຢີສູງຂອງ ຈີນ ເປີດກວ້າງການລົງທຶນເຂົ້າຂົງເຂດທ່ີເໝາະສົມກັບຄວາມຕ້ອງການ, ຍຸດທະສາດພັດທະນາຍືນຍົງຂອງຫວຽດນາມ, ນຳການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ, ສົມກັບການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານ. ນາຍົກລັດຖະມົນຕີສອງທ່ານເຫັນດີເປັນເອກະພາບຕໍ່ການເພີ່ມທະວີການເຊື່ອມຕໍ່ ພື້ນຖານໂຄງລ່າງ, ການຄົມມະນາຄົມລະຫວ່າງສອງປະເທດ ເພື່ອຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນໃນບັນດາຂົງເຂດບຸລິມະສິດ.
ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ການຮ່ວມມືທ້ອງຖິ່ນກໍ່ແມ່ນໜຶ່ງໃນບັນດາມາດຕະການທີ່ສອງປະເທດເອົາໃຈໃສ່ຊຸກຍູ້, ປະກອບສ່ວນປັບປຸງພື້ນຖານມິດຕະພາບໃຫ້ໝັ້ນຄົງເຂັ້ມແຂງລະຫວ່າງສອງປະເທດ. ອາດສາມາດເວົ້າເຖິງບັນດາກິດຈະກຳພົບປະແລກປ່ຽນມິດຕະພາບປະຊາຊົນຂະໜາດໃຫຍ່, ຄື: ງານມະໂຫລານປະຊາຊົນເຂດຊາຍແດນຫວຽດນາມ-ຈີນ, ເວທີປາໄສປະຊາຊົນຫວຽດນາມ-ຈີນ, ງານພົບປະແລກປ່ຽນມິດຕະພາບລະຫວ່າງແນວໂຮມປະເທດຊາດ ຫວຽດນາມ ກັບແນວໂຮມປະເທດຊາດ ຈີນ... ພິເສດ, ປີ 2021-2022, ໂດຍບໍ່ຫົວຊາຕໍ່ການກີດຂວາງຂອງພະຍາດໂຄວິດ-19, ສອງຝ່າຍຍັງຮັກສາບັນດາການເຄື່ອນໄຫວພົວພັນແລກປ່ຽນແບບທາງໄກ, ຄືການເຄື່ອນໄຫວພົບປະແລກປ່ຽນ, ການພົບປະມິດຕະພາບຊາວໜຸ່ມສອງປະເທດພ້ອມກັບການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືຊາວໜຸ່ມລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາທ້ອງຖິ່ນຕິດກັບຊາຍແດນ. ບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງ ໄວໜຸ່ມສອງປະເທດມີຄວາມໝາຍຫຼາຍຢ່າງ, ພິເສດແມ່ນການສຶກສາມູນເຊື້ອຮ່ວມມື, ມິດຕະພາບ, ບ້ານໃກ້ເຮືອນຄຽງ “ທັງແມ່ນສະຫາຍ, ທັງແມ່ນອ້າຍນ້ອງ” ລະຫວ່າງສອງຊາດ, ຊຸກຍູ້ ແລະເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນລະຫວ່າງໄວໜຸ່ມສອງປະເທດ.
ໂດຍຖືເປັນສຳຄັນການພັດທະນາການພົວພັນລະຫວ່າງສອງປະເທດ, ສອງຝ່າຍບັນລຸໄດ້ການເຫັນດີເປັນເອກະພາບສູງກ່ຽວກັບມາດຕະການຊຸກຍູ້ການພົວພັນສອງຝ່າຍທີ່ໄດ້ເຫັນດີເປັນເອກະພາບ; ພ້ອມທັງສືບຕໍ່ມານະພະຍາຍາມ ເພື່ອຊອກຫາມາດຕະການຕໍ່ໄປເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານໃນສະພາບການໃໝ່ເລິກເຊິ່ງກວ່າ. ຄືດັ່ງໃນການແລກປ່ຽນກັບທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີນຜິງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ: “ໂລກ ມີການຜັນແປສັບສົນທີ່ສຸດ, ແຕ່ສອງປະເທດພວກເຮົາພວມຢູ່ໃນໄລຍະສຳຄັນ. ເພາະສະນັ້ນ, ການປັບປຸງ ແລະພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດທັງແມ່ນຄວາມຮັບຜິດຊອບປະຫວັດສາດ, ທັງແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ”.
ໂດຍ: ແສງເດືອນ