ທ່ານ Patrick Leahy ສະມາຊິກສະພາສູງອາເມລິກາ, ອະດີດປະທານຜູ້ປະຈຳການສະພາສູງ ອາເມລິກາ ແມ່ນໜຶ່ງໃນບັນດາຜູ້ທີ່ມີການປະກອບສ່ວນສຳຄັນຂອງຝ່າຍ ອາເມລິກາ ໃນການຊຸກຍູ້ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ. ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານ Joe Biden ປະທານາທິບໍດີອາເມລິກາ ຕາມຄໍາເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານ Patrick Leahy ໄດ້ຕອບສຳພາດຕໍ່ໜັງສືພິມກອງທັບປະຊາຊົນຫວຽດນາມ.
ນັກຂ່າວ: ທົບທວນຄືນຄວາມມານະພະຍາຍາມຂອງທ່ານທີ່ສະຫງວນໃຫ້ແກ່ ຫວຽດນາມ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໃນຕະຫຼອດ 33 ປີຜ່ານມາ, ຊ້ຳບໍ່ໜຳນັບແຕ່ເວລາກ່ອນທີ່ສອງປະເທດຫັນການພົວພັນເປັນປົກກະຕິ, ທ່ານຢາກແບ່ງປັນບັນດາເລື່ອງລາວ, ອະນຸສອນໃດທີ່ໜ້າຈື່ຈໍາ?
ທ່ານ Patrick Leahy ສະມາຊິກລັດຖະສະພາສູງອາເມລິກາ: ຂ້າພະເຈົ້າ ມີຫຼາຍອະນຸສອນຫຼາຍຢູ່, ເລີ່ມຕົ້ນແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຫຼັງປີ 1989, ເມື່ອຂ້າພະເຈົ້າສ້າງຕັ້ງກອງທຶນຜູ້ປະສົບເຄາະຮ້າຍຈາກສົງຄາມ Leahy. ຂ້າພະເຈົ້າ ໄດ້ຢ້ຽມຢາມຮາກຖານການແພດໂດຍອາເມລິກາ ອຸປະຖຳຜ່ານອົງການມະນຸດສະທຳຊ່ວຍຄົນພິການຫວຽດນາມ (VNAH), ຊ່ວຍເຫຼືອລົດເຂັນອົງຂາທຽມໃຫ້ຄົນພິການຫວຽດນາມ ທີ່ຖືກບາດເຈັບໃນປາງສົງຄາມ. ນັບແຕ່ນັ້ນ, ພວກຂ້າພະເຈົ້າໄດ້ສ້າງບັນດາໂຄງການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຍ້ອນລະເບີດບໍ່ ທັນແຕກ ແລະຕິດດີໂອຊິນ ທີ່ຕົກຄ້າງຫຼັງສົງຄາມຢູ່ 8 ແຂວງ, ນະຄອນຂອງ ຫວຽດນາມ ແລະພວມຢູ່ໃນວິວັດແຫ່ງການເປີດກວ້າງໂຄງການຢູ່ສອງທ້ອງຖິ່ນຕື່ມອີກ.
    |
 |
ທ່ານ Patrick Leahy ສະມາຊິກລັດຖະສະພາສູງອາເມລິກາ. ພາບ: ໂດຍທ່ານ Patrick Leahy ສະໜອງ. |
ອະນຸສອນທີ່ມີຊີວິດຊີວາອື່ນອີກແມ່ນຂ້າພະເຈົ້າໄດ້ເຮັດວຽກພ້ອມກັບສະຫາຍພົນໂທ ຫງວຽນຈີວິ້ງ, ຄາວນັ້ນທ່ານແມ່ນຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ໃນບັນຫາແກ້ໄຂດີໂອຊິນ ຢູ່ດ່ານັ້ງ, ບ່ອນທີ່ອາເມລິກາ ແລະຫວຽດນາມ ໄດ້ກຳຈັດດິນຖືກມົນລະພິດດີໂອຊິນ ແລະເຂດອ້ອມຂ້າງສະໜາມບິນ. ທ່ານພົນໂທ ຫງວຽນຈີວິ້ງ ໄດ້ຢັ້ງຢືນຄວາມສຳຄັນຂອງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຕໍ່ກັບມະນຸດ. ຄຳໝັ້ນສັນຍາພ້ອມກັນຮ່ວມມືຢ່າງແໜ້ນແຟ້ນກັບຂ້າພະເຈົ້າຂອງທ່ານ ຫງວຽນຈີວິ້ງ ໄດ້ປະກອບສ່ວນນຳການພົວພັນຮ່ວມມືລະຫວ່າງສອງປະເທດບັນລຸໄດ້ຄວາມຄືບໜ້າຄືປະຈຸບັນ. ເມຍຂ້າພະເຈົ້າ-Marcelle ແລະຂ້າພະເຈົ້າ ຍາມໃດກໍ່ເຄົາລົບນັບຖືທ່ານພົນໂທ ຫງວຽນຈີວິ້ງ.
ນັກຂ່າວ: ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໄດ້ສະແດງໃຫ້ເຫັນບົດບາດແມ່ນພື້ນຖານສຳຄັນໃນການພົວພັນຫວຽດນາມ-ອາເມລິກາ ຄືແນວໃດ, ຂໍຮຽນທ່ານ?
ທ່ານ Patrick Leahy ສະມາຊິກລັດຖະສະພາສູງອາເມລິກາ: ຕ້ອງເວົ້າເຖິງໄລຍະເລີ່ມຕົ້ນໃນທົດສະວັດ 1980 ດ້ວຍການຊ່ວຍເຫຼືອຂອງຫວຽດນາມ ໃນການກຳນົດທີ່ຕັ້ງຂຸມຝັງອັດຖິຄົນອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ. ການຊ່ວຍເຫຼືອດັ່ງກ່າວມີບົດບາດທີ່ຂາດບໍ່ໄດ້ໃນການຊຸກຍູ້ການພົວພັນສອງປະເທດ ແລະປະຈຸບັນຍັງສືບຕໍ່ດຳເນີນ. ກິດຈະກຳນີ້ເປີດອອກບັນດາໂຄງການຊ່ວຍເຫຼືອຄົນພິການ, ກຳນົດທິ່ຕັ້ງ ແລະທຳລາຍລະເບີດບໍ່ທັນແຕກ, ກຳຈັດດີໂອຊິນ. ໃນນັ້ນຕ້ອງເວົ້າເຖິງໂຄງການຮ່ວມມືໃໝ່ທີ່ເລີ່ມຕົ້ນໃນປີກາຍລະຫວ່າງສອງ ປະເທດ, ນັ້ນແມ່ນການຊອກຫາ ແລະກຳນົດຊື່ ແລະນາມສະກຸນອັດຖິທະຫານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນການຕໍ່ສູ້.
ແຕ່ລະໂຄງການລ້ວນແຕ່ສວມບົດບາດສຳຄັນປະກອບສ່ວນສ້າງພື້ນຖານໃຫ້ແກ່ການພົວພັນໄກ່ເກ່ຍ ແລະການຮ່ວມມືລະຫວ່າງອາເມລິກາ ແລະຫວຽດນາມ, ເປີດການຮ່ວມມືໃນຫຼາຍຂົງເຂດ, ຈາກຄວາມໝັ້ນຄົງໃນພາກພື້ນຈົນຮອດການສຶກສາລະດັບສູງ, ການປ່ຽນແປງຂອງດິນຟ້າອາກາດ ແລະການແພດສາທາລະນະ, ຖ້າບໍ່ຮ່ວມກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ວິວັດທະນາການໄກ່ເກ່ຍ ຈະບັນລຸຄວາມຄືບໜ້າຄືປະຈຸບັນໄດ້ຍາກ ແລະຫວຽດນາມ-ອາເມລິກາ ຈະບໍ່ສາມາດສ້າງຄວາມໄວ້ເນື້ອເຊື່ອໃຈຄວາມເຂົ້າອົກເຂົ້າໃຈກັນເພື່ອເປີດກວ້າງການຮ່ວມມືໃນຂົງເຂດອື່ນໆໄດ້.
ນັກຂ່າວ: ອາດເວົ້າໄດ້ວ່າ ຫວຽດນາມ ແລະອາເມລິກາ ບັນລຸໄດ້ບັນດາບາດກ້າວໃນຂົງເຂດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ຕາມທ່ານແລ້ວ, ປັດໄຈໃດແດ່ທີ່ໄດ້ປະກອບສ່ວນສ້າງເປັນຜົນສຳເລັດນີ້.
ທ່ານ Patrick Leahy ສະມາຊິກລັດຖະສະພາສູງອາເມລິກາ: ການຢ້ຽມຢາມຂອງທ່ານ Joe Biden ປະທານາທິບໍດີອາເມລິກາ ໝັ້ນໝາຍບັນດາແງ່ຫວັງເປີດກວ້າງໃນການພົວພັນອາເມລິກາ ແລະຫວຽດນາມ. ບັນລຸໄດ້ບັນດາຄວາມຄືບໜ້າດັ່ງກ່າວແມ່ນຕ້ອງເວົ້າເຖິງຄວາມມານະພະຍາຍາມເປີດທາງຂອງບັນດາອະດິດນັກຮົບ ອາເມລິກາ, ຄື: ທ່ານ John Kerry, John McCain ແລະBobby Muller, ບັນດາຜູ້ທີ່ພາກຸ່ມອະດີດນັກຮົບອາເມລິກາ ທຳອິດກັບມາ ຫວຽດນາມ ໃນປີ 1981 ແລະບັນດາຄູ່ຕຳແໜ່ງຫວຽດນາມ. ດ້ວຍວິໄສທັດ ແລະຄວາມຕັດສິນໃຈຂອງເຂົາເຈົ້າ, ກໍ່ຄືບັນດາອົງການມະນຸດສະທຳ, ຄື: ກອງທຶນອະດີດນັກຮົບອາເມລິກາ ຢູ່ຫວຽດນາມ, ໄດ້ເປີດປະຕູແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ເຖິງວ່າບໍ່ເຂົ້າຮ່ວມສົງຄາມຢູ່ຫວຽດນາມ ກໍ່ຕາມແຕ່ຂ້າພະເຈົ້າ ໄດ້ຈື່ຈຳກ່ຽວກັບສົງຄາມ. ຂ້າພະເຈົ້າ ຄັດຄ້ານສົງຄາມຢູ່ຫວຽດນາມ ແລະໃນປີທຳອິດດຳລົງຕຳແໜ່ງຢູ່ສະພາສູງ, ຂ້າພະເຈົ້າໄດ້ລົງຄະແນນສຽງຕັດບ້ວງເງິນອຸປະຖຳໃຫ້ແກ່ສົງຄາມ.
ນັກຂ່າວ: ຕາມທ່ານແລ້ວ, ຫວຽດນາມ ແລະອາເມລິກາ ຕ້ອງເຮັດຫຍັງແດ່ ເພື່ອສືບຕໍ່ຮັກສາການພົວພັນ ແລະການຮ່ວມມືທີ່ມີແງ່ຫວັງຄືໃນປະຈຸບັນ.
ທ່ານ Patrick Leahy ສະມາຊິກລັດຖະສະພາສູງອາເມລິກາ: ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືປະສົບຜົນສຳເລັດ, ພິເສດແມ່ນລະຫວ່າງບັນດາປະເທດທີ່ມີພື້ນຖານວັດທະນະທຳ, ປະຫວັດສາດແຕກຕ່າງກັນ ແລະເຄີຍເປັນ “ປໍລະປັກ”, ແຕ່ລະຝ່າຍຕ້ອງປະຕິບັດບັນດາບາດກ້າວເດີນລະອຽດ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມື. ສອງປະເທດໄດ້ພ້ອມກັນບັນລຸໄດ້ຄວາມຄືບໜ້າໃຫຍ່, ແຕ່ພວກເຮົາຕ້ອງກ້າວໄປໄກກວ່າອີກ. ປະຈຸບັນ ແລະໃນອະນາຄົດ, ສອງປະເທດລ້ວນແຕ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍໃຫຍ່ທີ່ສຸດແມ່ນອຸນຫະພູມຮ້ອນຂຶ້ນໃນທົ່ວໂລກ ແລະບັນດາບັນຫາຄວາມໝັ້ນຄົງຢູ່ພາກພື້ນ. ພວກເຮົາໄດ້ເຫັນຜົນຮ້າຍຈາກການປ່ຽນແປງຂອງດິນຟ້າອາກາດທີ່ມີຕໍ່ສິ່ງແວດລ້ອມ ແລະມະນຸດ. ຖ້າວ່າບໍ່ຫຼຸດຜ່ອນການປ່ອຍອາຍພິດກາກບອນລົງ ຫວຽດນາມ, ອາເມລິກາ ແລະໂລກ ຈະປະສົບຜົນຮ້າຍແຮງທີ່ສຸດ.
ທັງສອງປະເທດລ້ວນແຕ່ເຄົາລົບກັນ ແລະໃຫ້ຄຳໝັ້ນສັນຍາຕໍ່ຫຼັກການກ່ຽວກັບອະທິປະໄຕ ແລະກົດໝາຍສາກົນ ເພື່ອຊຸກຍູ້ຄວາມໝັ້ນຄົງ. ອາເມລິກາ ແລະຫວຽດນາມ ຕ້ອງສ້າງກາລະໂອກາດໃໝ່ເພື່ອພ້ອມກັນປັບປຸງຄຳໝັ້ນສັນຍານີ້. ສອງຝ່າຍຄວນຊອກຫາວິທີແກ້ໄຂຄວາມແຕກຕ່າງກັນ ເພື່ອອາດສາມາດກາຍເປັນຄູ່ຮ່ວມມືແຂງແຮງກວ່າອີກ. ສິ່ງດັ່ງກ່າວຈະຊ່ວຍພວກເຮົາບັນລຸໄດ້ບັນດາເປົ້າໝາຍລວມກ່ຽວກັບສັນຕິພາບ ແລະວັດທະນາຖາວອນໃຫ້ປະຊາຊົນສອງປະເທດອາເມລິກາ ແລະຫວຽດນາມ.
ນັກຂ່າວ: ຂໍຂອບໃຈ
ໂດຍ: ແສງເດືອນ