ພື້ນຖານອັນໜັກແໜ້ນ
ຫວຽດນາມ ແລະ ຈີນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ວັດທະນະທຳມີຫຼາຍຈຸດຄ້າຍຄືກັນ, ສະນັ້ນ ການຮ່ວມມື ແລະການພົບປະແລກປ່ຽນວັດທະນະທຳລະຫວ່າງສອງປະເທດມີຄວາມສະດວກຫຼາຍຢ່າງເພື່ອພັດທະນາ ແລະເປີດກວ້າງ. ການພັດທະນາດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງນັບແຕ່ລັດຖະບານຫວຽດນາມ ແລະລັດຖະບານຈີນ ລົງນາມໃນສັນຍາຮ່ວມມືດ້ານວັດທະນະທຳ. ມາຮອດປະຈຸບັນ, ກໍ່ມີເອກະສານຫຼາຍສະບັບໄດ້ຮັບການລົງນາມລະຫວ່າງສອງປະເທດ, ເປີດກາລະໂອກາດໃໝ່ໃຫ້ແກ່ການຮ່ວມມືໃນຂົງເຂດນີ້.
ຫວ່າງມໍ່ໆມານີ້, ໃນການຢ້ຽມຢາມຈີນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເມື່ອເດືອນ ຕຸລາ ປີ 2022, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະກະຊວງວັດທະນະທຳ ແລະທ່ອງທ່ຽວຈີນ ໄດ້ລົງນາມໃນ “ແຜນການຮ່ວມມືດ້ານວັດທະນະທຳ ແລະການທ່ອງທ່ຽວ ໄລຍະ 2023-2027” ເພື່ອແນໃສ່ສືບຕໍ່ຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືດ້ານວັດທະນະທຳ ແລະການທ່ອງທ່ຽວ, ເພີ່ມທະວີການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
    |
 |
ການພົບປະແລກປ່ຽນຊາວໜຸ່ມຫວຽດນາມ-ຈີນ 2021 ດໍາເນີນຜ່ານລະບົບທາງໄກໃນເດືອນ ຕຸລາ ປີ 2021. ພາບ: ສໍານັກຂ່າວສານຫວຽດນາມ. |
ຖະແຫຼງການຮ່ວມທີ່ໄດ້ຍົກອອກມາໃນການຢ້ຽມຢາມດັ່ງກ່າວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ເນັ້ນໜັກວ່າ ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນສອງປະເທດ, ເພີ່ມທະວີການຜັນຂະຫຍາຍການສຶກສານໍ້າໃຈມິດຕະພາບ ຫວຽດນາມ-ຈີນ ໃຫ້ປະຊາຊົນ, ຍົກສູງຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນຮຸ່ນໜຸ່ມ; ພ້ອມກັນນັ້ນ, ໃນໄລຍະຈະມາເຖິງ, ສືບຕໍ່ຈັດຕັ້ງການເຄື່ອນໄຫວພົບປະແລກມິດຕະພາບ, ການພົບປະແລກປ່ຽນວັດທະນະທຳເປັນຢ່າງດີ ແລະສົ່ງເສີມບັນດາທ້ອງຖິ່ນຂອງສອງປະເທດ, ພິເສດແມ່ນບັນດາແຂວງຕິດກັບຊາຍແດນພົບປະແລກປ່ຽນມິດຈະພາບ ແລະຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ. ຄຽງຂ້າງນັ້ນແມ່ນຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນກ່ຽວກັບວັດທະນະທຳ ແລະທ່ອງທ່ຽວ, ຊຸກຍູ້ຂະແໜງການທ່ອງທ່ຽວຟື້ນຟູ ແລະພັດທະນາຢ່າງໂປ່ງໃສ, ເພີ່ມທະວີການຮ່ວມມືດ້ານອຸດສາຫະກຳວັດທະນະທຳ.
ເພີ່ມທະວີການຮ່ວມມື ແລະພົບປະແລກປ່ຽນດ້ານວັດທະນະທຳ, ທ່ອງທ່ຽວກັບປະເທດຕ່າງໆ, ໃນນັ້ນມີຈີນ ກໍ່ສອດຄ່ອງກັບໜ້າທີ່ທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ວາງອອກ ຄື: ເປີດກວ້າງ ແລະຍົກສູງປະສິດທິຜົນການທູດດ້ານວັດທະນະທຳ, ປະກອບສ່ວນຢ່າງແທດຈິງເຂົ້າໃນການໂຄສະນາຮູບພາບ, ເຄື່ອງໝາຍການຄ້າແຫ່ງຊາດ ແລະເພີ່ມທະວີກໍາລັງແຮງສັງລວມຂອງປະເທດຊາດ.
ສືບຕໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ
ອາດຖືວ່າ, ການຮ່ວມມື ແລະພົບປະແລກປ່ຽນວັດທະນະທຳ ແມ່ນຈຸດພົ້ນເດັ່ນໃນການພົວພັນ ຫວຽດນາມ - ຈີນ ໃນຊຸມປີມໍ່ໆມານີ້ ດ້ວຍບັນດາການເຄື່ອນໄຫວອັນຟົດຟື້ນທີ່ດຳເນີນຢູ່ຫຼາຍຂັ້ນ, ໂດຍສະເພາະແມ່ນ: ເວທີປາໄສປະຊາຊົນຫວຽດນາມ - ຈີນ ໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ສົມທົບກັນສະມາຄົມມິດຕະພາບການຕ່າງປະເທດປະຊາຊົນຈີນ ຜັດປ່ຽນກັນຈັດຕັ້ງຢູ່ສອງປະເທດ; ການພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ຈີນ; ງານມະໂຫລານມິດຕະພາບປະຊາຊົນເຂດຊາຍແດນ...
ຄຽງຂ້າງນັ້ນ, ສອງຝ່າຍຍັງໄດ້ຈັດຕັ້ງການເຄື່ອນໄຫວຮ່ວມມືດ້ານວັດທະນະທໍາ, ບັນດາໂຄງການແລກປ່ຽນສິລະປະ, ໂຄສະນາການທ່ອງທ່ຽວ ແລະເຊີດຊູບັນດາມໍລະດົກວັດທະນະທໍາຂອງແຕ່ລະປະເທດເປັນປະຈໍາ. ພ້ອມທັງ, ໄດ້ສົ່ງຄະນະຜູ້ແທນໄປຢ້ຽມຢາມກັນເປັນປະຈຳເພື່ອແລກປ່ຽນບົດຮຽນໃນການຄຸ້ມຄອງ; ຕ້ອນຮັບ ແລະສົ່ງຄະນະສິລະປະໄປສະແດງເນື່ອງໃນໂອກາດວັນບຸນ ແລະບັນດາເຫດການວັດທະນະທຳສາກົນໃຫຍ່ທີ່ຫວຽດນາມ ຫຼື ຈີນ ເປັນເຈົ້າພາບຈັດຕັ້ງ... ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ປະຊາຊົນສອງປະເທດມີໂອກາດເພື່ອເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະເທດ, ວັດທະນະທຳ, ຮີດຄອງປະເພນີຂອງກັນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ມິດຕະພາບ ແລະການຮ່ວມມື, ພ້ອມທັງເປີດອອກກາລະໂອກາດຮ່ວມມືໃນຂົງເຂດອື່ນໆ, ພິເສດແມ່ນການພັດທະນາເສດຖະກິດ - ສັງຄົມຢູ່ບັນດາທ້ອງຖິ່ນຂອງສອງປະເທດ.
ພິເສດ, ເປີດສະຫຼອງສູນວັດທະນະທຳຈີນ ຢູ່ຮ່າໂນ້ຍ ໃນວັນທີ 12 ພະຈິກ 2017 ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແມ່ນຫຼັກຖານພະຍານສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງສອງພັກ ແລະສອງລັດໃນການພັດທະນາການພົວພັນຮ່ວມມື, ການພົບປະແລກປ່ຽນວັດທະນະທຳ, ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ນີ້ແມ່ນສະຖານທີ່ດໍາເນີນການເຄື່ອນໄຫວຕ່າງໆເຊັ່ນ: ການສະແດງສິລະປະ, ງານວາງສະແດງວັດທະນະທຳ, ກອງປະຊຸມສຳມະນາຄົ້ນຄວ້າວິຊາການສຶກສາ, ໂຄສະນາການທ່ອງທ່ຽວ ແລະວັດທະນະທຳເພື່ອແນະນຳວັດທະນະທຳຈີນ, ພ້ອມທັງຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືດ້ານວັດທະນະທຳ ແລະທ່ອງທ່ຽວລະຫວ່າງຈີນ ແລະຫວຽດນາມ. ພາຍຫຼັງການເປີດນຳໃຊ້ສູນວັດທະນະທຳຈີນ ຢູ່ຮ່າໂນ້ຍ, ຫາງສຽງທັງສອງຝ່າຍພວມລໍຖ້າຂີດໝາຍສຳຄັນໜຶ່ງອີກໃນການຮ່ວມມືດ້ານວັດທະນະທຳສອງຝ່າຍ, ນັ້ນແມ່ນການສ້າງຕັ້ງສູນວັດທະນະທໍາຫວຽດນາມ ຢູ່ປັກກິ່ງ.
ຫວ່າງມໍ່ໆມານີ້, ການຮ່ວມມືລະຫວ່າງຫວຽດນາມ ແລະ ຈີນ ໄດ້ກ້າວເຂົ້າສູ່ໄລຍະໃໝ່, ມີລວງເລິກ ແລະຫັນປ່ຽນດ້ານຄຸນນະພາບ, ສະແດງໃຫ້ເຫັນຜ່ານເລື່ອງສອງຝ່າຍເພີ່ມທະວີການພົບປະ, ແລກປ່ຽນບົດຮຽນ ແລະປຶກສາຫາລືກ່ຽວກັບການຮ່ວມມືພັດທະນາຂະແໜງອຸດສາຫະກຳວັດທະນະທຳ, ຊອກຫານະໂຍບາຍ, ມາດຕະການຂຸດຄົ້ນຄວາມສາມາດບົ່ມຊ້ອນກ່ຽວກັບວັດທະນະທຳ, ທ່ອງທ່ຽວຂອງແຕ່ລະປະເທດໃຫ້ດີກວ່າອີກ.
ດ້ວຍບັນດາຜົນງານທີ່ພົ້ນເດັ່ນ ແລະຄວາມສາມາດບົ່ມຊ້ອນຫຼາຍຢ່າງນັ້ນ, ຫວັງວ່າ ການຮ່ວມມື, ພົບປະແລກປ່ຽນວັດທະນະທຳຈະສືບຕໍ່ສວມບົດບາດເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ - ຈີນ, ແມ່ນໜຶ່ງໃນບັນດາກຳລັງໜູນເພື່ອພັດທະນາການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
ໂດຍ: ຈາງຫງວຽນ