ໃນຜົນສຳເລັດຂອງບັນດາເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຫວຽດນາມ ມີການປະກອບສ່ວນຢ່າງຕັ້ງໜ້າ, ໄດ້ຮັບການຮັບຮູ້ດ້ວຍຄວາມເຫັນດີເຫັນພ້ອມສູງ. ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນຂອງກອງປະຊຸມ.
ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ໝາກຜົນຂອງບັນດາກອງປະຊຸມສຸດຍອດ ອາຊຽນ ແລະລະຫວ່າງອາຊຽນ ກັບຄູ່ຮ່ວມມືຕ່າງໆ.
ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ບົນເນື້ອໃນຈິດໃຈຫົວຂໍ້ “ອາຊຽນ ທີ່ມີຄວາມສຳຄັນ: ສູນກາງແຫ່ງການເຕີບໂຕ”, ການນໍາບັນດາປະເທດອາຊຽນ ແລະຄູ່ຮ່ວມມືຕ່າງໆໄດ້ແລກປ່ຽນຫຼາຍເນື້ອໃນຍຸດທະສາດທີ່ພວມວາງອອກໃຫ້ອາຊຽນ ແລະພາກພື້ນ, ເຫັນດີເປັນເອກະພາບຕໍ່ທິດທາງປັບປຸງ ແລະຍົກລະດັບການຮ່ວມມື, ກະກຽມບັນດາບາດກ້າວພັດທະນາຢ່າງແຮງກວ່າ ແລະບຸກທະລຸໃນອະນາຄົດ. ຕາມຂ້າພະເຈົ້າ, ບັນດາກອງປະຊຸມ ຄັ້ງນີ້ ມີ 3 ໝາກຜົນພົ້ນເດັ່ນດັ່ງລຸ່ມນີ້:
ທີ່ໜຶ່ງ, ຂີດໝາຍກ່ຽວກັບຂອບຂະໜາດຂອງອາຊຽນ ແມ່ນໄດ້ຢັ້ງຢືນຢ່າງຈະແຈ້ງ ແລະຕະຫຼອດ. ຄວາມສຳຄັນຂອງອາຊຽນ ຍັງສະແດງໃຫ້ເຫັນດ້ວຍຜົນສຳເລັດຂອງການດຶງດູດ ບັນດາປະເທດໃຫຍ່ ແລະຫຼາຍຄູ່ຮ່ວມມືເຂົ້າຮ່ວມການຮ່ວມມືພາກພື້ນ, ພ້ອມກັນຮັບມືກັບສິ່ງທ້າທາຍ, ເພື່ອຜົນປະໂຫຍດລວມແມ່ນສັນຕິພາບ, ສະຖຽນລະພາບ ແລະພັດທະນາ. ການເຂົ້າຮ່ວມຂອງເກືອບ 20 ຄູ່ຮ່ວມມືທີ່ບັນດາກອງປະຊຸມ ຄັ້ງນີ້ ພ້ອມດ້ວຍການສະເໜີຮ່ວມມື ແລະສ້າງຕັ້ງ ແລະຍົກລະດັບການພົວພັນ (ກັບຍີ່ປຸ່ນ, ການາດາ, ສະມາຄົມມະຫາສະໝຸດອິນເດຍ (IORA), ຄະນະເລຂາເວທີປາໄສໝູ່ເກາະປາຊີຟິກ-PIF) ໄດ້ສ່ອງແສງໃຫ້ເຫັນຄໍາໝັ້ນສັນຍາ ແລະການຖືອາຊຽນເປັນສຳຄັນຂອງບັນດາຄູ່ຮ່ວມມື.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະບັນດາຫົວໜ້າຄະນະບັນດາປະເທດອາຊຽນ ທີ່ພິທີເປີດ. ພາບ: ເຍີດບັ໊ກ |
ທີສອງ, ບັນດາຄວາມມານະພະຍາຍາມຫັນອາຊຽນ ເປັນສູນກາງແຫ່ງການເຕີບໂຕ ໃຫ້ປະກົດຜົນເປັນຈິງ. ນີ້ບໍ່ພຽງແຕ່ແມ່ນຄວາມມຸ່ງຫວັງເທົ່ານັ້ນ ຫາກຍັງແມ່ນພາລະກຳຂອງອາຊຽນ ເພື່ອແນໃສ່ຮັບປະກັນໃຫ້ສະພາບແວດລ້ອມການຮ່ວມມື ແລະພັດທະນາດີກວ່າ, ມີປະສິດທິຜົນກວ່າໃຫ້ພົນລະເມືອງ 680 ລ້ານຄົນໃນພາກພື້ນ. ເພື່ອປະຕິບັດເປົ້າໝາຍນີ້, ອາຊຽນ ໄດ້ມີບັນດາບາດກ້າວໃນຍຸດທະສາດຮ່ວມມື, ທັງໃນກຸ່ມ ແລະກັບຄູ່ຮ່ວມມືຕ່າງໆ.
ທີສາມ, ການກະກຽມໃນເບື້ອງຕົ້ນໃຫ້ໄລຍະພັດທະນາຕໍ່ໄປຂອງອາຊຽນ. ກອງປະຊຸມສຸດຍອດໄດ້ພິຈາລະນາ, ຮັບຮູ້ວິໄສທັດປະຊາຄົມ ອາຊຽນ 2045 ກຳນົດຂອບເຂດຍຸດທະສາດຂອງອາຊຽນ ໃນ 20 ປີຈະມາເຖິງ. ດ້ວຍບັນດາທິດທາງກວມລວມທັງເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ, ວິໄສທັດ 2045 ເປີດຄວາມມຸ່ງຫວັງໃຫ້ແກ່ການຫັນປ່ຽນຂອງອາຊຽນ, ມຸ່ງໄປເຖິງ ອາຊຽນ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະດິດສ້າງ, ຂະຫຍັນຂັນເຄື່ອນ ແລະຖືປະຊາຊົນເປັນໃຈກາງ”.
ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ຂໍທ່ານໃຫ້ຮູ້ການປະກອບສ່ວນຂອງຄະນະຫວຽດນາມ ທີ່ກອງປະຊຸມຕ່າງໆ?
ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະກອງປະຊຸມຕ່າງໆທີ່ກ່ຽວຂ້ອງ. ທ່ານນາຍົກລັດຖະມົນຕີ ໄດ້ມີບົດກ່າວປາໄສສຳຄັນທີ່ບັນດາກອງປະຊຸມ, ນຳມາໃຫ້ອາຊຽນ ແລະບັນດາຄູ່ຮ່ວມມືຫຼາຍສານ, ທິດທາງ ແລະຂໍ້ລິເລີ່ມທີ່ແທດຈິງ ເພື່ອແນໃສ່ປັບປຸງວິວັດທະນາການສ້າງປະຊາຄົມ ແລະເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມື.
ທີໜຶ່ງ, ເພື່ອຮັກສາ ອາຊຽນ ທີ່ມີຂອບຂະໜາດ ແລະສູນກາງແຫ່ງການເຕີບໂຕ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ບັນດາປະເທດ ອາຊຽນ ຕ້ອງແກ້ໄຂສິ່ງທີ່ຍັງຄົງຂ້າງ ແລະຮົ້ວກີດຂວາງກ່ຽວກັບນະໂຍບາຍ ແລະລະບອບລະບຽບການ, ຮັກສາຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງພາຍໃນກຸ່ມ, ແລະປັບປຸງບົດບາດຂອງອາຊຽນ ແມ່ນຈຸດສຸມຂອງເຄືອຂ່າຍບັນດາສັນຍາການຄ້າເສລີຜ່ານການກວດຄືນ, ຍົກລະດັບ ແລະເຈລະຈາໃໝ່ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື.
ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ອາຊຽນ ຕ້ອງກຳນົດວ່າ ການຮັບປະກັນສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ, ແມ່ນຄວາມຮັບຜິດຊອບ ແລະຄວາມມານະພະຍາຍາມຂອງອາຊຽນເອງ. ຢາກຄືແນວນັ້ນ, ບັນດາປະເທດອາຊຽນ ຕ້ອງເຊີດຊູຈິດໃຈສາມັກຄີ, ເອກະລາດ, ເປັນເຈົ້າຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນັບທັງທິດສະດີ ແລະພຶດຕິກຳ.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ພ້ອມກັບບັນດາການນຳແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນ, ຢັ້ງຢືນຄືນໃໝ່ຫຼັກໝັ້ນຫຼັກການຂອງອາຊຽນ. ໃນບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກທັງແມ່ນຜົນປະໂຫຍດ, ທັງແມ່ນຄວາມຮັບຜິດຊອບຂອງທຸກປະເທດ, ສະເໜີຊຸກຍູ້ການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ ແລະສູ້ຊົນບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ຮຽກຮ້ອງບັນດາຄູ່ຮ່ວມມືສະໜັບສະໜູນຫຼັກ ໝັ້ນຂອງອາຊຽນ, ພ້ອມກັບອາຊຽນ ຮັບປະກັນສະພາບແວດລ້ອມອຳນວຍສະດວກໃຫ້ແກ່ການເຈລະຈາ COC.
ທີສອງ, ປະຕິບັດຕາມຈິດໃຈຫຼັກ “ຖືປະຊາຊົນເປັນໃຈກາງ, ເປົ້າໝາຍ, ກຳລັງໜູນ” ຂອງວິວັດທະນາການສ້າງປະຊາຄົມອາຊຽນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກທິດທາງພັດທະນາຢ່າງສະໝ່ຳສະເໝີ ແລະຍືນຍົງ, ພິເສດແມ່ນຢູ່ເຂດຫ່າງໄກສອກຫຼີກ, ອະນຸພາກພື້ນ. ທ່ານນາຍົກລັດຖະມົນຕີ ແຈ້ງວ່າ ຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງເວທີປາໄສອະນາຄົດອາຊຽນ ກ່ຽວກັບການພັດທະນາຢ່າງວ່ອງໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ, ເພື່ອຊ່ວຍຊູໃຫ້ບັນດາເວທີປາໄສ, ກົນໄກທາງການຂອງອາຊຽນ, ສ້າງກາລະໂອກາດແລກປ່ຽນຢ່າງກວ້າງຂວາງກ່ຽວກັບແນວຄວາມຄິດ, ຂໍ້ລິເລີ່ມໃຫ້ການຮ່ວມມືພາກພື້ນ, ປະກອບສ່ວນສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງດ້ວຍຕົນເອງ ແລະຍືນຍົງ.
ທີສາມ, ຍົກລະດັບການຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ທ່ານນາຍົກລັດຖະມົນຕີ ສະເໜີສຸມໃສ່ຍູ້ແຮງການພົວພັນແລກປ່ຽນການຄ້າ, ການລົງທຶນ, ການໜູນຊ່ວຍເຂົ້າເຖິງຕະຫຼາດຂອງກັນ; ປາດຖະໜາຢາກໃຫ້ບັນດາຄູ່ຮ່ວມມືໜູນຊ່ວຍສ້າງເງື່ອນໄຂສະດວກກວ່າອີກໃຫ້ສິນຄ້າຂອງຫວຽດນາມ ແລະບັນດາປະເທດອາຊຽນ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມີການພົບປະກັບການນຳບັນດາປະເທດ, ບັນດາອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມ ເກືອບ 20 ຄັ້ງ, ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມື, ນຳການຮ່ວມມືດ້ານການເມືອງ-ການທູດ, ເສດຖະກິດ-ການຄ້າ-ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ-ການສຶກສາ, ການພົບປະແລກປ່ຽນປະຊາຊົນ... ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ. ຄຽງຂ້າງກັນນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມກັບການນຳບັນດາປະເທດ ແລະບັນດາອົງການຈັດຕັ້ງສາກົນ ກໍ່ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນບັນດາຂົງເຂດໃໝ່ຄືການຫັນປ່ຽນດີຈີຕອນ, ການຫັນປ່ຽນພະລັງງານ, ການພັດທະນາ ເສດຖະກິດສີຂຽວ ແລະຍືນຍົງ.
ບັນດາຄູ່ຮ່ວມມືລ້ວນແຕ່ຕີລາຄາສູງໝາກຜົນການພັດທະນາເສດຖະກິດ-ສັງຄົມ, ການບໍລິຫານຂອງລັດຖະບານຫວຽດນາມ ໃນໄລຍະຜ່ານມາ. ບັນດາຄູ່ຮ່ວມມືກໍ່ຕີລາຄາສູງບົດບາດຂະຫຍັນຂັນເຄື່ອນ ແລະບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ຢູ່ ອາຊຽນ ແລະພາກພື້ນ.
ນັກຂ່າວ: ຂໍຂອບໃຈ!
ໂດຍ: ແສງເດືອນ