ຕາມທ່ານເອກອັກຄະລັດຖະທູດ Iain Frew, ອັງກິດ ແລະຫວຽດນາມ ມີການພົວພັນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ. ໃນໄລຍະເວລາກວ່າໜຶ່ງປີມານີ້ນັບແຕ່ເລີ່ມມາປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດ Iain Frew ໄດ້ເຫັນປະຈັກຕາການພັດທະນາ ແລະມີບາດກ້າວຫັນປ່ຽນຫຼາຍພໍສົມຄວນໃນການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ, ໃນນັ້ນ, ຂົງເຂດການຄ້າໄດ້ພັດທະນາຢ່າງກ້າວກະໂດດຂັ້ນ. ທ່ານເອກອັກຄະລັດຖະທູດ Iain Frew ໃຫ້ຮູ້ວ່າ: “ປີ 2022, ວົງເງິນການຄ້າສອງຝ່າຍບັນລຸຕົວເລກທີ່ເປັນໜ້າປະທັບໃຈທີ່ສຸດນັ້ນແມ່ນ 6,9 ຕື້ປອນ, ເພີ່ມຂຶ້ນ 29% ເມື່ອທຽບໃສ່ກັບປີທີ່ຜ່ານມາ ແລະທົບເກືອບສອງເທົ່າເມື່ອທຽບໃສ່ກັບປີ 2013. ການເຕີບໂຕທີ່ເປັນໜ້າປະທັບໃຈນີ້ ໄດ້ພິສູດໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ ແລະຄວາມສາມາດບົ່ມຊ້ອນໃນການພົວພັນດ້ານເສດຖະກິດຂອງພວກເຮົາ”.

leftcenterrightdel
ທ່ານ Iain Frew ເອກອັກຄະລັດຖະທູດແຫ່ງລາຊະອານາຈັກອັງກິດ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມຂ່າວໃນຕອນເຊົ້າວັນທີ 6 ກັນຍາ. ພາບ: ຮວ່າງຫວູ.

ໂດຍເນັ້ນໜັກວ່າ ແຕ່ຕົ້ນປີນີ້, ອັງກິດ ບັນລຸໄດ້ຂໍ້ຕົກລົງເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ດ້ວຍການສະໜັບສະໜູນຂອງບັນດາປະເທດພາຄີ CPTPP, ໃນນັ້ນມີຫວຽດນາມ, ທ່ານເອກອັກຄະລັດຖະທູດ Iain Frew  ຖືວ່າ ສັນຍາ CPTPP ໄດ້ເພີ່ມເຕີມໃຫ້ສັນຍາການຄ້າເສລີລະຫວ່າງສອງປະເທດ (UKVFTA) ຕື່ມອີກ, ຊຸກຍູ້ການພົວພັນການຄ້າສອງຝ່າຍທີ່ພວມພັດທະນາກວ່າອີກ. ພ້ອມກັນນັ້ນ, ການຮ່ວມມືດ້ານການສຶກສາຍິ່ງນັບມື້ນັບຮັດແໜ້ນຂຶ້ນກວ່າເກົ່າ. ປະເທດອັງກິດ ມີຄວາມເອກອ້າງທະນົງໃຈທີ່ໄດ້ເປັນໜຶ່ງໃນຄວາມປາດຖະໜາຂອງນັກສຶກສາຫວຽດນາມ ທີ່ຢາກມາສຶກສາຮ່ຳຮຽນ. ບັນດາໂຮງຮຽນມະຫາວິທະຍາໄລ ແລະອົງການຈັດຕັ້ງຂອງອັງກິດ ກໍ່ພວມສະໜອງທຶນການສຶກສາຈຳນວນຫຼາຍ, ອໍານວຍຄວາມສະດວກໃຫ້ແກ່ນັກສຶກສາທີ່ມີຄວາມເກັ່ງກ້າສາມາດຂອງຫວຽດນາມ ມີໂອກາດໄດ້ເຂົ້າເຖິງພື້ນຖານການສຶກສາແຖວໜ້າໂລກ. ທ່ານເອກອັກຄະລັດຖະທູດ Iain Frew  ຢັ້ງຢືນວ່າ “ການພົວພັນຮ່ວມມືຂອງພວກເຮົາ ບໍ່ພຽງແຕ່ມີຂົງເຂດການຄ້າ ແລະການສຶກສາເທົ່ານັ້ນ ຫາກຍັງທັງໃນບັນຫາທີ່ນຳມາເຊິ່ງຜົນປະໂຫຍດລວມ ກໍ່ຄືສິ່ງທ້າທາຍທີ່ພວກເຮົາຕ້ອງປະເຊີນໜ້າ. ພວກຂ້າພະເຈົ້າ ໃຫ້ຄຳໝັ້ນສັນຍາວ່າ ການຮ່ວມມືກັບຫວຽດນາມ ເພື່ອແກ້ໄຂສິ່ງທ້າທາຍທີ່ເກີດຂຶ້ນໃນທົ່ວໂລກ, ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ.

ທ່ານເອກອັກຄະລັດຖະທູດ Iain Frew  ໃຫ້ຮູ້ວ່າ ໃນປີນີ້, ອັງກິດ ແລະຫວຽດນາມ ໄດ້ມີການຢ້ຽມຢາມຂັ້ນສູງຫຼາຍຄັ້ງ, ໃນນັ້ນຕ້ອງເວົ້າເຖິງເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ເດີນທາງໄປເຂົ້າຮ່ວມພິທີຂຶ້ນຄອງລາດຂອງເຈົ້າຊີວິດອັງກິດ Charles III (ເດືອນພຶດສະພາ 2023). ທ່ານເອກອັກຄະລັດຖະທູດ Iain Frew  ຄອງຄອຍວ່າ ໃນໄລຍະຈະມາເຖິງຫວຽດນາມ ແລະອັງກິດ ຈະມີການຢ້ຽມຢາມສໍາຄັນ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດ Iain Frew ເນັ້ນໜັກວ່າ “ເພື່ອມຸ່ງໄປເຖິງອະນາຄົດ, ພວກເຮົາໃຫ້ຄຳໝັ້ນສັນຍາຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກ”. ພວກເຮົາພ້ອມກັນສ້າງອະນາຄົດໃຫ້ໄດ້, ຮັບປະກັນວ່າ ການພົວພັນຄູ່ຮ່ວມມືຂອງພວກເຮົາສືບຕໍ່ພັດທະນາ ແລະນຳເອົາຜົນປະໂຫຍດມາໃຫ້ທັງສອງປະເທດ”.

ແບ່ງປັນກັບສື່ມວນຊົນຕື່ມອີກ, ທ່ານເອກອັກຄະລັດຖະທູດ Iain Frew ໃຫ້ຮູ້ວ່າ ເຖິງວ່າຫາກໍ່ເລີ່ມປະຕິບັດໜ້າທີ່ການທູດໄດ້້ກວ່າໜຶ່ງປີກໍ່ຕາມແຕ່ທ່ານກໍ່ຮູ້ສຶກວ່າ ຫວຽດນາມ ແມ່ນປະເທດທີ່ສວຍງາມ, ມີມູນເຊື້ອປະຫວັດສາດ ແລະປະຊາຊົນຫວຽດນາມ ມີຫົວຄິດປະດິດສ້າງ. ທ່ານເອກອັກຄະລັດຖະທູດ Iain Frew ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະກ້າວໄປໄກກວ່ານີ້ຕື່ມອີກ. ທ່ານເອກອັກຄະລັດຖະທູດ  Iain Frew  ແບ່ງປັນວ່າ “ໃນສອງທົດສະວັດມານີ້, ຫວຽດນາມ ໄດ້ພັດທະນາກ້າວກະໂດດຂັ້ນ, ນັບແຕ່ດ້ານເສດຖະກິດ, ການສຶກສາ, ການປ່ຽນແປງໃໝ່ປະດິດສ້າງຕະຫຼອດຮອດຜູ້ຄົນ, ຫວຽດນາມ ມີຄວາມສາມາດປະເຊີນໜ້າກັບສິ່ງທ້າທາຍ ແຕ່ວ່ານັ້ນບໍ່ແມ່ນສິ່ງທ້າທາຍສະເພາະຂອງປະເທດໃດໜຶ່ງມັນແມ່ນສິ່ງທ້າທາຍລວມໃນທົ່ວໂລກ. ຂ້າພະເຈົ້າ ຖືວ່າ ບໍ່ພຽງແຕ່ອັງກິດ ເທົ່ານັ້ນ ແຕ່ຄູ່ຮ່ວມມືສາກົນອື່ນກໍ່ຈະມານະພະຍາຍາມໜູນຊ່ວຍຫວຽດນາມ.  ພວກເຮົາຈະພ້ອມກັນຜ່ານຜ່າສິ່ງທ້າທາຍຕ່າງໆເຫຼົ່ານັ້ນໄດ້... ຂ້າພະເຈົ້າ ມີໂອກາດໄດ້ພົບປະຄົນຫວຽດນາມ ມາຫຼາຍແລ້ວ. ຂ້າພະເຈົ້າ ມີຄວາມປະທັບໃຈຕໍ່ຄວາມຂະຫຍັນຂັນເຄື່ອນ, ພະລັງແຮງທີ່ຕັ້ງໜ້າຂອງປະຊາຊົນຫວຽດນາມ”.

ທີ່ກອງປະຊຸມຂ່າວ, ທ່ານເອກອັກຄະລັດຖະທູດ Iain Frew  ຍັງໃຫ້ຮູ້ຕື່ມອີກວ່າ ສະຖານທູດ ອັງກິດ ປະຈຳຫວຽດນາມ ຈະຈັດຕັ້ງງານບຸນແຫ່ງລາຊະອານາຈັກ ອັງກິດ ຢູ່ ຈະຕຸລັດດົງກິງເຫງັຍທຸກ (ຮ່າໂນ້ຍ) ໃນວັນທີ 9-10 ກັນຍາ ທີ່ຈະມາເຖິງນີ້. ນີ້ແມ່ນໜຶ່ງໃນກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ດ້ວຍການເຂົ້າຮ່ວມຂອງກວ່າ 60 ຄູ່ຮ່ວມມື, ເປົ້າໝາຍຂອງງານບຸນແມ່ນເຊີດຊູການຮ່ວມມືຫຼາຍຮູບແບບລະຫວ່າງສອງປະເທດ ກໍ່ຄືຄວາມອຸດົມສົມບູນກ່ຽວກັບວັດທະນະທຳ ແລະສິລະປະຂອງອັງກິດ. ຫຼັງຈາກຈັດຢູ່ນະຄອນຫຼວງຮ່າໂນ້ຍແລ້ວ, ງານບຸນດັ່ງກ່າວ ຈະໄດ້ໄປຈັດຢູ່ນະຄອນໂຮ່ຈີມິນ ໃນວັນທີ 16 ກັນຍາ ແລະນະຄອນດ່ານັ້ງ ໃນວັນທີ 16 ຕຸລາ ຈະມາເຖິງ. ທ່ານເອກອັກຄະລັດຖະທູດ ແບ່ງປັນວ່າ “ງານບຸນແຫ່ງລາຊະອານາຈັກອັງກິດ ຢູ່ ຫວຽດນາມ ສວມບົດບາດເປັນຂົວເຊື່ອມຕໍ່ລະຫວ່າງສອງປະເທດພວກເຮົາ, ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມືມິດຕະພາບ ແລະຍາວນານ.

ໂດຍ: ສົມເພັດ