ກ່ອນອື່ນໝົດ, ຫວຽດນາມ ແລະລາວ ມີສາຍພົວພັນທີ່ເປັນມູນເຊື້ອ, ສະໜິດຕິດພັນ, ໃນຕະຫຼອດໄລຍະທາງປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຂອງສອງຊາດ. ຜ່ານການທົດສອບຢ່າງຮ້າຍແຮງຂອງສົງຄາມ ແລະຊຸມເດືອນປີຮ່ວມທຸກຮ່ວມສຸກໃນວິວັດທະນາການປ່ຽນແປງໃໝ່, ເຊື່ອມໂຍງ, ຈາກສອງປະເທດບ້ານໃກ້ເຮືອນຄຽງ, ຫວຽດນາມ ແລະລາວ ໄດ້ສ້າງເປັນສາຍພົວພັນສາມັກຄີພິເສດ, ໂດຍປະທານໂຮ່ຈີມິງ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຕັ້ງພື້ນຖານ ແລະທະຫານ, ປະຊາຊົນຮຸ່ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄູນສ້າງດ້ວຍກຳລັງເຫື່ອແຮງ ແລະເລືອດເນື້ອ.

ການພົວພັນດັ່ງກ່າວກາຍເປັນກົດເກນເປັນຕາຍຂອງສອງຊາດ, ແມ່ນນ້ຳໃຈເລືອດເນື້ອອັນສະໜິດສະໜົມ, ສະເໝີຕົ້ນສະເໝີປາຍ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກລຳບາກ, ໄພອັນຕະລາຍຄືແນວໃດກໍ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ນີ້ແມ່ນການພົວພັນທີ່ຫາຍາກໃນປະຫວັດສາດໂລກ. ທຸກຜົນງານແຫ່ງການປະຕິວັດຂອງແຕ່ລະປະເທດນັບແຕ່ກ່ອນຈົນຮອດປະຈຸບັນລ້ວນແຕ່ຕິດແທດກັບການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າ, ທັນການ, ສຸດຈິດສຸດໃຈ ເຊິ່ງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ສະຫງວນໃຫ້ກັນ. ໃນຊຸມປີມໍ່ໆມານີ້, ພວກເຮົາມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ລວມທັງບັນດາຜົນກະທົບບໍ່ເຄີຍມີມາກ່ອນຂອງພະຍາດໂຄວິດ-19, ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດຫວຽດນາມ-ລາວ ຍັງສືບຕໍ່ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນໃນທຸກຂົງເຂດ, ຈາກການພົວພັນມິດຕະພາບທີ່ເປັນມູນເຊື້ອໄດ້ກາຍເປັນການພົວພັນມິດຕະພາບອັນຍິ່ງໃຫຍ່.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະທ່ານປະທານພັກປະຊາຊົນ ກຳປູເຈຍ Hun Sen (ທັງແມ່ນນາຍົກລັດຖະມົນຕີກຳປູເຈຍ ຄາວນັ້ນ) ໃນການພົບປະເມື່ອປີ 2021 ຢູ່ຮ່າໂນ້ຍ. ພາບ: ສຳນັກຂ່າວສານຫວຽດນາມ

ໃນຂະນະນັ້ນ, ຄວາມໃກ້ຊິດດ້ານພູມສາດພ້ອມກັບຈຸດຄ້າຍຄືກັນກ່ຽວກັບວັດທະນະທຳ, ປະຫວັດສາດໄດ້ເປັນພື້ນຖານໝັ້ນແກ່ນ ເພື່ອໃຫ້ຫວຽດນາມ ແລະກຳປູເຈຍ ເພີ່ມພູນຄູນສ້າງ, ພັດທະນາໜຶ່ງໃນບັນດາການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ປະຊາຊົນສອງປະເທດໄດ້ຄຽງບ່າຄຽງໄຫຼ່ກັນ ເພື່ອພ້ອມກັນຍາດເອົາໄຊຊະນະປະຫວັດສາດໃນລະດູບານໃໝ່ 1975 ກໍ່ຄືກູ້ປະຊາຊົນກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ, ສະກັດກັ້ນລະບອບດັບສູນເຊື້ອຊາດ ບໍ່ໃຫ້ກັບຄືນມາ ແລະຟື້ນຟູປະເທດແຫ່ງວັດວາອາຮາມ. ນີ້ກໍ່ແມ່ນພື້ນຖານ ເພື່ອໃຫ້ການນຳ ແລະປະຊາຊົນສອງປະເທດໃນຊຸມປີຜ່ານມາໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອເພີ່ມພູນຄູນສ້າງການພົວພັນຫວຽດນາມ-ກຳປູເຈຍ ໃຫ້ນັບມື້ນັບສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈຕາມທິດນຳ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”. ຫວນຄືນໄລຍະທາງຜ່ານມາ, ອາດສາມາດຢັ້ງຢືນໄດ້ວ່າ ການພົວພັນສະໜິດຕິດພັນຫວຽດນາມ-ກຳປູເຈຍ ໄດ້ ແລະພວມປະກອບສ່ວນຢ່າງແທດຈິງໃຫ້ພາລະກິດສ້າງສາ, ພັດທະນາຄວາມວັດທະນາຖາວອນຂອງສອງປະເທດໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍພ້ອມກັບການຜັນແປຂອງປະຫວັດສາດ.

ສຳລັບການພົວພັນຫວຽດນາມ-ລາວ-ກຳປູເຈຍ, 3 ປະເທດບ້ານໃກ້ເຮືອນຄຽງ, ທີ່ມີລຳແມ່ນ້ຳຮ່ວມກັນເຄີຍມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ສະໜິດຕິດພັນມາແຕ່ເຫິງນານ. ຕ້ອງຢັ້ງຢືນໄດ້ວ່າ ເມື່ອໄດ້ຮັບການກຳເນີດ ແລະການນຳພາຂອງພັກກອມມູນິດອິນດູຈີນ, ຫຼັງຈາກນັ້ນແມ່ນພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະພັກປະຊາຊົນ ກຳປູເຈຍ, ການພົວພັນດັ່ງກ່າວນັບມື້ນັບພັດທະນາ ແລະໄດ້ຍົກສູງຂຶ້ນທັງດ້ານຄຸນນະພາບ. ພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະພັກປະຊາຊົນກຳປູເຈຍ ໄດ້ສາມັກຄີນຳພາປະຊາຊົນ 3 ປະເທດ ຍາດໄດ້ໄຊຊະນະອັນສະຫງ່າລາສີໃນການຕໍ່ສູ້ຕ້ານສັດຕູໂຕດຽວ, ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບກ່ອນໜ້ານີ້ ກໍ່ຄືໃນພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາຂອງ 3 ປະເທດ ໃນປະຈຸບັນ.

ນັບແຕ່ການພົບປະຂັ້ນສູງລະຫວ່າງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະທ່ານປະທານພັກປະຊາຊົນກຳປູເຈຍ Hun Sen (ທັງແມ່ນນາຍົກລັດຖະມົນຕີກຳປູເຈຍ ໃນຄາວນັ້ນ) ຢູ່ຮ່າໂນ້ຍ ໃນປີ 2021, ການພົວພັນລະຫວ່າງ 3 ພັກ, 3 ປະເທດ ສືບຕໍ່ໄດ້ຮັບການປັບປຸງໃນທຸກຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນ 3 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ. 3 ພັກ ລ້ວນແຕ່ຖືເປັນສຳຄັນບົດບາດຂອງການພົວພັນສອງຝ່າຍ ແລະຫຼາຍຝ່າຍ. ພິເສດ, ໃນປີ 2022, 3 ປະເທດໄດ້ຈັດຕັ້ງ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ” ແລະ “ປີມິດຕະພາບຫວຽດນາມ-ກຳປູເຈຍ, ກຳປູເຈຍ-ຫວຽດນາມ” ດ້ວຍຫຼາຍຮູບການທີ່ອຸດົມສົມບຸນປະສົບຜົນສໍາເລັດ, ຜ່ານນັ້ນແຜ່ຂະຫຍາຍໃນໝູ່ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນຄົນຮຸ່ມໜຸ່ມ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບການພົວພັນຫວຽດນາມ-ລາວ, ຫວຽດນາມ-ກຳປູເຈຍ. 3 ປະເທດ ພວມສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມື 3 ຝ່າຍຂອງສະພາແຫ່ງຊາດ, ລັດຖະບານ, ກະຊວງ, ຂະແໜງການ ແລະອົງການຈັດຕັ້ງມະຫາຊົນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື 3 ປະເທດຢ່າງບໍ່ຢຸດຢັ້ງ.

ສະພາບການໂລກ ແລະພາກພື້ນພັດທະນາຢ່າງວ່ອງໄວ, ພວມສ້າງກາລະໂອກາດຫຼາຍຢ່າງແຕ່ກໍ່ມີສິ່ງທ້າທາຍບໍ່ແມ່ນໜ້ອຍສຳລັບ 3 ປະເທດ. ບົດຮຽນປະຫວັດແຫ່ງນ້ຳໃຈສາມັກຄີຫວຽດນາມ-ລາວ-ກຳປູເຈຍ ໄດ້, ພວມ ແລະຈະສືບຕໍ່ແມ່ນຂົວຕໍ່ໃນວິວັດແຫ່ງການພັດທະນາການພົວພັນລະຫວ່າງ 3 ປະເທດ. ເຖິງວ່າສະພາວະການຈະມີການປ່ຽນແປງ, ພວກເຮົາຍັງຕັດສິນໃຈພ້ອມກັນຮັກສາ ແລະເສີມຂະຫຍາຍ ເພື່ອໃຫ້ການພົວພັນຫວຽດນາມ-ລາວ-ກຳປູເຈຍ ຍາມໃດກໍ່ປຽບເໝືອນລຳແມ່ນ້ຳຂອງໃຫຍ່ໂຕມະໂຫຖານທີ່ເຊື່ອມຕໍ່ 3 ປະເທດຕະຫຼອດໄປ, ແມ່ນຊັບສົມບັດລວມອັນລ້ຳຄ່າ, ສັກກະລະບູຊາ ແລະຍືນຍົງຂອງ 3 ຊາດ.

ໂດຍ: ແສງເດືອນ