ນັກຊ່ຽວຊານຕີລາຄາ ອົດສະຕາລີ ຖືການພົວພັນກັບຫວຽດນາມ ເປັນສຳຄັນ
ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ, ແຕ່ວັນທີ 21 - 24 ສິງຫາ, ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ຈະມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ພ້ອມທັງເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດສອງປະເທດ ຄັ້ງທີ 5.
ທ່ານ ປອ ຫງວຽນຮົ່ງຫາຍ, ອາຈານຂັ້ນສູງກ່ຽວກັບດ້ານການເມືອງ ແລະນະໂຍບາຍສາທາລະນະຂອງ ໂຮງຮຽນຍຸຕິທຳ, ພະແນກບັນດາຂະແໜງປະດິດຄິດສ້າງ, ການສຶກສາ ແລະຄວາມຍຸຕິທຳສັງຄົມຂຶ້ນກັບ ມະຫາວິທະຍາໄລເຕັກໂນໂລຢີ Queensland (ປະເທດ ອົດສະຕາລີ); ອາຈານສອນຂອງມະຫາວິທະຍາໄລ VinUni (ຫວຽດນາມ) ຕີລາຄາວ່າ ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດອົດສະຕາລີ ໄດ້ສະແດງການຖືເປັນສຳຄັນຂອງ ອົດສະຕາລີ ສຳລັບການພົວພັນຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ.
    |
 |
ທ່ານນາງລັດຖະມົນຕີການຕ່າງປະເທດອົດສະຕາລີ Penny Wong ແລະທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ປອ ຫງວຽນຮົ່ງຫາຍ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 2 ທີ່ທ່ານນາງ Penny Wong ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະແມ່ນຄັ້ງທີ 4 ພົບປະກັບທ່ານລັດຖະມົນຕີ ບຸ່ຍແທັງເຊີນ ນັບແຕ່ເວລາທ່ານນາງດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ໃນເດືອນພຶດສະພາ 2022. ປີ 2022, ວົງເງິນການຄ້າສອງສົ້ນ ຫວຽດນາມ - ອົດສະຕາລີ ມີການເຕີບໂຕຢ່າງກະໂດດຂັ້ນ, ບັນລຸລະດັບສະຖິຕິໃໝ່ 15,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 27% ເມື່ອທຽບໃສ່ປີ 2021. ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 10 ຂອງ ອົດສະຕາລີ ແລະ ປະຈຸບັນ, ອົດສະຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 7 ຂອງຫວຽດນາມ.
ຕາມທ່ານ ປອ ຫງວຽນຮົ່ງຫາຍ ແລ້ວ, ຖ້າຫາກສອງຝ່າຍຍົກເວັ້ນວີຊາໃຫ້ພົນລະເມືອງຂອງກັນ, ນີ້ຈະແມ່ນບາດກ້າວປະກອບສ່ວນເຂົ້າໃນການປັບປຸງການພົວພັນຮ່ວມມືໃນໄລຍະຈະມາເຖິງຢ່າງແທດຈິງ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ