leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ການເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີສະພາອົງການຮ່ວມມື ແລະພັດທະນາເສດຖະກິດ (OECD) ແລະຢ້ຽມຢາມ ສາທາລະນະຝລັ່ງ ຢ່າງເປັນທາງການແຕ່ວັນທີ 5 ຫາວັນທີ 8 ມິຖຸນາ ຂອງທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ, ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝລັ່ງ ເນັ້ນໜັກວ່າ ການຢ້ຽມຢາມມີຄວາມໝາຍສໍາຄັນສໍາລັບການພົວພັນສອງຝ່າຍ.

ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ນີ້ແມ່ນການຢ້ຽມຢາມຝລັ່ງ ຄັ້ງທໍາອິດຂອງລັດຖະມົນຕີການຕ່າງປະເທດຫວຽດນາມ  ນັບແຕ່ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນສູ່ຄູ່ຮ່ວມມືຍຸດທະສາດພໍດີຄົບ 10 ປີນີ້.

ການຢ້ຽມຢາມຂອງທ່ານ ບຸ່ຍແທັງເຊີນ ກ່ອນອື່ນໝົດແມ່ນການເຄື່ອນໄຫວປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ ແລະເນັ້ນໜັກເຖິງຄວາມໝາຍຂອງ 50 ປີທີ່ສອງປະເທດໄດ້ສ້າງຕັ້ງການພົວພັນທາງການທູດ ແລະ 10 ປີຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝລັ່ງ ຢ່າງແຂງແຮງ. ການຢ້ຽມຢາມກໍ່ແມ່ນໂອກາດ ເພື່ອຢັ້ງຢືນຄວາມຮັບຮູ້ລວມກ່ຽວກັບວິໄສທັດຂອງການພົວພັນກໍ່ຄືການຕັດສິນໃຈຊຸກຍູ້ບັນດາຄູ່ຮ່ວມມືສອງຝ່າຍທີ່ຍົກອອກໃຫ້ເຫັນການເຊື່ອມຕໍ່່ຢ່າງເລິກເຊິ່ງກວ້າງຂວາງກວ່າ, ແໜ້ນແຟ້ນກວ່າ, ເປັນຕົ້ນແມ່ນສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງທັງສອງປະເທດໃນສະພາບການໃໝ່.

ທ່ານເອກອັກຄະລັດຖະທູດ ຊີ້ແຈ້ງວ່າ ການຢ້ຽມຢາມກໍ່ສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດຂອງຫວຽດນາມ ແລະຝລັ່ງ ທີ່ມີຈຸດສອດສະຫຼັບກັນທີ່ສໍາຄັນ, ລ້ວນແຕ່ພວມມຸ່ງໄປເຖິງການຮ່ວມມື ແລະສັນຕິພາບ, ຄວາມໝັ້ນຄົງ ແລະພັດທະນາຢ່າງແຂງແຮງ.

ດ້ວຍບົດບາດຫຼັກແຫຼ່ງຢູ່ເອີລົບ, ຝລັ່ງ ພວມຕັ້ງໜ້າຜັນຂະຫຍາຍນະໂຍບາຍທີ່ຂະຫຍັນຂັນເຄື່ອນ ແລະຮອບດ້ານມຸ່ງໄປເຖິງພາກພື້ນອາຊີ-ປາຊີຟິກ.

ດ້ວຍນະໂຍບາຍເຊື່ອມໂຍງຢ່າງເປັນເຈົ້າການ, ຕັ້ງໜ້າ ແລະບັນດາຜົນງານພັດທະນາ, ມີຄວາມສາມາດບົ່ມຊ້ອນທີ່ເຕີບໂຕ, ຫວຽດນາມ ນັບມື້ນັບຍົກສູງທີ່ຕັ້ງຂອງຕົນໃນອາຊຽນ ແລະບັນດາກົນໄກຮ່ວມມືຢູ່ພາກພື້ນ, ພ້ອມທັງສືບຕໍ່ຜັນຂະຫຍາຍນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຮັດແໜ້ນການພົວພັນກັບບັນດາຄູ່ຮ່ວມມືສໍາຄັນຢູ່ເອີລົບ.

ສອງປະເທດຮັກສາຫຼາຍກົນໄກແລກປ່ຽນຢ່າງເປັນປະຈໍາທັງດ້ານການເມືອງ, ເສດຖະກິດ, ປ້ອງກັນຊາດ ແລະໄດ້ລົງນາມຂໍ້ຕົກລົງ, ສັນຍາໃໝ່ຫຼາຍສະບັບເພື່ອເປັນພື້ນຖານນິຕິກຳໃຫ້ແກ່ການຮ່ວມມືໃນບັນດາຂົງເຂດທີ່ໄດ້ໃຫ້ບຸລິມະສິດ.

ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າໃນຂອບເຂດບັນດາການເຄື່ອນໄຫວຢູ່ຝລັ່ງ, ລັດຖະມົນຕີ ບຸ່ຍແທັງເຊີນ ຄາດຄະເນວ່າຈະພົບປະ, ແລກປ່ຽນກັບຜູ້ອໍານວຍການໃຫຍ່ອົງການ UNESCO, ເລຂາທິການໃຫຍ່ອົງການ OIF ແລະເລຂາທິການໃຫຍ່ OECD ເພື່ອສືບຕໍ່ຊຸກຍູ້ການພົວພັນກັບບັນດາອົງການເຫຼົ່ານີ້ໃຫ້ເຂົ້າສູ່ລວງເລິກ.

leftcenterrightdel
ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝລັ່ງ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ

ສຳລັບ UNESCO ແມ່ນສືບຕໍ່ເສີມຂະຫຍາຍໝາກຜົນການຢ້ຽມຢາມຫວຽດນາມ ໃນເດືອນ ກັນຍາ 2022 ຂອງທ່ານນາງ Audrey Azoulay ຜູ້ອໍານວຍການໃຫຍ່ອົງການ UNESCO, ຍາດແຍ່ງເອົາການສະໜັບສະໜູນຂອງຄະນະການນໍາ ແລະຄະນະເລຂາທິການ UNESCO ກ່ຽວກັບບັນດາແນວຄິດ, ສະຕິປັນຍາ, ແຫຼ່ງກໍາລັງ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາພາຍຫຼັງພະຍາດໂຄວິດ-19 ກໍ່ຄືຍາດແຍ່ງເອົາການສະໜັບສະໜູນຄວາມພະຍາຍາມອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກໂລກຢູ່ຫວຽດນາມ.

ສຳລັບ OIF ແມ່ນປັບປຸງບົດບາດນໍາໜ້າໃນການສ້າງຍຸດທະສາດເສດຖະກິດ ຝລັ່ງໂກໂຟນີສາກົນ, ຍູ້ແຮງ ແລະເສີມຂະຫຍາຍບັນດາໝາກຜົນຂອງລາຍການສົ່ງເສີມການຄ້າ ແລະເສດຖະກິດຝລັ່ງໂກໂຟນີສາກົນຢູ່ຮ່າໂນ້ຍ ເດືອນ ມີນາ 2022 ແລະກອງປະຊຸມຂັ້ນສູງຝລັ່ງໂກໂຟນີສາກົນ ຄັ້ງທີ 18 ຢູ່ຕຸຍນີຊີ ເດືອນ ພະຈິກ 2022.

ສຳລັບ OECD, ໃນບົດບາດຮ່ວມເປັນປະທານໂຄງການອາຊີຕາເວັນອອກສ່ຽງໃຕ້ ຢູ່ OECD (SEARP) ໃນ 3 ປີຈະມາເຖິງ, ຫວຽດນາມ ຈະມານະພະຍາຍາມຊຸກຍູ້ການຮ່ວມມື, ໜູນຊ່ວຍ ແລະແບ່ງປັນກັບບັນດາປະເທດສະມາຊິກ ແລະບັນດາຄູ່ຮ່ວມມື, ສະແດງຄວາມເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນບັນດາໜ້າທີ່ສາກົນ.

ທ່ານເອກອັກຄະລັດຖະທູດ ດິງຕວ່ານທັ໊ງ ຊີ້ແຈ້ງວ່າ ແມ່ນປະເທດຮ່ວມເປັນປະທານຂອງ SEARP ໄລຍະ 2022-2025, ຫວຽດນາມ ພວມມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຊຸກຍູ້ການພົວພັນລະຫວ່າງ OECD ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກຂອງສູນພັດທະນາ OECD, ເຂົ້າຮ່ວມການເຄື່ອນໄຫວຂອງສູນໃນຫຼາຍຂົງເຂດຢ່າງຕັ້ງໜ້າ, ນັບແຕ່ດ້ານເສດຖະກິດ, ການເງິນຈົນເຖິງການສຶກສາ, ຄວາມສະເໝີພາບລະຫວ່າງຍິງ ແລະຊາຍ...

ແຕ່ລະປີ, ຫວຽດນາມ ລ້ວນແຕ່ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການສ້າງບົດລາຍງານແງ່ຫວັງເສດຖະກິດອາຊີຕາເວັນອອກສ່ຽງໃຕ້, ຈີນ, ອິນເດຍ ຂອງສູນພັດທະນາ OECD. ປີ 2024, ຫວຽດນາມ ຈະພ້ອມກັບອົດສະຕາລີ ແລະບັນດາປະເທດສະມາຊິກຂອງຫ້ອງການ SEARP ຈັດຕັ້ງບັນດາເຫດການສໍາຄັນເພື່ອສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງໂຄງການຂອງ OECD ໃຫ້ແກ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

leftcenterrightdel
ແຂກທ່ອງທ່ຽວພາຍໃນ ແລະຕ່າງປະເທດເຂົ້າຮ່ວມລາຍການຢູ່ຄຸ້ມຖະໜົນເກົ່າໂຮ້ຍອານ. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມສະພາ OECD ຂັ້ນລັດຖະມົນຕີ 2023 (OECD MCM 2023) ແມ່ນກອງປະຊຸມຄັ້ງທໍາອິດທີ່ມີຫວຽດນາມ ເຂົ້າຮ່ວມຢູ່ຂັ້ນລັດຖະມົນຕີ ແລະມີບັນດາການປະກອບສ່ວນຢ່າງແທດຈິງກ່ຽວກັບບັນດາຫົວຂໍ້ໃຈກາງ, ຈຸດສຸມຂອງກອງປະຊຸມ. ສິ່ງເຫຼົ່ານີ້ເປັນຂີດໝາຍບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງຫວຽດນາມ ແລະ OECD, ໃນສະພາບການທີ່ຫວຽດນາມ ແມ່ນປະເທດເປັນປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງໃຕ້ຂອງ OECD ໄລຍະ 2022-2025.

ທີ່ກອງປະຊຸມ MCM ປີນີ້, OECD ກໍ່ມຸ່ງໄປເຖິງຊຸກຍູ້ການພົວພັນຮ່ວມມືກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະກວ້າງກວ່າແມ່ນມະຫາສະໝຸດອິນເດຍ-ປາຊີຟິກ ຢ່າງແຂງແຮງ.

ຄັ້ງທໍາອິດ, OECD ຈະມີຂອບເຂດຍຸດທະສາດໃຫ້ແກ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ, ກໍານົດນະໂຍບາຍການຮ່ວມມືລວມຂອງ OECD ຕໍ່ກັບພາກພື້ນນີ້. ປີ 2024 ຈະແມ່ນປີບານພັບຂອງໂຄງການ SEARP, ເປັນຂີດໝາຍ 10 ປີແຫ່ງການສະເໜີຕົວ. ນີ້ແມ່ນບັນດາປັດໄຈຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ OECD ໃນໄລຍະຈະມາເຖິງ.

ໂດຍ:​ ໄຊນີດາ