ຕາມນັ້ນແລ້ວ, ໃນຈຳນວນ 157 ບົດປະພັນ ລອດເຂົ້າຮອບສຸດທ້າຍ, ສະພາກຳມະການໄດ້ປຶກສາຫາລື, ປະເມີນຜົນ ແລະປ່ອນບັດເລືອກເອົາ: 9 ລາງວັນ A, 24 ລາງວັນ B, 46 ລາງວັນ C ແລະລາງວັນຊົມເຊີຍຈຳນວນໜຶ່ງເພື່ອມອບລາງວັນ. ພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 17 ປີ 2022 ຈະຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ ວັນທີ 21 ມິຖຸນາ 2023.

leftcenterrightdel
ສະພາລາງວັນສື່ມວນຊົນແຫ່ງຊາດ ໄດ້ປະກາດຜົນການໃຫ້ຄະແນນລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 17 ປີ 2022. ພາບ: qdnd.vn

ລາງວັນສື່ມວນຊົນແຫ່ງຊາດ ແມ່ນເຫດການໃຫຍ່ດຶງດູດຄວາມສົນໃຈເປັນພິເສດຂອງວົງການນັກຂ່າວໃນທົ່ວປະເທດ, ແມ່ນລາງວັນອັນສູງສົ່ງທີ່ສຸດທີ່ສະຫງວນໃຫ້ບັນດາບົດປະພັນສື່ມວນຊົນ, ເຊີດຊູບັນດາຜູ້ຂຽນ, ກຸ່ມຜູ້ຂຽນທີ່ມີບົດປະພັນດີເດັ່ນທີ່ສຸດໃນແຕ່ລະປີ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ