ໃນສະພາບການດັ່ງກ່າວ, ໃນລະຫວ່າງວັນທີ 3-4 ມີຖຸນາ, ທ່ານ Anthony Albanese ນາຍົກລັດຖະມົນຕີອົດສະຕາລີ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນເຕີດແທັ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບຈຸດປະສົງ, ຄວາມໝາຍຂອງການຢ້ຽມຢາມ ກໍ່ຄືແງ່ຫວັງການພົວພັນສອງຝ່າຍ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ຂໍທ່ານໃຫ້ຮູ້ຄວາມໝາຍຂອງການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ທີ່ມີຕໍ່ການພົວພັນຮ່ວມມືສອງຝ່າຍ?

ທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັ່ງ: ທ່ານນາຍົກລັດຖະມົນຕີ Anthony Albanese ຢ້ຽມຢາມຫວຽດນາມ ກົງກັບໂອກາດທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງການສ້າງການພົວພັນຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນການຢ້ຽມຢາມທາງການ ຄັ້ງທີ 2 ຂອງທ່ານຢູ່ປະເທດອາຊີຕາເວັນອອກສ່ຽງໃຕ້ ນັບແຕ່ເມື່ອຮັບດຳລົງຕ່ຳແໜ່ງ ແລະແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີ 3 ຂອງນາຍົກລັດຖະມົນຕີອົດສະຕາລີ.

leftcenterrightdel
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕີດແທັ່ງ. ພາບ: ສະຖານທູດຫວຽດນາມ ປະຈຳ ອົດສະຕາລີ

ຫວນຄືນປະຫວັດສາດ 50 ປີຜ່ານມາ, ນາຍົກລັດຖະມົນຕີອົດສະຕາລີ ຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດ (ເດືອນເມສາ 1994) ແມ່ນທ່ານ Paul Keating, ຫຼັງຈາກນັ້ນແມ່ນທ່ານນາຍົກລັດຖະມົນຕີ Scott Morrison ຢ້ຽມຢາມຫວຽດນາມ (ເດືອນສິງຫາ 2019). ນາຍົກລັດຖະມົນຕີສາມທ່ານລ້ວນແຕ່ຢ້ຽມຢາມຫວຽດນາມ ເນື່ອງໃນບັນດາເຫດການຫຼາຍຝ່າຍ, ນັ້ນແມ່ນທ່ານນາຍົກລັດຖະມົນຕີ John Howard (ເດືອນພະຈິກ 2006), ທ່ານນາຍົກລັດຖະມົນຕີ Julia Gillard (ເດືອນຕຸລາ 2010) ແລະທ່ານນາຍົກລັດຖະມົນຕີ Malcolm Turnbull (ເດືອນພະຈິກ 2017). ສິ່ງນີ້ສະແດງໃຫ້ເຫັນວ່າອຳນາດການປົກຄອງພັກແຮງງານຂອງທ່ານນາຍົກລັດຖະມົນຕີ Albanese ຖືຫວຽດນາມ ເປັນສຳຄັນພິເສດ.

ໃນປີຜ່ານມາ, ອົດສະຕາລີ ໄດ້ເປັນເຈົ້າການຜັນຂະຫຍາຍບັນດາບາດກ້າວເດີນຢ່າງແຮງ, ຕັ້ງໜ້າ ແລະຮອບດ້ານ ມຸ່ງໄປເຖິງບັນດາປະເທດບ້ານໃກ້ເຮືອນຄຽງໃນສະມາຄົມປະຊາຊາດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ສະແດງໃຫ້ເຫັນຜ່ານເລື່ອງແຕ່ງຕັ້ງທູດພິເສດ ອາຊີຕາເວັນອອກ ຂອງນາຍົກລັດຖະມົນຕີ, ກະກຽມສ້າງຍຸດທະສາດເສດຖະກິດອາຊີຕາເວັນອອກ ເຖິງປີ 2040 ແລະເພີ່ມການອຸປະຖຳພັດທະນາທາງການ (ODA) ພໍສົມຄວນໃຫ້ພາກພື້ນພາຍຫຼັງໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອາຊຽນ...

ໃນສະພາບການທັງສອງປະເທດລ້ວນແຕ່ເປັນເຈົ້າການຊຸກຍູ້ການພົວພັນສອງຝ່າຍໃຫ້ແທດຈິງຄືດັ່ງກ່າວ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຈະມາເຖິງຂອງທ່ານນາຍົກລັດຖະ ມົນຕີ Albanese ຈະມີຄວາມໝາຍສຳຄັນ, ສ້າງພື້ນຖານໃຫ້ການພົວພັນຄູ່ຮ່ວມມືແໜ້ນແຟ້ນກວ່າອີກລະຫວ່າງສອງປະເທດໃນໄລຍະໃໝ່ທັງສອງຝ່າຍ ແລະຫຼາຍຝ່າຍ, ພ້ອມທັງປະກອບສ່ວນຮັດແໜ້ນການພົວພັນແບບບຸກຄົນລະຫວ່າງການນຳຂັ້ນສູງສອງປະເທດ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ອາດສາມາດໃຫ້ຮູ້ຈຸດສຸມລາຍການເຄື່ອນໄຫວໃນການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Anthony Albanese? ຕາມທ່ານເອກອັກ ຄະລັດຖະທູດ, ບັນດາການເຄື່ອນໄຫວດັ່ງກ່າວຈະປະກອບສ່ວນຄືແນວໃດໃຫ້ການພົວພັນຫວຽດນາມ-ອົດສະຕາລີ?

ທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັ່ງ: ກ່ອນອື່ນໝົດ, ທ່ານນາຍົກລັດຖະມົນຕີ Albanese ແມ່ນການນຳຂອງພັກແຮງງານ, ເພາະສະນັ້ນການແລກປ່ຽນຂອງທ່ານກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະມີຄວາມໝາຍພິເສດ. ຄືພວກເຮົາໄດ້ຮູ້ແລ້ວວ່າ ລັດຖະບານພັກແຮງງານ ຂອງອະດີດນາຍົກລັດຖະມົນຕີ Gough Whitlam ໄດ້ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ແຕ່ດົນແລ້ວ. ພາຍໃຕ້ການນຳພາຂອງພັກແຮງງານ, ອົດສະຕາລີ ໄດ້ຕ້ອນຮັບເລຂາທິການໃຫຍ່ຫວຽດນາມ ມາຢ້ຽມຢາມທາງການສອງຄັ້ງເມື່ອ ປີ 1995 ແລະ 2009.

leftcenterrightdel
ທ່ານນາຍົກລັດຖະມົນຕີອົດສະຕາລີ Anthony Albanese. ພາບ: Getty

ການແລກປ່ຽນຂອງທ່ານນາຍົກລັດຖະມົນຕີ Albanese ກັບການນໍາຂັ້ນສູງຂອງ ຫວຽດນາມ ຈະມີຫຼາຍເນື້ອໃນແທດຈິງທັງດ້ານສອງຝ່າຍ ແລະຫຼາຍຝ່າຍ... ຕາມນັ້ນແລ້ວ, ການພົບປະເຈລະຈາທາງການຄັ້ງທຳອິດລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີ Anthony Albanese ຈະກຳນົດທິດທິດທາງໃໝ່ໃຫ້ການຮ່ວມມືສອງຝ່າຍ ແລະຫຼາຍຝ່າຍ, ຢັ້ງຢືນຄືນໃໝ່ບັນດາຂົງເຂດ ແລະຈຸດສຸມການຮ່ວມມືໃນໄລຍະໃໝ່. ໃນສະພາບການປະຈຸບັນ, ສອງປະເທດອາດຈະໃຫ້ບູລິມະສິດແກ່ການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ມິລັກສະນະຊ່ວຍໜູນກັນ, ຄື: ການຮັບມີກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນດີຈີຕອນ, ການພັດທະນາສີຂຽວ, ພະລັງງານສະອາດ, ຕ່ອງໂສ້ການສະໜອງຍືນຍົງ ແລະການສົມທົບກັນຢູ່ອະນຸພາກພື້ນແມ່ນ້ຳຂອງ, ອາຊຽນ ກໍ່ຄືບັນດາເວທີປາໄສພາກພື້ນ, ສາກົນຕ່າງໆ. ນີ້ອາດຈະແມ່ນບັນດາເສົາຄ້ຳຮ່ວມມືໃໝ່ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອົດສະຕາລີ ຂຶ້ນສູ່ລະດັບສູງໃໝ່.

ນອກຈາກນັ້ນ, ຄາດຄະເນວ່າ ສອງນາຍົກລັດຖະມົນຕີ ຈະເປັນສັກຂີພິຍານພິທີເຊັນບົດບັນທຶກວ່າດ້ວຍການຮ່ວມມືສຳຄັນໃນບັນດາຂົງເຂດການຄ້າ, ການເງິນ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ກໍ່ສ້າງ ແລະເປີດສາຍການບິນໂດຍກົງລະຫວ່າງສອງປະເທດ.

ນັກຂ່າວ: ຂໍທ່ານເອກອັກຄະລັດຖະທູດ ຕີລາຄາແງ່ຫວັງຂອງການຍົກລະດັບການພົວພັນໃນ ຫຼື ພາຍຫຼັງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Anthony Albanese ກໍ່ຄືຄວາມສາມາດບົ່ມຊ້ອນຂອງການພົວພັນຫວຽດນາມ-ອົດສະຕາລີ ໃນອະນາຄົດ.

ທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັ່ງ: ຫວຽດນາມ ສືບຕໍ່ຜັນຂະຫຍາຍນະໂຍບາຍພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເປີດກວ້າງ, ຫັນການພົວພັນກັບສາກົນເປັນຫຼາຍຮູບແບບ ແລະຫຼາຍຝ່າຍ ດ້ວຍຜົນງານສຳຄັນຫຼາຍຢ່າງ, ໃນຂະນະທີ່ອົດສະຕາລີ ໃຫ້ບູລິມະສິດແກ່ບັນດາປະເທດບ້ານໃກ້ເຮືອນຄຽງກວ່າ, ພິເສດແມ່ນຖື ອາຊຽນ ເປັນສຳຄັນ, ໃນນັ້ນມີຫວຽດນາມ. ສອງປະເທດແບ່ງປັນບັນດາຄຸນຄ່າພື້ນຖານ, ຄື: ສັນຕິພາບ, ປະຊາທິປະ ໄຕ, ອຳນາດນິຕິບັນຍັດ, ຄວາມສະເໝີພາບ ແລະຍຸຕິທຳ, ຍາມໃດກໍ່ເອົາໃຈໃສ່ປົກປ້ອງຜົນປະໂຫຍດລວມຂອງພາກພື້ນ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ຄື: ອາຊຽນ, ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ແລະສະຫະປະຊາຊາດ.

ເນື່ອງໃນໂອກາດທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ (30-11 ຫາວັນທີ 3-12-2022), ສອງຝ່າຍໄດ້ປະກາດຄວາມຕັ້ງໃຈຍົກລະ ດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນຈຸດເວລາທີ່ເໝາະສົມ. ພາຍຫຼັງ 5 ປີ ແຫ່ງການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ, ການພົວພັນສອງຝ່າຍນັບມື້ນັບເລິກເຊິ່ງ, ຮອບດ້ານກວ່າເວລາໃດໝົດ. ອາດສາມາດໃຫ້ຂໍ້ສັງເກດວ່າ ໃນຕົວຈິງການພົວພັນສອງປະເທດໄດ້ບືນຕົວຂຶ້ນລະດັບສູງໃໝ່, ການຍົກລະດັບຈະໄດ້ປະກາດເປັນທາງການເມື່ອສອງຝ່າຍສຳເລັດລະບຽບການພາຍໃນ. ການຢັ້ງຢືນຢ່າງເປັນທາງການພຽງແຕ່ແມ່ນບັນຫາເວລາເທົ່ານັ້ນ, ອີງໃສ່ການກະກຽມທຸກດ້ານຂອງສອງຝ່າຍ.

ນັກຂ່າວ: ຂໍທ່ານເອກອັກຄະລັດຖະທູດ, ຫວຽດນາມ ມີຄວາມຄອງຄອຍໃດແດ່ຈາກການຢ້ຽມຢາມຈະມາເຖິງຂອງທ່ານນາຍົກລັດຖະມົນຕີ Anthony Albanese?

ທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັ່ງ: ຄືໄດ້ເວົ້າຂ້າງເທິງ, ພວກຂ້າພະເຈົ້າຄອງຄອຍບັນດາໝາກຜົນລະອຽດ, ແທດຈິງໃຫ້ການພົວພັນສອງປະເທດ.

ທີໜຶ່ງ, ການຢ້ຽມຢາມ ຈະສ້າງຂອບເຂດໃໝ່ໃຫ້ການພົວພັນໃນທຸກຊ່ອງທາງ, ສຶບຕໍ່ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດໃຫ້ເລິກເຊິ່ງ, ມຸ່ງໄປເຖິງວິໄສທັດລວມຂອງສອງປະເທດໃນໄລຍະເວລາ 50 ປີຈະມາເຖິງ.

ທີສອງ, ການຢ້ຽມຢາມຈະສ້າງກຳລັງໜູນໃຫ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ວັດທະນະທຳ, ການລົງທຶນ, ແຮງງານ, ການພົບປະແລກປ່ຽນປະຊາຊົນຜ່ານການສ້າງຕັ້ງບັນດາກົນໄກ ແລະການເຄື່ອນໄຫວສອງຝ່າຍທີ່ເໝາະສົມ, ການຜັນຂະຫຍາຍບັນດາມາດຕະການນຳການພົວພັນສອງປະເທດໃຫ້ພັດທະນາຮອບດ້ານກວ່າ, ສົມກັບຄວາມສາມາດບົ່ມຊ້ອນ ແລະຄວາມປາດຖະໜາຢາກຂອງການນຳກໍ່ຄືປະຊາຊົນສອງປະເທດ.

ທີສາມ, ການຢ້ຽມຢາມຈະສ້າງບຸກທະລຸໃນການພົວພັນດ້ານເສດຖະກິດ, ເປີດກາລະໂອກາດໃໝ່ໃນການຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນດີຈີຕອນ, ພະລັງງານສະອາດ, ຊ່ວຍກຳນົດທິດຢ່າງຈະແຈ້ງກວ່າຕໍ່ກັບການຮ່ວມມືທ້ອງຖິ່ນ, ຍົກລະດັບການຮ່ວມມືຫຼາຍຝ່າຍໃຫ້ເລິກເຊິ່ງຂຶ້ນຕື່ມ, ໃນນັ້ນມີການຮ່ວມມືສາມຝ່າຍ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຮັກສາຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກໃຫ້ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ການຮ່ວມມືການ ແລະພັດທະນາຢູ່ພາກພື້ນ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ