ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍລົງພິມເນື້ອໃນບົດສຳພາດດັ່ງກ່າວ.

ນັກຂ່າວ: ສະເໜີທ່ານລັດຖະມົນຕີ ໃຫ້ຮູ້ກ່ຽວກັບໝາກຜົນພົ້ນເດັ່ນຂອງກອງປະຊຸມສຸດຍອດ G7 ເປີດກວ້າງປີນີ້ຂໍຮຽນທ່ານ?

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ: ກອງປະຊຸມສຸດຍອດ G7 ເປີດກວ້າງປີນີ້ໄດ້ດໍາເນີນຢູ່ Hiroshima ໃນລະຫວ່າງວັນທີ 20-21 ພຶດສະພາ ພາຍໃຕ້ການເປັນປະທານຂອງຍີ່ປຸ່ນ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ມີການປະຊຸມ 3 ວາລະ  “ພ້ອມກັນຮ່ວມມືແກ້ໄຂວິກິດການ”, “ມານະພະຍາຍາມລວມ ເພື່ອໜ່ວຍໂລກທີ່ຍືນຍົງ” ແລະ “ມຸ່ງໄປເຖິງໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ”, ບັນດາການນຳໄດ້ແລກປ່ຽນ, ຕີລາຄາ ແລະຍົກໃຫ້ເຫັນບັນດາມາດຕະການແກ້ໄຂສິ່ງທ້າທາຍໃນທົ່ວໂລກ, ໂດຍສະເພາະແມ່ນຟື້ນຟູເສດຖະກິດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານການແພດ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພ້ອມກັບບັນດາການນຳບັນດາປະເທດ G7 ເປີດກວ້າງ. ພາບ: baochinhphu.vn

ທີໜຶ່ງ, ກອງປະຊຸມສຸດຍອດ G7 ເປີດກວ້າງ ໄດ້ຮັບຮອງເອົາຖະແຫຼງການກະທໍາ Hiroshima ວ່າດ້ວຍຄວາມໝັ້ນຄົງດ້ານສະບຽງອາຫານສ້າງຄວາມເຂັ້ມແຂງທົ່ວໂລກດ້ວຍຕົນເອງ, ວາງອອກກຸ່ມມາດຕະການ ເພື່ອຮັບມືກັບວິກິດການດ້ານສະບຽງອາຫານໃນຕໍ່ໜ້າ, ຍົກສູງລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອສະກັດກັ້ນບັນດາວິກິດການທີ່ຄ້າຍຄືກັນ ເຊິ່ງອາດຈະເກີດຂຶ້ນໃນອະນາຄົດ ແລະຮັບປະກັນທາດບຳລຸງໃຫ້ປະຊາຊົນທຸກຄົນ. ນີ້ແມ່ນໝາກຜົນທີ່ເປັນໜ້າສົນໃຈ, ສະແດງໃຫ້ເຫັນຄວາມມານະພະຍາຍາມໃນການນຳພາຂອງ ຍີ່ປຸ່ນ ກໍ່ຄືຄວາມຕັດສິນໃຈຂອງບັນດາປະເທດ G7 ແລະແຂກຖືກເຊີນໃນການແກ້ໄຂບັນຫາຮີບດ່ວນ, ສົ່ງຜົນກະທົບຕໍ່ການດຳລົງຊີວິດຫຼາຍດ້ານຂອງປະຊາຊົນ.

ທີສອງ, ບັນດາການນຳໄດ້ເຫັນດີເປັນເອກະພາບຕ້ອງສ້າງບັນດາກຳລັງໜູນ ເພື່ອແນໃສ່ຊຸກຍູ້ການຟື້ນຟູ ແລະການເຕີບໂຕເສດຖະກິດ, ປະຕິບັດຫຼາຍເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ. ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຄູ່ຮ່ວມມືພື້ນຖານໂຄງລ່າງ ແລະການລົງທຶນທົ່ວໂລກຂອງ G7 (PGII) ແລະຂໍ້ລິເລີ່ມປະຊາຄົມອາຊີບໍ່ປ່ອຍອາຍພິດ (AZEC) ຂອງຍີ່ປຸ່ນ; ເຫັນດີເປັນເອກະພາບຊຸກຍູ້ບັນດາຂໍ້ລິເລີ່ມໃນການລະດົມແຫຼ່ງເງິນໃຫ້ແກ່ການພັດທະນາຢ່າງແຂງແຮງ, ຊຸກຍູ້ການຮ່ວມມືພາກລັດ-ພາກເອກະຊົນໃນການພັດທະນາພື້ນຖານໂຄງລ່າງ.

ທີສາມ, ກ່ຽວກັບບັນດາບັນຫາສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນໃນໂລກ, ບັນດາການນຳໄດ້ເຫັນດີເປັນເອກະພາບນຳກັນວ່າ ໃນສະພາບການໂລກທີ່ມີການຜັນແປຢ່າງສັບສົນນີ້, ຕ້ອງເຊີດຊູລັດທິຫຼາຍຝ່າຍ, ການຮ່ວມມືສາກົນ, ແກ້ໄຂການປະທະກັນໂດຍສັນຕິວິທີ, ຮັກສາຄວາມໝັ້ນຄົງ, ຄວາມປອດໄພຂອງປະຊາຊົນ. ບັນດາປະເທດ ກໍ່ໄດ້ເນັ້ນໜັກເຖິງການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະກ້າວໄປເຖິງການບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ ແລະສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ນັກຂ່າວ: ສະເໜີທ່ານລັດຖະມົນຕີ ໃຫ້ຮູ້ກ່ຽວກັບໝາກຜົນການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ ຄັ້ງນີ້ຂອງຄະນະຜູ້ແທນຫວຽດນາມ ຂໍຮຽນທ່ານ?

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ: ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ ແລະເຮັດວຽກຢູ່ຍີ່ປຸ່ນ ໄດ້ປະສົບຜົນສຳເລັດຢ່າງຈົບງາມທັງດ້ານສອງຝ່າຍ ແລະຫຼາຍຝ່າຍ.

ໃນເວລາ 3 ວັນ, ທ່ານນາຍົກລັດຖະມົນຕີ ໄດ້ເປັນປະທານ, ເຂົ້າຮ່ວມປະມານ 40 ກິດຈະກໍາ, ລວມມີກອງປະຊຸມຄັ້ງຕ່າງໆ, ການພົບປະກັບການນຳ ຍີ່ປຸ່ນ, ວົງການ, ວິສາຫະກິດ, ເພື່ອນມິດຍີ່ປຸ່ນ ແລະມີຫຼາຍການແລກປ່ຽນ, ພົບປະກັບການນຳບັນດາປະເທດ ແລະຫຼາຍອົງການຈັດຕັ້ງສາກົນ.

ທີໜຶ່ງ, ສຳລັບຫຼາຍຝ່າຍ, ພວກເຮົາໄດ້ປະກອບສ່ວນກ່ຽວກັບວິທິການສຳພັດ ແລະມາດຕະການສຳຄັນຈາກແງ່ມູມຂອງປະເທດພວມພັດທະນາ, ຊຸກຍູ້ການຫັນເປັນປະເທດອຸດສາຫະກໍາ, ທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງແຂງແຮງ, ເລິກເຊິ່ງກວ້າງຂວາງ ແລະຮອບດ້ານ. ທີ່ກອງປະຊຸມຄັ້ງຕ່າງໆ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງສານສຳຄັນຫຼາຍສະບັບ: (i) ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຢ່າງແທດຈິງ ແລະມີປະສິດທິຜົນກວ່າເກົ່າ, ເຊີດຊູຄວາມສາມັກຄີສາກົນ, ຢຶດໝັ້ນການຮ່ວມມືຫຼາຍຝ່າຍແມ່ນຂໍກຸນແຈ ເພື່ອແກ້ໄຂສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນຄືໃນປະຈຸບັນ; (ii) ພັດທະນາໃຫ້ຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນການປ່ອຍອາຍພິດ ແລະຫັນປ່ຽນພະລັງງານປະສົບຜົນສຳເລັດຜ່ານການເຂົ້າເຖິງທົ່ວໂລກ, ທົ່ວປວງຊົນ, ຮັບປະກັນຄວາມດຸ່ນດ່ຽງ, ສອດຄ່ອງຕາມເງື່ອນໄຂ, ລະດັບຄວາມແຕກຕ່າງລະຫວ່າງບັນດາປະເທດໃຫຍ່; (iii) ຈິດໃຈເຄົາລົບກົດໝາຍ, ເຄົາລົບສົນທິສັນຍາສະຫະປະຊາຊາດ ແລະກົດໝາຍສາກົນ, ແກ້ໄຂທຸກການຂັດແຍ້ງໂດຍສັນຕິວິທີຕ້ອງໄດ້ເຊີດຊູ ແລະປະຕິບັດດ້ວຍການໃຫ້ຄຳໝັ້ນສັນຍາຢ່າງລະອຽດ. ທ່ານນາຍົກລັດຖະມົນຕີ ກໍ່ຍົກອອກຫຼາຍຂໍ້ສະເໜີທີ່ແທດເໝາະກັບຄວາມຈິງ, ມີຄວາມສອດຄ່ອງ ເພື່ອຊຸກຍູ້ການຮ່ວມມືໃນການແກ້ໄຂບັນດາບັນຫາລວມຂອງສາກົນ ແລະພາກພື້ນ.

ບັນດາແນວຄວາມຄິດ ແລະຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ໄດ້ຮັບການຕີລາຄາສູງຈາກການນຳບັນດາປະເທດ ແລະອົງການຈັດຕັ້ງສາກົນ, ໄດ້ປະກອບສ່ວນສ້າງການເຂົ້າເຖິງແບບສົມດຸນ, ສັງລວມເພື່ອແກ້ໄຂສິ່ງທ້າທາຍທີ່ເກີດຂຶ້ນໃນທົ່ວໂລກ. ການເຂົ້າຮ່ວມຢ່າງແທດຈິງ ແລະມີຄວາມຮັບຜິດຊອບຂອງຫວຽດນາມ ກໍ່ໄດ້ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການຟື້ນຟູ, ພັດທະນາເສດຖະກິດ, ບົນພື້ນຖານສະເໜີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເໝາະສົມກັບຄວາມເອົາໃຈໃສ່, ຜົນປະໂຫຍດຂອງບັນດາປະເທດພວມພັດທະນາ.

ທີສອງ, ສຳລັບສອງຝ່າຍ, ການໄປປະຕິບັດງານທີ່ມີກິດຈະກຳເຄື່ອນໄຫວຢ່າງອຸດົມສົມບູນ, ມີປະສິດທິຜົນ, ແທດຈິງກັບການນຳ ແລະວົງການຕ່າງໆຂອງຍີ່ປຸ່ນ ແລະການນຳບັນດາປະເທດ, ອົງການຈັດຕັ້ງສາກົນໄດ້ປະກອບສ່ວນເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືເລິ່ກເຊິ່ງເຖິງຖອງຂຶ້ນກວ່າເກົ່າ.

ສຳລັບ ຍີ່ປຸ່ນ, ບັນດາການພົບປະເຈລະຈາ, ແລກປ່ຽນຂອງທ່ານນາຍົກລັດຖະມົນຕີ ກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ, ການນຳແຂວງ Hiroshima ແລະບັນດາວົງການຂອງຍີ່ປຸ່ນ ໄດ້ປະກອບສ່ວນຍົກລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ-ຍີ່ປຸ່ນ ຂຶ້ນຕື່ມ. ໝາກຜົນນີ້ ມີຄວາມໝາຍພິເສດໃນເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

ທີ່ກອງປະຊຸມ ແລະບັນດາການພົບປະສອງຝ່າຍ, ການນຳບັນດາປະເທດລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ການບິນ, ການແກ້ໄຂທຸກການຂັດແຍ່ງ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນ UNCLOS 1982; ປະຕິບັດ DOC ຢ່າງຄົບຖ້ວນ, ສ້າງ COC ໃຫ້ສໍາເລັດໂດຍໄວ, ມີປະສິດທິຜົນ ແລະແທດຈິງ.

ເວົ້າລວມແລ້ວ, ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ ແລະເຮັດວຽກຢູ່ ຍີ່ປຸ່ນ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ຜ່ານການເຄື່ອນໄຫວດັ່ງກ່າວນັ້ນ, ເປັນການສືບຕໍ່ຢັ້ງຢືນແນວທາງພົວພັນຕ່າງປະເທດຢ່າງຖືກຕ້ອງຂອງພັກ ແລະລັດຫວຽດນາມ,  ສ້າງຄວາມປະທັບໃຈກ່ຽວກັບບົດບາດ, ການປະກອບສ່ວນ ແລະອິດທິພົນຊື່ສຽງສາກົນຂອງຫວຽດນາມ, ຢັ້ງຢືນພາບພົດຫວຽດນາມ ທີ່ມີທັດສະນະສຳຄັນໃນບັນດາບັນຫາທົ່ວໂລກ.

ນັກຂ່າວ: ຂໍສະເໜີທ່ານລັດຖະມົນຕີ ແບ່ງປັນກ່ຽວກັບໝາກຜົນລະອຽດເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງຫວຽດນາມ-ຍີ່ປຸ່ນ?

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີການເຮັດວຽກ 13 ຄັ້ງ, ລວມມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ Kishida Fumio, ຕ້ອນຮັບຜູ້ວ່າການ, ປະທານສະພາແຂວງ Hiroshima, ບັນດາສະມາຊິກລັດຖະສະພາ ມີເຂດເລືອກຕັ້ງຢູ່ Hiroshima, ບັນດາສະມາຄົມມິດຕະພາບກັບຫວຽດນາມ, ການນໍາບັນດາສະມາຄົມ, ກຸ່ມບໍລິສັດໃຫຍ່ຂອງ ຍີ່ປຸ່ນ, ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ການໂອ້ລົມສົນທະນາວິສາຫະກິດຫວຽດນາມ-ຍີ່ປຸ່ນ; ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ. ໃນທ່າມກາງບັນຍາກາດແລກປ່ຽນຢ່າງຈິງໃຈ, ມີຄວາມສະໜິດສະໜົມ ແລະໄວ້ເນື້ອເຊື່ອໃຈ, ບັນດາການພົບປະໄດ້ບັນລຸໝາກຜົນສຳຄັນຫຼາບຢ່າງ.

ສາມາດເວົ້າໄດ້ວ່າ ໝາກຜົນຂອງການເຮັດວຽກຢູ່ຍີ່ປຸ່ນ ໄດ້ສືບຕໍ່ປະກອບສ່ວນພັດທະນາຄວາມຍືນຍົງຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງຫວຽດນາມ - ຍີ່ປຸ່ນ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ເສດຖະກິດມີຄວາມແທດຈິງ, ການພົບປະແລກປ່ຽນປະຊາຊົນ ແລະສັງຄົມມີຄວາມອຸດົມສົມບູນ, ສາມາດຕອບສະໜອງຕາມຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ