ມອບຫຼຽນກາລະນຶກເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດໃຫ້ທ່ານ Park Hang-seo
ກປ.ອອນໄລ - ຕອນບ່າຍວັນທີ 9 ພຶດສະພາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ຫງວຽນເຟືອງງາ ໄດ້ມອບຫຼຽນກາລະນຶກເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດໃຫ້ທ່ານ Park Hang-seo, ອະດີດຄູເຝິກທີມຊາດບານເຕະຊາຍຫວຽດນາມ.
    |
 |
ປະທານ VUFO ຫງວຽນເຟືອງງາ ມອບຫຼຽນກາລະນຶກໃຫ້ທ່ານ Park Hang-seo. ພາບ: qdnd.vn |
ນີ້ແມ່ນລາງວັນອັນສູງສົ່ງທີ່ສຸດຂອງ VUFO ເພື່ອເຊີດຊູການອຸທິດສ່ວນອັນໃຫຍ່ຫຼວງຂອງທ່ານ Park Hang-seo ຕໍ່ກັບບານເຕະຫວຽດນາມ ແລະສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ-ສ.ເກົາຫຼີ.
ກ່າວຄໍາເຫັນທີ່ເຫດການ, ປະທານ VUFO ຫງວຽນເຟືອງງາ ຕີລາຄາສູງການປະກອບສ່ວນຂອງທ່ານ Park Hang-seo ຕໍ່ກັບບານເຕະເວົ້າສະເພາະ ແລະກິລາຫວຽດນາມ ເວົ້າລວມ; ພ້ອມທັງສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ທ່ານ Park Hang-seo ຈະສືບຕໍ່ມີການປະກອບສ່ວນຢ່າງເໝາະສົມຕໍ່ການປັບປຸງ, ພັດທະນານໍ້າໃຈມິດຕະພາບ ແລະການພົວພັນຮ່ວມມືລະຫວ່າງຫວຽດນາມ-ສ.ເກົາຫຼີ.
ສະແດງຄວາມເປັນກຽດເມື່ອໄດ້ຮັບຫຼຽນກາລະນຶກເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດໂດຍ VUFO ມອບໃຫ້, ທ່ານ Park Hang-seo ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ: “ຂ້າພະເຈົ້າໄດ້ຮັບຫຼຽນການີ້ດ້ວຍຄວາມໝາຍຂອງຕົວຂ້າພະເຈົ້າເອງຈະດຸໝັ່ນເຮັດວຽກກວ່າອີກເພື່ອການພົວພັນສອງປະເທດຫວຽດນາມ-ສ.ເກົາຫຼີ ແລະຈະພະຍາຍາມຫຼາຍທີ່ສຸດເພື່ອສົມກັບລາງວັນທີ່ຊົງຄ່ານີ້”.
ໂດຍ: ໄຊນີດາ