ການໄປປະຕິບັດງານຂອງທ່ານປະທານປະເທດ ຫວໍວັນເຖືອງ ສະແດງໃຫ້ເຫັນການຖືເປັນສຳຄັນຂອງຫວຽດນາມ ຕໍ່ກັບພະບໍລົມວົງສານຸວົງ ອັງກິດ ແລະການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ; ຜ່ານນັ້ນຮັດແໜ້ນການພົວພັນອັນດີງາມ ແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດກວ່າອີກ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໄດ້ມີຫຼາຍການພົບປະກັບປະມຸກລັດ, ການນຳບັນດາປະເທດ, ອົງການຈັດຕັ້ງສາກົນ; ຢັ້ງຢືນທັດສະນະຂອງຫວຽດນາມ ແມ່ນສະເໝີຕົ້ນສະເໝີປາຍແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ ແລະເປີດກວ້າງ. ຫວຽດນາມ ໄດ້, ພວມ ແລະຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າວຽກງານລວມຂອງປະຊາຄົມສາກົນ.

leftcenterrightdel
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ແລະກະສັດອັງກິດ Charles III. ພາບ: ສຳນັກຂ່າວສານຫວຽດນາມ.

ກະສັດ ແມ່ນສັນຍາລັກຂອງຄວາມສູງສົ່ງຂອງລາຊະອານາຈັກອັງກິດ ແມ່ນຜູ້ທີ່ສະໜັບສະໜູນອັນໃຫຍ່ຫຼວງໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ. ພິທີຂຶ້ນຄອງ ລາດຂອງກະສັດ Charles III ແລະພະມະເຫສີ Camilla ໄດ້ດຳເນີນຢູ່ສຳນັກບວດ Westminster ຢູ່ລອນດອນ ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນ 2.200 ຄົນ ແມ່ນສະມາຊິກຂອງພະບໍລົມວົງສານຸວົງອັງກິດ ແລະຕ່າງປະເທດ, ບັນດານັກການເມືອງອັງກິດ ແລະບັນດານັກອາສາສະໝັກໃນທົ່ວປະເທດອັງກິດ. ເຫດການນີ້ມີການເຂົ້າຮ່ວມຂອງປະມຸກລັດ 100 ຄົນ ໃນທົ່ວໂລກມາເຂົ້າຮ່ວມຕາມຄຳເຊີນຂອງ ພະບໍລົມວົງສານຸວົງ ອັງກິດ.

ເຂົ້າຮ່ວມເຫດການພິເສດນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ພົບປະກະສັດ Charles III ແລະພະມະເຫສີ Camilla. ທ່ານປະທານປະເທດ ໄດ້ພົບປະ ແລະແລກປ່ຽນກັບກະສັດ Charles III, ນາຍົກລັດຖະມົນຕີອັງກິດ Rishi Sunak. ປະທານປະເທດ ຫວໍວັນເຖືອງ ໄດ້ມີການພົບປະກັບທ່ານປະທານສະພາຕ່ຳ Lindsay Hoyle, ຮອງປະທານສະພາຕ່ຳ Nigel Evans, ລັດຖະມົນຕີການຕ່າງປະເທດ James Cleverly, ລັດຖະມົນຕີກະຊວງປ້ອງກັນປະເທດ Ben Wallace ແລະຫຼາຍສະມາຊິກໃນລັດຖະບານອັງກິດ.

ໃນບັນດາການພົບປະກັບກະສັດ ແລະບັນດາການນຳອັງກິດ, ຕາງໜ້າລັດ ແລະປະຊາຊົນຫວຽດນາມ, ທ່ານ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການ ພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ; ປາດຖະໜາຢາກກະສັດ ແລະພະບໍລົມວົງສານຸວົງ ສືບຕໍ່ຕັ້ງໜ້າສະໜັບສະໜູນການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃຫ້ພັດທະນາຢ່າງເລິກເຊິ່ງ ແລະຮອບດ້ານກວ່າອີກໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ກັບທ່ານ Nigel Evans ຮອງປະທານສະພາຕ່ຳອັງກິດ ແລະທ່ານນາງ Kemi Badenoch ລັດຖະມົນຕີດຳເນີນທຸລະກິດ ແລະການຄ້າອັງກິດ. ພາບ: ສຳນັກຂ່າວສານຫວຽດນາມ.

ກະສັດ Charles III ຢັ້ງຢືນວ່າ ພະບໍລົມວົງສານຸວົງ ແລະສ່ວນຕົວກະສັດ ຍາມໃດກໍ່ເອົາໃຈໃສ່, ສະໜັບສະໜູນກິດຈະການປ່ຽນແປງໃໝ່ ແລະພັດທະນາຂອງຫວຽດນາມ ກໍ່ຄືການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ; ປາດຖະໜາຢາກສອງປະເທດ ຈະສືບຕໍ່ພ້ອມກັນກໍ່ສ້າງການພົວພັນອັນດີງາມກວ່າອີກ.

ທ່ານນາຍົກລັດຖະມົນຕີອັງກິດ Rishi Sunak ຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືສອງປະເທດອັງກິດ-ຫວຽດນາມ ແມ່ນໃຫຍ່ຫຼວງ; ອັງກິດ ຍາມໃດກໍ່ປາດຖະໜາຢາກສະໜິດຕິດພັນກັບຫວຽດນາມ ຫຼາຍກວ່າອີກ; ສະແດງຄວາມຂອບອົກຂອບໃຈຫວຽດນາມ ທີ່ໄດ້ສະໜັບສະໜູນອັງກິດ ໃນວິວັດທະນາການເຈລະຈາເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP).

ບັນດາການນຳອັງກິດ ຢັ້ງຢືນຄວາມໝາຍສຳຄັນຂອງການໄປປະຕິບັດງານຂອງທ່ານປະທານປະເທດ ພິເສດໃນສະພາບການສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຢູ່ພາກພື້ນໃນສະພາບການອັງກິດ ພວມຍູ້ແຮງການຜັນຂະຫຍາຍຍຸດທະສາດມະຫາສະໝຸດ ອິນເດຍ-ປາຊີຟິກ. ສອງຝ່າຍຢັ້ງຢືນວ່າ ປາດຖະໜາຢາກເປີດກວ້າງ ແລະເຮັດໃຫ້ການພົວພັນຮ່ວມມືຫວຽດນາມ-ອັງກິດ ໃນບັນດາຂົງເຂດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຄື: ການສຶກສາກໍ່ສ້າງ, ພັດທະນາເສດຖະກິດສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານທົດແທນ...

ເນື່ອງໃນໂອກາດນີ້, ທ່ານ ຫວໍວັນເຖືອງ ໄດ້ພົບປະກັບປະມຸກລັດ, ການນຳບັນດາປະເທດ, ອົງການຈັດຕັ້ງສາກົນ. ໃນການພົບປະຕ່າງໆ, ການນຳບັນດາປະເທດ, ອົງການຈັດຕັ້ງສາກົນໄດ້ຕີລາຄາສູງ ແລະຖືເປັນສຳຄັນການພົວພັນອັນດີງາມ, ປະສິດທິຜົນກັບຫວຽດນາມ; ສະແດງຄວາມປະທັບໃຈຕໍ່ຜົນງານພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນຊຸມປີມໍ່ໆມານີ້. ທ່ານ ຫວໍວັນເຖືອງ ພ້ອມກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນ ໄດ້ແລກປ່ຽນ, ເຫັນດີເປັນເອກະພາບຊຸກຍູ້ການພົວພັນຄູ່ຮ່ວມມືໃນໄລຍະຈະມາເຖິງ, ປະກອບສ່ວນເຂົ້າໃນສັນຕິພາບ, ພ້ອມກັນພັດທະນາຢ່າງວັດທະນາຖາວອນຂອງພາກພື້ນ ແລະໂລກ.

leftcenterrightdel
ຢູ່ນະຄອນຫຼວງລອນດອນ, ລາຊະອານາຈັກອັງກິດ ແລະໄອແລນເໜືອ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ພົບປະ ແລະໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ອັງກິດ. ພາບ: ສຳນັກຂ່າວສານຫວຽດນາມ.

ຍາມໃດກໍ່ຖືເປັນສຳຄັນ ແລະສະຫງວນຄວາມເອົາໃຈໃສ່ເຖິງວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພາຍຫຼັງມາຮອດນະຄອນຫຼວງລອນດອນ, ທ່ານ ຫວໍວັນເຖືອງ ໄດ້ມາພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ອັງກິດ, ເພື່ອຮັບຟັງບັນດາການແບ່ງປັນ, ຄຳເຫັນຂອງພໍ່ແມ່ປະຊາຊົນພວມດຳລົງຊີວິດ, ຮ່ຳຮຽນ, ປະຕິບັດງານຢູ່ອັງກິດ, ຜ່ານນັ້ນສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະລັດ ຕໍ່ກັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ພິເສດ, ໃນຂອງເຂດລາຍການເຂົ້າຮ່ວມພິທີຂຶ້ນຄອງລາດຂອງກະສັດອັງກິດ Charles III, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ພົບປະກັບເພື່ອນມິດອັງກິດ ຜູ້ທີ່ຍາມໃດກໍ່ສະຫງວນການສະໜັບສະໜູນ ແລະມີການປະກອບສ່ວນສຳຄັນເຂົ້າໃນການພັດທະນາການພົວພັນສອງຝ່າຍຫວຽດນາມ-ອັງກິດ. ການພົບປະເຕັມໄປດ້ວຍຄວາມໝາຍ ແລະຄວາມສະໜິດສະໜົມນີ້ມີການເຂົ້າຮ່ວມຂອງຜູ້ແທນ 80 ຄົນ ແມ່ນການນຳບັນດາກະຊວງ, ຂະແໜງການຂອງລັດຖະບານອັງກິດ; ສະມາຊິກສະພາອັງກິດ; ຜູ້ຕາງໜ້າບັນດາກຸ່ມເສດຖະກິດ, ມະຫາວິທະຍາໄລພົ້ນເດັ່ນຂອງອັງກິດ; ບັນດາອົງການຈັດຕັ້ງມິດຕະພາບ, ບຸກຄົນຢູ່ອັງກິດ.

ຕາມທ່ານ Iain Frew ເອກອັກຄະລັດຖະທູດລາຊະອານາຈັກອັງກິດ ປະຈໍາຫວຽດນາມ ແລ້ວ, ລາຊະອານາຈັກອັງກິດ ບໍ່ມີພິທີຂຶ້ນຄອງລາດໃດໃນເວລາ 70 ປີຜ່ານມາ. ເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ພ້ອມກັບການນຳອື່ນໃນໂລກມາອັງກິດ ເຂົ້າຮ່ວມເຫດການນີ້ແມ່ນມີຄວາມສຳຄັນທີ່ສຸດ.

ຕາມທ່ານ Mark Kent, ປະທານເຄືອຂ່າຍມິດຕະພາບອັງກິດ-ຫວຽດນາມ (VUKN) ແລ້ວ, ການໄປປະຕິບັດງານຄັ້ງນີ້ຂອງທ່ານປະທານປະເທດ ຫວໍວັນເຖືອງ ເປັນຂີດໝາຍການພົວພັນມິດຕະພາບພິເສດສະໜິດຕິດພັນລະຫວ່າງຫວຽດນາມ ແລະລາຊະອານາຈັກ ອັງກິດ.

ໃນສະພາບການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນສອງຝ່າຍຫວຽດນາມ- ອັງກິດ, ຜົນສຳເລັດຂອງການໄປປະຕິບັດງານຄັ້ງນີ້ແມ່ນສັນຍານຢ່າງແຮງ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດເລິກເຊິ່ງກວ່າອີກ. ແມ່ນໜຶ່ງໃນຫຼາຍວິສາຫະກິດມີການພົວພັນຮ່ວມມືກັບຫວຽດນາມ, ແບ່ງປັນຄວາມດີໃຈ ແລະຄວາມເປັນກຽດທີ່ໄດ້ເຂົ້າຮ່ວມພິທີຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ແລະຄະນະຜູ້ແທນຫວຽດນາມ ຢູ່ລອນດອນ, ທ່ານ Nitin Kapoor, ຜູ້ອໍານວຍການໃຫຍ່ AstraZeneca ຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ການໄປປະຕິບັດງານຂອງທ່ານປະທານປະເທດຫວຽດນາມ ຈະປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດ ແລະນ້ຳໃຈມິດຕະພາບລະຫວ່າງສອງປະເທດກວ່າອີກ. ທ່ານ Nitin Kapoor ກໍ່ຊົມເຊີຍຫວຽດນາມ ໄດ້ຄວບຄຸມພະຍາດໂຄວິດ-19 ເປັນຢ່າງດີ, ເປີດປະຕູພື້ນຖານເສດຖະກິດໂດຍໄວ ແລະມີປະສິດທິຜົນ. ຍ້ອນເຫດນັ້ນ, GDP ຂອງຫວຽດນາມ ເຕີບໂຕສູງໃນປີ 2022 ແລະສືບຕໍ່ເຕີບໂຕເປັນຢ່າງດີໃນປີນີ້. ຜູ້ຕາງໜ້າ AstraZeneca  ແບ່ງປັນຄວາມດີໃຈຕໍ່ກັບການພົວພັນຮ່ວມມືໃນໄລຍະຍາວໃນປະຈຸບັນກັບຫວຽດນາມ ແລະປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືກັບກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແລະບັນດາອົງການກ່ຽວຂ້ອງອື່ນຂອງລັດຖະບານຫວຽດນາມ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງສອງຝ່າຍກວ່າອີກ.

ຕາມທ່ານ ຫງວຽນຮວ່າງລອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອັງກິດ ແລ້ວ, ການໄປປະຕິບັດງານຂອງທ່ານປະທານປະເທດ ຫວໍວັນເຖືອງ ມາອັງກິດ ແມ່ນເຫດການສຳຄັນທີ່ສຸດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອັງກິດ, ພ້ອມທັງປະກອບສ່ວນສ້າງພະລັງແຮງໃໝ່ໃຫ້ການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງແຮງ ແລະໝັ້ນແກ່ນໃນທົດສະວັດຈະມາເຖິງ.

ໂດຍ: ແສງເດືອນ