ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນຂອງສະຫະລັດ ອາຣັບເອມິເຣດ ຢູ່ພາກພື້ນອາຊີ-ປາຊີຟິກ
ກປ.ອອນໄລ - ວັນທີ 3 ພຶດສະພາ, ໃນຂອບເຂດການໄປປະຕິບັດງານຢູ່ສະຫະລັດ ອາຣັບເອມິເຣດ, ພາຍຫຼັງພິທີຕ້ອນຮັບຢູ່ທໍານຽບປະທານາທິບໍດີ ໂດຍທ່ານ Sheikh Mohamed bin Zayed Al Nahyan ປະທານາທິບໍດີ ສະຫະລັດ ອາຣັບເອມິເຣດ ເປັນປະທານພິທີຕ້ອນຮັບ, ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ Sheikh Mohamed bin Zayed Al Nahyan.
ປະທານາທິບໍດີ ສະຫະລັດ ອາຣັບເອມິເຣດ ໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ຜົນງານທີ່ຫວຽດນາມ ບັນລຸໄດ້ໃນການສ້າງສາ, ພັດທະນາປະເທດຊາດ ແລະຢັ້ງຢືນວ່າ ສະຫະລັດ ອາຣັບເອມິເຣດ ຖື ຫວຽດນາມ ເປັນຄູ່ຮ່ວມມືທ່ີສໍາຄັນຢູ່ພາກພື້ນອາຊີ-ປາຊີຟິກ, ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ. ທ່ານນາງ ຫວໍທິແອງຊວນ ຢັ້ງຢືນວ່າ ຫວຽດນາມ ກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະຮ່ວມມືຫຼາຍດ້ານກັບສະຫະລັດ ອາຣັບເອມິເຣດ, ຄູ່ຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນສໍາຄັນແຖວໜ້າຂອງຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ.
    |
 |
ທ່ານນາງ ຫວໍທິແອງຊວນ ແລະທ່ານ Sheikh Mohamed bin Zayed Al Nahyan. ພາບ: ກະຊວງການຕ່າງປະເທດຫວຽດນາມ |
ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບກ່ຽວກັບບັນດາທິດທາງ, ມາດຕະການທີ່ຈະຜັນຂະຫຍາຍໃນໄລຍະຈະມາເຖິງເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ຍົກສູງການພົວພັນຮ່ວມມືສອງຝ່າຍຂຶ້ນສູ່ລະດັບສູງໃໝ່. ສອງຝ່າຍເນັ້ນໜັກວ່າ ຕ້ອງໃຫ້ບຸລິມະສິດແກ່ການຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສ, ອົງການຈັດຕັ້ງສາກົນ ແລະພາກພື້ນ; ພ້ອມທັງເພີ່ມທະວີຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະສະແດງວັດທະນະທໍາ, ສິລະປະ, ພິເສດແມ່ນໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສະຫະລັດ ອາຣັບເອມິເຣດ ເພື່ອຮັດແໜ້ນນໍ້າໃຈມິດຕະພາບ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ.
ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຢ່າງຕັ້ງໜ້າໃນການຮ່ວມມືເສດຖະກິດລະຫວ່າງສອງປະເທດໃນໄລຍະຜ່ານມາ, ວົງເງິນການຄ້າສອງຝ່າຍຫວ່າງມໍ່ໆມານີ້ສະເລ່ຍບັນລຸ 5 ຕື້ໂດລາສະຫະລັດ/ປີ. ບົນພື້ນຖານທ່າແຮງ ແລະຄວາມຕ້ອງການຂອງສອງປະເທດ, ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ຍູ້ແຮງການດຶງດູດການລົງທຶນ, ເປີດກວ້າງການຮ່ວມມືໃນຂົງເຂດນໍ້າມັນອາຍແກັດ, ພະລັງງານທົດແທນ, logistics, ກະສິກໍາ...
ໂດຍ: ເກື່ອງດັ້ງ