ໃນຂອບເຂດການຢ້ຽມຢາມກູບາ ຢ່າງເປັນທາງການຂອງປະທານສະພາແຫ່ງຊາດ ເວືອງດິ່ງເຫວ້, ຕອນບ່າຍວັນທີ 21 ເມສາ, (ເວລາທ້ອງຖິ່ນ) ທີ່ນະຄອນຫຼວງ ລາຮາວານ, ທ່ານ ຮວ່ີງແທັ່ງດ້າດ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໄດ້ພົບປະກັບທ່ານນາງ Ines Maria Chapman Waughn ຮອງນາຍົກລັດຖະມົນຕີ ແລະເຈລະຈາກັບທ່ານນາງ Elba Roza Perez Montolla ລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຢີ ແລະສິ່ງແວດລ້ອມ ກູບາ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: vov.vn

ທີ່ການພົບປະກັບທ່ານນາງຮອງນາຍົກລັດຖະມົນຕີ Ines Maria Chapman Waughn, ທ່ານ ຮວີ່ງແທັ່ງດ້າດ ປາດຖະໜາຢາກຍູ້ແຮງການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດເຕັກໂນໂລຢີຊີວະສາດ; ໃຫ້ຄໍາໝັ້້ນສັນຍາສະຫງວນແຫຼ່ງກໍາລັງທີ່ຈໍາເປັນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງ 2 ຝ່າຍທີ່ໄດ້ລົງນາມໃຫ້ປະສົບຜົນສຳເລັດ.

ສ່ວນທ່ານນາງຮອງນາຍົກລັດຖະມົນຕີ Ines Maria Chapman Waughn ຢັ້ງຢືນວ່າ: ລັດຖະບານກູບາ ຍາມໃດກໍ່ເອົາໃຈໃສ່ເຖິງການພັດທະນາວິທະຍາສາດ ແລະເຕັກໂນໂລຢີ ແລະຮັບຮູ້ບັນດາໝາກຜົນແຫ່ງການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີລະຫວ່າງສອງປະເທດ; ສະເໜີສອງກະຊວງຍູ້ແຮງການຮ່ວມມືໃນບັນດາຂົງເຂດເຕັກໂນໂລຢີຊີວະສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ສະໜີຫວຽດນາມ ໜູນຊ່ວຍ ກູບາ ກໍ່ສ້າງດັດຊະນີປ່ຽນແປງໃໝ່ປະດິດສ້າງທົ່ວໂລກ (GII).

ທີ່ການພົບປະສອງຝ່າຍ, ທ່ານ ຮວີ່ງແທັ່ງດ້າດ ແລະທ່ານນາງລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຢີ ແລະສິ່ງແວດລ້ອມ Elba Roza Perez Montolla. ພ້ອມກັນເຫັນດີເປັນເອກະພາບຈະເຮັດໃຫ້ການພົວພັນຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ເລິກເຊິ່ງຂຶ້ນຕື່ມ.

ໂດຍ: ໄຊນີດາ